ແຜນການ"ຊຸນ​ເຫຼ"ຢູ່​ເຂດ​ພູດ​ອຍທີ່​ທຸກ​ຍາກ

(GMT+08:00) 2009-06-08 16:30:48 cri
-----------------------------------------------------------------------------------------------------------------
ຢູ່​ຈີນ​ມີ​ໂຄງການ​ໜຶ່ງ​ເພື່ອ​ຊ່ວຍ​ເຫຼືອ​ເດັກ​ຍິງ​ທີ່​ເສຍ​ໂອກາດ​ການ​ຮຽນ​ຢູ່​ເຂດທີ່​ທຸກ​ຍາກ​​ໄດ້ກັບ​ຄືນ​ສູ່​ໂຮງຮຽນ,​ໂຄງການ​ນີ້​ຊື່ວ່າ"​ແຜນການ​ຊຸນ​ເຫຼ".ຈີນ​ປະຕິບັດ​ໂຄງກາ​ນນີ້​ມາ​ແຕ່​ປີ1989.​ໃນ​ຄໍ​ລຳ​ຊີວິດ​ສັງຄົມ​ມື້​ນີ້,ພວກ​ເຮົາ​ຈະ​ເລົ່າ​ເລື່ອງ​ກ່ຽວ​ກັບ​ນາງ​ຫວງ​ຈິ້ງ​ເມີຍ ​ເດັກ​ຍິງ​ເຜົ່າ​ຕຸ້ງທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ຈາກ"​ແຜນການ​ຊຸນ​ເຫຼ"ສູ່​ຟັງ.

ເພງ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ຮ້ອງ​ໂດຍ​ພວກ​ນັກ​ຮຽນ​ຂອງ​ສູນ​ສຶກສາ​ວິຊາ​ຊີບ​ເມືອງ​ປົກຄອງ​ຕົນ​ເອງ​ເຜົ່າມົ້ງຢົງ​ສຸ້ຍ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ. ເມືອງຢົງ​ສຸ້ຍ ຕັ້ງຢູ່​ສູງ​ກວ່າ​ລະດັບ​ນ້ຳ​ທະ​ເລ1500​ແມັດ, ເຜົ່າ​ມົ້ງ,​ເຜົ່າ​ຕຸ້ງ​​ແລະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນ​ໆ​ຫຼາຍ​ຊົນ​ເຜົ່າ​ດຳລົງ​ຊີວິດ​ຢູ່​ແຫ່ງນີ້​ມາ​ແຕ່​ບູຮານ​ນະ​ການ.​ເຂົາ​ເຈົ້າ​ມີ​ຈິດ​ໃຈ​ກະຕືລື​ລົ້ນ,ຮັກແຂກ​​ແພງ​ຄົນ​,ຊ່າງ​ຟ້ອນ​ລຳ​ທຳ​ເພງ​,ມັກ​ໃຊ້​ສຽງ​ເພງ​ທີ່​ອອນ​ຊອນ​ຕ້ອນ​ຮັບ​ແຂກ​ຄົນ​ທີ່​ມາ​ຈາກ​ທ້ອງ​ຖິ່ນ​ອື່ນ.​ແຕ່​ວ່າ,ກໍ່​ແມ່ນ​ຍ້ອນ​ຢູ່​ໃນ​ທ່າມກາງ​ພູ​ຜາ​ປ່າ​ດົງ​ອັນ​ກວ້າງ​ໃຫຍ່​,ຈິ່ງ​ເຮັດ​ໃຫ້​ປະຊາຊົນ​ແຫ່ງ​ນີ້​ຂາດ​ການ​ຕິດ​ຕໍ່​ກັບ​ພາຍ​ນອກ,​ເສດຖະກິດ​ຫຼ້າ​ຫຼັງ​,​ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ແນວ​ຄິດ​ເກົ່າ​ແກ່,​ເດັກ​ຍິງ​ຢູ່​ແຫ່ງ​ນີ້​ໜ້ອຍ​ທີ່​ສຸດ​ທີ່​ໄດ້​ເຂົ້າ​ໂຮງຮຽນ.

