"ເລີ່ມແຕ່'ສູນ'ຂອງທ່ານຊູມິງຟ່າງ"
-----------------------------------------------------------------------------------------------------------------
ທ່ານຊູມິງຟາງກ່າວວ່າ,"ນານຈື້"ແມ່ນຕົວໜັງສືສະເພາະຂອງເຜົ່າກິ່ງ,ປັດຈຸບັນມີພຽງແຕ່20ຫາ30ຄົນເທົ່ານັ້ນຂຽນຕົວໜັງສືນີ້ເປັນ,ແລະສ່ວນຫຼາຍແມ່ນຜູ່ເຖົ້າ.ເຖິງວ່າໄດ້ຜ່ານການອົບຮົມແລ້ວກໍ່ມີຊາວໜຸ່ມຮູ້ຕົວໜັງສືນີ້,ແຕ່ກໍ່ຍັງບໍ່ຫຼາຍປານໃດ.ຫຼັງບຸນກຸດຈີນປີນີ້,ທ່ານຊູມິງຟາງໄດ້ເຊີນຊວນຜູ່ເຖົ້າເຜົ່າກິ່ງທີ່ຮູ້ຕົວໜັງສື"ນານຈື້"ຂອງ3ບ້ານມາເຕົ້າໂຮມກັນຄົ້ນຄວ້າ,ເກັບກຳຂໍ້ມູນ,ຂຸດຄົ້ນແລະປົກປັກຮັກສາ"ນານຈື້"ແນວໃດ. ປະຊາຊົນເຜົ່າກິ່ງລ້ວນແຕ່ດີໃຈຫຼາຍ,ຫວັງວ່າທ່ານຊູມິງຟາງຈະພະຍາຍາມຈົນສຸດຄວາມສາມາດເພື່ອໃຫ້ລັດຖະບານອອກນະໂຍບາຍທີ່ກ່ຽວຂ້ອງ.
ທ່ານຊູມິງຟາງບອກນັກຂ່າວວ່າ,ນາກຈາກເປັນຜູ່ແທນສະພາປະຊາຊົນແຫ່ງຊາດແລ້ວ,ເພິ່ນຍັງເປັນຜູ່ແທນສະພາປະຊາຊົນຂັ້ນນະຄອນແລະຂັ້ນເມືອງ,ສະນັ້ນ,ບໍ່ວ່າຈະເປັນເຂດພູດອຍແລະຕົວເມືອງບ່ອນໃກ້ຫຼືບ່ອນໄກ,ເພິ່ນລ້ວນແຕ່ມີໂອກາດລົງໄປສຳຫຼວດຄົ້ນຄວ້າ.ບວກກັບວ່າປະຊາຊົນໃຜໆກໍ່ຮູ້ດີວ່າເພິ່ນແມ່ນຜູ່ແທນປະຊາຊົນ,ກໍ່ສ່ອງແສງບັນຫາທີ່ຢາກໃຫ້ແກ້ໄຂນັ້ນຕໍ່ເພິ່ນ,ເພິ່ນກໍ່ໂຮມເອົາບັນຫາທີ່ປະຊາຊົນຕ້ອງການແກ້ໄຂນັ້ນຂຽນເປັນຍັດຕິ.
ຍັດຕິທີ່ທ່ານຊູມິງຟາງສະເໜີເທື່ອນີ້ບໍ່ພຽງແຕ່ກ່ຽວກັບການປົກປັກຮັກສາວັດທະນະທຳເຜົ່າກິ່ງເທົ່ານັ້ນ,ຍັງມີຍັດຕິຫຼາຍສະບັບທີ່ເບິ່ງຄືບໍ່ມີຫຍັງກ່ຽວພັນກັບຊົນເຜົ່າຂອງທ່ານເລີຍ.ຕົວຢ່າງ,ຮຽກຮ້ອງໃຫ້ລັດຖະບານປະຕິບັດການທົດລອງປະຕິຮູບໃຫ້ຄືນພາສີສຳລັບເຂດຊົນເຜົ່າຢູ່ເຂດເສດຖະກິດອ່າວພາກເໜືອກວາງຊີ,ສະໜັບສະໜູນການກໍ່ສ້າງທ່າກ່ຳປັ່ນ,ດ່ານພາສີ,ເສັ້ນທາງຄົມມະນາຄົມແລະພື້ນຖານໂຄງລ່າງຂອງຕົວເມືອງ,ຮຽກຮ້ອງໃຫ້ລັດຖະບານສະໜັບສະໜູນເຂດຮ່ວມມືດ້ານເສດຖະກິດຊາຍແດນຕົ່ງຊິງ,ປະຕິບັດນະໂຍບາຍໃຫ້ສິດທິພິເສດດ້ານການລົງທຶນ,ການຄ້າແລະພາສີ,ຢາກໃຫ້ລັດຖະບານອະນຸມັດຂໍ້ສະເໜີກ່ຽວກັບການສ້າງສູນຈໍລະຈອນສິນຄ້າປອດພາສີນະຄອນຟາງເສິງກາງ,ຮຽກຮ້ອງໃຫ້ລັດຖະບານເພີ່ມຄວາມສະໜັບສະໜູນຕໍ່ການກໍ່ສ້າງຕາໜ່າງຂົນສົ່ງລະຫວ່າງເຂດເສດຖະກິດອ່າວພາກເໜືອກັບອາຊຽນ,ໃຫ້ລັດເພີ່ມການສະໜັບສະໜູນຕື່ມອີກຕໍ່ອຸດສາຫະກຳໃກ້ທະເລຂອງອ່າວພາກເໜືອຂອງເຂດກວາງຊີແລະອື່ນໆ.
