ອາ​ຫານ​ແຊບ​ທີ່​ມີ​ເອ​ກະ​ລັກ​ສະ​ເພາະ​ຕົວ​ຂອງ​ແມ່​ນ້ຳ​ນູ້​ຈ່ຽງ

(GMT+08:00) 2009-06-09 10:36:39 cri
-----------------------------------------------------------------------------------------------------------------


ນາງ​ມີ້​ຊິ້ວ​ເຈິ່ນອະທິບາຍ​ຕື່ມ​ວ່າ: ຄົນ​ທີ່​ພົບ​ໜ້າ​ກັນ​ເທື່ອ​ທຳ​ອິດ​ຕ້ອງດື່ມ​ເຫຼົ້າຕຳ​ຈອກ​ກັນ,ໝາຍ​ຄວາມ​ວ່າ​ສອງ​ຄົນ​ຮູ້ຈັກ​ກັນ​ແລ້ວ.ຕໍ່​ມາ​ມິດ​ຕະ​ພາບ​ເລິກ​ເຊິ່ງ​ເຂົ້າ​ຈິ່ງ​ດື່ມ​ເຫຼົ້າ​ແບບ​ໄຂວ່​ແຂນ​ກັນແລະ​ກອດຄໍ​ກັນ.​ເມື່ອ​ຄວາມ​ຮັກ​ແພງ​ລະຫວ່າງ​ສອງ​ຝ່າຍ​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ​ອີກກໍ່​ຈະ​ດື່ມ​ເຫຼົ້າ​ໃຈດ​ຽວກັນ​ແລະ​ສາມ​ແມ່ນ້ຳ​ໄຫຼ​ຮ່ວມ​ເຂົ້າ​ກັນ.​ໃນ​ນັ້ນ,​ການ​ເຊີນ​ແຂກ​ດື່ມ​ເຫຼົ້າ​ໃຈດ​ຽວກັນ​ແມ່ນ​ພິທີ​ທີ່​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ສູງ​ສຸດ​ໃນ​ການ​ຕ້ອນຮັບ​ແຂກ​ຂອງ​ຄົນ​ເຜົ່າ​ລີ​ຊໍູ,ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ນິ​ໃສ​ໃຈ​ຄໍ​ຄົນ​ເຜົ່າ​ລີ​ຊໍທີ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ແລະ​ໃຈກວ້າງ​ຂວາງ.​ໃນ​ເວລາ​ດື່ມ​ເຫຼົ້າ​ໃຈດ​ຽວກັນ,​ເຈົ້າ​ພາບ​ກັບ​ແຂກ​ສອງ​ຝ່າຍ​ກອດ​ຄໍ​ກັນ,​ໜ້າ​ຈຸ​ກັນ​ຮ່ວມ​ກັນ​ດື່ມ​ເຫຼົ້າ​ໃນ​ຖ້ວຍ​ດຽວ​ກັນ,​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າຄວາມ​ຮັກ​ແພງ​ລະຫວ່າງ​ເຈົ້າພາບ​ກັບ​ແຂກ​ໄດ້​ເຂົ້າ​ສູ່​ຄວາມ​ສະ​ໜິດ​ສະ​ໜົມ​ກັນ​ທີ່​ສຸດ​ແລ້ວ.

ຄັນ​ໄປ​ຢາມ​ຄອບຄົວ​​ເຜົ່າ​ລີ​ຊໍູ,​ເຈົ້າພາບ​ບໍ່​ແມ່ນ​ເອົາ​ນ້ຳ​ຊາ​ມາ​ຮັບແຂກ,​ແຕ່ແມ່ນ​ເອົາ​ເຫຼົ້າ​.ມອບ​ເຫຼົ້າຂາວທີ່​ເຈົ້າ​ຂອງຕົ້ມ​ເອງ​ຖ້ວຍນ້ອຍໜຶ່ງ​ໃຫ້​ແຂກ​ກໍ່​ແມ່ນ​ການ​ສະ​ແດງ​ຄວາມ​ກະ​ຕື​ລື​ລົ້ນ​ຫຼາຍ​ທີ່​ສຸດ​ສຳລັບ​ເຈົ້າ​ຂອງ.​ແລ້ວ​ພາກັນ​ຮ້ອງ​ຄຳ​ວ່າ"ອີລາ​ຊິ້ວ",​ທັງ​ເຈົ້າ​ພາບ​ແລະ​ແຂກພາກັນ​ຍົກ​ຈອກ​ດື່ມ​ໃຫ້​ໝົດ​,ບັນຍາກາດ​ມ່ວນ​ຊື່ນ​ຟົດ​ຟື້ນ​ທີ່​ສຸດ. ຄຳ​ວ່າ"ອີລາ​ຊິ້ວ"ແມ່ນ​ພາສາ​ເຜົ່າ​ລີ​ທີ່​ແປ​ວ່າ"​ເອືອກ​ດຽວ".ຢູ່​ກິ່​ງ​ແຂວງ​ນູ້ຈ່ຽງ,​ມັກ​ຈະ​ເຫັນ​ຄົນ​ເມົາ​ເຫຼົ້າ​ທ່າມກາງ​ສຽງ​ຮ້ອງ​ວ່າ" ອີລາ​ຊິ້ວ"​ເລື້ອຍໆ,ການ​ດື່ມ​ເຫຼົ້າ​ຈົນ​ເມົາ​ໃນ​ຍາມ​ກາງຄືນ​ກໍ່​ກາຍ​ເປັນ ​ປະສົບ​ການພິ​ເສດ​ແນວ​ໜຶ່ງ​ສຳລັບ​ຜູ່ທີ່​ໄປທ່ຽວ​ຢູ່​ນູ້​ຈ່ຽງ.

