ກາ​ນຢ້ຽມຢາມ​ໄຕ້​ຫວັນ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ເສິນ​ຢຸນລິນ ປະທານ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນຂອງ​ແຜ່ນດິນ​ໃຫຍ່​ຈີນ

(GMT+08:00) 2009-05-04 16:36:10 cri
-----------------------------------------------------------------------------------------------------------------

ເມື່ອ​ກ່າວ​ເຖິງ​ທ່ານ​​ເສິນ​ຢຸນລິນ ປະທານ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ແລ້ວ,ມີ​ເວ​ລາ​ຄັ້ງ​ປະ​ຫວັດ​ການ​ອັນ​ໜຶ່ງ​ທີ່​ໜ້າ​ຈື່​ຈຳ,​ຄື​ເວ​ລາ11​ໂມງ48​ນາທີ ຂອງ​ວັນ​ທີ3​ພະຈິກ​ປີ2008,​ທ່ານ​ໄດ້​ນຳ​ພາ​ຄະ​ນະ​ຜູ່​ແທນ​ສະ​ມາ​ຄົມ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ຂີ່​ຍົນ​ເໝົາ​ຂອງ​ບໍ​ລິ​ສັດ​ສາຍ​ການ​ບິນ​ສາກົນ​ຈີນ​ໄປ​ຮອດ​ສະໜາມ​ບິນ​ທາວ​ຢວນຂອງ​ໄຕ​ເປ.​ນີ້​ແມ່ນ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດ​ຂອງ​ຄະນະ​ຈັດ​ຕັ້ງ​ທີ່​ໄດ້​ຮັບ​ສິດມອບ​ໝາຍ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ຢ້ຽມຢາມ​ໄຕ້​ຫວັນ​ເທື່ອ​ທຳ​ອິດ,​ແລະ​ກໍ່​ແມ່ນ​ແຜ່ນດິນ​ໃຫຍ່​ຈີນ​ສົ່ງ​ຄະນະ​ຜູ່​ແທນ​ຂະໜາດ​ໃຫຍ່​ຢ້ຽມ​ຢາມ​ໄຕ້​ຫວັນ​ເປັນ​ເທື່ອ​ທຳ​ອິດ​ເພື່ອ​ດຳ​ເນີນ​ການ​ປຶກສາ​ຫາລື​ແລະ​ສົນ​ທະ​ນາ​ກັນ.​ວົງ​ການ​ຕ່າງໆ​ຂອງ​ໄຕ້​ຫວັນ​ຈະ​ເບິ່ງ​ການ​ຢ້ຽມຢາມ​ເທື່ອ​ນີ້​ຂອງ​ຄະນະ​ຜູ່​ແທນ​ແຜ່ນ​ດິນ​ໃຫຍ່​ແນວ​ໃດ?ຈະ​ຕີ​ລາຄາ​ແນວ​ໃດ​ຕໍ່​ທ່ານ​ເສິນ​ຢຸນລິນ​ທີ່​ເປັນ​ຫົວໜ້າ​ຄະນະ​ຜູ່​ແທນ. ທ່ານ​ເສິນ​ຢຸນລິນ​ທີ່​ໄດ້​ເຮັດ​ວຽກ​ງານ​ກ່ຽວ​ກັບ​ໄຕ້ຫວັນ​ມາ​ເປັນ​ເວລາ15​ປີ​ແລ້ວ​ນັ້ນ​ມີ​ຄວາມ​ຮັກ​ແພງ​ແນວ​ໃດ​ຕໍ່​ໄຕ້​ຫວັນ? ​ນັກ​ຂ່າວCRIຈະ​ໃຊ້​ປະສົບ​ການ​ຂອງ​ຕົນ​ເລົ່າ​ສູ່​ຟັງ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ໄຕ້​ຫວັນ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ເສິນ​ຢຸນລິນ ປະທານ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ​ຂອງ​ແຜ່ນດິນ​ໃຫຍ່​ຈີນ.

