ງານ​ຕະຫຼາດ​ນັດສິນ​ຄ້າຂາ​ເຂົ້າຂາ​ອອກກວາງ​ໂຈ່ວຂອງ​ຈີນຊອກ​ຫາ​ຊ່ອງ​ທາງ​ໃໝ່​ໃນ​ວິ​ກິດ​ການ​ການ​ເງິນ

(GMT+08:00) 2009-05-23 19:59:16 cri
-----------------------------------------------------------------------------------------------------------------


ພ້ອມ​ກັນນັ້ນ,​ເນື່ອງ​ຈາກທົ່ວ​ໂລກ​ໄດ້​ຮັບ​ຜົນ​ກະທົບ​ຈາກໄຂ້​ຫວັດ​ໃຫຍ່​ສາຍ​ພັນ​ໃໝ່AH1N1,​ໂດຍ​ໄດ້​ຮັບ​ຜົນສະ​ທ້ອນຈາກ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດທີ່​ສູງ​ຂຶ້ນ​ຫຼາຍ,​ໃນ​ງານ​ຕະຫຼາດ​ນັດຄັ້ງ​ນີ້ ໄດ້​ຕົກລົງ​ຊື້​ຂາຍເຄື່ອງ​ມື​ອຸປະກອນ​ການແພດ​ແລະ​ຜະລິດ​ຕະພັນ​ທີ່​ໃຊ້​​ເທື່ອ​ດຽວມູນ​ຄ່າ220​ລ້ານ​ໂດ​ລາ,ເພີ່ມ​ຂຶ້ນ​34,7%.​ເພາະວ່າ, ວິ​ສາ​ຫະກິດສ່ວນ​ຫຼາຍ​ບໍ່​ມີ​ຜ້າ​ອັດ​ປາກ,ຫຼອດ​ວັດ​ແທກອຸນ​ຫະພູມ,​ຢາ​ກັນ​ເຊື້ອ,​ເສື້ອ​ກັນ​ໄພ​ແລະ​ຜະລິດ​ຕະພັນ​ກັນ​ພະຍາດ​ໄຂ້ຫວັດ​ໃຫຍ່ອື່ນ​ໆຢູ່ໃນ​ສາງ,ສະນັ້ນ,ໃບ​ຈອງ​ຜະລິດ​ຕະພັນນີ້​ຈຶ່ງ​ເຕັມ​ຈົນ​ໄປ​ຮອດ​ທ້າຍເດືອນ​ໜ້າ​.ທ່ານ​ຫວາງ​ສົ່ງ​ຈ່ຽວ,ຜູ້​ຈັດການ​ຂອງ​ບໍລິສັດ​ຂາ​ເຂົ້າຂາ​ອອກ​ເຮີ​ງສຽງ​ຊູ່​ໂຈ່​ວ​ເວົ້າວ່າ:

"ຜູ້ສັ່ງຊື້​ໃໝ່​ຫຼາຍ​ເກີນ​ຄາດ.ປະ​ຈຸ​ບັນ,ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຕ້ອງການ​ຜະລິດ​ຕະພັນ​ດັ່ງກ່າວ​ຫຼາຍ.​ໂຮງງານ​ທຳ​ມະ​ດາ​ກໍ່​ໄດ້​ຮັບ​ໃບ​ຈອງ​ຜະລິດ​ຕະພັນ​​ເຕັມຈົນ​ໄປ​ຮອດ​ທ້າຍເດືອນ​ໜ້າ​ແລ້ວ,ລາຄາ​ສິນຄ້າໃນ​ສອງສາມ​ວັນນີ້​ໄດ້​ປ່ຽນ​​ແປງ​ທຸກໆ​ສອງ​ຊົ່ວ​ໂມ."

