ຄວາມ​ຝັນ​ສີຂຽວ​ຂອງ​ທູດ​ຊາວ​ໜຸ່ມ​ອະນຸລັກ​ສິ່ງ​ແວດ​ລ້ອມ

(GMT+08:00) 2009-06-24 09:28:32 cri
-----------------------------------------------------------------------------------------------------------------
ຫົວ​ຂໍ້ຂອງ​ວັນ​ສິ່ງ​ແວດ​ລ້ອມ​ປີ​ນີ້​ແມ່ນ"ໜ່ວຍ​ໂລກ​ຕ້ອງການ​ເຈົ້າ, ​ສາມັກ​ຄີ​ກັນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ". ​ໃນ​ວັນ​ສິ່ງ​ແວດ​ລ້ອມ​ຂອງ​ໂລກ​ຄື​ວັນ​ທີ5​ມີ​ຖຸນາ​ນີ້,ຈີນ​ໄດ້​ເລີ່​ມຕົ້ນ​ກິດຈະກຳ​ທີ່​ມີ​ຊື່ວ່າ"ການ​ເຄື່ອນ​ໄຫວຂອງທູດຊາວ​ໜຸ່ມ1000ຄົນທີ່ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​".ຊາວ​ໜຸ່ມ​ທີ່​ເຂົ້າ​ຮ່ວມ​ກິດຈະກຳ​ມີ​ຄວາມ​ຝັນ​ແຫ່ງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ,​ເລີ່​ມ​ແຕ່​ເລື່ອງ​ຕ່າງໆທີ່​ຢູ່​ອ້ອມ​ຂ້າງ​​ເຂົາ​ເຈົ້າ,​ໂຄສະນາ​ການ​ອະນຸລັກ​ບ້ານ​ໜ່ວຍ​ໂລກ,ປັບປຸງດິນ​ຟ້າ​ອາກາດ​ແລະ​ສິ່ງ​ແວດລ້ອມ​ໃຫ້​ດີ​ຂຶ້ນ,​ເຊິ່ງຖືກ​ກັບ​ຫົວ​ຂໍ້ ​ຂອງ​ວັນ​ສິ່ງ​ແວດລ້ອມ​ປີ​ນີ້.

ນາງ​ຢາງ​ໝຽວ ​ແມ່ນ​ນັກ​ສຶກສາ​ປະລິນຍາ​ໂທ​ຂອງ​ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ຊີ​ນານ,ນາງ​ຍັງ​ແມ່ນ​ທູດ​​ເປັນ​ມິດ​ກັບ​ສິ່ງ​ແວດລ້ອມ​ທີ່​ເຂົ້າ​ຮ່ວມ​ກິດຈະກຳ"ການ​ເຄື່ອນ​ໄຫວຂອງທູດຊາວ​ໜຸ່ມ1000ຄົນທີ່ ​​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​".ບ້ານ​ຂອງ​ນາງ​ຢູ່​ເມືອງ​ປົກຄອງ​ຕົນ​ເອງ​ເຜົ່າ​ຊ່ຽງ​ເປ​ຊວນ​ທີ່​ເປັນ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເສ​ສວນ​ຢ່າງ​ຮຸນ​ແຮງ.​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້ສະມາຊິກ​ໃນ​ຄອບ​ຄົວນາງ​ໄດ້​ເສຍ​4​ຄົນ​ເຊິ່ງລວມທັງ​ພໍ່.​ໄພ​ທຳ​ມະ​ຊາດ​​ເຮັດ​ໃຫ້​ຄອບຄົວ​ທີ່ທຸກ​ຍາກ​ຂອງ​ນາ​ງຍິ່ງ​ທຸກ​ກວ່າ​ເກົ່າ.​ແຕ່​ວ່າ,​ໃນ​ເວລາ​ລົມ​ກັບ​ນັກ​ຂ່າວ,ນາງ​ຢາງ​ໝຽວທີ່​ຄອບຄົວ​ເຫຼືອ​ແຕ່​ແມ່​ກັບ​ລູກ​ສອງ​ຄົນ​ນັ້ນ​ພັດສະ​ແດງ​ໃຫ້​​ເຫັນ​ຄວາມ​ເຂັ້ມ​ແຂງດ້ານ​ຈິດ​ໃຈທີ່​ສຸດ,ນາງ​ບໍ່​ໄດ້​ຈົ່ມວ່າ​ຫຍັງ​ເລີຍ.​ເມື່ອ​ຜ່ານ​ຜ່າ​ໄພ​ແຜ່ນດິນ​ໄຫວ​ເທື່ອ​ນີ້​ແລ້ວ,ນາງ​ສຳນຶກຫຼາຍກວ່າ​ເກົ່າ​ກ່ຽວ​ກັບວ່າ​ເປັນ​ຫຍັງ​ຈິ່ງ​ຄວນ​ເອົາ​ໃຈ​ໃສ່​ຜູ່​ອື່ນ​ແລະ​ເປັນ​ຫ່ວງ​ສັງຄົມ,​ໃນ​ນັ້ນ,ຍັງ​ມີ​ການ​ເປັນ​ຫ່ວງ​ນຳ​ບັນຫາ​ສິ່ງ​ແວດ​ລ້ອມ​ຂອງ​ບ້ານ​ເກີດ​ເມືອງ​ນອນລວມຢູ່​ນຳ.ນາງ​ບອກ​ວ່າ:

"ຂ້ອຍ​ເຮັດວຽກ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ກໍ່​ແມ່ນ​ຍ້ອນ​ເລື່ອງ​ໜຶ່ງ​ທີ່​ເກີດ​ຂຶ້ນ​ຢູ່​ບ້ານ​ເກີດ​ຂ້ອຍ​ຫຼັງ​ໄພ​ແຜ່ນດິນ​ໄຫວ.ພາຍຫຼັງ​ໄພ​ແຜ່ນດິນ​ໄຫວ,ຢູ່​ເມືອງ​ເປ​ຊວນ,​ໃນຈຳນວນຄົນ​ທີ່​​ໂຊກ​ດີ​ບໍ່​ເສຍ​ຊີວິດ​ໃນ​ເວລາ​ເກີດ​ໄພ​​ແຜ່ນດິນ​ໄຫວ,​ແຕ່​ຊ້ຳພັດມີ​20ກວ່າ​ຄົນ​​ເສຍ​ຊີວິດ​ໃນ​ເຫດການ​ດິນ​ເຈື່ອນ​ຍ້ອນ​ປ່າ​ໄມ້ຖືກ​ທຳລາຍຫຼາຍ​ໂພດ,ຂ້ອຍ​ຮູ້ສຶກ​ ​ຕົກ​ໃຈ​ຫຼາຍ."

ພາຍ​ລຸນ​ມາ,ນາງ​ຢາງ​ໝຽວ​ໄດ້​ຊາບ​ຈາກ​ຄະນະ​ຈັດ​ຕັ້ງ​ອະນຸລັກສິ່ງ​ແວດ​ລ້ອມ​ຂອງ​ໂຮງຮຽນ​ຕົນ​ວ່າ​ທາງ​ໂຮງຮຽນ​ພວມ​ດຳ​ເນີນກິດຈະກຳ​"ການ​ເຄື່ອນ​ໄຫວຂອງທູດຊາວ​ໜຸ່ມ1000ຄົນທີ່​ເປັນມິດ​ກັບ​ສິ່ງ​ແວດ​ລ້ອມ​",ນາງ​ກໍ່​ເລີຍ​ສະ​ເໜີເຂົ້າ​ຮ່ວມ​ໂດຍ​ບໍ່​ລັງ​ເລ​ໃຈ​​ຫຍັງ​ເລີຍ,ກຽມ​ຕົວ​ຮັບ​ການ​ຝຶກ​ອົບຮົມ,​​ເພື່ອເປັນ​ທູດ​ຊາວ​ໜຸ່ມ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຜູ່​ໜຶ່ງ.

"ການ​ເຄື່ອນ​ໄຫວຂອງທູດຊາວ​ໜຸ່ມ1000ຄົນທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​"​ແມ່ນ​ກິດຈະກຳ​ເພື່ອ​ສາທາລະນະ​ປະ​ໂຫຍ​ດທີ່​ລິ​ເລີ່​ມ​ໂດຍ​ກະຊວງ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ຈີນ,ຈະຮັບ​ສະໝັກອາສາ​ສະໝັກ​ຊາວ​ໜຸ່ມ1000​ຄົນ​ຈາກ​ຮາກ​ຖານ​ແລະ​ຊຸມ​ຊົນ​ຕ່າງໆແລ້ວ​ຝຶກ​ອົບຮົມຄວາມ​ຮູ້ດ້ານ​ການ​ອະນຸລັກ​ສິ່ງ​ແວດລ້ອມ​ເປັນ​ເວລາ1​ມື້​ເຄິ່ງ,​ແລ້ວ​ແຕ່ລະຄົນ​ຈະກັບ​ຄືນ​ສູ່​ທ້ອງ​ຖິ່ນ​ຂອງ​ຕົນ​ເພື່ອອົບຮົມຕໍ່​ອີກ1000​ຄົນ​​ເປັນ​ຢ່າງ​ໜ້ອຍ,​ເຮັດ​ແນວ​ນີ້,​ເມື່ອ​ຮອດ​ທ້າຍ​​ເດືອນ​ສິງຫາ​ປີ​ນີ້,ຈຳນວນ​ຄົນ​ທີ່​ຮັບ​ການ​ອົບຮົມ​ດ້ານ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ທົ່ວ​ປະ​ເທດ​ຈີນ​ຄາດ​ວ່າ​ຈະ​ບັນລຸ​ເຖິງ1​ລ້ານ​ຄົນ​ຂຶ້ນ​ໄປ.