"ປະທານ​ເສິນ,​​ໄຊ​ໂຍ,ປະທານ​ເສິນ,​ໄຊ​ໂຍ"

ກ່ອນ​ທ່ານ​ເສິນ​ຢຸນລິນ​ຢ້ຽມຢາມ​ໄຕ້​ຫວັນ​ປະມານ​ເຄິ່ງ​ເດືອນ, ທ່ານ​ຈ່າງ​ໝິງ​ຊິງ ຮອງ​ປະທານ​ສະມາຄົມ​ການ​ພົວພັນ​ສອງຝັ່ງ​ຊ່ອງ​​ແຄບ​ໄຕ້​ຫວັນ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ທີ່​ໄປ​ໄຕ້​ຫວັນ​ດຳ​ເນີນ​ການ​ແລກປ່ຽນ​ດ້ານ​ວິຊາ​ການ​ໃນ​ນາມ​ເປັນ​ຫົວໜ້າ​ສະ​ຖາ​ບັນ​ການ​ຂ່າວ​ຂອງ​ມະຫາວິທະຍາ​ໄລ​ເຊ້ຍ​ເມິ​ນຂອງ​ຈີນ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ຖືກ​ກຸ່ມຫົວ​ຮຸນ​ແຮງທຳຮ້າຍຢູ່​ເມືອງ​​ໄຕ​ນາມຂອງ​ໄຕ້​ຫວັນ.ສະ​ນັ້ນ,​ໃນ​ການ​ຢ້ຽມຢາມ​ໄຕ້​ຫວັນ​ເທື່ອ​ນີ້​ຂອງ​ທ່ານ​ເສິນ​ຢຸນລິນ,​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ຄວາມປອດ​ໄພ​ໄດ້​ຮັບ​ຄວາມ​ເປັນ​ຫ່ວງຫຼາຍຈາກ​ວົງ​ການ​ຕ່າງໆ.​ໃນ​ມື້​ທີ່​ຄະນະ​ຜູ່​ແທນ​ໄປ​ຮອດ​ໄຕ​ເປ,​ເຖິງ​ວ່າ​ມີ​ຄົນ​ສະ​ແດງການ​ປະ​ທ້ວງ​ຕໍ່​ການ​​ໄປ​ຢ້ຽມຢາມ​ຂອງ​ທ່ານ​ເສິນ​ຢຸນລິນ​ກໍ່ຕາມ,​ແຕ່​ປະຊາຊົນ​ໄຕ້​ຫວັນ​ສ່ວນ​ຫຼາຍ​​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ຝ່າຍ​ແຜ່ນດິນ​ໃຫຍ່​ທີ່​ສະ​ແດງຄວາມ​ປາຖະໜາ​ທີ່​ຕັ້ງໜ້າ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ສອງ​ຝັ່ງ.

