ຊີວິດ​ການ​ເປັນ​ຢູ່​ຂອງຊາວ​ປະມົງ​ ໝູ່ເກາະ​ຊີ່ຊ່າ​ຂອງ​ຈີນພວມມີ​ການ​ປ່ຽນ​ແປງ​ຢູ່

(GMT+08:00) 2009-08-25 18:19:41 cri
-----------------------------------------------------------------------------------------------------------------

ກ່ຽວ​ກັບ​ບັນຫາ​ຂາດ​ເຂີນ​ນ້ຳ​ຈືດ​ຫຼາຍ,ສະ​ນັ້ນ​ທາງໜ່ວຍງານ​ຈຶ່ງໄດ້​ສະ​ເໜີ​ແຜນການພັດທະນາ​ໃນຕໍ່​ໜ້າ. ທ່ານ​ທານ​ສຽນ​ຄຸ່ນ ຮອງ​ເລຂາ​ຂອງ​ໜ່ວຍງານ​ບອກ​ໃຫ້​ຮູ້​ວ່າ,
"​​ໂຄງການຫັນນ້ຳ​ທະ​ເລ​​ໃຫ້ເປັນ​ນ້ຳ​ຈືດ​ນັ້ນ​​ໄດ້ວາງ​ອອກ​ແລ້ວ, ລາຄາ​ກໍ່​ສົມ​ເຫດ​ສົມ​ຜົນ,​ໂຕນ​ໜຶ່ງ​ປະມານ 5 ຢວນ. ນອກ​ນີ້​ຍັງ​ມີ​ໂຄງການບຳບັດ​ນ້ຳ​​ເປື້ອນ.

ນ້ຳ​​​ເປື້ອນ​ເມື່ອ​ບຳບັດ​ແລ້ວກໍ່​ສາມາດໃຊ້​ໃນ​ຊີວິດ​ປະຈຳ​ວັນ​ໄດ້,​ສາມາດ​ໃຊ້​ມາອາບ​,ຊັກ​ເຄື່ອງ.​ເຮັດ​ແນວ​ນີ້,ຊາວ​ປະມົງ​ທີ່​ດຳລົງ​ຊີວິດ​ຢູ່​ເທິງ​ເກາະ​ນອກຈາກມີ​ນ້ຳ​ກິນ​ແລ້ວ,​ ໃນຊີວິດ​ປະຈຳ​ວັນ​ກໍ່​ມີ​ນ້ຳ​ຈືດ​ໃຊ້."

ນອກ​ນີ້,ການ​ຕັ້ງ​ຫ້ອງການໄປສະ​ນີ,​ເປີດ​ສັນຍານ​ໂທລະສັບ​ມື​ຖື,ກໍ່​ໄດ້​ສ້າງ​ຄວາມ​ສະດວກຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ຊາວ​ປະມົງ​ເທິງ​ເກາະ​ຕິດ​ຕໍ່​ກັບ​ໂລກ​ພາຍ​ນອກ.​ໃນ​ແຕ່​ກ່ອນ​ທີ​ບໍ່​ມີ​ສັນຍານ​ໂທລະສັບ​ມື​ຖື,ຊາວ​ປະມົງ​ລ້ວນ​ແຕ່​ແມ່ນ​ຕິດ​ຕໍ່​ກັບ​ພາຍ​ນອກ​ດ້ວຍ​ໂທລະສັບ​ຂອງ​ຫ້ອງການ​ໄປສະນີ.​ໃນ​ໄລຍະ​ທຳ​ອິດ,​ໂທລະສັບ​ໃນ​ຫ້ອງການໄປສະນີ​ລ້ວນ​ແຕ່​ແມ່ນ​ໂທລະສັບຜ່ານ​ດາວ​ທຽມ,​ແລະມີພຽງ​ແຕ່2-3​ໜ່ວຍ​ເທົ່າ​ນັ້ນ,ຄ່າ​ໂທ​ສູງ​ຕັ້ງ10​ຢວນຕໍ່​1ນາທີ.​ແຕ່​ລະ​ມື້,ຜູ່​ທີ່​ລຽນ​ແຖ​ວ​ເພື່ອ​ລໍ​ຖ້າ​ໂທລະສັບ​ນັ້ນ​ມີ​ຢ່າງ​ບໍ່ຂາດ​ສາຍ.​ໂດຍ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ແຂງ​​ແຮງຈາກຄະນະ​ພັກ​​ແລະ​ອົງການ​ປົກຄອງຂອງ​ແຂວງ,ບໍລິສັດ​​​ໂທລະຄົມ​ເຄື່ອນ​ທີ່ຈີນ​ຫຼືChina Mobile​ແລະບໍລິສັດ​ໄຊ​ນາ​ຢູນິຄອມໄດ້​ເປີດ​ບໍລິການ​ຢູ່​ເທິງ​ເກາະ​ຕາມໆ​ກັນ,​ເຊິ່ງ​ໄດ້​ແກ້​ໄຂ​ບັນຫາ​ການ​ໃຊ້ໂທລະສັບຂອງ​ຊາວ​ປະມົງ.