ສິ່ງ​ທີ່​ໜ້າ​ສົນ​ໃຈ​ໃນ​ອີກ​ເລື່ອງ​ໜຶ່ງ​ກໍ່ແມ່ນ, ງານ​ຕະຫຼາດ​ນັດກວາງ​ໂຈ່ວທີ່​ມີ​ປະຫວັດ53ປີ​ໄດ້​ເປີດ​ປະຕູ​ຕໍ່​ຜູ້​ຈັດ​ຊື້​ຂອງ​ຈີນ​ເປັນເທື່ອ​ທຳ​ອິດ. ພາຍ​ໃຕ້​ສະພາບ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ,ນີ້​ແມ່ນ​ການ​ທົດ​ລອງ​ໃໝ່​ທີ່​ໃຊ້​ເວທີ​ຂອງງານ​ຕະຫຼາດ​ນັດກວາງ​ໂຈ່ວ​​ເພື່ອ​ຊຸກຍູ້​ການ​ຈຳໜ່າຍ​ສິນຄ້າ​ຂາ​ອອກ​ຢູ່​ຈີນ,​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຮ່ວມ​ງານ​ແລະ​ຜູ້​ສະໜອງ​ຜະລິດ​ຕະພັນ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ຈ່ຽງ​ກໍ​ຢວນ,ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່​ຂອງກຸ່ມ​ບໍລິສັດ​ຫຸ້ນສ່ວນ​ມິດຕະພາບ​ກວາງ​ໂຈ່​ວ​ເວົ້າວ່າ,ກອງ​ປະຊຸມ​ປຶກສາ​ຫາລື​ກັນຂອງ​ງານ​ໄດ້​ອຳນວຍ​ເວທີ​ແລະ​ໂອກາດ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​​ເຂົາ​ເຈົ້າ.

"ນີ້​ເຮັດ​ໃຫ້​ພວກ​ເຮົາ​ສາມາດ​ເພີ່ມ​ຊ່ອງ​ທາງ​ຂອງ​ແຫຼ່ງ​ຜະລິດ​ຕະພັນ,ຊອກ​ຮູ້​ຜະລິດ​ຕະພັນ​ແລະ​ໂຮງງານ​ຜະລິດ​ທີ່​ດີທີ່​ສຸດຈຳນວນ​ໜຶ່ງຫຼາຍ​ກວ່າ​ເກົ່າ,ຊ່ວຍ​ໃຫ້​ພວກ​ເຮົາຈັດ​ຫາຜະລິດ​ຕະພັນ​ທີ່​ດີກ​ວ່າ​ເກົ່າມອບ​ໃຫ້​ຜູ້​ຊື້."

ຜູ້​ຮັບຜິດ​ຊອບຂອງ​ງານ​ຕະຫຼາດ​ນັດກວາງ​ໂຈ່​ວ​ເວົ້າວ່າ, ການ​ຄ້າ​ຈີນກັບ​ການ​ຄ້າຕ່າງປະ​ເທດ​ທີ່​ສ້າງ​ຕັ້ງຂຶ້ນ​ເທື່ອ​ທຳ​ອິດ​ໄດ້​ຮ່ວມ​ມື​ກັນ​ຢ່າງ​ມີປະ​ສິດທິ​ພາບດີ.​ໃນ​ກອງ​ປະ​ຊຸມປຶກ​ສາ​ຫາລື​ກັນ2​ເທື່ອຜ່ານ​ມານີ້,​ໄດ້ມີຮ້ານ​ຄ້າຂະໜາດ​ໃຫຍ່,ຊຸບ​ເປີ​ມາ​ເກັດທີ່​ເປັນ​ລະບົບ​ສາຂາ​ຂະໜາດ​ໃຫຍ່,​ຕົວແທນ​ຂາຍຍົກ​ແລະ​ຜູ້​ຈັດ​ຊື້ອື່ນໆ​200ກວ່າ​ແຫ່ງ​ຂອງ​ຈີນ​,ໄດ້​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ຜະລິດ​ສິນ​ຄ້າ​ສົ່ງອອກ​ທີ່​ມາ​ຈາກ​ແຜ່ນດິນ​ໃຫຍ່​ແລະ​ຮົງ​ກົງ​700ກວ່າ​ແຫ່ງຢ່າງ​ສຳ​ເລັດ​ຜົນ.ພຽງ​ແຕ່​ແມ່ນ​ກອງ​ປະຊຸມ​ປຶ​ກສາ​ຫາລື​ກັນ​ເທື່ອ​ທຳ​ອິດ​ທີ່ງານ​ຕະຫຼາດນັດ​ກວາງ​ໂຈ່​ວຈັດ​ຂຶ້ນ​​ໃນ​ໄລຍະ​ທີ2,ກໍ່​ໄດ້​ເຊັນ​ສັນຍາ​ທີ່ມີ​ມູນ​ຄ່າ​ການ​ຄ້າສູງ​ເຖິງ460​ລ້ານ​ຢວນ.ທ່ານ​ມູ້ຊິ່ນ​ໄຫ້,​ໂຄສົກ​ຂອງ​ງານ​ຕະຫຼາດນັດ​ກວາງ​ໂຈ່​ວກ່າວ​ວ່າ,​ກອງ​ປະຊຸມ​ປຶກສາ​ຫາລື​ລະຫວ່າງ​ວິ​ສາ​ຫະກິດ​ສົ່ງ​ອອກ​ສິນຄ້າ​ກັບ​ວິ​ສາ​ຫະກິດ​ຈຳໜ່າຍ​ພາຍ​ໃນ​ຈະ​ສືບ​ຕໍ່​ດຳ​ເນີນ​ຕໍ່​ໄປ​ໃນ​ອະນາ​ຄົດ.ທ່ານ​ເວົ້າວ່າ:
"​ພວກ​ເຮົາ​ໄດ້ຈັດ​ກອງ​ປະຊຸມ​ປຶ​ກສາ​ຫາລື​ຄັ້ງນີ້​ຢ່າງ​ສຳ​ເລັດ​ຜົນ,​ແລະ​ຈະ​ຖອດຖອນ​ບົດຮຽນທີ່​ດີ​,ເພື່ອຊອກ​ຫາ​ຮູບ​ການທີ່​ດີ​ກວ່າ​ເກົ່າ​ທີ່​ການ​ຄ້າ​ພາຍ​ໃນ​ປະ​ເທດ​ຈີນ​ເຊື່ອມ​ຕໍ່ກັບ​ການ​ຄ້າກັບ​ຕ່າງປະ​ເທດ."

