ແຜນການ"ຊຸນ​ເຫຼ"ຢູ່​ເຂດ​ພູດ​ອຍທີ່​ທຸກ​ຍາກ

(GMT+08:00) 2009-06-08 16:30:48 cri
-----------------------------------------------------------------------------------------------------------------


ເມື່ອຟັງ​ການ​ເລົ່າ​ຂອງນັກຮຽນຜູ່​ສຸດ​ທ້າຍ,ທ່ານ​ລີ​ຈີ້​ກວ່າ​ງນ້ຳຕາ​ກໍ່ໄຫຼ​ອາບ​ແກ້ມ​ແລ້ວ​,ທ່ານ​ຕົກລົງ​ຈັດ​ເອົາ​ເດັກ​ຍິງ​ຂອງ​ໂຮງ​ຮຽນ​ມັດ​ທະ​ຍົມ​ຊົນ​ເຜົ່າ​ຢົງ​ສຸ້ຍ​ເຂົ້າ​ໃນ​ເປົ້າ​ໝາຍ​ຊ່ວຍ​ເຫຼືອ​ຂອງ​ແຜນ​ການ​ຊຸນ​ເຫຼ.​ນອກ​ນີ້,​ທ່ານ​ຍັງ​ເອົາ​ເງິນ​ສ່ວນ​ຕົວ​ຊ່ວຍ​ເຫຼືອ​ນາງ​ຫວງ​ຈິ້ງ​ເມີຍ ນັກຮຽນ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ຫ້ອງ​ນັ້ນ.​ຫຼັງ​ຈາກ​ນັ້ນ​13​ປີ,​ເມື່ອ​ນາງ​ຫວງ​ຈິ້ງ​ເມີຍ​ພົບ​ໜ້າ​ກັບ​ທ່ານ​ລີ​ຈີ້​ກວ່າ​ງອີກ,ນາງ​ເວົ້າ​ຕໍ່​ອາວ​ລີ​ຈີ້​ກວ້າງ​ວ່າ:

"​ໃນ​ເວລາ​ທີ່​ອາວຈັດ​ຫຼານ​ເຂົ້າ​ໃນ​ແຜນການຊຸນ​ເຫຼ,​ຫຼານ​ກໍ່​ຮູ້​ໂລດ​ວ່າ​ຊີ​ວິດ​ຂອງ​ຫຼານ​ຈະ​ປ່ຽນ​ແປງ​ແຕ່​ນີ້​ຕໍ່​ໄປ.ດ້ວຍ​ເຫດ​ນີ້,ຫຼານ​ກໍ່​ມີ​ໂອ​ກາດ​ຮັບ​ການ​ສຶກ​ສາ​ຊັ້ນ​ສູງ,​ໄດ້​ມີ​ຄວາມ​ຮູ້​ຄວາມ​ສາມາດ,​ແລະ​ກໍ່​ປ່ຽນ​ແປງ​ທັດ​ສະ​ນະ​ຄະ​ຕິ​ຂອງ​ຫຼານ​ອີກ​.​ພວກ​ເຮົາ​ລ້ວນ​ແຕ່​ຮູ້​ວ່າ​ສັງຄົມ​ປ່ຽນ​ແປງ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຄັນ​ຄວາມ​ສາ​ມາດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ແລ້ວ​,ຫຼານ​ກໍ່​ສາ​ມາດ​ປັບ​ຕົວ​ເຂົ້າ​ກັບ​ສັງ​ຄົມ​ແລະ​ບໍ່​ຖືກ​ສັງ​ຄົມ​ປະ​ຖິ້ມ"

