ເມືອງ​ສາງ​ໂຈ່​ວ​ແຂວງ​ຈ່ຽງຊູ-- ​ເມືອງ​ມັງກອນ​ຂອງ​ຈີນ

(GMT+08:00) 2009-07-16 19:04:05 cri
-----------------------------------------------------------------------------------------------------------------

ຫວີຊູປີ້

ຫວີ​ໄມ້ ,ຫວີ​ຊູປີ້​ຂອງ​ເມືອງ​ສາງ​ໂຈ່​ວ​ເປັນ​ເຄື່ອງ​ຫັດຖະກຳ​ທີ່​ມີ​ຊື່ສ​ຽງຂອງ​ຈີນ,ມີ​ມາ​ແຕ່​ສະ​ໄໝ​ລາຊະວົງເວີຍ​ຈິ້ນ,ມີ​ປະ​ຫວັດ1600ກວ່າ​ປີ​ແລ້ວ​.ທ່ານ​ຈິ່ນຊົງ​ສຸນ ປະທານ​​ບໍລິສັດ​ຜະລິດ​ຫວີ​ຊູ​ປີ້​ເມືອງ​ສາງ​ໂຈ່​ວຈຳກັດ​ບອກ​ນັກ​ຂ່າວ​ດ້ວຍ​ຄວາມ​ພາກພູມ​ໃຈ​ວ່າ:

"​ໃນ​ສະ​ໄໝ​ລາຊະວົງ​ຊິງ,​ແຕ່ລະ​ປີ​ກໍ່​ຕ້ອງ​ມອບ​ໝາຍ​ໃຫ້​ໜ່ວຍອຸດສາຫະກຳ​ແຜ່ນ​ແພແລະ​ການ​ຜະລິດ​ສາງ​ໂຈ່​ວຜະລິດ​ຫວີ​ຊູ​ປີ້​ທີ່​ດີ​ເລີດ​ຈຳ​ນວນ​ຫຼວງ​ຫຼາຍ​ເພື່ອ ​ຖວາຍ​ໃຫ້​ພະ​ລາ​ຊະ​ວັງ,ສະ​ນັ້ນ,ຫວີ​ຊູ​ປີ້​ຂອງ​ເມືອງ​ສາງ​ໂຈ່​ວຈິ່ງ​ມີນາ​ມມະ​ຍົດ​ວ່າ"ຫວີ​ລາຊະ​ວັງ".ຫວີ​ງ່າ​ຊ້າງ​ທີ່​ເມືອງ​ສາງ​ໂຈ່​ວຜະລິດ​ສຳລັບ​ພະມານ​ດາສື​ຊີ​ໃຊ້​ຫວີ​ຜົມ​ນັ້ນ​ປັດ​ຈຸ​ບັນ​ຍັງ​ຮັກ​ສາ​ໄວ້​ໃນ​ຫໍພິພິດທະພັນ​ລາຊະ​ວັງ​ກູ້​ກົ່ງ​ທີ່​ຢູ່​ປັກ​ກິ່ງ.ຫວີ​ຊູ​ປີ້​ຂອງ​ເມືອງ​ສາງ​ໂຈ່​ວ​ເຄີຍ​ໄດ້​ຮັບ​ລາງວັນ​ຂັນ​ເງິນ​ໃນ​ງານ​ວາງສະ​ແດງສັນຕິພາບ​ທີ່​ຈັດ​ຂຶ້ນ​ຢູ່​ຊານ​ຟຣານ​ຊີ​ສ​ໂກ​ຂອງ​ອາ​ເມ​ລິ​ກາ​ໃນ​ປີ1915,ປີ1926,​ໄດ້​ຮັບ​ລາງວັນ​ຂັນ​ຄຳ​ໃນ​ງານ​ວາງສະ​ແດງ​ສາກົນ​ທີ່​ຈັດ​ຂຶ້ນ​ຢູ່ ຟີ​ນລາ​ເດັນ​ເຟຍຂອງອາ​ເມ​ລິ​ກາ"

