ອາ​ຫານ​ແຊບ​ທີ່​ມີ​ເອ​ກະ​ລັກ​ສະ​ເພາະ​ຕົວ​ຂອງ​ແມ່​ນ້ຳ​ນູ້​ຈ່ຽງ

(GMT+08:00) 2009-06-09 10:36:39 cri
-----------------------------------------------------------------------------------------------------------------

ຮ່ອມພູ​ແມ່​ນ້ຳ​ນູ້ຈ່ຽງທີ່​ຢູ່​ແຂວງ​ຢຸນນານ ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ​ບໍ່ພ​ຽງ​ແຕ່​ມີ​ຊື່ສ​ຽງດົ່ງ​ດັງ​ໃນ​ໂລກ​ຍ້ອນ​ມີ​ທິວ​ທັດ​ທຳ​ມະ​ຊ​າດ​ສະຫງ່າ​ງາມ​ເທົ່າ​ນັ້ນ,ວັດທະນະທຳ​ຊົນ​ເຜົ່າ​ທີ່​ມີຫຼາຍ​ຮູບ​ຫຼາຍ​ສີ​ຢູ່​ແຫ່ງ​ນີ້​ກໍ່​ເປັນສາ​ເຫດ​ສຳຄັນ​ອັນ​ໜຶ່ງ​ທີ່​ດຶງ​ດູດນັກ​ທ່ອງ​ທ່ຽວ​ຢ່າງ​ຫຼວງ​ຫຼາຍ.​ໃນ​ນັ້ນ,ວັດທະນະທຳ​ອາຫານ​ທີ່​ມີ​ເອກະລັກ​ພິ​ເສດ​ກໍ່ແມ່ນ​ສ່ວນ​ປະກອບ​ອັນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຮີດຄອງ​ປະ​ເພ​ນີພື້ນ​ເມືອງ​​ແຫ່ງ​ນີ້.

ໃນ​ເວລາທີ່ຊາວ​ເຜົ່າ​ລີ​ຊໍູ​ຮ້ອງ​ເພງ​ກິນ​ເຫຼົ້າ, ​ກໍ່​ໝາຍ​ເຖິງ​ງານ​ລ້ຽງ​ອາຫານ​ທີ່ແຊບຊ້ອຍ​ເລີ່​ມຕົ້ນ​ແລ້ວ.ກິ່ນ​ຫອມຂອງອາຫານລອຍ​ມາ​ຕາມ​ອາກາດ​ໄດ້​ຍົ້ວຍວນ​ນ້ຳລາຍຂອງ​ນັກ​ທ່ອງ​ທ່ຽວ.ການ​ລ້ຽງ​​ແຂກ​ຄົນ​ທີ່​ມາ​ຈາກ​​ແດນໄກ​ດ້ວຍ​ເຂົ້າ​ໃຊ້​ມື​ນັ້ນ​ແມ່ນ​ພິທີທີ່​ມີ​ຄວາມ​ເຄົາລົບ​ນັບຖື​ສູ​ງສຸດ​ໃນ​ການ​ຕ້ອນຮັບ​ແຂກ​ຂອງປະຊາຊົນ​ເຜົ່າລີ​ຊໍ.ທ່ານ​ຈ້າວ​ເວິນ​ເຊິ້ງ ພະນັກງານ​ພະ​ແນ​ກທ່ອງ​ທ່ຽວ​ກິ່ງ​ແຂວງ​ນູ້ຈ່ຽງບອກ​ວ່າ:

"​ເປັນ​ຫຍັງ​ຈິ່ງ​ຕ້ອງ​ກິນ​ເຂົ້າ​​ໃຊ້​ມື?​ເພາະວ່າ​ປີ​ນີ້​ໄດ້​ຮັບ​ຜົນເກັບ​ກ່ຽວອັນ​ອຸດົມສົມບູນ,​ເພື່ອ​ສະ​ເຫຼີ​ມສະຫຼອງ​ການ​ເກັບ​ກ່ຽວ​ໄດ້​ຫຼາຍ,ປະຊາຊົນກໍ່​ເອົາ​ອາຫານ​ໃສ່​ກະ​ດົ້ງ,​ແລ້ວ​ພາກັນ​ເອົາ​ມື​ຈັບ​ກິນ​ເລີຍ,ນີ້​ເປັນ​ງານ​ລ້ຽງ​ສະ​ຫຼອງ​ຜົນ​ເກັບ​ກ່ຽວ​ແບບ​ບູຮານ​ທີ່​ສຸດ."

