"​ເຈົ້າ​ຊາຍ​ອາ​ຟິຼກກາ​ທີ່​ນຳ​ເອົາ​ແຟຊັນ​ມາ​ສະ​ເໜີ​ຢູ່​ຈີນ"

(GMT+08:00) 2009-09-08 18:10:51 cri
-----------------------------------------------------------------------------------------------------------------
ຢູ່​ເຂດ​ຕົ່ງ​ຊື້​ສື​ທຽວ​ນະຄອນຫຼວງ​ປັກ​ກິ່ງ​ມີ​ຮ້ານ​ຂາຍ​ເຄື່ອງ​ນຸ່ງຮ້ານ​ໜຶ່ງ​ຊື່ວ່າ"ອ້າຍ​​​ເຟີ​ຍ​ປູ້​ອີ່". ​ເປັນ​ຮ້ານ​ນ້ອຍໆ​ແຕ່​ພັດມີ​ລູກ​ຄ້າ​ ​ອຸດ​ໜູນ​ຫຼາຍ.​ເມື່ອ​ຍ່າງ​ເຂົ້າ​ຮ້ານ,ກໍ່​ຈະ​ໄດ້​ເຫັນ​ເຄື່ອງ​ນຸ່ງ​ຂອງ​ຖື​ທີ່​ມີ​ສີສັນສົດ​ໃສ​ແລະມີ​ລວດລາຍ​ທີ່ສວຍ​ງາມ,ຄື​ໄດ້​​ພາລູກ​ຄ້າ​ອອກ​ຈາກ​ຖະໜົນ​​ເກົ່າ​ແກ່​ຂອງ​ນະຄອນ​ປັກ​ກິ່ງ​ເຂົ້າ​ສູ່​ແຜ່ນດິນ​ໃຫຍ່​ອາ​ຟິຼກກາ​ທີ່​ເລິກ​ລັບ​ແລະ​ມີ​ສີສັນ​ສວຍ​ສົດ​ງົດ​ງາມ.ໜ້າ​ສົນ​ໃຈ​​ເປັນ​ພິ​ເສດນັ້ນ​ແມ່ນ​ອ້າຍ​ບ່າວ​ອາ​ຟຼິກກາຜູ່​ໜຶ່ງທີ່​ຖືກ​ເອີ້ນ​ວ່າ"​ເຈົ້າ​ຊາຍ"​,ທີ່ມີ​ຮ່າງກາຍ​ລ້ຳ​ສັນ​ສູງ1​ແມັດ80,ພວມ​ຫຍິບ​ເຄື່ອງ​ຢູ່​ລະຫວ່າງ​ກອງ​​ເສື້ອ​ຜ້າ​ອາພອນນາໆ​ສີ​ແລະ​ພາສາ​ຈີນ​ອັນ​ຫຼ່ຽນ​ໄຫຼ​ທີ່​ອ້າຍ​ບ່າວ​ຜູ່​ນີ້​ເວົ້າ​ກັບ​ລູກ​ຄ້າ.

"​ເຈົ້າ​ຊາຍ"ຜູ່​ນີ້ຊື່​ແທ້​ແມ່ນ"​ໂອ​ບິນ​ນາ",ມາ​ຈາກ​ນີ​ເຊ​ຣີ.​ເມື່ອ​​ເວົ້າ​ເຖິງ​ສາຍ​ເຫດ​ທີ່​ວ່າ​ເປັນ​ຫຍັງ​ຈຶ່ງ​ເອີ້ນ​ລາວ​ວ່າ​ເຈົ້າ​ຊາຍ,​ລາວ​ບອກ​ວ່າ:"ຂ້ອຍ​ຊື່ວ່າ​ໂອ​ບິນ​ນາ,ພໍ່​ຂ້ອຍ​​ແມ່ນ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ,ສະ​ນັ້ນ,ຄົນ​ທັງຫຼາຍ​ຈິ່ງ​ເອີ້ນ​ຂ້ອຍ​ວ່າ"​ເຈົ້າ​ຊາຍ".ຄອບຄົວ​ພວກ​ຂ້ອຍ​ມີ​ອ້າຍ​ເອື້ອຍ​ນ້ອງນຳ​ກັນ9​ຄົນ,ຊາຍ4​ຄົນ,ຍິງ5​ຄົນ,ຂ້ອຍ​ເປັນ​ລູກ​ຜູ່​ທີ5."