ນາງ​ຢາງ​ໝຽວຍັງ​ໄດ້​ຮູ້​ຈາກ​ເພື່ອນຮ່ວມ​ຮຽນ​ວ່າ,ກິດ​ຈະ​ກຳ​ ​ນີ້​ບໍ່​ແມ່ນ​ກິດຈະກຳ​ໄລຍະ​ສັ້ນ​ແລະ​ເຮັດ​ແບບບໍ່​ຈິງ​ຈັງ​,ຫາກ​ແມ່ນ​​ດຳ​ເນີນ​ເປັນ​ເວລາ2​ປີ.ສະ​ນັ້ນ,ນາງ​ຢາງ​ໝຽວ​ໃນ​ນາມ​ເປັນ​ທູດ​ອະນຸລັກ​ສິ່ງ​ແວດລ້ອມ​ກໍ່​ມີ​ຄວາມ​ຫ້າວຫັນ​ຫຼາຍ​ກວ່າ​ເກົ່າ​ໃນ​ໂຄສະນາພຶດຕິ​ກຳ​ການ​ດຳລົງ​ຊີວິດ​ຢ່າງ​ປອດ​ໃສ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ.ນາງ​ບອກ​ວ່າ,​ໃນ​ຖານະ​ເປັນ​ມືໃໝ່​ໃນ​ການ​ໂຄສະນາ​ຄວາມ​ຮູ້​ດ້ານ​ການ​ອະນຸລັກ​ສິ່ງ​​ແວດ​ລ້ອມ,ນາງ​ຈະນຳ​ໃຊ້​ສອງ​ປີ​ນີ້​​ເພື່ອສະ​ສົມ​ຄວາມ​ຮູ້​ດ້ານ​ອະນຸລັກ​ສິ່ງ​ແວດລ້ອມ,​ແລະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​​ໂຄສະນາ​ຄວາມ​ຮູ້​ດ້ານ​ນີ້​ໃຫ້​ຄົນ​ຢູ່​ອ້ອມ​ຂ້າງ​ເຊິ່ງລວມທັງ​ໂຮງ​ແຮມ​ທີ່​ນາງ​ເຮັດ​ວຽກ​​ໃນ​ເວລາ​ຫວ່າງ​ເພື່ອ​ຫາ​ເງິນ​ຈ່າຍ​ຄ່າ​ຮຽນ​ນັ້ນ​ອີກ​ດ້ວຍ.ນາງ​ບອກ​ວ່າ:

"ຂ້ອຍ​ຈະ​ຮ່ວມ​ກັບ​ອາສາ​ສະໝັກ​ອະນຸລັກ​ສິ່​ງ​ແວດ​ລ້ອມ​​ແລະ​ສະມາຄົມ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ໂຮງຮຽນໂຄສະນາເຜີຍ​ແຜ່​ບົດບາດ​ຂອງ​ກິດຈະກຳ,ຊັກ​ຊວນ​ຄົນຫຼາຍ​ກວ່າ​​ເກົ່າ​ມາ​ເຂົ້າຮ່ວມ,​ເຮັດ​ໃຫ້​ຄວາມ​ຮູ້​ດ້ານ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​​ເຊື່ອມ​ຊຶມ​ເຂົ້າ​​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ​.ນອກ​ນີ້,ຂ້ອຍກໍ່​ຍັງນຳ​ໃຊ້​ໂອກາດ​ນີ້​ໂຄສະນາ​ຄວາມ​ຮູ້​ທົ່ວ​ໄປ​ເພື່ອ​ອະນຸລັກສິ່ງ​ແວດ​ລ້ອມ​ໃຫ້​ແກ່​ພະນັກງານ​ໂຮງ​ແຮມ​ທີ່​ຂ້ອຍ​ເຮັດ​ວຽກ.ທາງ​ໂຮງ​ແຮມ​ກໍ່​ເລີ່​ມ​ໃຊ້​ເຈັ້ຍ​ໝູນວຽນ,ຊັກ​ຊວນໃຫ້​ພະນັກງານ​ເມື່ອອະນາ​ໄມຫ້ອງ​ນອນ​ແລ້ວ,ຄວນ​ມອດ​ກົ່ງ​ເຕີ​ຄວບ​ຄຸມ​ໄຟຟ້າ​ໃນ​ຫ້ອງ​ກ່ອນ​ແລ້ວ​ຈິ່ງ​ເອົາບັດ​ໄຟຟ້າອອກ​ເພື່ອ​ປະຢັດ​ໄຟຟ້າ,ຂ້ອຍ​ມັກ​ທີ່​ສຸດ​ຕໍ່ເລື່ອງ​ທີ່​ຂ້ອຍ​ພວມ​ເຮັດ​ໃນ​ປັດຈຸບັນ."
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>