ຄວາມ​ຝັນ​ສີຂຽວ​ຂອງ​ທູດ​ຊາວ​ໜຸ່ມ​ອະນຸລັກ​ສິ່ງ​ແວດ​ລ້ອມ

(GMT+08:00) 2009-06-24 09:28:32 cri
-----------------------------------------------------------------------------------------------------------------


ທ້າວ​ຢາງ​ພິງ​ຈ່ຽນ ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ມີ​ອາຍຸ​ຊ່ຳ​ກັບ​ນາງ​ຢາງ​ໝຽວ.ລາວ​ກໍ່​ແມ່ນຄົນ​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ກິດຈະກຳ​ນີ້.ລາວ​ພວມ​ຮຽນ​​ປະລິຍາ​​ເອກ​ວິຊາ​ສິ່ງ​ແວດ​ລ້ອມ​ຢູ່​ມະຫາວິທະຍາ​ໄລ​ປັກ​ກິ່ງ,ພ້ອມ​ກັນ​ນັ້ນ,ລາວ​ກໍ່​​ເປັນຜູ່​ປະສານ​ງານ​ທັງ​ເປັນ​ຄູ​ສອນຄວາມ​ຮູ້​ເພື່ອູ​ໂຄສະນາ​ຂອງ​ກິດຈະກຳ​ເທື່ອ​ນີ້.

ທີ່​ຈິງ​ແລ້ວ,​ໃນ​ຫຼາຍ​ປີ​ມາ​ນີ້,ທ້າວ​ຢາງ​ພິງ​ຈ່ຽນ​ນຳພາ​ຄະນະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໄດ້​ເຮັດ​ວຽກ​ບໍ່​ໜ້ອຍ,​ໃນ​ນັ້ນ​ມີ​ຫຼາຍ​ໂຄງ​ການ​ເຊັ່ນ​ການ​ຄວບ​ຄຸມ​ບໍ່​ໃຫ້ນ້ຳ​ຖືກ​ມົນ​ລະ​ພິດ,ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ເຂດ​ແຄວ້ນ,​ວາງ​ແຜນ​ຊີ​ວະ​ພາບ,ການ​ປະ​ເມີນ​ຜົນ​ກະທົບ​ຂອງ​ວິ​ສາ​ຫະກິດ​ທີ່​ມີ​ຕໍ່​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ.​ທ້າວ​ຢາງ​ພິງ​ຈ່ຽນ​ເຫັນ​ວ່າ,​ໃນ​ກິດ​ຈະກຳ"ການ​ເຄື່ອນ​ໄຫວຂອງທູດຊາວ​ໜຸ່ມ1000ຄົນທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​",ລາວ​ພ້ອມ​ດ້ວຍ​ຄະນະ​ຂອງ​ຕົນ​ຄວນ​ນຳ​ໃຊ້​ທ່າ​ແຮງ​ດ້ານ​ວິຊາ​ສະ​ເພາະ​ຂອງ​ຕົນ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ຫຼັກ​ແຫຼ່ງ​ແລະ​ຂົວ​ຕໍ່,​ເຜີຍ​ແຜ່​ຄວາມ​ຮູ້​ແລະ​ຂ່າວສານ​ດ້ານ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເພື່ອ​ໃຫ້ມວນ​ຊົນ​ທົ່ວ​ໄປ​ຮັບ​ຮູ້​ຢ່າງ​ງ່າຍດາຍ​ແລະ​ມ່ວນ​ຊື່ນ.ທ້າວ​ຢາງ​ພິງ​ຈ່ຽນບອກ​ວ່າ:

"ຄຳສັບ​ວິຊາການ​ດ້ານ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ສຳລັບ​ມວນ​ຊົນ​ທົ່ວ​ໄປ​ແລ້ວ​ອາດ​ຈະ​ຮັບ​ຮູ້​ແລະ​ເຂົ້າ​ໃຈ​ຍາກ,ອີກ​ດ້ານ​ໜຶ່ງ,ມວນ​ຊົນ​ກໍ່​ຕ້ອງ​ການ​ຂ່າວ​ສານ​ດ້ານ​ນີ້,​ໃນ​ນັ້ນ,ມີ​ຂ່າວສານ​ຈຳນວນ​ໜຶ່ງ​ເພິ່ນ​ມັກ​ເຂົ້າ​ໃຈ​ຜິດ.​ໃນ​ນາມ​ເປັນ​ຄູ​ສອນ,ຂ້ອຍ​ເຫັນ​ວ່າ,ມີ​ບົດບາດ​ຢູ່​ນຳ​ບ່ອນ​ທີ່​ວ່າ,​ ຕົນ​ເອງ​ມີ​ແນວ​ຄິດ​ອະນຸລັກ​ສິ່ງ​ແວດລ້ອມທັງ​ສາມາດ​ປະຕິບັດ​ແນວ​ຄິດ​ໃນ​ຊີວິດ​ຕົວ​ຈິງ,​ແຕ່​ຄັນ​ຢາກ​ເຜີຍ​ແຜ່​ແນວ​ຄິດ​ນີ້​ໃຫ້​ດີກ​ວ່າ​ເກົ່າ,ຈຳ​ຕ້ອງ​ເຜີຍ​ແຜ່​ໄປ​ເຖິງ​ປະ​ຊາ​ຊົນ​ທີ່​ກວ້າງຂວາງ​ກວ່າ​ເກົ່າ,​ໃຫ້​ເຂົາ​ເຈົ້າ​ຮັບ​ເອົາ​ແລະ​ເຂົ້າ​ໃຈ​ໄດ້.ຄະນະ​ພວກ​ເຮົາ​ໄດ້​ອຳ​ນວຍ​ສິ່ງ​ຮັບ​ປະ​ກັນ​ຈຳນວນ​ໜຶ່ງ​,ຫຼີກ​ລ້ຽງ​ຄວາມ​ຜິດ​ດ້ານ​ຄວາມ​ໝາຍວິທະຍາສາດ​ແລະ​ຄວາມ​ເວົ້າ​ທີ່​ມວນ​ຊົນບໍ່​ເຂົ້າ​ໃຈ."

