ເມືອງ​ສາງ​ໂຈ່​ວ​ແຂວງ​ຈ່ຽງຊູ-- ​ເມືອງ​ມັງກອນ​ຂອງ​ຈີນ

(GMT+08:00) 2009-07-16 19:04:05 cri
-----------------------------------------------------------------------------------------------------------------

ນະຄອນ​ຊຽງ​ໄຮ້​ຢູ່​ເຂດ​ສາມ​ຫຼ່ຽມປາກ​ແມ່​ນ້ຳ​ຢ່າງ​ຊີ​ກ້ຽງ​.ບໍ່ພ​ຽງ​ແຕ່​ເສດຖະກິດ​ພັດທະນາ​ຫຼາຍ​ເທົ່າ​ນັ້ນ,​ແຕ່​ຍັງ​ມີ​ທີ່​ຕັ້ງ ​ທີ່​ດີ,ມີ​ທິວ​ທັດ​ທີ່​ສວຍ​ງາມ​ຫຼາຍ​ແຫ່ງ.​ຖ້າ​ທ່ານ​ມີ​ແຜນ​ຈະ​ໄປ​ທ່ຽວ​ຊຽງ​ໄຮ້​ໃນ​ໄລຍະ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​2010,​ພວກ​ເຮົາ​ຈະ​ແນະ​ນຳ​ບ່ອນ​ໃກ້​ກັບ​ຊຽງ​ໄຮ້​ແຫ່ງ​ໜຶ່ງ​ທີ່​ໜ້າ​ໄປ​ທ່ຽວ​ຄື​ເມືອງ​ສາງ​ໂຈ່​ວ​ແຂວງ​ຈ່ຽງ​ຊູ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ສົດ​ງົດ​ງາມ​ຢູ່​​ເຂດ​ໃຕ້​ແມ່​ນ້ຳ​ຢ່າງ​ຊີ​ກ້ຽງ.

ເມືອງສາງໂຈ່ວ

ເມືອງ​ສາງ​ໂຈ່​ວຫ່າງ​ຈາກ​ນະຄອນ​ຊຽງ​ໄຮ້156​ກິ​ໂລ​ແມັດ,​ຂີ່​ລົດ​ໄຟ​ດ່ວນ​ພຽງ​ແຕ່​ຊົ່ວ​ໂມງ​ປາຍ​ກໍ່​ຮອດ​ໂລດ​.

ເມືອງ​ສາງ​ໂຈ່​ວມີນາ​ມມະ​ຍົດ​ວ່າ"​ເມືອງ​ມັງກອນ".ຕາມ​ເລົ່າ​ລື​ກັນ​ວ່າ​ເຄີຍ​ມີ​ມັງ​ກອນ​6​ໂຕ​ໄປ​ເມືອງ​ນີ້.​ໃນ​ສະ​ໄໝ​ຊຸນ​ຊິວ​ກ່ອນ​ຄ.ສ​770​ເຖິງ​476ປີ,​ລູກ​ຊາຍ​ຂອງ​ເຈົ້າ​ຊີ​ວິດ​ອູ​ໄດ້​ສ້າງ​ເມືອງ​ຢູ່​ແຫ່ງ​ນີ້.

ຮອງຮອຍເມືອງຢ່ຽນເສິງສະໄໝຊຸນຊິວ

ເມືອງ​ສາງ​ໂຈ່​ວມີ​ປູສະ​ນີຍະສະ​ຖານ​ທີ່​ມີ​ຊື່​ສຽງ​ຫຼາຍ​ແຫ່ງ​ຍ້ອນ​ມີ​ແຫຼ່ງ​ອະ​ລິ​ຍະ​ທຳ​ອັນ​ຮຸ່ງ​ເຮືອງ​ເຫຼື​ອງ​ເຫຼື​ອມ.ຮອງ​ຮອຍ​ເມືອງ​ຢ່ຽນ​ເສິງ​ສະ​ໄໝ​ຊຸນ​ຊິວ​ທີ່​ກວມ​ເນື້ອ​ທີ່​300​ເຮັກຕາ​ມີ​ປະ​ຫວັດ​2500​ກວ່າ​ປີ​ແລ້ວ,​ເປັນ​ເມືອງ​ເກົ່າ​ທີ່​ປົກ​ປັກ​ຮັກ​ສາ​ໄດ້​ຢ່າງ​ສົມ​ບູນ​ທີ່​ສຸດ​ແລະ​ເກົ່າ​ແກ່​ທີ່​ສຸດນັບ​ແຕ່​ສະ​ໄໝ​ຊຸນ​ຊິວ​ມາ​ຮອດ​ປັດ​ຈຸ​ບັນ​ຂອງ​ຈີນ.​ຄອງ​ນ້ຳ​ຈິ່ງ​ຫາງ​ທີ່​ເກົ່າ​ແກ່​ໄຫຼ​ຜ່ານ​ເມືອງ​ສາງ​ໂຈ່​ວ,​ຄອງ​ນ້ຳ​ຕອນ​ນີ້​ເຄີຍ​ມີ​ເຮືອ​ຂົນ​ສົ່ງ​ໄປໆ​ມາໆ​ຫຼາຍ​ທີ່​ສຸດຢູ່​​ເຂດ​ໃຕ້​ແມ່​ນ້ຳ​ຢ່າງຊີ​ກຽງ,​ເປັນ​ສັກຂີ​ພິຍານ​ການ​ປ່ຽນ​ແປງ​ຕາມ​ປະຫວັດສາດ​ຂອງ​ເມືອງ​ສາງ​ໂຈ່​ວ,ວັດ​ທຽນ​ນິງສານ​ມີນາ​ມມະ​ຍົດ​ວ່າ​"ປ່າ​ໄມ້​ອັນ​ດັບ​ໜຶ່ງ​ຂອງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຈີນ",​ເປັນ​ສະຖານ​ທີ່​ທຳ​ພິ​ທີ​ທາງ​ພຸດ​ທະ​ສາ​ສະ​ໜາ​ທີ່​ມີ​ຊື່ສ​ຽງ​ແລະ​ແຫຼ່ງທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ສາ​ສະ​ໜາ​ທີ່​ລື​ຊາ​ຂອງ​ຈີນ.