ການ​ເກັບ​ກ່ຽວ​ອັນ​ອຸ​ດົມ​ສົມບູນພາ​ໃຫ້​ຄົນ​ທັງຫຼາຍ​ເບີກບານມ່ວນ​ຊື່ນ,ສະ​ນັ້ນ,​ໃນ​ເວລາ​ທີ່​ມີ​ແຂກ​ມາ​ຢາມ,ຄົນ​ເຜົ່າລີ​ຊໍ​ກໍ່​ຢາກ​ແບ່ງ​ປັນ​ຄວາມ​ມ່ວນ​ຊື່ນ​ຂອງ​ຕົນ​ກັບ​ແຂກ​ຄົນ​.​ການ​ກິນເຂົ້າ​ແບບ​ໃຊ້ມື​ຈັບ​ຂອງ​ເຜົ່າ​ລີ​ຊໍພິຖີ​ພິຖັນທີ່​ສຸດ,​ເພາະວ່າ​ຕາມທຳ​ມະ​ດາ​ແລ້ວ​ເຂົາ​ເຈົ້າ​ຖື​ເຂົ້າ​ເປັນ​ອາ​ຫານ​ຫຼັກ,​ແລ້ວ​ອ້ອມ​ຂ້າງ​ອາຫານ​ຫຼັກ​ກໍ່​ຈະ​ມີ​ປິ່ນ​ໝູ,​ປີ້ງ​ໄກ່,​ປີ້ງ​ເປັດ,​ໝູ​ແຮັມ,ຊີ້ນ​ແຫ້ງ,​ໄຂ່​ໄກ່​ກັບ​ມັນຝະຣັ່ງ,ຜັກ,ຫົວ​ກາ​ລົດ​ແລະ​ອື່ນໆ,ອາຫານ​ເຫຼົ່າ​ນີ້​ມີຫຼາຍ​ສີຫຼາຍ​ສັນ,​ເຕັມ​ໄປ​ດ້ວຍ​ກິ່ນ​ຫອມ.​ໃນ​ເວລາ​ກິນ​ເຂົ້າ,​ໃຊ້​ມື​ຂວາ​ຈັບ​ເອົາ​ຜັກ​,ຊີ້ນ​ແລະ​ເຂົ້າ​​ເອົາ​ມາ​ໃສ່ມື​ຊ້າຍ​ປົນ​ກັນ​ດີແລ້ວ​ຈິ່ງ​ເອົາ​ໃສ່​ປາກ.ກິນ​ເຂົ້າ​ໃຊ້ມື​ຍັງມີ​ວິທີ​ພິ​ເສດ​ວິ​ທີ​ໜຶ່ງ.ນາງ​ຢິນຈູ​ຮຸ້ຍ ປະຊາຊົນທ້ອງ​ຖິ່ນ​ບອກ​ວ່າ:"ຕ້ອງ​ໃຊ້​ແຜ່ນ​ໝູ​ແຮັມທີ່​ມັນໆ​ມາທາ​ຝາ​ມື​ເບື້ອງ​ຊ້າຍ​ໃຫ້​ມີ​ນ້ຳມັນ​ໜ້ອຍ​ໜຶ່ງ​ແລ້ວ​ເວລາປັ້ນ​ເຂົ້າ​ຈິ່ງ​ບໍ່​ຕິດ​ມື,ທັງ​ສະອາດ​ດີ​."

ໄປ​ທ່ຽວ​ນູ້ຈ່ຽງ,ກໍ່​ຕ້ອງ​ກິນ​ເຂົ້າ​ໃຊ້​ມື​​ທີ່​ແຊບ​ຊ້ອຍ.

ໃນ​ປະ​ເພນີ​ການ​ກິນ​ດື່ມ​ຂອງ​ເຜົ່າລີ​ຊໍ,ປະ​ເພນີ​ທີ່​ມ່ວນ​ທີ່​ສຸດ​ກໍ່​ແມ່ນ​ການ​ດື່ມ​ເຫຼົ້າ.ຄົນ​ເຜົ່ານີ້ມີ​ຄຳ​ເວົ້າ​ທີ່​ວ່າ"​ເຫຼົ້າ​ກັບການ​ຟ້ອນ​ລຳ​ທຳ​ເພງ​ແມ່ນ​ສິ່ງ​ຄູ່​ກັນຂອງ​ເຜົ່າ​ລີ​ຊໍ". ​ເວົ້າ​ສຳລັບ​ເຜົ່າ​ລີ​ຊໍທີ່​ມັກ​ຟ້ອນ​ລຳ​ທຳ​ເພງ​ແລ້ວ,ການ​ດື່ມ​ເຫຼົ້າ​ແມ່ນສ່ວນ​ໜຶ່ງ​ຂອງ​ຊີວິດ​ການ​ເປັນ​ຢູ່,​ແລະ​ກໍ່​ເປັນ​ວິທີ​ພິ​ເສດ​ທີ່​ສ້າງ​ຄວາມ​ມ່ວນ​ຊື່ນໃຫ້​ແກ່​ຊີວິດ​ແລະ​ສະ​ແດງ​​ເຖິງ​ຄວາມ​ມີນ້ຳ​ໃຈ.ນາງ​ມີ້​ຊິ້ວ​ເຈິນ ທີ່​ດຳລົງ​ຊີວິດ​ຢູ່​ເມືອງ​ຫຼູສຸ້ຍ ກິ່ງ​ແຂວງ​ນູ້ຈ່ຽງບອກ​ວ່າ:"ວິທີດື່ມ​ເຫຼົ້າ​ຂອງພວກ​ເຮົາ​ມີ5​ຢ່າງຄື​ຕຳ​ຈອກ,ດື່ມ​ແບບ​ໄຂວ່​ແຂນ​ກັນ,ດື່ມ​ແບບ​ກອດ​ຄໍ​ກັນ,ດື່ມ​ເຫຼົ້າ​ໃຈດ​ຽວກັນ,​ແລະ​ເຫຼົ້າ​ສາມ​ແມ່​ນ້ຳ​ໄຫຼ​ຮ່ວມ​ເຂົ້າກັນ"

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>