ກ່ຽວ​ກັບ​ບັນຫາ​ທີ່​ລະບຽບການ​ການ​ຄ້າ​ຈີນ​ແລະການ​ຄ້າ​ກັບ​ຕ່າງປະ​ເທດບໍ່​ເທົ່າ​ທຽມ​ກັນ,​ເຈົ້າໜ້າ​ທີ່ຂ້ອງ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ຫວັງ​ຜ່ານສຳ​ນັກງານ​ຕົວແທນ​ຂອງ​ພາກ​ພື້ນ​ທີ່ເປັນ​ທີ່​ຍອມຮັບ​ຂອງສາ​ກົນ,ການ​ຄຸ້​ມຄອງ​ປະ​ເພດ​ສິນຄ້າ,ຮູບ​ການດຳ​ເນີນ​ທຸລະ​ກິດ​ ແລະລະ​ບຽບການ​ອື່ນໆ,​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສິນຄ້າ​ສົ່ງ​ອອກ​ເຂົ້າສູ່​ຕະຫຼາດ​ຈີນ.ພ້ອມ​ກັນນັ້ນ,ວິ​ສາ​ຫະກິດ​ຜະລິດ​ສິນຄ້າ​ສົ່ງ​ອອກ​ຕ້ອງ​ເພີ່ມ​ທະວີ​ການ​ສ້າງ​ຍີ່​ຫໍ້​ແລະ​ຕະຫຼາດ​ຈຳໜ່າຍ,​ຫັນ​ປ່ຽນຄວາມ​ຕ້ອງການ​ພາຍ​ໃນຈີນ​ເປັນຄວາມ​ຕ້ອງການ​ຂອງ​ຕະຫຼາດ​ທີ່​ແທ້ຈິງ.
ງານຕະ​ຫຼາດນັດ​ສິນຄ້າຂາ​ເຂົ້າຂາ​ອອກ​ກວາງ​ໂຈ່​ວຄັ້ງຕໍ່​ໄປ​ຈະ​ສັບ​ຊ້ອນ​ເວລາ​ຈັດ​ງານ,ຄື​ຈາກ23ວັນ​ໃນ​ປະຈຸ​ບັນ​ໃຫ້​ຫຼຸດລົງ​ເປັນ21ວັນ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>