ທາດທຽນນິງປາວ

ວັນ​ທີ30​ເມສາ2007,​ທາດ​ພຸດທະສາສະ​ໜາ​ທີ່​ສູງ​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ໃນ​ປັດຈຸບັນ​ຄື​ທາດ​ທຽນ​ນິງປາວ​ເມື່ອ​ໄດ້​ສ້າງ​ມາ​ເປັນ​ເວລາ6​ປີ​ແລ້ວ​ກໍ່ສຳ​ເລັດ​ຢ່າງ​ເປັນ​ທາງ​ການ.ພະ​ເຖລະ​ພາຍ​ໃນ​ຈີນ​ແລະ​ຕ່າງປະ​ເທດ108​ອົງ​ສູດ​ມົນ​ໃຫ້​ທາດ​ນີ້.ທ່ານ​ເຕິ້ງ​ຈຸ້ນ​ ຮອງ​ຜູ່​ອຳນວຍ​ການ​ໃຫຍ່​ບໍ​ລິ​ສັດ​ກໍ່​ສ້າງ​ທາດ​ທຽນ​ນິງປາວ​ຈຳກັດ​ບອກ​ວ່າ:

"ທາດ​ນີ້​ໄດ້ລົງທຶນ200​ລ້ານ​ຢວນ,ສູງ13​ຊັ້ນ,153,79​ແມັດ,ກວມ​ເນື້ອ​ທີ່27.000ຕາ​ແມັດ,​ເປັນ​ທາດ​ສູງ​ສຸດ​ໃນທາດ4000​ກວ່າ​ແຫ່ງ​ຂອງ​ຈີນ.​ທາດ​ທຽນ​ນິງປາວ​ກົມກຽວ​ກັບ​ພະພຸດ​ທະ​ຮູບ​ຢຸນກ່າງ​ທີ່​ຢູ່​ພາກ​ເໜືອ,ພະພຸດທະ​ຮູບ​ລົງ​ເມິ​ນທີ່​ຢູ່​ພາກ​ກາງ,ພະພຸດທະ​ຮູບ​ເລີ​ຊ່ານ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ,ພະພຸດທະ​ຮູບ​ລິງ​ຊ່ານ​ທີ່​ຢູ່​ພາກ​ຕາ​ເວັນ​ອອກ​ແລະ​ພະພຸດທະ​ຮູບທ​ຽນຖານ​ຮົງ​ກົງ​ທີ່​ຢູ່​ພາກ​ໃຕ້."

ນອກຈາກ​ມີປູສະ​ນີຍະສະ​ຖານ​ທີ່​ມີ​ຊື່ສ​ຽງຈຳນວນ​ຫຼວງ​ຫຼາຍ​ແລ້ວ,ປະຊາຊົນ​ເມືອງ​ສາງໂຈ່​ວຍັງ​ໄດ້​ສ້າງ​ເມືອງ​ນີ້​ໃຫ້​ເປັນ"​ແດນ​ສະ​ຫວັນ​ສຳລັບ​ຊື້​ເຄື່ອງ​ຂອງ"ດ້ວຍ​ສະຕິ​ປັນຍາ​ຂອງ​ຕົນ.​ເຄື່ອງ​ຫັດຖະກຳ​ທີ່​ມີ​ຊື່ສ​ຽງຊະນິດ​ຕ່າງໆ​ຂອງ​ເມືອງ​ສາງ​ໂຈ່​ວສ່ວນ​ຫຼາຍ​ມີ​ຮ່ອງ​ຮອຍ​ປະ​ຫວັດ​ສາດ,​ມີ​ຂາຍ​ຢູ່​ແຫຼ່ງທ່ອງ​ທ່ຽວ​ຕ່າງໆ.ຫວີ,​ເຄື່ອງ​ຖັກ​ແສ່ວ,​ແກະສະຫຼັກ​ໄມ້​ໄຜ່​ແລະ​ເຄື່ອງ​ຫັດ​ຖະ​ກຳ​ອື່ນໆ​ຂອງ​ເມືອງ​ສາງ​ໂຈ່​ວມີ​ປະຫວັດ​ອັນ​ຍາວ​ນານ.​ເຄື່ອງ​ວິຈິດ​ຕະກຳ​ຈິ່ງ​ທ້າຍ​ລານ​ທີ່​ມີ​ຕຸກກະຕາ​ໄດ​ໂນ​ເສົາ,​"ໄຂ່​ໄດ​ໂນ​ເສົາ"ຮູບ​ແກະ​ສະຫຼັກ​ສີ​ແລະ​ອື່ນໆ,​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ສຳຜັດ​ເຖິງ​ຄວາມ​ມີ​ຊີ​ວິ​ຊີ​ວາ​ໃໝ່​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ເມືອງ​ສາງ​ໂຈ່​ວ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>