ປີ1994,​ທ່ານ​ເສິນ​ຢຸນລິນ​ເລີ່​ມດຳ​ລົງ​ຕຳ​ແໜ່​ງຮອງ​ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ,ຫຼັງ​ຈາກ​ນັ້ນ3​ປີ,ທ່ານ​ດຳ​ລົງ​ຕຳ​ແໜ່​ງຫົວໜ້າ​ຫ້ອງການ​ດັ່ງກ່າວ.​ເດືອນ​ມິຖຸນາ​ປີ2008,ທ່ານ​ເສິນ​ຢຸນລິນ​ທີ່​ພົ້ນ​ຈາກ​ຕຳ​ແໜ່​ງຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ລັດຖະບານ​ຈີນ,​ແລ້ວ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ.ພ້ອມ​ດຽວ​ກັນ​ນັ້ນ,ການປຶກສາ​ຫາລື​ກັນ​ລະ​ຫວ່າງ​ສະ​ມາ​ຄົມ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ກັບ​ມູນ​ນິທິ​ແລກ​ປ່ຽນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ​ທີ່​ໄດ້​ຢຸດ​ສະ​ງັກມາ​ເປັນ​ເວລາ10​ປີ​ນັ້ນ​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ໃໝ່.​ໃນ​ນາມ​ເປັນ​ປະ​ທານ​ສະ​ມາ​ຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ,ທ່ານ​ເສິນ​ຢຸນ​ລິນ​ກັບ​ທ່ານ​ຈ່ຽງປິງຄຸນ ປະທານ​ມູນິທິ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄົນ​ປັດຈຸບັນ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ກອງ​ປະຊຸມ​ສອງ​ອົງ​ການ​ດັ່ງ​ກ່າວ​ຢູ່​ປັກ​ກິ່ງ,​ໄດ້​ເຊັນ​ສັນ​ຍາ​ຫຼາຍ​ສະ​ບັບ​ເຊັ່ນ​ປະ​ຊາ​ຊົນ​ແຜ່​ນ​ດິນ​ໃຫຍ່​ໄປ​ທ່ຽວ​ໄຕ້​ຫວັນ​ແລະຖ້ຽວ​ບິນເໝົາ​ລຳ​ໃນ​ທ້າຍ​ສັບປະດາ​ເປັນ​ຕົ້ນ,​ແລະ​ຕົກລົງ​ວ່າການ​ປຶກສາ​ຫາລື​ລະຫວ່າງ​ສອງ​ອົງການ​ນີ້​ຄວນ​ຈັດ​ເປັນ​ປະຈຳ​ປີ​ລະ​ສອງ​ເທື່ອ​,ຜັດປ່ຽນ​ກັນ​ຈັດ​ການ​ເຈ​ລະ​ຈາ​ຢູ່​ແຜ່ນດິນ​ໃຫຍ່​ແລະ​ໄຕ້​ຫວັນ.ການ​ຢ້ຽມຢາມ​ໄຕ​ເປ​ເທື່ອ​ນີ້​ຂອງ​ທ່ານ​ເສິນ​ຢຸນລິນ​ເປັນ​ການ​ສືບ​ຕໍ່​ການ​ປຶກສາ​ຫາລື​​ເປັນ​ປະຈຳ​ລະຫວ່າງ​ສອງ​ອົງການ,​ແລະ​ກໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຜູ່​ນຳ​ສອງ​ອົງການ​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ຢູ່​ໄຕ້​ຫວັນ​ນັບ​ແຕ່​ສອງ​ອົງການ​ດັ່ງກ່າວ​ສ້າງ​ຕັ້ງ​ຂຶ້ນ​ມານີ້.ວັນ​ທີ4​ພະ​ຈິກ​2008,​ທ່ານ​ເສິນ​ຢຸນ​ລິນ​ກັບ​ທ່ານ​ຈ່ຽງປິງຄຸນ​ໄດ້​ຈັດ​ການ​ເຈ​ລະ​ຈາ​ຢູ່​ໄຕ​ເປ​ແລະ​ໄດ້​ເຊັນ​ຂໍ້​ສະ​ເໜີ4ຫົວ​ຂໍ້​ຄື​ການ​ຂົນ​ສົ່ງ​ທາງ​ອາກາດ, ທາງ​ທະ​ເລ,​ໄປສະນີ​ແລະ​ຄວາ​ມປອດ​ໄພ​ຂອງ​ອາ​ຫານ​ລະ​ຫວ່າງ​ສອງ​ຝັ່ງຊ່ອງ​ແຄບ​ໄຕ້​ຫວັນ.ການ​ໄປມາຫາ​ສູ່​ກັນ​ໂດຍ​ກົງ​ດ້ານ​ການ​ໄປ​ສະ​ນີ,​ການ​ຄ້າ,ການ​ເດີນ​ເຮືອ​ລະຫວ່າງ​ສອງ​ຝັ່ງ​ທີ່​ປະ​ຊາ​ຊົນ​ສອງ​ຝັ່ງຄອງ​ຄອຍ​ມາ​ເປັນ​ເວລາ30​ປີ​ນັ້ນ​ໄດ້​ບັນລຸ​ຜົນ​ເປັນ​ຈິງ​ໂດຍ​ພື້ນຖານ​ແລ້ວ.ຕາມ​ການ​ສຳ​ຫຼວດຂອງ​ສື່​ມວນ​ຊົນ​ໄຕ້​ຫວັນ,​ໃນຜູ່​ໃຫ້​ຄຳ​ຕອບ​ການ​ສຳ​ຫຼວດ​ມີ​56%​ຮູ້​ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ສອງ​ຝັ່ງ​ເຊັນ​ສັນຍາ​ເຫຼົ່າ​ນີ້.​ມີ​50%​ເຫັນ​ວ່າ​ສັນ​ຍາ​ເຫຼົ່າ​ນີ້​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ໄຕ້​ຫວັນ.ທ່ານ​ເສິນ​ຢຸນ​ລິນ​ເວົ້າ​ດ້ວຍ​ຄວາມ​ຮູ້​ສຶກ​ອັນ​ເລິກ​ເຊິ່ງ​ວ່າ"ທ່ານ​ມີ​ຄວາມ​ຝັນ​ຫຼາຍ​ອັນ​ພັນ​ແນວ,​ແຕ່​ວ່າການ​ໄປ​ໄຕ້​ຫວັນ​ຮ່ວມ​ກັບ​ຜູ່​ນຳ​ມູ​ນິ​ທິ​ແລກ​ປ່ຽນ​ສອງ​ຝັ່ງ​ລົງ​ນາມ​ເຊັນ​ສັນຍາ4​ສະບັບ​ນັ້ນ​ໄດ້​ເຮັດ​ໃຫ້​ຄວາມ​ຝັນ​ທີ່​ດີງາມ​ທີ່​ສຸດ​ຂອງ​ທ່ານ​ໄດ້​ບັນລຸ​ຜົນ​ເປັນ​ຈິງ.ທ່ານ​ບອກ​ວ່າ:

"ຄຽງ​ຄູ່​ກັບ​ການ​ເຈລະຈາ​ລະຫວ່າງ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ກັບ​ມູນິທິ​ແລກປ່ຽນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ຮັບ​ໝາກຜົນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຫຼາຍ​ກວ່າ​ເກົ່າ​ຈະ​ໄດ້​ສຳຜັດ​ດ້ວຍ​ຕົນ​ເອ​ງ​ໃນ​ການ​ປະຕິບັດ​ຕົວ​ຈິງ​ວ່າ​ສັນຍາ​ເຫຼົ່ານີ້​ເວົ້າ​ສຳລັບ​ເຂົາ​ເຈົ້າ​ແລະ​ພີ່ນ້ອງ​ຮ່ວມ​ຊາດ​ທັງ​ສອງ​ຝັ່ງ​ແລ້ວ​ລ້ວນ​ແຕ່​ແມ່ນ​ມີ​ຜົນ​ດີ,ຈະ​ມີ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ນັບ​ມື້​ນັບ​ຫຼາຍ​ສະ​ໜັບ​ສະ​ໜູນ​ແລະ​ເຂົ້າ​ໃຈ​ພວກ​ຂ້າພະ​ເຈົ້າ.ນີ້​ເຮັດ​ໃຫ້​ພວກ​ຂ້າພ​ະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ເສັ້ນທາງ​ແຫ່ງ​ການ​ພັດທະນາ​ໂດຍ​ສັນຕິ​ລະຫວ່າງ​ສອງ​ຝັ່ງ​ຈະ​ນັບ​ມື້​ນັບ​ກວ້າງ​ອອກ,ນີ້​ແມ່ນ​ບາດກ້າວ​ທີ່​ບໍ່​ວ່າການ​ລົບ​ກວນທຳລາຍ​ໃດໆ​ກໍ່​ບໍ່​ສາມາດກີດຂວາງ​ໄດ້."

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>