ສິ່ງ​ທີ່​ໜ້າ​ຊົມ​ຊື່ນ​ນັ້ນ​ແມ່ນ,ວັນ​ທີ30​ກໍລະ​ກົດ​ປີ2007,​ເກາະ​ຢົງ​ຊິງ​ຍັງ​ໄດ້​ເປີ​ດບໍລິການ​ເຂົ້າ​ອິນ​ເຕີ​ເນັດ,ຕັ້ງ​ສູນ​ອິນ​ເຕີ​ເນັດ.ຢູ່​ໃນ​ສູນ​ອິນ​ເຕີ​ເນັດມີ​ຄອມ​ພິວ​ເຕີ30​ໜ່ວຍ,ລ້ວນ​ແຕ່​ເຂົ້າ​ອິນ​ເຕີ​ເນັດ​ໄດ້,​ແລະ​ຍັງ​ສາມາດ​ເຫັນ​ກັນ​ຜ່ານ​ກ້ອງວິ​ດີ​ໂອ​ໄດ້.ຊາວ​ປະມົງ​ຜູ່​ໜຶ່ງ​ຊື່ວ່າ​ຈີ້ ໄຫ ​ອູ​ ,ອາຍຸຫາ​ກໍ່20​ປີ,​ລາວບໍ່​ໄດ້​ອອກ​ທະ​ເລຫາ​ປາ​ຍ້ອນ​ລົມ​ພັດ​ແຮງ​ຫຼາຍ,ກໍ່​ເລີຍ​ໄປ​ລົມ​ກັບ​ໝູ່​ເພື່ອນ​ຢູ່​ເທິງ​ອິນ​ເຕີ​ເນັດ.​ເມື່ອ​ກ່າວ​ເຖິງ​ຜົນ​ດີ​ຂອງ​ການ​ເປີດ​ບໍລິການ​ເຂົ້າ​ອິນ​ເຕີ​ເນັດ,ລາວ​ເວົ້າ​ດ້ວຍ​ຄວາມ​ດີ​ໃຈ​ວ່າ:


"ຖ້າວ່າ​ໝູ່​ຫຼື​ໝູ່​ຮ່ວມ​ຮຽນ​ຢາກ​ເຫັນ​ໜ້າ​ກັນ,ກໍ່ເຂົ້າ​ອິນ​ເຕີ​ເນັດ​,ລົມ​ກັນ​ກໍ່​ສະບາຍ.ລົມ​ກັນ​ແນວ​ນີ້​ຖືກ​ຫຼາຍ,​ເພາະ​ລົມ​ທາງ​ໂທລະສັບ​ອ່າວ​ແພງ​ແດ່."


ນອກ​ຈາກຫ້​ອງການ​ໄປສະນີ,​ໂທລະ​ສັບ​ມື​ຖື,ອິນ​ເຕີ​ເນັດ​ແລ້ວ,​ໂຮງ​ໝໍ,ທະນາຄານ​ແລະ​ຮ້ານສັບ​ພະ​ສິນຄ້າ​ກໍ່​ທະຍອຍ​ກັນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ເທິງ​ເກາະ.​ເພື່ອ​ເຮັດ​ໃຫ້​ໃນ​ຍາມ​ຫວ່າງຂອງ​ຊາວ​ປະມົງ​ມີ​ຊີ​ວິ​ຊີວາ​ຫຼາຍ​ຂຶ້ນ,ໜ່ວຍ​ງານຂອງ​ເກາະ​ນີ້​ຍັງ​ໄດ້​ເປີດ​ຫ້ອງ​ຫຼິ້ນ​ສະ​ໜຸກເກີ​ແລະ​ຫ້ອງ​ຫຼິ້ນ​ປິ່ງ​ປ່ອງ​ໃຫ້​ຊາວ​ປະມົງ​ໂດຍ​ບໍ່​ເກັບ​ຄ່າ.ຊີວິດ​ຢູ່​ເທິງ​ເກາະ​ບໍ່​ຕ່າງ​ຫຍັງ​ກັບ​ຢູ່​ເທິງ​ບົກ,ສະດວກ​ສະ​ບາຍ​ທີ່​ສຸດ.


ພື້ນຖານ​ໂຄງ​ລ່າງ​ດ້ານ​ຊີວິດ​ການ​ເປັນ​ຢູ່​ທຸກ​ດ້ານ​ຄ່ອຍໆ​ສົມບູນ​ຂຶ້ນ,​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງຊາວ​ປະມົງ​ທັງຫຼາຍ​ໄດ້​ມີ​ການ​ຮັບປະກັນ​ໂດຍ​ພື້ນຖານ,ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ສາມາດ​ອອກ​ເດີນ​ທະ​ເລໄປ​ຫາ​ປາ​ດ້ວຍ​ຄວາມ​ສະບາຍໃຈ​ແລະ​ກໍ່​ເຮັດ​ໃຫ້​ເຂົາ​ເຈົ້າ​​ປ່ຽມ​ລົ້ນ​ໄປ​ດ້ວຍ​ຄວາມ​ປາຖະໜາ​ຕ່າງໆ​ນາໆ​ຕໍ່​ອະນາຄົດ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>