ນັ້ນ​ກໍ່​ຄື​ອາຫານ​​ແຊບ​ຂອງ​ເຜົ່າລີ​ຊໍ,ບັດ​ນີ້,ພວກ​ເຮົາ​ມາ​ເວົ້າ​ເຖິງອາຫານ​ແຊບ​ໆຂອງ​ເຜົ່າ​ນູ້ນັ້ນ​ກໍ່​ຄື​ຊີ້ນພີຜາ.ນີ້​ແມ່ນ​ອາຫານ​ພື້ນ​ເມືອງ​ຂອງ​ເຜົ່າ​ນູ້ທີ່​ດຳລົງ​ຊີວິດ​ຢູ່​ລ້ອງ​ແມ່​ນ້ຳ​ນູ້ຈ່ຽງ.ວິທີ​ເຮັດຊີ້ນພີ​ຜາກໍ​ຄື​ຫຼັງ​ຈາກ​ຂ້າ​ໝູ​ແລ້ວ​ກໍ່​​ເອົາ​ກະດູກ​ອອກ​ແລ້ວ​ໜີບ​ຊີ້ນໝູ​ໝົດ​ໂຕ​ນັ້ນ​ໃຫ້​ແປໆແລ້ວ​ເອົາ​ໄປ​ຕາກ​ແດດ.ຍ້ອນ​ແຜ່ນ​ຊີ້ນນີ້​ເມື່ອ​ຕາກ​ແຫ້ງ​ແລ້ວ​ເປັນ​ຮູບ​ແປໆຄ້າຍຄື​ກັບ​ພິນ​ພີຜາ​ທີ່​ເປັນ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຈີນ​ຄ້າຍກັບ​ກະ​ຈັບ​ປີ່​ຂອງ​ລາວ,ສະ​ນັ້ນ​ຈິ່ງ​​ໄດ້​ຊື່ວ່າ​ຊີ້ນ​ພີ​ຜາ.​ແຜ່ນຊີ້ນ​ພີ​ຜາບໍ່​ມັນ​ຫຼາຍ,ລົດ​ຊາດ​ອັນ​ພິ​ເສດ​ເຮັດ​ໃຫ້​ຄົນ​ກິນ​ແລ້ວຍັງ​ຢາກກິນ​ອີກ.ນາງ​ວາງ​ເຈິ້ງ​ຈ່ວນ ສາວ​ເຜົ່າ​ນູ້ບອກ​ວ່າ:

"ວິທີ​ເຮັດຊີ້ນພີ​ຜາກໍ​ຄື​ຫຼັງ​ຈາກ​ຂ້າ​ໝູ​ແລ້ວ​ກໍ່​ຖອດເອົາ​ກະ​ດູກ​ອອກ​,​ແລ້ວ​ຈົ່ງ​ຊີ້ນ​ບໍ່​ມັນ​ໄວ້​ສ່ວນ​ໜຶ່ງເອືອບ​ໃສ່​ໝາກ​ແຄ່ນ,​ໝາກ​ເຜັດ​ແລະເກືອ,​ແລ້ວ​ເອົາ​ເຂັມ​ໃຫຍ່ໆ​ຫຍິບໜັງ​ມັນ​ໃຫ້​ຫຸ້ມ​ເຂົ້າກັນແລ້ວຈິ່ງ​ເອົາ​ໄປ​ຕາກ​ແດດ​ປະມານ1​ເດືອນກໍ່​ກິນ​ໄດ້."

