ຊີ່​ຊີ່---ດິນ​ທາມ​ສວຍ​ງາມ

(GMT+08:00) 2009-07-13 19:03:32 cri
-----------------------------------------------------------------------------------------------------------------

ຊ່ຽງ​ໄຮ້, ທີ່​ເປັນ ບ່ອນ​ຈັດ​ງານ​ວາງ​ສະ​ແດງ​ໂລກ​2010, ​ແມ່ນ​ຕົວ​ເມືອງ​ໃຫຍ່​ທີ່ມີ​ຊີວິດ​ຊີວາ. ຢູ່​ເມືອງຫາງ​ໂຈ່​ວ​ແຂວງ​​ເຈີ້​ຈ່ຽງທີ່​​ໄກຈາກ​ຊ່ຽງ​ໄຮ້200​ກວ່າ​ກິ​ໂລ​​​ແມັດ, ມີດິນ​ທາມ​ແຫ່ງ​ໜຶ່ງ​ຊື່ວ່າ​ຊີ່​ຊີ່. ​ໃນ​ຄໍລຳ​ມື້​ນີ້, ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ທ່ຽວດິນ​ທາມ​ແຫ່ງ​ນີ້.

ໃນ​ຖານະ​ເປັນ​ໜຶ່ງ​ໃນ​ນະຄອນຫຼວງ​ບູຮານ7​ແຫ່ງ​ຂອງ​ຈີນ, ​ເມືອງ​ຫາງ​ໂຈ່​ວ​ແຂວງ​ເຈີ້​ຈ່ຽງມີ​ຊື່ສ​ຽງຍ້ອນ​ທິວ​ທັດ​ທີ່​ສວຍ​ງາມ​ໃນ​ປະຫວັດສາດ. ຢູ່ໄກຈາກ​ໜອງ​ຊີ່​ຫູ​ບໍ່​ຮອດ5​ກິ​ໂລ​ແມັດ, ມີ​ດິນ​ທາມອະນຸ​ຊີວະ​ພາບ​ຕົວ​ເມືອງ​ແຫ່ງ​ໜຶ່ງ​ຊື່ວ່າ​ດິນ​ທາມ​ຊີ່​ຊີ່. ຈາກ​ຊ່ຽງ​ໄຮ້​ໄປ​ຫາ​ຫາງ​ໂຈ່​ວ, ຂັບ​ລົດ​ໃຊ້​ເວລາພຽງ​ແຕ່​2​ຊົ່ວ​ໂມງ​ເທົ່ານັ້ນ, ​ເມື່ອ​ໄປ​ຮອດ​ຫາງ​ໂຈ່​ວ​ແລ້ວ, ກໍ່ມີ​ລົດ​​​ນຳ​ທ່ຽວໄປ​ຊີ່​ຊີ່.

ສວນສາ​ທາລະນະ​ດິນທາມ​ແຫ່ງ​ຊາດ​—ຊີ່ຊີ່ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ​ຫາງ​ໂຈ່​ວ, ​​ໄກຈາກ​ໜອງ​ຊີ່ຫູບໍ່​ຮອດ5​ກິ​ໂລ​ແມັດ, ມີ​ເນື້ອ​ທີ່​ປະມານ​10 ກວ່າ​ກິ​ໂລຕາ​ແມັດ. ບ່ອນ​ນີ້​ມີ​ຊັບ​ພະຍາ​ກອນ​ຊີວະ​ພາບ​ອຸດົມສົມບູນ, ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ແລະວັດ​ທະນະທຳ​ຍາວ​ນານ, ​ແມ່ນ​ສວນສາທາລະນະ​ດິນ​ທາມ​ແຫ່ງ​ຊາດ​ພຽງ​ແຫ່ງ​​ດຽວ​ທີ່​ມີທັງດິນ​ທາມ​ຕົວ​ເມືອງ, ດິນ​ທາມປູກຝັງ​ແລະ​ດິນ​ທາມ​ວັດທະ​ນະ​ທຳ​​ປະສົມ​ປະ​ສານເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວກັນ.

ຊີຊີໃນຍາມລະດູໜາວ

ຢູ່​ໃນ​ສວນສາ​ທາ​ລະນະ​ດິນ​ທາມ​ຊີ່ຊີ່, ມີ​​ນ້ຳ6​ສາຍໄຫຼ​ຈອດ​ກັນ.​ໃນ​ນັ້ນ​ແບ່ງ​ເປັນ​ຫຼາຍ​ຄ​ອງ​ນ້ອຍ​ແລະໜອງ, ກາຍ​ເປັນ​ທິວ​ທັດ​ດິນ​ທາມ​ທີ່​ມີ​ສີ​ສັນພິ​ເສດ. ​ນ້ຳ​ສາຍຕ່າງໆ​ເຫຼົ່ານີ້​ຍາວ100​ກວ່າ​ກິ​ໂລ​ແມັດ, ​ເນື້ອ​ທີ່ປະມາ​ນ70%​ແມ່ນຄອງ​ນ້ອຍ​, ອ່າງ​ນ້ຳແລະ​ດິນ​ເບືອ​ມ. ທິວ​ທັດ​ແບບ​ນີ້​ແມ່ນຫາ​ເບິ່ງ​ຍາກ​ຫຼາຍ​ສຳລັບ​ຄົນ​ທີ່​ດຳລົງ​ຊີວິດ​ຢູ່​ໃນ​ຕົວ​ເມືອງ​ຕະຫຼອດ​ປີ.

ນັກ​ທ່ອງ​ທ່ຽວຊ່ຽງ​ໄຮ້ນັ່ງ​ຢູ່​​ເທິງ​​ເຮື​ອ​ໄມ້​ທີ່​​ແລ່ນ​ດ້ວຍ​ໄຟຟ້າທີ່​ມີ​ສີສັນ​ເກົ່າ​ແກ່ຖ່າຍ ຮູບ​ຕະຫຼອດ​. ​ເຂົາ​ເຈົ້າ​ເວົ້າ​ວ່າ, ​ເຂົາ​ເຈົ້າ​ແມ່ນ​ຄົນ​ມັກ​ຖ່າຍຮູບ, ​ໄດ້ຮູ້​ກ່ຽວ​ກັບ ໜອງ​ຊີ່​ຫູ​ເປັນ​ຢ່າງ​ດີ​ແລ້ວ, ​ແຕ່​ມາ​ດິນ​ທາມ​ຊີ່​ຊີ່​ແມ່ນ​ເທື່ອ​ທຳ​ອິດ, ​ແນ່ນອນ​ຕ້ອງ​ຖ່າຍຮູ​ບ​ທິວ​ທັດ​ທີ່​ສວຍ​ງາມ​ເພື່ອ​​ແບ່ງປັນ​ຄວາມສຸກ​​ໃຫ້​ໝູ. ​ນາງ​ເສີນ​​ທີ່​ເປັນນັກ​ທ່ອງ​ທ່ຽວ ເວົ້າ​ວ່າ: "ນ້ຳ​ໄຫຼ​ແລະ​ທິວ​ທັດ​ໃນ​ຝົນ​ຂອງຊີ່​ຊີ່​ງາມ​ຫຼາຍ."

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>