ຊີວິດ​ການ​ເປັນ​ຢູ່​ຂອງຊາວ​ປະມົງ​ ໝູ່ເກາະ​ຊີ່ຊ່າ​ຂອງ​ຈີນພວມມີ​ການ​ປ່ຽນ​ແປງ​ຢູ່

(GMT+08:00) 2009-08-25 18:19:41 cri
-----------------------------------------------------------------------------------------------------------------

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ,ຍິນ​ດີ​ຕ້ອນຮັບ​ທ່ານ​ຮັບ​ຟັງ​ຄໍ​ລຳ"ຊີວິດ​ສັງຄົມ"ຂອງ​ມື້​ນີ້. ໝູ່ເກາະ​ຊີ່ຊ່າ​ຂອງ​ຈີນຕັ້ງ​ຢູ່​ທະ​ເລ​ຈີນ​ໃຕ້,ຫ່າງ​ຈາກ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງແຂວງ​ໄຫ​ຫລຳທີ່​ຢູ່ພາກ​ໃຕ້​ຂອງ​ຈີນປະມານ 330 ກິ​ໂລ​ແມັດ, ປະກອບ​ດ້ວຍ​ເກາະດອນ​ຢ່າງ​ຫຼວງ​ຫຼາຍ. ໝູ່​ເກາະ​ຊີ່​ຊ່າ​ມີ​ປາ​ອຸດົມສົມບູນ, ຕັ້ງ​ແຕ່​ບູຮານ​ນະ​ການ​ມາ​ນີ້ກໍ່​ມີ​ຊາວປະມົງຂອງ​ຈີນ​ຫາ​ປາ​ຢູ່​ແຫ່ງ​ນີ້. ​ໃນ​ຫຼາຍ​ປີ​ມາ​ນີ້, ​ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການສະ​ໜັບສະ​ໜູນ​ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນ, ຊີວິດ​ການ​ເປັນ​ຢູ່​ຂອງຊາວ​ປະມົງ​ພວກ​ເກີດມີ​ການ​ປ່ຽນ​ແປງ​ຄູ່​ເວັນ​ຄູ່​ຄືນ. ​ໃນ​ລາຍການ"ຊີວິດ​ສັງຄົມ​"ມື້​ນີ້, ພວກ​ເຮົາ​ກໍ່​ ​ໄປ​ເບິ່ງ​ການ​ປ່ຽນ​​ແປງ​ດ້ານຊີວິດ​ການ​ເປັນຢູ່​ຂອງ​ຊາວປະມົງທີ່​ຢູ່​ໝູ່ເກາະ​ຊີ່​ຊ່າ.

ລົງ​​ເຮືອ​ຢູ່​ເມືອງ​ເວີນ​ຊ່າງ ​ແຂວງ​ໄຫ​ຫລຳ, ​ເດີນ​ເຮືອ​ຢູ່​ເທິງ​ທະ​ເລ​ 15 ຊົ່ວ​ໂມງ,ກໍ່​ຮອດ​ເກາະ​ຢົງ​ຊີ່​ງ ​ເກາະ​ໃຫຍ່​ກວ່າ​ໝູ່​ຂອງ​ໝູ່​ເກາະ​ຊີ່​ຊ່າ. ​ເກາະ​ຢົງ​ຊີ່​ງກວມ​ເນື້ອ​ທີ່​ປະມານ 2 ກິ​ໂລ​ຕາ​ແມັດ, ​ຫຼຽວ​ເບິ່ງ​ຈາກ​​ເຮືອ, ​ເກາະ​ນ້ອຍໆ​ແຫ່ງ​ນີ້​ກໍ່​​ເໝືອນ​ດັ່ງ​ກ້ອນ​ມໍ​ລະ​ກົດ, ຢູ່​ກາງທະ​ເລ​ສີຟ້າ.

