ນັກ​ທຸ​ລະ​ກິດໄຕ້​ຫວັນ​ມັກ​ເຂົ້າ​ສູ່​ຕະ​ຫຼາດ​ແຂວງ​ຮູ​ເປ​ເພື່ອ​ຫາ​ຊ່ອງ​ທາງ​ທຸ​ລະ​ກິດ​ໃນ​ວິ​ກິດ​ການ

(GMT+08:00) 2009-05-26 16:46:59 cri
-----------------------------------------------------------------------------------------------------------------

ຫວ່າງ​ມໍ່ໆ​ນີ້, "ສັບປະດາ​ໄຕ້​ຫວັນ ​ອູ​ຮ້ານ·ຮູ​ເປ"ຄັ້ງ​ທີ 6 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ອູ​ຮ້ານ​ຂອງ​ແຂວງ​ຮູ​ເປພາກ​ກາງຂອງ​ຈີນ. ບັນດາຊ່ຽວ​ຊານ ນັກວິຊາ​ການ ​ແລະ ຜູ້ມີ​ຊື່​ສຽງ​ຂອງ​ວົງ​ການ​ການ​ຄ້າ​​ເກືອ​ບພັນ​ຄົນ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ​ຫວັນ​ໄດ້​ມາເຕົ້າ​ໂຮມ​ກັນ​ຢູ່​ແຫ່ງ​ນີ້,​ເພື່ອ​ກັນຫາ​ລືວິທີ​ຮັບມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ,ສະ​ແຫວ​ງຫາ​ໂອກາດ​ທຸລະ​ກິດ​ໃໝ່​ເຂົ້າ​ສູ່​ຕະຫຼາດ​ແຂວງ​ຮູ​ເປ. ​

ໃນ​ຖານະ​ທີ່​ເປັນ​ແຂວງ​ສຳຄັນ​ທີ່ຢູ່​ພາກ​ກາງຂອງ​ຈີນ, ​ເງື່ອນ​ໄຂດ້ານທີ່​ຕັ້ງອັນ​ພິ​ເສດ ​ແລະ ທ່າ​ແຮງ​ເສດຖະກິດ​ສັງ​ລວມທີ່​ນັບ​ມື້​ນັບພົ້ນ​ເດັ່ນ​ຂອງ​ແຂວງ​ຮູ​ເປ​ໄດ້​ດຶງ​ດູດນັກທຸລະກິດຈຳນວນຫຼວງ​ຫຼາຍ​ໄປ​ລົງທຶນ​ສ້າງ​ໂຮງງານ​ຢູ່​ບ່ອນ​ນັ້ນ, ​ໃນ​ນັ້ນ​ກໍ່​ລວມທັງ​ວິ​ສາ​ຫະກິດ​​ໄຕ້​ຫວັນ​ຫຼາຍ​ແຫ່ງ.ຈົນ​ຮອດທ້າຍ​ປີ2008,ວິ​ສາ​ຫະກິດ​ ​ໄຕ້​ຫວັນ​ຂອງ​ແຂວງ​ຮູ​ເປ​ໄດ້​ມີ2000​ແຫ່ງ​ແລ້ວ, ​ມູນ​ຄ່າ​ການ​ລົງທຶນ​ຫຼາຍ​ກວ່າ 5 ຕື້​ໂດ​ລາ. ວິ​ສາ​ຫະກິດ​​ໄຕ້​ຫວັນສ່ວນ​ຫຼາຍ​ທີ່​ຢູ່​ແຂວງ​ຮູ​ເປ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ກຸ່ມ​ບໍລິສັດ​ທົງ​ອີ່​ຂອງ​ໄຕ້ຫວັນກໍ່​ແມ່ນ​ແຫ່ງ​ໜຶ່ງ. ກຸ່ມ​ບໍລິສັດ​ແຫ່ງ​ນີ້​ແມ່ນ​ວິ​ສາ​ຫະກິດ​ທີ່​ປຸງ​ແຕ່ງ ຈຳໜ່າຍອາຫານ, ສິບ​ກວ່າ​ປີ​ກ່ອນ​ໄດ້​ລົງທຶນ 50 ລ້ານ​ໂດ​ລາສ້າງ​ຕັ້ງ​ບໍ​ລິ​ສັດ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ອູ​ຮ້ານ. ປີ​ກາ​ຍນີ້, ກຸ່ມ​ບໍລິສັດ​ທົງ​ອີ່​ຂອງ​ອູ​ຮ້ານ​ສາມາດຈຳໜ່າຍ​ໄດ້​ສູງ​ເຖິງ 600 ລ້ານ​ກວ່າ​ຢວນ, ກາຍ​ເປັນ​ວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ກຳ​ໄລ​ຫຼາຍ​ກວ່າ​ໝູ່​ໃນ​ວິ​ສາ​ຫະກິດ 40 ກວ່າ​ແຫ່ງ​ຂອງ​ໄຕ້​ຫວັນ​ທີ່​ລົງທຶນ​ຢູ່​ແຜ່ນດິນ​ໃຫຍ່​ຈີນ. ທ່ານ​ລີ​ນຊ່າງ​ເຊີ່ງ ຜູ້ອຳນວຍການ​ໃຫຍ່​ຂອງ​ກຸ່ມບໍລິສັດ​ທົງ​ອີ່​ເບິ່ງ​ໃນ​ແງ່​ດີ​ຕໍ່​ກຳລັງ​ແຮງ​ບົ່ມ​ຊ້ອນຂອງ​ພາ​ກກາງຂອງ​ຈີນ ​ໂດຍ​ສະເພ​າະ​ແມ່ນ​ແຂວງ​ຮູ​ເປ​, ​ໃຕ້​ສະພາບ​ວິ​ກິດ​ການ​ການ​ເງິນ​ສາກົນ, ທ່າ​ແຮງ​ຂອງ​ແຂວງ​ຮູ​ເປ ​ໂດຍ​ສະ​ເພາະ​ແມ່ນ​ເມືອງ​ອູ​ຮ້ານກໍ່ຍິ່ງ​​ໄດ້ສະ​ແດງ​ອອກ​ມາ.