ຫວີຊູປີ້

ປີ2006,ຜະລິດ​ຕະພັນ​ປະ​ເພດ​ຫວີ​ຂອງ​ເມືອງ​ສາງ​ໂຈ່​ວ​ໄດ້​ຮັບ​ລາງ​ວັນ"​ເຄື່ອງ​ລະ​ລຶກທ່ອງ​ທ່ຽວ​ທີ່​ມີ​​ເອກະລັກ​ພິ​ເສດ"​ໃນ​ງານ​ແລກປ່ຽນສິນຄ້າ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ຈີນ,​ເດືອນ​ສິງຫາ​ປີດຽວ​ກັນ,​ໂຮງງານ​ຜະລິດ​ຫວີ​ສາງ​ໂຈ່​ວຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ໜ່ວຍ​ງານ​ຮັບຜິດຊອບ​ການ​ປົກ​ປັກ​ຮັກສາ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ແຂວງ​ຈ່ຽງ​ຊູ.​ຫວີ​ຊູ​ປີ້ກາ​ໝາຍ"​ຊ້າງ​ຂາວ"​ທີ່ຈົດ​ທະບຽນ​ໃນ​ປີ1925​ໄດ້​ໃຊ້​ມາ​ຈົນ​ຮອດ​ປັດ​ຈຸ​ບັນ,​ເປັນກາ​ໝາຍ​ສິນຄ້າ​ທີ່​ມີ​ຊື່ສ​ຽງຂອງ​ເມືອງ​ສາງ​ໂຈ່​ວ,ຍັງ​ຖືກ​ຈັດ​ເປັນ1​ໃນ10​ສັນຍະລັກ​ຂອງ​ເມືອງ​ສາງ​ໂຈ່​ວອີກ​ດ້ວຍ.

ຫວີຊູປີ້

ປະຊາຊົນ​ຖື​ການ​ກິນ​ສຳຄັນ​ຫຼາຍ. ຈຸດ​ພິ​ເສດ​ອັນ​ພົ້ນ​ເດັ່ນ​ທີ່​ສຸດ​ຂອງອາຫານ​ແຊບ​ຂອງ​ເມືອງ​ສາງ​ໂຈ່​ວ​ແມ່ນ​ບ່ອນ​ເຕົ້າໂຮມ​ອາຫານ​ແຊບ​ທີ່​ມີ​ຊື່ສ​ຽງຂອງ​ຈີນ, ປະສົມ​ປະສານ​ກັບ​ວັດ​ທະ​ນະ​ທຳ​ເມືອງ​ສາງ​ໂຈ່​ວ,​ແລະ​ຍັງ​ມີ​ການ​ບໍລິການ​ທີ່​ດີ​ແລະ​ການ​ປະດິດ​ສ້າງ​ໃໝ່​ເລື້ອຍໆ.​ຢູ່​ເມືອງ​ສາງ​ໂຈ່​ວ,ມີ​ອາຫານທ້ອງ​ຖິ່ນ4​ຂະ​ແໜງ​ທີ່​ມີ​ຊື່ສຽງ​,ອາຫານ​ນັບ​ເປັນ​ໝື່ນ​ຊະນິດ,ອາຫານ​ກິນ​ຫຼິ້ນ​ຫຼາຍ​ຈົນ​ນັບ​ບໍ່​ຖ້ວນ.ຮ້ານ​ອາຫານ​ທ້ອງ​ຖິ່ນ​ຕ່າງໆ​ແຈກ​ຢາຍ​ເຕັມ​ຕາມ​ແຄມ​ຖະໜົນ​ຫົນທາງ,ບໍ່​ວ່າ​ເຂົ້າ​ຮ້ານ​ໃດ,​ເຈົ້າ​ຂອງ​ຮ້ານ​ກໍ່​ຈະ​ຕ້ອນຮັບ​ດ້ວຍ​ອາຫານ​ພິ​ເສດ​ຫຼາຍ​​ເຍື່ອງ.