ເມື່ອ​ຂຶ້ນ​ຝັ່ງແລ້ວ,ຊາວປະມົງ ​ຟູ້ຈາຍ​ໂຊ ​ແລະ ​ເມຍ​ຂອງ​ເພິ່ນກໍ່​ອອກ​ຈາກບ້ານ ​ມາຕ້ອນຮັບ​ພວກ​ເຮົາ​, ​ພາ​ພວກ​ເຮົາ​ໄປ​ຢາມເຮືອນ​ຂອງ​ເຂົາ​ເຈົ້າ. ທາວຟູ້ຈາຍ​ໂຊ​​ເປັນ​ຄົນ​ຮ່າງສູງ​ຫຼາຍ, ຍ້ອນ​ວ່າ​ອອກ​ທະ​ເລ​ຫາ​ປາ​ເປັນ​ເວລາຍາວນານ, ລົມ​ພັດ​ແລະຕາກ​​ແດດເລື້ອຍໆ, ຈົນ​ຜິວ​ດຳ​​ແຫຼ້. ​ເມື່ອ​ເວົ້າ​ເຖິງ​ວຽກ​ງານ​ປະມົງ, ລາວ​ດີ​ໃຈ​ຫຼາຍ ​ແລະ ​ເວົ້າ​ວ່າ,


"ຢູ່​ແຫ່ງ​ນີ້​ຫາ​ປາ​ງ່າຍ, ຕາມທຳມະ​ດາ​ແລ້ວ ພວກ​ເຮົາ​ອອກ​ໄປຫາ​ປາ​ໃນຕອນ​ເຊົ້າ, ​ແລະ​ກັບຄືນ​ເຮືອນ​ໃນ​ຕອນ​ແລງ. ​ແຕ່ລະ​ເທື່ອ​ ອອກ​ທະ​ເລ​ຫາ​ປາ ​ແລະ ຊື້​ປາ​ຈາກຊາວ​ປະມົງ​ຂອງ​ເກາະ​ອື່ນໆ, ກໍ່​ມີຫຼາ​ຍຮ້ອຍ​ກິ​ໂລ."

ທ້າວຟູ້ຈາ​ຍ​ໂຊ​ບອກ​ໃຫ້​ຮູ້​ວ່າ, ​ແຕ່​ກ່ອນ,ຍ້ອນ​ເງື່ອນ​ໄຂ​ການ​ຜະລິດ​ຈຳກັດ, ​ແຕ່ລະ​ປີ, ຄອບຄົວ​ຂອງ​ເຂົາ​ເຈົ້າມີ​ລາຍ​ຮັບ2-3​ໝື່ນ​ຢວນ. ​ແຕ່​ປັດຈຸບັນ, ຄຽງ​ຄູ່​ກັບ​ໃຊ້​ເຄື່ອງ​ມື​ຫາ​ປາ​ທີ່​ທັນ​ສະ​ໄໝ, ​ແລະ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ປາ​ເພິ່ມຫຼາຍ​ຂຶ້ນ​ເລື້ອຍໆ, ລາຍ​ຮັບ​ສະ​ເລ່ຍຕໍ່ຫົວ​ຄົນຂອງ​ຄອບຄົວ​ ​ເຂົາ​ເຈົ້າ​ໃນ​ແຕ່ລະ​ປີກໍ່​ມີ 3 ໝື່ນ​ຢວນ. ລາຍ​ຮັບ​ເພິ່ມຂຶ້ນ​, ​ເຮັດ​ໃຫ້​ຄອບຄົວ​ຂອງ​ທ້າວຟູ້ຈາ​ຍ​ໂຊ​ມີ​ຊີວິດ​ການ​ເປັນ​ຢູ່ທີ່​ດີ​ຂຶ້ນ. ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ຄອບຄົວ​ເຂົາ​ເຈົ້າ​ຍິ່ງ​ດີ​ໃຈ​ນັ້ນ​ແມ່ນ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ຂອງ​ເກາະ​ຢົງ​ຊີ່​ງ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າ​ນັບ​ມື້​ນັບ​ສະດວກ​ຂຶ້ນ.