ໃນ​ນາມ​ເປັນຜູ່​ລິ​ເລີ່​ມ​ກິດຈະກຳ"ການ​ເຄື່ອນ​ໄຫວຂອງທູດຊາວ​ໜຸ່ມ1000ຄົນທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​",ທ່ານ​ເຈຍ​ເຟິງ ຮອງ​ຫົວໜ້າ​ພະ​ແນ​ກ​ໂຄ​ສະ​ນາ​ສຶກ​ສາ​ຂອງ​ກະຊວງ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຈີນ​ເມື່ອ​ກ່າວ​ເຖິງ​ກິດ​ຈະ​ກຳ​ເທື່ອ​ນີ້,ທ່ານ​ເວົ້າ​ວ່າ:

"ຜ່ານ​ຈາກ​ກິດຈະກຳ​ເຫຼົ່າ​ນີ້,​ເຮັດ​ໃຫ້​ຜູ່​ເຂົ້າ​ຮ່ວມ​ໄດ້ສຳຜັດ​ດ້ວຍ​ຕົນ​ເອງ,​ແລ້ວ​ຜ່ານ​ຈາກ​ເຂົາ​ເຈົ້າ​ໄປ​ຝຶກ​ອົບຮົມ​ຜູ່​ອື່ນ​ອີກ,​ສາມາດ​ເຮັດ​ໃຫ້ຫຼາຍ​ຄົນ​ກວ່າ​ເກົ່າ​ໃນ​ທົ່ວ​ສັງຄົມ​ຮັບ​ຮູ້​ເຖິງ​ຄວາມ​ໝາຍ​ສຳຄັນ​ຂອງ​ບັນຫາ​ອະນຸລັກ​ສິ່ງ​ແວດລ້ອມ,ສ້າງ​ບັນຍາກາດ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໃນ​ທົ່ວ​ສັງຄົມ​ເພື່ອ​ກໍ່​ສ້າງ​ຄວາມ​ສີວິ​ໄລ​ດ້ານ​ຊີວະ​ພາບ,ຮັບ​ມື​ກັບ​ການ​ທ້າ​ທາຍ​ດ້ານ​ສິ່ງ​ແວດລ້ອມ​ແລະ​ຊັບພະຍາກອນ."

ທ່ານ​ເຈຍ​ເຟີ​ງກ່າວ​ວ່າ,ຊາວ​ໜຸ່ມ​ເປັນ​ຜູ່​ນຳ​ໃນ​ອະນາຄົດ,​ເຂົາ​ເຈົ້າ​ມີລະດັບ​ແນວ​ຄິດ​ດ້ານ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ສູງ​ຫຼື​ຕ່ຳ,ລະດັບ​ຮັບ​ຮູ້ບັນຫາ​ສິ່ງ​ແວດລ້ອມ​ສູງ​ຫຼື​ຕ່ຳ,​ຖືກ​ຫຼື​ຜິດພ້ອມ​ທັງ​ເຂົາ​ເຈົ້າ​ຍິນ​ດີ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຫຼື​ບໍ່​ນັ້ນ​​ເປັນ​ສິ່ງ​ຕັດສິນ​ຄວາມ​ສາມາດ​ແກ້​ໄຂ​ບັນຫາ​ສິ່ງ​ແວດລ້ອມຂອງ​ປະ​ເທດຈີນ​ແລະທົ່ວ​ໂລກ​ໃນອະນາຄົດ.ທ່ານ​ເຈຍ​ເຟິງຍິ່ງ​ຫວັງ​ໃຫ້​ກິດຈະກຳ​ເທື່ອ​ນີ້​ສາມາດ​ບຳລຸງ​ສ້າງ​ຄວາມ​ສາມາດ​ດ້ານ​ການ​ນຳພາ​ແລະ​ຈິດ​ໃຈ​​ເຮັດ​ວຽກ​ເປັນ​ໝູ່​ຄະນະຂອງ​ຊາວ​ໜຸ່ມ​ໃນ​ລະດັບ​​ໃດ​ໜຶ່ງ​.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>