ຊີ່​ຊີ່---ດິນ​ທາມ​ສວຍ​ງາມ

(GMT+08:00) 2009-07-13 19:03:32 cri
-----------------------------------------------------------------------------------------------------------------


ປະຈຸ​ບັນ, ສວນສາ​ທາລະນະ​ແຫ່ງ​ຊາດ​ຊີ່​ຊີ່​ໄດ້ປູກ​ຕົ້ນ​ໄມ້​ຫຼາຍ​ກວ່າ85%, ທັງ​ໝົດ​ມີ​ພືດ262​ຊະນິດ, ນົກ112​ຊະນິດ, ນົກ​ນາໆ​ຊະນິດ​ກວມ50%ຂອງ​ຈຳນວນ​ນົກ​ທີ່ຢູ່​ຫາງ​ໂຈ່​ວ.



ເພື່ອ​ປັບປຸງ​ຄຸນ​ນະພາ​ບຂອງ​ນ້ຳ​ໃຫ້​ດີ​ຂຶ້ນ, ຢູ່​ດິນ​ທາມ​ຊີ່​ຊີ່​ໄດ້​ລ້ຽງ​ປານາໆ​ຊະນິດ 1​ລ້ານ​ກວ່າ​ໂຕ​ແລະ​ລ້ຽງ​ນົກ​120ຊະນິດ. ປະຈຸ​ບັນ, ​ເດີນທາງຈາກ​ໃນ​ເມືອງ​ຫາງ

ໂຈ່​ວ​ໄປ​ຮອດ​ດິນ​ທາມ​ຊີ່​ຊີ່, ຈະ​ຮູ້ສຶກ​ເຢັນ​ດີກ​ວ່າ​ແຕ່​ກ່ອນ. ອຸນຫະພູມ​ຂອງ​ຊີ່​ຊີ່​ຢ່າງ​ໜ້ອຍຕ່ຳ​ກວ່າ​ອຸນຫະ​ພູມຂອງ​ໃນ​ເມືອງ2ຫາ3​ອົງສາ, ​ແມ່ນ​"ຕົວ​ເມືອງ​ປອດ​ສີຂຽວ​"ຢ່າງ​ແທ້​ຈິງ.
ໃນ​ປະຫວັດສາດ, ຊີ່ຊີ່​ເຄີຍ​ແມ່ນ​​ແຫ່ງ​ທ່ອງ​ທ່ຽວ​ແລະ​ບ່ອນ​ພັກ​ພ່ອນ​ຢ່ອນອາລົມ​ເພື່ອ​ຫຼີກ​ໜີຄວາມ​ສັບສົນ​ວຸ້ນວາຍ​ຈາກ​ສັງຄົມ​ຂອງ​ນັກ​ກະວີ​ແລະ​ນັກ​​ແຕ້ມ, ມີ​ວັດ​ທະນະ​ທຳ​ອັນ​ຍາວ​ນານ. ​ໃນ​ຮ່ອງຮອຍ​ເກົ່າ​ແກ່​ດ້ານມະນຸດ​ສາດ10​ກວ່າ​ແຫ່ງ​ຢຢູ່ທີ່​ສວນສາ​ທາລະນະ​ດິນ​ທາມ, ສວນ​ກ່າວ​ຈ່ວງຂອງ​ທ່ານ​ກ່າວ​ຊື້​ສີ, ​ເຈົ້າ​ໜ້າ​ທີ່​ແລະ​ນັກວິຊາການ​ທີ່​ມີ​ຊື່ສຽງ​ໃນ​ລາຊະວົງ​ຊິ່ງ​ແມ່ນ​ມີ​ເນື້ອ​ທີ່​ກວ້າງທີ່​ສຸດ, ນອກ​ຈາກ​ສະ ຖາ​ປັດຕະຍາ​ກຳສວນ​ປ່າ​ໄມ້​ທີ່​ສ້າງ​ດ້ວຍ​ກຳ​ແພງ​ສີຂາວ​ແລະ​ດິນຂໍ​ສີຂຽວ​ແລ້ວ, ຕົວ​ໜັງສືທີ່​ຂຽນ​ຢູ່​ເທິງ​ປ້າຍ​ກໍ່ມີ​ນິທານ​ຂອງ​ມັນ, ນາງ​ຈ່າງ, ຜູ້​ພາ​ທ່ຽວ​ຂອງ​ສວນສາ ທາລະນະ​ດິນ​ທາມ​​ເວົ້າ​ວ່າ:

"ຕົວ​ໜັງສື​ສອງ​ໂຕ​ຄື'ຈູ​ສ່ວງ'​ແມ່ນ​ເຮັດ​ດ້ວຍ​ຄຳ, ນີ້​ແມ່ນ​ເຈົ້າ​ຊີວິດ​ຄ່າງ​ຊີ່​ຂຽນ​ເອງ, ພວກ​ເຮົາ​ຊອກ​ຕົວ​ໜັງສື​ຂອງ​ເຈົ້າ​ຊີວິດ​ຄ່າງ​ຊີ​ທີ່​ເຄີຍ​ຂຽນ​ຈາກ​ຫໍພິພິທະ​ພັນ​ແລ້ວ, ຈິ່ງກອັບ​ປີ້​ແລະ​ຂະ​ຫຍາ​ຍອອກ​ມາ​ເປັນ​ພິ​ເສດ."

ນອກຈາກ​ທິວ​ທັດ​ທີ່​ມີ​ຊື່ສ​ຽງ​ແລະ​ຮ່ອງຮອຍ​​ເກົ່າ​ແກ່​ແລ້ວ, ຊີ່ຊີ່​ຍັງ​ມີ​ຮີດຄອງ​ປະ​ເພ​ນີ​ທີ່​ມີ​ສີສັນ​ພິ​ເສດ. ​ເມື່ອ​ຮອດບຸນ​ຊ່ວງ​ເຮື​ອ, ​ເຮືອ​ນ້ອຍໃຫຍ່​ຂອງ​ບ້ານ​ຕ່າງໆ​ລ້ວນ​​ແຕ່​ເຕົ້າ​ໂຮມກັນ​ເພື່ອ​ຈັດບຸນ​ເຮືອ​ມັງກອນ. ​ໃນ​ບຸນ​ເຮືອ​ມັງ​ກອນ, ຊາວ​ບ້ານ​ຂີ່​ເຮືອ​ທີ່​ມີຫຼາຍ​ຮູບຮ່າງ​ລັກສະ​ນະເພື່ອ​ສະ​ແດງ​ລາຍການ​ໃຫ້​ຜູ້​ຊົມ, ນອ​ກນີ້, ຍັງ​ມີ​ການສະ​ແດງ​ຮີ​ດຄອງ​ປະ​ເພນີ​​ຕ່າງໆ ເຊັ່ນການ​ສະ​ແດງ​ດ​ອກ​ໄຟ​ຊີ່​ຊີ່, ມວຍ​​ຊີ່​ຊີ່​ແລະ​ເຫຼົ້າ​ເຮືອ​ມັງກອນ​ຊີ່​ຊີ່​ເປັນ​ຕົ້ນ.

ຖ້າວ່າ​ທ່ານ​ໄປ​ບໍ່​ທັນ​ບຸ່ນ​ຊ່ວງ​ເຮືອ, ໄປ​ຊິ​ມ​ເຂົ້າໜົມ​, ຝັງ​ງິ້ວ​ເຢ້ຍ​ແລະ​ການ​ເລົ່າ​ນິ ທານ​ພື້ນ​ເມືອງ​ຢູ່​ຖະໜົນ​ເຫີ​ຈູ​ທີ່​ດິນ​ທາມ​ຊີ່ຊີ່ກໍ່​ມ່ວມ​ຄື​ກັນ. ຍ່າງຕາມ​ຖະໜົນ​ເຫີ​ຈູ, ຈະ​ໄດ້​ເຫັນ​ຊາວບ້ານ​ທີ່​ນຸ່ງ​ເສື້ອ​ລາຍ​ດອກ​ໄມ້​ເຮັດ​ກະຕ່າ​ດອກ​ໄມ້​ນ້ອຍ​, ກະຕ່າ​​ແບບ​ນີ້​ທັງ​ງາມ​ທັງ​ມີ​ປະຫວັດ​ຂອງ​ມັນ.ຊາວບ້ານ​ທີ່​ຊື່ວ່າ​ຈຽງ​ເຈຍ​ເວົ້າ​ວ່າ:"ປະຫວັດ​ການ​ເຮັດ​ກະຕ່າ​ມີ100​ກວ່າ​ປີ​ແລ້ວ. ໝາກ​ພັບ​ໃນ​ບ້ານ​​ເຮົາ​ມີ​ຊື່ສ​ຽງ ຫຼາຍ, ກະຕ່າ​ເຫຼົ່າ​ນີ້​ກໍ່​​ແມ່ນ​ເອົາ​ມາ​ໃສ່​ໝາກ​ພັບ, ສາມາດ​ໃສ່ໄດ້1​ກິ​ໂລ."