ກ່ອນ​ອື່ນແມ່ນ, ບັນຫາ​ຂາດ​ເຂີນໄຟຟ້າ​ໄດ້​ຮັບ​ການແກ້​ໄຂ​ໃນ​ຂັ້ນ​ພື້ນຖານ.​​ແຕ່​ກ່ອນ, ​​ຢູ່​ເທິງເກາະ​ໃຊ້​ຈັກຜະລິດ​ໄຟຟ້າ​ແຮງ​ຕ່ຳ,ພຽງ​ແຕ່​ສາມ​າດສະໜອງ​ຄວາມ​ຕ້ອງການ​ໃຊ້​ໄຟຟ້າ​​ເທິງ​ເກາະ​​ໃນຂັ້ນ​ພື້ນ​ຖານ​ເທົ່າ​ນັ້ນ. ​ແຕ່​ຍ້ອນ​ວ່າ​ລະດັບ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​​ຊາວ​ປະມົງ​ຢູ່​ເທິງ​ເກາະ​ສູງ​ຂຶ້ນ​, ປະລິມານ​ການ​ໃຊ້​ໄຟຟ້າ​ກໍ່​​ເພິ່ມ​ຂຶ້ນ​ຄູ່​ປີ,ອຸປະກອນ​ໃນ​ເມື່ອ​ກ່ອນ​ຕອບສະໜອງ​ຄວາມ​ຕ້ອງການ​ໃຊ້​ໄຟຟ້າບໍ່​ໄດ້​ແລ້ວ. ປີ2007,ໜ່ວຍ​ງານ​ໝູ່​ເກາະ​ຊີ່​ຊ່າ, ນານ​ຊ່າ ​ແລະ ຈົ່ງ​ຊ່າຂອງ​​ແຂວງ​ໄຫ​ຫລຳ​ໄດ້​ຕິດ​ຕັ້ງ​ຈັກຜະລິດ​ໄຟຟ້ານ້ຳມັນ​ກາ​ຊວນ​ທີ່​ມີ​​ແຮງ​ມ້າ 300 ກິ​ໂລ​ວັດສອງ​ໜ່ວຍ​ໃຫ້​ແກ່​​ຊາວ​ປະມົງ​ຢູ່​ເທິງເກາະ,​​ໄດ້ຫຼຸດ​ຜ່ອນການ​ຂາດ​ເຂີນ​ໄຟຟ້າ​ຢ່າງ​ຫຼວງຫຼາຍ. ນອກ​ນີ້, ​ອຸປະກອນ​ພະລັງ​ລົມ ​ແລະ ພະລັງ​ຕາ​ເວັນ​ທີ່​ພວມ​ກໍ່ສ້າງ​ຢູ່​ເທິງ​ເກາະ​ນັ້ນ ກໍ່​ລ້ວນ​ແຕ່​ແມ່ນ​ເພື່ອ​ແກ້​ໄຂ​ບັນຫາ​ຂາດ​ເຂີນ​ໄຟຟ້າ​ໃຫ້​ດີກ​ວ່າ​ເກົ່າ​ບົນ​ພື້ນຖານ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເທິງ​​ເກາະ.

ນອກ​ຈາກ​ບັນຫາຂາດ​ເຂີນໄຟຟ້າ​​ແລ້ວ, ຊາວ​ປະມົງ​ເທິງ​ເກາະ​ຂາດ​ເຂີນ​ນ້ຳ​ດື່ມນ້ຳ​ໃຊ້​ກໍ່​ແມ່ນ​ບັນຫາ​ທີ່​ເຈັບ​ຫົວ​ຕະຫຼອດ​ມາ. ສິ່ງ​ທີ່ຂາດ​ເຂີນ​ທີ່​ສຸດ​ຢູ່​ເທິງ​ເກາະ​ກໍ່​ແມ່ນ​ນ້ຳ​ຈືດ, ນ້ຳ​ຈືດ​​ແມ່ນ​ໃຊ້​ເຮືອ​ຂົນ​ສົ່ງ​ມາ​ຈາກ​​​ເກາະ​ໄຫ​ຫລຳ. ທ້າວ​ຟູ້ຈາ​ຍ​ໂຊ​ໄດ້​​ແນະນຳ​ສະພາບ​ໃຊ້​ນ້ຳ​ຈືດ​ໃນ​ມື້​ທຳ​ມະ​ດາ​ໃຫ້​ພວກ​ເຮົາ​ຮູ້​ວ່າ,

"ພວກ​ເຮົາ​ກໍ່​ຮູ້​ຄຸນຄ່າ​ຂອງນ້ຳຈືດ,ສະ​ນັ້ນ​ຈິ່ງ​ໃຊ້​ຢ່າງ​ປະຢັດ​ທີ່​ສຸດ. ລ້າງ​ເຂົ້າ​ລ້າງ​ຜັກ,ລ້າງ​ທຸກສິ່ງ​ທຸກ​ຢ່າງ​ກໍ່​ໃຊ້​ນ້ຳ​ຢູ່​ເທິງ​ເກາະ​ລ້າງກ່ອນ, ​ແລ້ວ​ຈິ່ງ​ລ້າງ​ດ້ວຍນ້ຳ​ຈືດ."

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>