ກາ​ນຢ້ຽມຢາມ​ໄຕ້​ຫວັນ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ເສິນ​ຢຸນລິນ ປະທານ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນຂອງ​ແຜ່ນດິນ​ໃຫຍ່​ຈີນ

(GMT+08:00) 2009-05-04 16:36:10 cri
-----------------------------------------------------------------------------------------------------------------


ໃນ​ເວລາ​ເຮັດ​ວຽກ​ງານ​ໄຕ້​ຫວັນ​15ປີ​ມາ​ນີ້,ທ່ານ​ເສິນ​ຢຸນລິນ​ໄດ້​ກາຍ​ເປັນ​ເພື່ອນ​ທີ່​ດີ​ຂອງ​ບຸກຄົນ​ສຳຄັນ​ຂອງວົງ​ການ​ການ​ເມືອງ​ຂອງ​ໄຕ້​ຫວັນ​ຫຼາຍ​ຄົນຍ້ອນ​ມີ​ນິ​ໄສ​ເປັນ​ຄົນ​ຈິງ​ໃຈ​ແລະ​ມີ​ຄວາມ​ກະຕືລື​ລົ້ນ.

ໃນ​ງານ​ລ້ຽງ​ຕ້ອນຮັບ​ທີ່​ທ່ານ​ຊົ້ງ​ສູ​ຢູຈັດ​​ໃຫ້​ນັ້ນ,ທ່ານ​ເສິນ​ຢຸນລິນ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ໄຕ້​ຫວັນ​ຕື້ນ​ຕັນ​ໃຈ​ດ້ວຍ​ເລື່ອງ​ໜຶ່ງ.ທ່ານ​ເສິນ​ຢຸນລິນ​ກ່າວ​ວ່າ,​ຫວ່າງ​ມໍ່ໆ​ນີ້,ທ່ານ​ໄດ້​ເອົາ​ໃຈ​ໃສ່​ວ່າ,ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ​ຫຼາຍ​ເທື່ອ,ໝາກ​ກ້ຽງ​ຂອງ​ພາກ​ໃຕ້​ໄຕ້​ຫວັນ​ຖືກຄ້າງ​ໃນ​ສາງ,ຂາຍ​ບໍ່​ອອກ,ລາຄາ​ຕົກ​ແຮງ.ທ່ານ​ກໍ່​ຫາລື​ກັບ​ກຸ່ມ​ບໍລິສັດ​ໃຫຍ່​ທີ່​ເຮັດ​ທຸ​ລະ​ກິດ​ຈຳໜ່າຍ​ໝາກ​ໄມ້​ໄຕ້​ຫວັນ​ໂດຍ​ສະ​ເພາະ​ຂອງ​ແຜ່ນດິນ​ໃຫຍ່,ຈະ​ເກັບຊື້​ໝາກ​ກ້ຽງ​ທີ່ຄ້າງໃນ​ສາງ​ເຫຼົ່າ​ນີ້,​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງ​ພີ່ນ້ອງ​ພາກ​ໃຕ້​ໄຕ້​ຫວັນ.ທ່ານ​ເສິນ​ຢຸນລິນ​ເວົ້າ​ດ້ວຍ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງວ່າ:

"​ໄຕ້​ຫວັນ​ເປັນ​ບ່ອນ​ທີ່​ມັກ​ມີ​ພາຍຸ​ຫຼາຍ,​ແຜ່ນດິນ​ໃຫຍ່​ມີ​ພີ່ນ້ອງ​ຮ່ວມ​ຊາດ1​ຕື້300​ລ້ານ​ຄົນ,​ເປັນ​ຕະຫຼາດ​ບໍລິ​ໂພ​ກອັນ​ໃຫຍ່​ຫຼວງ.​ເວລາ​ໃດພວກ​ທ່ານ​ມີ​ຄວາມ​ຫຍຸ້ງ​ຍາກ,​ຜະ​ລິດ​ຕະພັນ​ກະສິກຳ​ຂອງ​ພວກ​ທ່ານ​ກໍ່​ສາມາດ​ຜ່ານ​ດ່ານ​ໂດຍ​ບໍ່​ເກັບ​ພາສີ,​ເພາະ​ວ່າ​ແມ່ນ​ອ້າຍ​ນ້ອງ​ມີ​ຄວາມ​ຫຍຸ້ງ​ຍາກ.​ພວກ​ຂ້າພະ​ເຈົ້າ​ກໍ່​ຫວັງ​ຢ່າງ​ຈິງ​ໃຈ​ວ່າ​ຜະ​ລິດ​ຕະ​ພັນ​ຂອງ​ພວກ​ທ່ານ​ຈະ​ຂາຍ​ໄດ້​ລາຄາ​ດີ."