ພິທີແຫ່ຂະບວນຮູບກາຕູນທີ່ເມືອງສາງໂຈ່ວເພື່ອດຶງດູດນັກທ່ອງທ່ຽວ



ເມືອງ​ທີ່​ມີ​ສະ​ເໜ່ຍ້ອນ​ອາຫານ​ກາ​ນກິນ​ເປັນ​ເມືອງ​ທີ່​ໜ້າ​ຮັກຫຼາຍ,ຖ້າ​ທ່ານ​ໄປ​ເມືອງ​ສາງ​ໂຈ່​ວ,ຢາ​ລືມ​ໄປ​ຖະໜົນ​ກິນ​ດື່ມ​ທີ່​ມີ​ຊື່ສ​ຽງ​ແຫ່ງ​ໜຶ່ງ​ເພື່ອ​ຊິ​ມອາ​ຫານ​ແຊບ​ທີ່​ມີ​ສີ​ສັນ​ພິ​ເສດ,​ໄປ​ຮ້ານ​ອາຫານ​ເກົ່າ​ແກ່​ທີ່ມີ​ປະຫວັດ​ຮ້ອຍ​ປີ,ຊິ​ມອາຫານ​ທີ່​ມີ​ຊື່ສ​ຽງ.​ອາ​ຫານ​ແຊບ​ແຕ່ລະ​ເຍືອງ​ຢູ່​ແຫ່ງ​ນີ້​ຍ່ອມ​ຈະ​ເຮັດ​ໃຫ້​ທ່ານ​ລືມ​ບໍ່​ລົງ.

ຖ້າ​ທ່ານຢາກ​ຮູ້ຈັກ​ກັບ​ຕົວ​ເມືອງ​ແຫ່ງ​ໜຶ່ງ​ຢ່າງ​ແທ້​ຈິງ,ກໍ່​ຕ້ອງ​ນອນ​ຄ້າງ​ຄືນ​ໜຶ່ງ​.​ເຊົ້າ​ມື້​ຕໍ່​ມາ,ຍ່າງ​ອອກ​ຈາກ​ປະຕູ​ໂຮງ​ແຮມ,ທ່ານ​ຈະ​ໄດ້​ເຫັນ​​ໃບ​ໜ້າທີ່​ແທ້​ຈິງ​ຂອງ​ປະ​ຊາ​ຊົນ​ເມືອງ​ນັ້ນບໍ່​ວ່າ​ຈະ​ເປັນຄົນ​ເດີນທາງ ​ຟ້າວ​ໄປ​ບ່ອນ​ໃດ​ບ່ອນ​ໜຶ່ງ,ຫຼື​ວ່າ​ຄົນ​ທີ່​ຍ່າງ​ເລາະ​ທ່ຽວ​ແບບ​ສະບາຍໆ.​ໂຮງ​ແຮມ​ແລະ​ເຮືອນ​ພັກ​ຂອງ​ເມືອງ​ສາງ​ໂຈ່​ວ,ບາງ​ແຫ່​ງທັນ​ສະ​ໄໝ,ບາງ​ແຫ່ງ​ມີ​ເອກະລັກ​ສີສັນ​ພິ​ເສດ​ພາກ​ໃຕ້​ຈີນ,ການ​ບໍລິການ​ຂອງ​ແຕ່​ລະ​ແຫ່ງ​ລ້ວນ​ແຕ່​ໃຊ້​ມາດ​ຕະ​ຖານ​ທີ່​ດີ​ທີ່​ສຸດ​ແລະ​ມື​ອາຊີບທີ່​ສຸດ,​ເຮັດ​ໃຫ້​ທ່ານ​ຮູ້ສຶກສະບາຍ​ຄື​ກັບ​ຢູ່​ເຮືອນ​ຕົນ​ເອງ.ທ່ານ​ຊູ​ເວີຍ​ ຫົວ​ໜ້າ​ພະ​ແນ​ກ​ການ​ທ່ອງ​ທ່ຽວ​ເມືອງ​ສາງ​ໂຈ່​ວໄດ້​ກ່າວ​ຄຳ​ເຊື້ອ​ເຊີນ​ທີ່​ຈິງ​ໃຈ​ທີ່​ສຸດ​ຕໍ່​ນັກ​ທ່ອງ​ທ່ຽວ:

"ຍິນ​ດີ​ຕ້ອນຮັບ​ທ່ານມາ​ທ່ຽວ​ສາງ​ໂຈ່​ວ​ເລື້ອຍໆ,ພວກ​ຂ້າພະ​ເຈົ້າ​ຫວັງ​ຢາກ​​ໃຊ້​ໂອ​ກາດ​ທີ່​ຊຽງ​ໄຮ້​ຈັດ​ງານ​ວາງ​ສະ​ແດງ​ໂລກ,​ເຮັດ​ໃຫ້​ເມືອງ​ສາງ​ໂຈ່​ວມີ​ຊື່ສ​ຽງຂຶ້ນ​ໃນ​ທົ່ວ​ໂລກ."


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>