ເພື່ອ​ນຳ​ໃຊ້​ທິວ​ທັດ​ດິນ​ທາມ​ຢ່າງ​ເຕັມ​ທີ່, ​ເມືອງ​ຫາງ​ໂຈ່​ວຍັງ​ສ້າງ​ສະຖານ​ທີ່​ສຳ​ຫຼວດ​ວິທະ​ຍາສາດ​ແລະ​ຄົ້ນຄວ້າ​ວິທະ​ຍາສາດ​ຢູ່​ໃນ​ດິນ​ທາມ​ຊີ່​ຊີ່ ​ເຊັ່ນ​ຫໍພິ​ພິທະ​ພັນ​ດິນ​ທາມ​ຈີນ, ສູນ​ການ​ຄົ້ນຄວ້າ​ວິທະ​ຍາສາດ​ດິນ​ທາມ, ສູນ​ການ​ສຳ​ຫຼວດ​ວິທະ ຍາສາດ, ​ເຂດ​ຊົມ​ນົກ, ສວນ​ພືດ​ດິນ​ທາມ, ສາ​ຖາ​ນີຕິ​ດຕາມສິ່ງ​​ແວດ​ລ້ອມ, ສະຖາ​ນີອຸຕຸ​ນິຍົມ​ແລະ​ສະຖານີ​ກອບ​ກູ້​ແລະ​ຊ່ວຍ​ເຫຼືອ​ສັດປ່າ​ເປັນ​ຕົ້ນ.

ນາງ​ສາ​ງອີ້​ງ​ໂຫງ, ຮອງ​ຫົວໜ້າ​ກົມ​ກະສິກຳ​ແຫ່ງ​ຊາດ​ຈີນ​​ເຫັນ​ວ່າ, ດິນ​ທາມ​ຊີ່​ຊີ່​ຄວນ​ກາຍ​ເປັນ​ແບບ​ຢ່າງ​ຂອງ​ມະນຸດ​ທີ່​ປັບ​ປຸງ​ສິ່ງ​ແວດລ້ອມ​ແລະ​ອະນຸລັກ​ທຳ​ມະ​ຊາດ. ນາງ​ກ່າວ​ວ່າ:

"ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຊີ່​ຊີ່​ມີ​ຄວາມ​ຮູ້ສຶກວ່າ​ງົດ​ງາມ​ຫຼາຍ, ທີ່​ຈິງ​ແລ້ວ​, ພວກ​ເຮົາ​ຄວນ​​ໃຊ້ການທ່ອງ​ທ່ຽວ​​​ເພື່ອ​ປູກ​​ໃຈ​ສຳ​ນິກກ່ຽວ​ກັບການ​ອະນຸລັກ​ຊີວະ​ພາບ​ແລະ​​ເຄົາລົບທຳ​ມະ​ຊາດ, ​ຍ້ອນ​ວ່າ​ພວກ​ເຮົາ​​​ແຕ່ລະຄົນ​ກໍ່ມີໜ້າ​ທີ່​ຮັບຜິດ​ຊອບຕໍ່ການ​ອະນຸລັກ​ສິ່ງ​​ແວດລ້ອມ."


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>