ຕາມ​ເພິ່ນ​ບອກ​ວ່າ,ຢູ່​ເຂດທີ່​ບໍ່ມີ​ມົນ​ລະ​ພິດ​ເທິງພູ​ກ່າວ​ຫຼີກົ້ງ​ທີ່​ມີ​ຫິມະ​ປົກ​ຫຸ້ມທີ່​ສູງ​ກວ່າ​ໜ້າ​ນ້ຳ​ທະ​ເລ3200​ແມັດ​ຂອງ​ເມືອງ​ກົ້ງ​ຊ່ານ​ນູ້ຈ່ຽງ,ມີ​ພືດ​ຊະນິດ​ໜຶ່ງ​ແຕກ​ໜໍ່​ພ້ອມໆ​ກັບຍາມ​ຫິມະ​ລະລາຍ​ໃນ​ທຸກ​ປີ,ນັ້ນ​ກໍ່​ຄື​ໂສມ​ຫິມະ ທີ່​ຫາ​ຍາກທີ່​ສຸດ.​ໂສມ​ຫິ​ມະ​ມີ​ກິ່ນ​ຫອມ​ພິ​ເສດ,​ແຊບນົວ​ແລະ​ຜ່ອຍ.ນາງ​ວາງ​ເຈິ້ງ​ຈ່ວນບອກ​ວ່າ"​ໂສມ​ຫິມະ​ບຳລຸງເລືອດ,​ແກ້​ປະດົງ,ທຳ​ມະ​ດາ​ມັກ​ເອົາ​ມາ​ຕົ້ມ​​ໃສ່ໄກ່.ມີ​ແຕ່​ຢູ່​ເທິ​ງພູ​ສູງ​ທີ່​ມີ​ຫິມະ​ຈິ່ງ​ມີ​ພືດ​ຊະນິດ​ນີ້."

ໄປ​ທ່ຽວ​ນູ້ຈ່ຽງ,ນອກຈາກ​ກິນ​ອາຫານ​ແຊບໆ​ຫຼາຍ​ຊະນິດ​ໃນ​ຄາບ​ເຂົ້າ​ທ່ຽງ​ແລະແລງ​ແລ້ວ,​ຍາມເຊົ້າກໍ່​ມີ​ອາຫານ​ແຊບ​ສຳລັບ​ນັກ​ທ່ອງ​ທ່ຽວ,​ເຊັ່ນ​ວ່າ​ຂະໜົມ​ແຜ່ນ​ເທິງ​ແຜ່ນ​ຫີນ.ຊາວ​ພື້ນ​ເມືອງ​ບອກ​ວ່າ,ວິທີ​ເຮັດ​ອາຫານ​ເຜົ່າ​ນູ້ຊະນິດ​ນີ້​ແມ່ນ​ເອົາ​ແຜ່ນ​ຫີນ​ຄ້າງ​ໄວ້​ເທິງ​ເຕົາ​ໄຟ​ເຜົາ​ໃຫ້​ຮ້ອນ,​ແລ້ວ​ເອົາ​ແປ້ງ​ຊີ້​ງ​ເຄີລວາດ​ໃສ່​ແຜ່ນ​ຫີນ,​ຂາງຈົນ​ສຸກ,​ແລ້ວກໍ່ເປັນ​ຂະໜົມ​ແຜ່ນ.

ຢູ່​ນູ້ຈ່ຽງ,ອາຫານ​ຕ່າງໆ​ສ່ອງ​ແສງ​ໃຫ້​ເຫັນ​ຮີດຄອງປະ​ເພນີ​ວັດທະນະທຳ​ຫຼາຍ​ສີຫຼາຍ​ສັນ​ຂອງ​ຊົນ​ເຜົ່າ​ຕ່າງໆ​ທີ່​ດຳລົງ​ຊີ​ວິດ​ຢູ່​ສອງ​ຟາກ​ຮ່ອມ​ພູ.ຖ້າ​ທ່ານ​ມີ​ໂອກາດ​ໄປ​ທ່ຽວ​ຮ່ວມ​ພູ​ແມ່​ນ້ຳ​ນູ້ຈ່ຽງ,ຢ່າ​ລືມ​ຫາ​ໂອກາດໄປ​ຊິ​ມ​ອາ​ຫານ​ພື້ນ​ເມືອງ​ແຊບໆ​ຂອງທ້ອງ​ຖິ່ນ​ນັ້ນ​ເດີ້.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>