ປີ2000,ຫວາງ​ຈິ້ງ​ເມີຍ​ໄດ້​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ສ້າ​ງຄູ​ດ້ວຍ​ຄະ​ແນນ​ສູງ,​ນາງ​ໄດ້​ກັບ​ຄືນ​ສູ່​ບ້ານ​ເກີດ​ທີ່​ຢູ່​ເຂດ​ພູ​ດອຍ,​ເປັນ​ຄູ​ສອນ​ໂຮງ​ຮຽນ​ປະຖົມ.​ໃນ​ຄາວ​ນັ້ນ,​ສິ່ງ​ກໍ່​ສ້າງ​ຂອງ​ໂຮງ​ຮຽນ​ໃນ​ບ້ານ​ຍັງ​ບໍ່​ຄົບ​ຖ້ວນ​ສົມບູນ​ເທື່ອ, ໄຟຟ້າ​ກໍ່​ບໍ່​ມີ. ​ຄູ​ສອນ​ກໍ່ຂາດ​ເຂີນ​ທີ່​ສຸດ,ມີ​ໜ້ອຍ​ຄົນ​ທີ່​ສຸດ​ທີ່ຢາກ​ໄປ​ສອນ​ຢູ່ເຂດ​ພູດ​ອຍ​ເພື່ອ​ນຳ​ເອົາ​ຂ່າວ​ຄາວ​ພາຍ​ນອກ​ມາ​ແຫ່ງ​ນີ້.​ພາຍ​ຫຼັງ​ຫວງ​ຈິ້ງ​ເມີຍ​ເປັນ​ຄູ​ສອນ​ແລ້ວ,​ນາງ​ສອນ​ພວກ​ເດັກ​ນ້ອຍ​ຮ້ອງ​ເພງ,​ຟ້ອນ​ລຳ,​ເລົ່າ​ເລື່ອງ​ລາວ​ຂອງ​ໂລກ​ພາຍ​ນອກ ສູ່​ຟັງ​,​ແລະ​ກໍ່​ເລົ່າ​ເລື່ອງ ​ກ່ຽວ​ກັບ​ການ​ເຕີບ​ໃຫຍ່​ຂອງ​ຕົນ​ສູ່​ເດັກ​ນ້ອຍ​ຟັງ.ນາງ​ບອກ​ພວກ​ນັກ​ຮຽນ​ວ່າ,​ອະ​ນາ​ຄົດ​ຢູ່​ໃນ​ກຳມື​ຂອງ​ຕົນ,​ໂອກາດ​ການ​ຮຽນ​ຕ້ອງ​ຍາດ​ແຍ່ງດ້ວຍ​ຕົນ​ເອງ.ນາງ​ບອກ​ວ່າ:

"​ຢູ່​ໃນ​ບ້ານ​ເຮົາ​,​ເດັກ​ຍິງ​ເຂົ້າ​ໂຮງ​ຮຽນ​ແມ່ນ​ມີ​ໜ້ອຍ​ທີ່​ສຸດ,​ຂ້ອຍ​ກໍ່​ບອກ​ເຂົາ​ເຈົ້າ​ວ່າ,​ເຖິງ​ວ່າ​ພໍ່​ແມ່​ບໍ່​ໃຫ້​ເຂົ້າ​ຮຽນ​ກໍ່​ຢ່າ,​ນ້ອງ​ກໍ່​ຕ້ອງ​ພະ​ຍາ​ຍາມ​ສູ້​ຊົນ​ດ້ວຍ​ຕົນ​ເອງ,​ກໍ່​ຄື​ດັ່ງ​ເອື້ອຍ​ຄູ​ນີ້​ລະ,​ເອື້ອຍ​ຄູກໍ່​ແມ່ນ​ໃນ​ເວ​ລາ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ກໍ່​ບໍ່​ຍອມ​ປະ​ລະ​ແລ້ວ​ຈິ່ງ​ຍາດ​ໄດ້​ຜົນ​ສຳ​ເລັດ​ຄື​ໃນ​ສູ່​ມື້​ນີ້​,ຈິ່ງ​ສາມາດ​ເປັນ​ຄູ​ສອນ​ໄດ້."