"ວິ​ກິດ​ການ​ການ​ເງິນ​ເຮັດ​ໃຫ້​ຫຼາຍ​ຄົນພິຈາລະນາ​​ເຖິງ​ການ​ດຳລົງຊີວິດຂອງ​ຕົນ​ຄືນ​ໃໝ່, ການ​ພິຈາລະນາ​ນີ້​ຍ່ອມ​ຈະ​​ແມ່ນ​ຮູບ​ການດຳລົງຊີວິດ​​ຕົວ​ຈິງ, ບໍ່​ແມ່ນຫຼູຫຼາ​ເກີນ​ໄປ. ທິດ​ທາງ​ທີ່​ຖືກ​ກັບຕົວ​ຈິງ​ອັນ​ນີ້​ກໍ່​​ແມ່ນ​ເງື່ອນ​ໄຂ​ດີ​ທີ່​ສຸດ​ທີ່​​ເຮັດ​ໃຫ້​ອູ​ຮ້ານ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຢູ່​ພາກ​ກາງຂອງ​ຈີນ. ສະ​ນັ້ນ, ຂ້ອຍ​ເບິ່ງ​ໃນ​ແງ່​ດີ​ວ່າເມືອງ​ອູ​ຮ້ານຈະ​ສາມາດ​​ເຕີບ​ໂຕ​​ໄວ."

ຕ່າງ​ກັນ​ກັບກຸ່ມ​ບໍລິສັດ​ທົງ​ອີ່​ໄດ້ລົງທຶນ​ຢູ່​​ແຂວງ​ຮູ​ເປ​ເປັນ​ເວລາ​ດົນ​ແລ້ວນັ້ນ, ຫຼັງ​ຈາກ​ວິ​ກິດ​ການ​ການ​ເງິນ​​ເກີດ​ຂຶ້ນ​ແລ້ວ, ນັກທຸລະກິດ​ໄຕ້​ຫວັນ​ຈຳນວນ​ໜຶ່ງ​​ປະກົດ​ເຫັນ​ວ່າແຂວງ​ຮູ​ເປ​ແມ່ນ"ບ່ອນ​ທີ​ວິ​ເສດ​ຫຼາຍ".

ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ໄຕ້ຫວັນ​ທີ່​ມາ​ເຂົ້າ​ຮ່ວມ"ສັບປະ​ດາ​ໄຕ້​ຫວັນ"ຄັ້ງ​ນີ້,ມີຫຼາຍ​ຄົນ​ແມ່ນ​ມາ​ຮອດ​ແຂວງ​ຮູ​ເປ​ເປັນ​ເທື່ອ​ທຳ​ອິດ. ທີ່​ຕັ້ງ​ຂອງເຂດ​​​ແຄວ້ນ​ທີ່​ດີ​ງາມ, ຕົ້ນ​ທຶນ​ດ້ານ​ແຮງ​ງານ​ທີ່​ອ່າວ​ຖືກ, ຄົມມະນາຄົມ​ທີ່​ສະ​ດວກ, ຊັບພະຍາກອນ​ອັນ​ສົມບູນ ​ແລະ ຕະຫຼາດ​ທີ່ມີ​ຊ່ອງ​ທາງ​ອັນກວ້າງ​ຂວາງ​ຂອງ​ແຂວງ​ຮູ​ເປ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ເຂົາ​ເຈົ້າ.

ທ່ານ​ລ້າຍ​​ເຈີ້​ງອີ້ ປະທາ​ນຄະນະ​ອຳ​ນວຍ​ການຂອງ​ກຸ່ມ​ບໍລິສັດຊັບ​ສິນ​ຕາດິນ​ຊ່ຽງ​ລີ​ນ ທີ່​ມີ​ຊື່ສຽງຢູ່​ໄຕ້​ຫວັນ​ເຫັນ​ວ່າ, ປັດຈຸບັນ, ​ແຜ່ນດິນ​ໃຫຍ່ຈີນ​ໄດ້​ນັບ​ມື້​ນັບ​ເພິ່ມທະວີ​ການ​ໃຊ້​ງົບປະມານ ​ແລະ ການສະ​ໜັບສະ​ໜູນ​ຕໍ່​ພາກ​ກາງ ​ແລະ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ພ້ອມກັນ​ນັ້ນ, ພາກ​ກາງຂອງ​ຈີນ​ກໍ່​ມີ​ກຳລັງ​ແຮງ​ບົ່ມ​ຊ້ອນ​ຂອງການ​ລົງທຶນພັດທະນາ ​ແລະ ກຸ່ມ​ຄົນ​ບໍລິ​ໂພ​ກອັນ​​ໃຫຍ່​ຫຼວງ. ປັດ​ໄຈ​ເຫຼົ່າ​ນີ້​ ເຮັດ​​ໃຫ້ຄວາມ​ໝັ້​ນ​ໃຈ​ທີ່​ລົງທຶນ​ຢູ່​ແຂວງ​ຮູ​ເປ​ຂອງ​ທ່ານ​ບໍ່​ມີ​ການປ່ຽນ​ແປງ.ທ່ານ​ກ່າ​ວວ່າ,


"ຂ້ອຍ​ຮູ້ສຶກ​ວ່າບ່ອນ​ນີ້​ແມ່ນ​ຕົວ​​ເມືອງ​ອະນາຄົດ​ທີ່​ມີ​ກຳລັງ​ແຮງ​ບົ່ມ​ຊ້ອນ​ຫຼາຍ!"

ຜູ້​ຮັບຜິດຊອບ​ຂອງ​ວິ​ສາ​ຫະກິດ​ໄຕ້​ຫວັນ​ທີ່​ລົງທຶນ​ຢູ່​ແຂວງ​ຮູ​ເປ​ມາ​ດົນ​ແລ້ວຈຳນວນ​ຫຼາຍ​ກໍ່​ກ່າວ​ວ່າ, ​ເຖິງ​ວ່າວິ​ກິດ​ການ​ການ​ເງິນ​ເຮັດ​ໃຫ້​ຕະຫຼາດ​ສົ່ງ​ອອກ​ຊຸດ​ໂຊມ​ລົງ,​ແຕ່​ນະ​ໂຍບາຍອັນ​ຕັ້ງໜ້າ​ຕ່າງໆ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ໄດ້​ກະ​ຕຸ້ນ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຂອງ​ຈີນ​ຂະ​ຫຍາ​ຍຕົວຢ່າງ​ບໍ່​ຢຸດ​ຢັ້ງ, ​ໂຮງງານ​ບໍ່ພ​ຽງ​ແຕ່​ບໍ່​ຕ້ອງການຢຸດຕິ​ການ​ຜະລິດ​ເທົ່າ​ນັ້ນ,​ແຕ່​ການອີງ​​ໃສ່​ຕະຫຼາດ​ພາຍ​ໃນ​ປະ​​ເທດ​ໄດ້​ສ້າງໂອກາດ​ທີ່​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ​ ແລະ  ພັດທະນາ​ຄວາມ​ສາມາດການ​ຜະລິດ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>