ທ່ານຊູມິງຟາງກ່າວວ່າ,ນຳເອົາຫຼາຍຍັດຕິມາປັກກິ່ງກໍ່ແມ່ນຍ້ອນວ່າເພິ່ນບໍ່ພຽງແຕ່ເປັນຜູ່ແທນພຽງຜູ່ດຽວຂອງເຜົ່າກິ່ງແລະກໍ່ແມ່ນຜູ່ແທນພຽງຜູ່ດຽວຂອງນະຄອນຟາງເສິງກາງເຂດເສດຖະກິດອ່າວພາກເໜືອກວາງຊີ,ສະນັ້ນເພິ່ນຈິ່ງມີໜ້າທີ່ຫຼາຍອັນ,ທ່ານກ່າວວ່າ:
"ໃນນາມເປັນຜູ່ແທນທີ່ປະຊາຊົນຄັດເລືອກ,ຂ້າພະເຈົ້າຕ້ອງປະຕິບັດຕາມໜ້າທີ່ບົດບາດຂອງຕົນ,ມີຄວາມຮັບຜິດຊອບຢ່າງເຕັມທີ່ຕໍ່ໜ່ວຍງານແລະວຽກທຸກດ້ານຂອງເຂດເລືອກຕັ້ງຂອງພວກຂ້າພະເຈົ້າ.ນອກນີ້,ຂ້າພະເຈົ້າແມ່ນຕົວແທນຂອງນະຄອນຟາງເສິງກາງ, ນະຄອນນີ້ມີແຕ່ຂ້າພະເຈົ້າຜູ່ດຽວເປັນຜູ່ແທນ,ສະນັ້ນ,ຂ້າພະເຈົ້າໄດ້ຫາບແບກໜ້າທີ່ທີ່ມີກຽດແລະສຳຄັນຫຼາຍ."
ທ່ານຊູມິງຟາງກ່າວວ່າ,ຢູ່ບ້ານວ້ານເວີຍ ທີ່ເປັນບ່ອນເຜົ່າກິ່ງໂຮມກັນດຳລົງຊີວິດນັ້ນ,ທ່ານເປັນນາຍບ້ານທີ່ໜຸ່ມທີ່ສຸດ,ແຕ່ວ່າພໍ່ແມ່ປະຊາຊົນໃນບ້ານໃຜໆກໍຮູ້ວ່າທ່ານເປັນຜູ່ແທນສະພາປະຊາຊົນ,ລ້ວນແຕ່ຫວັງໃຫ້ທ່ານສ້າງກຽດສັກສີໃຫ້ແກ່ຊົນເຜົ່າຕົນ,ສ່ອງແສງສະພາບການພັດທະນາເສດຖະກິດຂອງເຂດຊົນເຜົ່າໃຫ້ຂັ້ນເທິງຮູ້ຫຼາຍກວ່າເກົ່າ.ທ່ານຫວັງວ່າ,ໃນ3ປີຕໍ່ໜ້າ,ທ່ານຈະມີຂໍ້ສະເໜີແລະເຮັດວຽກຕົວຈິງຫຼາຍກວ່າເກົ່າເພື່ອເຜົ່າກິ່ງແລະເຂດເສດຖະກິດອ່າວພາກເໜືອກວາງຊີ.