ງານ​ຕະຫຼາດ​ນັດສິນ​ຄ້າຂາ​ເຂົ້າຂາ​ອອກກວາງ​ໂຈ່ວຂອງ​ຈີນຊອກ​ຫາ​ຊ່ອງ​ທາງ​ໃໝ່​ໃນ​ວິ​ກິດ​ການ​ການ​ເງິນ

(GMT+08:00) 2009-05-23 19:59:16 cri
-----------------------------------------------------------------------------------------------------------------
ງານ​ຕະຫຼາດ​ນັດສິນ​ຄ້າຂາ​ເຂົ້າຂາ​ອອກຄັ້ງ​ທີ105​ທີ່​ຈັດ​ຂຶ້ນຢູ່​ນະຄອນ​ກວາງ​ໂຈ່​ວພາກ​ໃຕ້​ຂອງ​ຈີນ​​ໄດ້​ອັດ​ລົງ​ແລ້ວໃນ​ວັນ​ທີ7ພຶດ​ສະພາ​ນີ້.​ໃນ​ຖານະ​ທີ່ເປັນ​ງານຕະ​ຫຼາດນັດ​ການ​ຄ້າຕໍ່​ຕ່າງປະ​ເທດຂອງ​ຈີນ​ໃຫຍ່​ອັນ​ດັບ​ໜຶ່ງ,ງານ​ຕະຫຼາດ​ນັດນີ້​ແມ່ນ​ເຂັມ​ຊີ້​ທິດຂອງ​ການ​ຄ້າຈີນ​ຕໍ່​ຕ່າງປ​ະ​ເທດ.ພາຍ​ໃຕ້​ສະພາບ​ວິ​ກິດ​ການ​ການ​ເງິນ,ງານ​ຕະຫຼາດ​ນັດຄັ້ງນີ້​ໄດ້​ສຸມ​ກຳລັງ​​ເພື່ອຜ່ານ​ຜ່າ​ອຸປະສັກ​ຕ່າງໆ.​ເມື່ອ​ທຽບ​ໃສ່ການ​ສົ່ງອອກ​ສິນຄ້າ​ທີ່​ຫຼຸດ​ລົງ​ໃນ​ຫຼາຍ​ເດືອນ​​ຜ່ານມາ,​ການ​ສົ່ງອອກ​ສິນຄ້າ​ຂອງງານ​ຕະຫຼາດ​ນັດ​ຄັ້ງນີ້​ໄດ້​ຮັບຜົນ​ດີ​ເກີນ​ຄາດ.​

ງານຕະ​ຫຼາດນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຈີນ​ເລີ່ມຈັດຂຶ້ນ​ໃນປີ​1957,ແລະ​ຈັດຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ່​ວ​ໃນ​ລະດູ​ໃບ​ໄມ້​ປົ່ງ​ແລະ​ລະດູ​ໃບ​​ໄມ້​ຫຼົ່ນ,​ແມ່ນ​ງານ​ຕະຫຼາດ​ນັດທີ່​ຄຶກຄື້ນ​ຫຼາຍຂອງ​ຈີນ​ໃນ​ດ້ານການ​ຄ້າ​ກັບສາ​ກົນທີ່​ມີ​ປະຫວັດ​ອັນ​ຍາວ​ນານ​ແລະ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ປະຈຸ​ບັນ.ສຳລັບ​ໃນ​ຕະຫຼາດນັດ​ເທື່ອ​ນີ້,ມີ​ຜູ້​ຈັດຊື້​ຂອງ200​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າຮ່ວມ​,​ໄດ້​ຫຼຸດ​ລົງ​5%​ເມື່ອ​ທຽບ​ໃສ່​​ເທື່ອ​ກ່ອນ,ມູນ​ຄ່າ​ການ​ຄ້າ​ຂອງ​ສິນຄ້າ​ສົ່ງອອກມີ​ເຖິງ26ຕື້​ໂດ​ລາ,​ໄດ້​ຫຼຸດ​ລົງ17%​ເມື່ອ​ທຽບ​ໃສ່​​ເທື່ອ​ກ່ອນ.