ນາງ​ຫວງ​ຈິ້ງ​ເມີຍກໍ່​ແມ່ນ​ເຕີບ​ໃຫຍ່​ຢູ່​ສະພາບ​ແວດ​ລ້ອມ​ຄື​ແນວ​ນັ້ນ​ລະ.​ເຮືອນ​ຂອງ​ນາງ​ຢູ່​ບ້ານ​ນ້ອຍໆ​ບ້ານ​ໜຶ່ງ​ຢູ່​ຮ່ອມ​ພູດ​ອຍ​ເມືອງ​ຢົງ​ສຸ້ຍ,ຈາກບ້ານ​ແຫ່ງ​ນັ້ນ​ໄປ​ຮອດ​ເທດ​ສະ​ບານ​ເມືອງ ​ຕ້ອງ​ຂີ່​ລົດ​4​ຊົ່ວ​ໂມງ.​ໃນ​ຄອບ​ຄົວ​ນາງ​ຫວງ​ຈິ້ງ​ເມີຍ​ມີ​ອ້າຍ​ເອື້ອຍ​ນ້ອງ​5​ຄົນ,​ຄ່າ​ຮຽນ,ຄ່າ​ຄອງ​ຊີບ​ເປັນ​ພາລະ​ອັນ​ໜັກ​ໜ່ວງ​ຂອງ​ຄອບ​ຄົວ​ນີ້.​ນາງ​ຫວງ​ຈິ້ງ​ເມີຍ​ບອກ​ວ່າ,​ລາຍ​ຮັບ​ຂອງ​ຄອບຄົວ​ໃນ​ເມື່ອ​ກ່ອນ​ມີ​ແຕ່​ອາ​ໄສ​ພໍ່​ລ້ຽງ​ໝູ,​ລ້ຽງ​ຄວາຍ​ແລະ​ເງິນ​ເດືອນ​ໜ້ອຍໆ​ຂອງ​​ເອື້ອຍ​ກົກ. ນາງ​ບອກວ່າ:

"ພໍ່​ຂ້ອຍ​ລຳບາກ​ຫຼາຍ,​ແຕ່​ກ່ອນ​ເພິ່ນ​ລ້ຽງ​ໝູ​ແລະ​ຄວາຍ​ຫຼາຍ​ໂຕ,​ແຕ່ລະ​ປີ​ຕ້ອງ​ຂາຍ​ໝູ​9​ໂຕ​ແລະ​ຄວາຍ2​ໂຕ​ຈິ່ງ​ພໍ​ທີ່​ຈ່າຍ​ຄ່າ​ຮຽນ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ພວກ​ຂ້ອຍ,​ນີ້​ເວົ້າ​ສຳ​ລັບ​ຄອບ​ຄົວ​ຊົນ​ນະ​ບົດ​ຄອບ​ຄົວ​ໜຶ່ງ​ແລ້ວ​ບໍ່​ແມ່ນ​ເລື່ອງ​ງ່າຍ​ອີ່​ຫຼີ."

ປີ1993,ຫວງ​ຈິ້ງ​ເມີຍ​ໄດ້​​ເສັງ​ເຂົ້າ​ຫ້ອງ​ນັກ​ຮຽນ​ຍິງ​ຊຸດ​ທຳ​ອິດ​ຂອງ​ໂຮງ​ຮຽນ​ມັດ​ທະ​ຍົມ​ຊົນ​ເຜົ່າ​ຢົງ​ສຸ້ຍ.​ແຕ່​ວ່າ​ຄ່າ​ຮຽນ​ແລະ​ຄ່າ​ຄອງ​ຊີບ​ນັບ​ມື້​ນັບ​ຫຼາຍ​ເຮັດ​ໃຫ້​ຄອບ​ຄົວ​ຂອງ​ນາງ ​ຍິ່ງ​ທຸກ​ຍາກ​ກວ່າ​ເກົ່າ​ບໍ່​ສາ​ມາດ​ຫາບ​ແບກ​ພາ​ລະ​ດັ່ງ​ກ່າວ​ໄດ້.​ຫຼັງ​ຈາກ​ນັ້ນ​3​ປີ,​ພໍ່​ຂອງ​ນາງ​ຫວງ​ຈິ້ງ​ເມີຍ​ໄດ້​ເຈັບ​ໜັກ,​ເງິນ​ເດືອນ​ຂອງ​ເອື້ອຍ​ກົກ​ກໍ່​ເບີກ​ບໍ່​ທັນ.​ຄອບ​ຄົວ​ຂອງ​ນາງ​ເສຍ​ລາຍ​ຮັບ​ຕົ້ນ​ຕໍ,​ນີ້​ກໍ່​ເຮັດ​ໃຫ້​ການ​ຮຽນ​ຂອງ​ຫວງ​ຈິ້ງ​ເມີຍ​ເກືອບ​ຈົບ​ລົງ.​ນາງ​ບອກ​ວ່າ:

"ຄອບຄົວ​ເຮົາ​ຊອກ​ທຸກ​ວິ​ທີ​ໄປ​ຢືມ​ເງິນ​ເພື່ອ​ໃຫ້​ພໍ່​ປິ່ນ​ປົວ​ພະ​ຍາດ.​ສ່ວນ​ຂ້ອຍ​ກໍ່​ຢືມ​ເງິນ​20​ຢວນ​ຊື້​ປິ້ລົດ​ແລ້ວ​ກໍ່​ໄປ​ໂຮງ​ຮຽນ.​ໃນ​ສະ​ພາບ​ແນວ​ນັ້ນ​ຂ້ອຍ​ກໍ່​ບໍ່​ໄດ້​ປະ​ລະ​ຄວາມ​ຝັນດ້ານການ​ຮຽນ"

ກໍ່​ແມ່ນ​ເງິນ​ຢືມ20​ຢວນນີ້​ລະ​ທີ່​ໄດ້​ປ່ຽນ​ແປງ​ຊີວິດ​ຂອງ​ຫວງ​ຈິ້ງ​ເມີຍ.ຄ້ອມ​ພໍ​ດີ​ໃນ​ໄລ​ຍະ​ນັ້ນ,​ມູນ​ນິ​ທິ​ເດັກ​ນ້ອຍ​ເຍົາ​ວະ​ຊົນ​ຈີນ​ພວມລົງ​ສຳ​ຫຼວດ​ສະ​ພາບ​ການ​ປະຕິບັດ​"ແຜນ​ການ​ຊຸນ​ເຫຼ"ຂອງ​ເມືອງ​ຢົງ​ສຸ້ຍ.ທ່ານ​ລີ​ຈີ້​ກວ່າ​ງ ຜູ່​ຊ່ວຍ​ເລຂາທິການ​ມູນ​ນິ​ທິ​ເດັກ​ນ້ອຍ​ເຍົາວະ​ຊົນ​ໄດ້​ໄປ​ສຳຫຼວດ​ເຮັດ​ວຽກ​ຢູ່​ຫ້ອງ​ນັກຮຽນ​ຍິງ​ຊຸດ​ທຳ​ອິດ​ຂອງ​ໂຮງຮຽນມັດທະ​ຍົມ​ຊົນ​ເຜົ່າ​ຢົງ​ສຸ້ຍ.ຕົວ​ແທນ​ນັກ​ຮຽນ​8​ຄົນ​ຂອງ​ຫ້ອງ​ນີ້​ຕ່າງ​ໄດ້​ເລົ່າ​ຄວາມ​ທຸກ​ຍາກ​ດ້ານ​ເສດ​ຖະ​ກິດ​ໃນ​ການ​ຮຽນ.​ນາງ​ຫວງ​ຈິ້ງ​ເມີຍ​ກໍ່​ແມ່ນ​1​ໃນ​ນັກ​ຮຽນ​8​ຄົນ​ນັ້ນ.​ທ່ານ​ລີ​ຈີ້​ກວ່າ​ງ ປີ​ນີ້​ອາ​ຍຸ​62​ແລ້ວ,​ແຕ່​ທ່ານ​ຍັງ​ຈື່​ໄດ້​ດີ​ກ່ຽວ​ກັບ​ສະ​ພາບ​ເລົ່າ​ຄວາມ​ທຸກ​ຍາກ​ຂອງ​ນາງ​ໃນ​ຕອນ​ນັ້ນ.​ທ່ານ​ບອກ​ວ່າ:

"ນາງ​ບໍ່ພ​ຽງ​ແຕ່​ເລົ່າ​ຄວາມທຸກ​ຍາກ​ຂອງ​ຕົນ​ເທົ່ານັ້ນ,ນາງຍັງ​ເວົ້າ​ເຖິງ​ຄວາມ​ທຸກ​ຍາກ​ຂອງ​ເດັກນ້ອຍ7​ຄົນ​ອື່ນ​ແລະ​ຄູ​ສອນ​ຂອງ​ເຂົາ​ເຈົ້າ,ຈິດ​ໃຈ​ຂອງ​ນາງ​ເຮັດ​ໃຫ້​ພວກ​ເຮົາ​ຕື້ນ​ຕັນ​ໃຈ​ຫຼາຍ."
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>