ປັດຈຸບັນ,ຫວງ​ຈິ້ງ​ເມີຍທີ່​ອາ​ຍຸ​28​ປີ​ເປັນ​ຄູ​ສອນ​ດົນ​ຕີ​ຂອງ​ສູນ​ການ​ສຶກ​ສາ​ວິ​ຊາ​ຊີບ​ເມືອງ​ຢົງ​ສຸ້ຍ.ນາງ​ກ່າວ​ວ່າ,ນາງ​ຫວັງ​ຢາກ​ຜ່ານ​ຈາກ​ການ​ເລົ່າ​ເລື່ອງ​ຂອງ​ຕົນ​ກ່ຽວ​ກັບ"ຄວາມ​ຮູ້​ປ່​ຽນ​ແປງ​ຊີວິດ"ສູ່​ນັກ​ຮຽນ​ຟັງ​ເພື່ອ​ສ້າງ​ຜົນ​ສະ​ທ້ອນ​ໃຫ້​ແກ່​ຫຼາຍ​ຄົນ​ກວ່າ​ເກົ່າ.

ປັດຈຸບັນ,ຈີນ​ໄດ້​ມີ​1​ລ້ານ​8​ແສນ​ເທື່ອ​ຄົນ​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ຈາກ"​ແຜນ​ການ​ຊຸນ​ເຫຼ"ຄື​ກັບ​ນາງ​ຫວງ​ຈິ້ງ​ເມີຍ.​ນັບ​ແຕ່​ປະ​ຕິ​ບັດ​ມາ​ແຕ່​ປີ​1989​ເປັນ​ຕົ້ນ​ມາ,​"ແຜນ​ການ​ຊຸນ​ເຫຼ"ຊອກ​ທຶນ​ໄດ້​800​ລ້ານ​ກວ່າ​ຢວນ,​ບໍ​ລິ​ຈາກ​ເງິນ​ສ້າງ​ໂຮງ​ຮຽນ​ຊຸນ​ເຫຼ​800​ກວ່າ​ແຫ່ງ.

ນາງ​ຫວງ​ຈິ້ງ​ເມີຍ​ໄດ້​ແຕ່ງ​ເນື້ອ​ຮ້ອງ​ແລະ​ທຳນອງ​ເພງ​ທີ່​ມີ​ຊື່ວ່າ春蕾之歌"​ແປ​ວ່າ"ເພງ​ຊຸ​ນ​ເຫຼ",​ເນື້ອ​ຮ້ອງ​ມີ​ຢູ່​ວ່າ: "ສາຍ​ລົມ​ແລະ​ຝົນ​ຍາມ​ລະດູ​ບານ​ໃໝ່​ຫຼໍ່​ລ້ຽງ​ດອກ​ໄມ້​ທີ່​ຍັງ​ຈູມ​ຢູ່,​ຫວ່ານ​ແນວ​ແລ້ວ​ໄດ້​ຮັບ​ຄວາມ​ຫວັງ,​ເທວະ​ດາ​ປິດ​ປະຕູ​ປ່ອງ​ໜຶ່ງ​ແຕ່​ກໍ່​ຍັງ​ໄຂ​ປ່ອງ​ຢ້ຽມ​ປ່ອງ​ໜຶ່ງ​ໄວ້​ຢູ່,​ເພື່ອ​ໃຫ້​ດອກ​ໄມ້​ໄດ້​ຮັບ​ແສງ​ແດດ,​ຊອກ​ພົບ​ເສັ້ນ​ທາງ,​ແສງ​ສາຍ​ໜຶ່ງ​ໄດ້​ໄລ່​ຄວາມ​ທຸກ​ຄວາມ​ໜາວ​ຂອງ​ໂລກ​ມະ​ນຸດ,​ນັ້ນ​ຄື​ພະ​ລັງ​ທີ່​ສ້າງ​ຊີ​ວິດ​ຄືນ​ໃໝ່."
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>