ເຖິງ​ວ່າ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ຍັງສືບ​ຕໍ່​ຢູ່,​ແຕ່​ງານ​ຕະຫຼາດ​ນັດກວາງ​ໂຈ່​ວບໍ່​ໄດ້​ຮັບ​ຜົນ​ກະທົບອັນ​ໜັກໜ່ວງ​ຄືພວກ​ເຮົາ​ຄິດ​ໄວ.ນີ້​ແມ່ນ​ຍ້ອນ​ວ່າງານ​ຕະຫຼາດ​ນັດກວາງ​ໂຈ່​ວຄັ້ງນີ້​ໄດ້​ໃຊ້ຫຼາຍ​ມາດ​ຕະການ​ໃນ​ການ​ຮັບ​ມຶ​ກັບ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ.ຄື,ງານ​ຕະຫຼາດນັດ​ກວາງ​ໂຈ່​ວຄັ້ງນີ້​ໄດ້​ສົ່ງບັດ​ເຊີ​ນ​ໃຫ້​ແກ່​ຜູ້​ຈັດ​ຊື້​ຕ່າງປະ​ເທດ​ທັງ​ໝົ​ດ8​ແສນ​ຄົນ,ນອກ​ຈາກ​ເຊີນ​ຊວນ​ຜູ້​ຈັດ​ຊື້​ໃນ​ຕະຫຼາດ​ເດີມ​ມາ​ເຂົ້າຮ່ວມ​ແລ້ວ,ຍັງ​ໄດ້​ເພີ່ມ​ການເຊີນ​ຊວນ​ຕໍ່ຕະຫຼາດ​ທີ່​ຈະ​ເລີນ​ໃໝ່​ຂອງ​ຕາ​ເວັນ​ອອກ​ກາງ,​ເອີ​ລົບ​ກາງ,ອາ​ຟຼິກາ,ອິນ​ເດຍ​,ອາ​ເມ​ລິ​ກາ​ໃຕ້​ແລະຕະ​ຫຼາດອື່ນໆ.

ຂໍ້​ມູນຈາກ​ງານ​ຕະຫຼາດ​ນັດກວາງ​ໂຈ່ວສະ​ແດງ​ໃຫ້​ເຫັນ​ວ່າ,​ຄຽງ​ຄູ່​ກັບ​ການ​ຕົກລົງ​ຊື້​ຂາຍ​ກັນ​ທີ່ຫຼຸດ​ລົງ​ໃນຕະ​ຫຼາດ​ເດີມ,ມູນ​ຄ່າຊື້​ຂາຍ​ກັນ​ໃນຕະຫຼາດ​ທີ່​ຈະ​ເລີນ​ໃໝ່ກໍ່​ໄດ້​ເພີ່ມ​ຂຶ້ນ.ທ່ານ​ມູ້​ຊິ່ນ​ໄຫ້,ໂຄສົກ​ຂອງານ​ກ່າວ​ວ່າ:

"​ໃນ​ຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່,ອາກຊັງ​ຕິນໄດ້​ຕົກລົງ​ຊື້​ຂາຍ​ກັນ​ເປັນ​ມູນ​ຄ່າ380ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ10,2%.ອິນ​ເດຍ770ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ6,2%.ອາ​ຊຽນ1​ຕື້930​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ7,1%."

ການ​ຂາຍດີ​ຂອງ​ຜະລິດ​ຕະພັນ​ທີ່ນຳ​ໃຊ້ເຕັກນິກ​ສູງແມ່ນ​ຈຸດ​ເດັ່ນ​ອັນ​ໜຶ່ງ​​ໃນ​ງານ​ຕະຫຼາດ​ນັດກວາງ​ໂຈ່​ວຄັ້ງນີ້.ບໍ​ລິ​ສັດຕັດ​ຫຍິບເຈີ​ສຽງ​ຊ່ານ​ຕົ່ງ​ໄດ້​ໃຊ້​ເວລາ6​ປີ​ຄົ້ນຄວ້າ​ຜະລິດ​ເຄື່ອງ​ຈັກ​ຕັດຫຍິບ​ທີ່​ເຮັດ​ດ້ວຍ​ເຕັກນິກ​ທີ່​ກ້າວ​ໜ້າ,​ເຊິ່ງ​ໄດ້​ຮັບ​ຄວາມສົນ​ໃຈຈາກ​ຜູ້​ເຂົ້າຮ່ວມງານ​ຄັ້ງນີ້​ຫຼາຍ.ທ່ານ​ຫມ້າ​ຢູ້​ເສີງ,ປະທານ​ແລະ​ຄະນະອຳ​ນວຍ​ການ​​ແລະ​ຜູ້​ຈັດການ​ໃຫຍ່ຂອງ​ບໍລິ​ສັດ​ດັ່ງກ່າວ​ບອກ​ໃຫ້​ນັກ​ຂ່າວ​ຮູ້​ວ່າ​:
"ເຂົາ​​ເຈົ້າສົນ​ໃຈ​ຫຼາຍ​ຕໍ່​ຜະລິດ​ຕະພັນ​ໃໝ່​​ນີ້,​ແລະຢາກ​ເຂົ້າ​ເປັນ​ຮ້ານ​ສາຂາ​ທີ່​ດີ​ເກີນ​ຄາດ."
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>