ນັກ​ທຸ​ລະ​ກິດໄຕ້​ຫວັນ​ມັກ​ເຂົ້າ​ສູ່​ຕະ​ຫຼາດ​ແຂວງ​ຮູ​ເປ​ເພື່ອ​ຫາ​ຊ່ອງ​ທາງ​ທຸ​ລະ​ກິດ​ໃນ​ວິ​ກິດ​ການ

(GMT+08:00) 2009-05-26 16:46:59 cri
-----------------------------------------------------------------------------------------------------------------


ທ່ານ​ຊ່ຽນ​ຈ້ຽນ ຜູ້ອຳນວຍການ​ໃຫຍ່​ຂອງ​ກຸ່ມ​ບໍລິສັດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີກວ້ານ​ເຈ໋​ໄຕ້​ຫວັນ​ບອກ​ນັກ​ຂ່າວ​ວ່າ, ​ໂດຍ​ອີງ​​ໃສ່​ມາດ​ຕະການ"​ສົ່ງເຄື່ອງ​​​ໃຊ້ໄຟຟ້າ​​ໃນ​​ເຮືອນ​ໄປສູ່​ຊົນນະບົດ"ທີ່​ແຜ່ນດິນ​ໃຫຍ່​ຈີນ​ປະຕິບັດ​ໃນ​ຫວ່າງ​ມໍ່ໆ​ນີ້, ມູນ​ຄ່າ​ຈຳໜ່າຍຢູ່​ແຜ່ນດິນ​ໃຫຍ່​ຈີນ​ໃນ​ປີ​ນີ້​ຂອງບໍລິສັດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີກວ້ານ​ເຈ໋​​ໄດ້​​ເພິ່ມຂຶ້ນ 40%. ​ເພື່ອ​​ເປີດ​ກວ້າງ​ຕະຫຼາດ, ປີ​ນີ້ ບໍລິສັດ​ຍັງ​ຈະນຳ​ເຂົ້າ​ຜະລິດ​ຕະພັນ​ໃໝ່ ​ແລະ ຜະລິດ​ຢູ່​ສາຂາ​ແຂວງ​ຮູ​ເປ.ທ່ານ​ກ່າວ​ວ່າ,


"ຢູ່​ເມືອງ​ອູ​ຮ້ານ,ພວກ​ເຮົາ​ເພິ່ມຄວາມ​ສາມາດ​ຜະລິດໜ້າຈໍ​ມໍ​ນີ​ເຕີຢ່າງ​ບໍ່​ຢຸດ​ຢັ້ງ, ​ໃນ​ອະ​ນາ​ຄົດ, ​ເມືອງ​ອູ​ຮ້ານ​ຈະ​ກາຍ​ເປັນຈຸດ​ທີ່​ຕັ້ງ​ຂະຫຍາຍ​ຕະຫຼາດ​ແຜ່ນດິນ​ໃຫຍ່​ຈີນທີ່ໃຫຍ່​ກວ່າ​ໝູ່ ​ແລະ ສຳຄັນ​ກວ່າໝູ່​ຂອງ​ພວກ​ເຮົາ. ຂ້ອຍ​ຄິດ​ວ່າ ​ຖ້າ​ພວກ​ເຮົາ​ມີ​ໂອກາດ​ອັນ​ເໝາະ​ສົມ​ໃນ​ອະນາຄົດ, ພວກ​ເຮົາ​ຍັງຈະ​ນຳ​ເຂົ້າ​ຜະລິດ​ຕະພັນ​ໃໝ່​ຈຳນວນ​ໜຶ່ງ ​ແລະ ຜະລິດ​ຢູ່​​ເມືອງອູ​ຮ້ານ."

"ສັບປະດາ​ໄຕ້​ຫວັນ"​ເທື່ອ​ນີ້​ໄດ້​ຮັບ​ໝາກຜົນດີ​ຫຼາຍ,​ ​ໄດ້​ເຊັນ​ສັນຍາ​ໂຄງການ ​ເກືອບ60 ສະບັບ, ​ມູນ​ຄ່າ​ການ​ລົງທຶນ​ມີ​ເກືອບ 10 ຕື້​ຢວນ, ກ່ຽວ​ພັນ​ກັບ​ຫຼາຍ​ຂົງ​ເຂດ, ​ເຊັ່ນ, ອາຫານ,ກະສິກຳ, ​ເອ​ເລັກ​ໂຕຼນິກ, ການ​ຜະລິດ​ແຜ່ນ​ແພ​ ​ແລະ ​ເຄື່ອງ​ອາ​ໄຫຼ່​ລົດຍົນ​ເປັນ​ຕົ້ນ. ນີ້​ເຮັດ​ໃຫ້​ແຂວງ​ຮູ​ເປ​ຢ່ວງ​ບາດກ້າວ​ອີກ​ບາດ​ໜຶ່ງ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ກາຍ​ເປັນ​ເຂດ​ນັກ​ທຸລະ​ກິດ​ໄຕ້​ຫວັນ​ເຕົ້າ​ໂຮມ​ກັນ​ໃຫຍ່​ກວ່າ​ໝູ່​ຂອງພາກ​ກາງ​ຈີນ.