ຄືນ​ວັນ​ທີ16​ພະຈິກ​ປີ​ກາຍ​ນີ້,ກ່ອນ​ທ່ານ​ເສິນ​ຢຸນລິນ​ຈະ​ອອກ​ຈາກ​ໄຕ້​ຫວັນ,ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ຈັດ​ງານ​ລ້ຽງ​ອາຫານ​ຄ່ຳ​ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ.ທ່ານ​ເສິນ​ຢຸນລິນ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ,​ໃນ​ຫຼາຍ​ມື້​ທີ່​ຢູ່​ໄຕ້​ຫວັນ,ທ່ານ​ໄດ້​ຮູ້ສຶກຢ່າງ​​ແຮ້ງ​ກ້າ​ວ່າ,​ປະ​ຊາ​ຊົນ​ໄຕ້​ຫວັນ​ເອົາ​ໃຈ​ໃສ່​ນຳ​ສະມາ​ຄົມ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ​ກັບ​ມູນິທິ​ແລກປ່ຽນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ,ຫວັງ​ຢາກ​ໄດ້​ເຫັນ​ສອງ​ຝັ່ງ​ລົງ​ເລິກ​ການ​ແລກ​ປ່ຽນ​ກັນ,ບັນລຸ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ,ຊຸກ​ຍູ້​ໃຫ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ພັດທະນາ​ໂດຍ​ສັນ​ຕິ.ຄວາມ​ເອົາ​ໃຈ​ໃສ່​ແລະ​ຄວາ​ມຄອງ​ຄອຍ​ແບບ​ນີ້​ຍ່ອມ​ຈະ​ກາຍ​ເປັນ​ແຮ​ງຊຸກ​ດັນ​ອັນ​ແຂງ​ແຮງ​ໃນ​ການ​ຊຸກ​ຍູ້​ສອງ​ຝັ່ງ​ປຶກສາ​ຫາລື​ຕໍ່​ໄປ.

ວັນ​ທີ26​ເມສາ​ນີ້,ຜູ່​ນຳ​ຂອງ​ສະມາຄົມ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຂອງ​ແຜ່ນດິນ​ໃຫຍ່​ກັບ​ມູນ​ນິທິ​ແລກ​ປ່ຽນ​ສອງ​ຝັ່ງ​ຊ່ອງ​ແຄ​ບ​ໄຕ້​ຫວັນ​ໄດ້​ຈັດ​ການ​ເຈ​ລະ​ຈາ​ເທື່ອ​ທີ​ສາມ,​ປຶກ​ສາ​ຫາ​ລື​ຫຼາຍ​ຫົວ​ຂໍ້​ເຊັ່ນ​ຖ້ຽວ​ບິນ​ໂດຍ​ກົງ​ປົກ​ກະ​ຕິ​ລະ​ຫວ່າງ​ສອງ​ຝັ່ງ,​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ລະ​ຫວ່າງ​ສອ​ຝັ່ງ,​ຮ່ວມ​ກັນ​ຕໍ່​ຕ້ານ​ອາ​ຊະ​ຍາ​ກຳ​​ແລະ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ໃນ​ດ້ານ​ຕຸລາກ​ານ.​ໃນ​6​ເດືອນ​ທ້າຍ​ປີ​ນີ້,​ທ່ານ​ເສິນ​ຢຸນລິນ​ຍັງ​ຈະ​ໄປ​ໄຕ້​ຫວັນ​ເທື່ອ​ທີ​ສອງ​ເພື່ອ​ເຈ​ລະ​ຈາກັບ​ຜູ່​ນຳ​ມູນ​ນິ​ທິ​ແລກ​ປ່ຽນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​​ເປັນ​ເທື່ອ​ທີ​ສອງ​ໃນ​ປີ​ນີ້.ຄຽງ​ຄູ່​ກັບ​ການ​ປຶກສາ​ຫາ​ລື​ເປັນ​ປະຈຳລະ​ຫວ່າງ​ສອງ​ອົງ​ການ​ດັ່ງກ່າວກ້າວ​ສູ່​ລວງ​ເລິກ,ໝາກຜົນ​ຂອງ​ການ​ເຈ​ລະ​ຈາ​ຈະ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນັບ​ມື້​ນັບ​ຫຼາຍ​​ໃນ​ດ້ານ​ຕ່າງໆ​ເຊັ່ນ​ການທ່ອງທ່ຽວ,​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ອື່ນໆ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>