ປັດຈຸບັນ, ວິ​ສາ​ຫະກິດ​ໄຕ້​ຫວັນຫຼາຍ​ແຫ່ງ​ທີ່​ລົງທຶນ​ຢູ່​ແຂວງ​ຮູ​ເປພວມ​ກ້າວ​ເຂົ້າ​ສູ່​ໄລຍະ"​ໄດ້ຮັບ​ຜົນ", ວິ​ສາ​ຫະກິດ​ຈຳ​ນວນ​ບໍ່​ໜ້ອຍ​ໄດ້​ກາຍ​ເປັນ​ວິ​ສາ​ຫະກິດຫຼັກ​ທີ່​ມີບົດບາດ​ຊື່ສ​ຽງໃນ​ຂະ​ແໜງ​ການ. ​ໂດຍ​ສະ​ເພາະ​ແມ່ນ​ຄຽງ​ຄູ່​ກັບວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ເຊັ່ນ, SMIC ​ແລະ Foxconn​​ແລະ​ອື່ນໆ ​ໄດ້​ທະຍອຍ​ກັນ​ສ້າງ​​ໂຮງງານ, ​ເຂດ​​ໂຮງ​ຈັກ​ໂຮງງານ​ໄຕ້​ຫວັນ​ເຕົ້າ​ໂຮມກັນ​ຂອງ​ແຂວງ​ຮູ​ເປ​ພວມ​​ຈໍ່​ຕົວ​ຂຶ້ນ​ຢ່າງ​ວ່ອງ​ໄວ. ທ່ານ​ຕີ່​ງຄູ່​ນຮວາ ປະທານ​ສະມາຄົມວິ​ສາ​ຫະກິດ​ທີ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ລົງທຶນ​ບອກ​ໃຫ້​ຮູ້​ວ່າ, ສະມາ​ຄົມກໍ່​​​ຢາກ​ສ້າງ​ເຂດ​​ເຕົ້າ​ໂຮມທີ່​ຍິ່ງ​ສາມາດ​ສະ​ແດງ​ທ່າ​ແຮງຂອງ​ກຸ່ມ​ຢູ່​ພາກ​ກາງ​ຂອງ​ຈີນ ​ໃຫ້​ແກ່​ວິ​ສາ​ຫະກິດ​​ໄຕ້​ຫວັນ​ທັງຫຼາຍ.ທ່ານ​ກ່າວ​ວ່າ,

"​ໃນ​ເມື່ອ​ກ່ອນ, ວິ​ສາ​ຫະກິດ​​ໄຕ້​ຫວັນ​ສ່ວນ​ຫຼາຍ​ກໍ່​ແມ່ນ​ວິ​ສາ​ຫະກິດ​ແບບ​ສົ່ງ​ອອກ, ປັດຈຸບັນ, ພວກ​ເຮົາ​ກໍ່​ຕັ້ງໜ້າສະ​ແຫວ​ງຫາ​ຕະຫຼາດ​ໃໝ່. ຊ່ອງທາງ​ແລະ​ທ່າ​ແຮງ​ດ້ານ​ທີ່​ຕັ້ງ ​ພ້ອມ​ທັງ​ຄວາມ​ສາມາດ​ບໍລິ​ໂພ​ກຂອງ​ແຂວງ​ຮູ​ເປ​ທີ່​ມີ​ໃນ​ປັດຈຸບັນ​ນີ້​ຈະ​ແມ່ນ​ທິດ​ທາງ​ທີ່​ພວກ​ເຮົາປ່ຽນ​ແປງ​ຕະຫຼາດ​ໃນ​ອະນາຄົດ. ປັດຈຸບັນ ນັກທຸລະກິດ​ໄຕ້​ຫວັນ​ໄດ້​ມາ​ລົງທຶນ, ພວກ​ເຮົາຢາກ​ໃຫ້​ສ້າງເຂດ​ລົງທຶນ​ໄຕ້​ຫວັນ​​ໂຮມ​ສູນ​ກັນ​ຢູ່​ທີ່​ມີ​ຄວາມຍາວ 2 ກິ​ໂລ​ແມັດ​ຢູ່​ແຂວງ​ຮູ​ເປ, ​ໃຫ້ວິ​ສາ​ຫະກິດ​ໄຕ້ຫວັນ​ສ່ວນ​ຫຼາຍ ​ເຊັ່ນ,ວິ​ສາ​ຫະກິດ​ການ​ເງິນ,ການຈໍລະ​ຈອນ​ສິນຄ້າ,ການຜະລິດ ​ແລະ ການຈຳ​ໜ່າຍ​ກໍ່​ຕັ້ງ​ຢູ່​ເຂດ​ດັ່ງກ່າວ.

ຜູ້​ຊ່ຽວຊານ​ເຫັນ​ວ່າ, ອຸດສາຫະກຳ​ສ່ວນ​ຫຼາຍ​ໃນ 10​ ອຸດສາຫະກຳທີ່​ແຜ່ນດິນ​ໃຫຍ່​ຈີນ​ເນັ້ນຊຸກ​ຍູ້​ສົ່ງ​ເສີມ​ເພື່ອ​ກະ​ຕຸ້ນ​ເສດຖະກິດ ​ເຊັ່ນ,ລົດຍົນ ​ແລະ ການ​ຜະລິດ​ແຜ່ນ​ແພ​ເປັນ​ຕົ້ນ ລ້ວນ​ແຕ່​ແມ່ນ​ອຸດສາຫະກຳ​ທີ່​ມີ​ທ່າ​ແຮງ​ຂອງ​ແຂວງ​ຮູ​ເປ.ຖ້າວ່າ​ນັກທຸລະກິດ​ໄຕ້​ຫວັນ​ກຳ​ເອົາ​ໂອກາດ,ລົງທຶນ​ຫຼາຍ​ກວ່ານີ້, ກໍ່ຍ່ອມ​ຈະ​ໄດ້​ຮັບ​ຜົນຫຼາຍ​ກວ່າ​.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>