ຕອນ​ຮຽນຢູ່​ມະຫາວິທະຍາ​ໄລ,​ເຈົ້າ​ຊາຍ​ຮຽນ​ວິຊາວິ​ສະວະ​ກຳ​ກົນ​ຈັກ.​ເມື່ອ​​ຮຽນ​ຈົບ​ແລ້ວ,​ເຈົ້າ​ຊາຍ​ໄດ້​ເປັນ​ວິສະວະກອນ​ຜູ່​ໜຶ່ງ​.​ແຕ່​ເມື່ອ​ທຽບ​ກັບ​ວິ​ສາວະ​ກຳ​ແລ້ວ,ລາວ​ມັກ​ການ​ອອກ​ແບບ​​ເຄື່ອງນຸ່ງຫຼາຍ​ກວ່າ​.ສະ​ນັ້ນ,ບໍ່​ເທົ່າ​ໃດ​ປີ​ກ່ອນ,​ລາວ​ຈິ່ງ​ໄດ້​ຕັດສິນ​ໃຈ​ລາ​ຈາກ​ວຽກ​ວິສະວະກອນ,​​ໄປ​ເຮັດ​ວຽກອອກ​ແບບ​​ເຄື່ອງ​ນຸ່ງ.

ປີ2005,​ເຈົ້າ​ຊາຍ​​ໄດ້​ມາ​ຈີນ,​ໝູ່​ໄດ້​ແນະນຳ​ໃຫ້ລາວ​ ​ຮູ້ຈັກ​ກັບ​ ​ນາງ​ລີ​​ເວີຍ​ທົງ ຊ່າງ​ອອກ​ແບບ​​ເຄື່ອງນຸ່ງຂອງ​ປັກ​ກິ່ງ.ນາງລີ​ເວີຍ​ທົງ​ເຄີຍ​ໄປ​ອາ​ຟິຼກກາ​ຫຼາຍ​ເທື່ອ,​ແລະ​ຕິດ​ໃຈ​ນຳ​ສິລະ​ປະ​ເຄື່ອງ​ນຸ່ງ​ຫົ່ມຂອງອາ​ຟິຼກກາ​ເປັນ​ພິ​ເສດ​.​ເມື່ອ​ກັບ​ມາປະ​ເທດ​ຈີນ​ແລ້ວ​ນາງກໍ່​ໄດ້​ຕັ້ງ​ຮ້ານ​"ອ້າຍ​ເຟີ​ຍ​ປູ້​ອີ່"ຂາຍ​​​ເຄື່ອງ​ນຸ່ງ​ຂອງ​ຖື​ອາ​ຟິຼກກາ​​ໂດຍ​ສະ​ເພາະ.ຕໍ່​ມາ,​ເຈົ້າ​ຊາຍ​ໄດ້​ຮ່ວມ​ມື​ກັບູ​ຮ້ານ​ນີ້.ລາວ​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ​ແລະ​ຕັ້ງ​ໃຈຫຼາຍ,ຫຼັງ​ຈາກ​ນັ້ນ3​ເດືອນ,ລາວ​ຍັງສາມາດ​ລົມ​ກັບ​ລູກ​ຄ້າ​ດ້ວຍ​ພາສາ​ຈີນ​ແບບ​ງ່າຍໆ​ໄດ້.

ພາຍຫຼັງ​ເຂົ້າ​ເປັນ​ສະມາຊິກຂອງ​ຮ້ານ"ອ້າຍ​​​ເຟີ​ຍ​ປູ້​ອີ່"​ແລ້ວ,ການ​ອອກ​ແບບ​ເທື່ອ​ທຳ​ອິດ​ຂອງ​ເຈົ້າ​ຊາຍ​ກໍ່​ແມ່ນ​ກະ​ເປົາ​ຜ້າປ່ານ​ອາ​ຟິຼກກາ,ການ​ອອກ​ແບບ​ພິ​ເສດ​​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ລູກ​ຄ້າ​ຈີນ​ໃນ​ທັນທີ.​ເມື່ອ​ໄດ້​ເຫັນ​ເຈົ້າ​ຊາຍຄົນ​ສູງໆ​ໃຊ້​ສອງ​ມື​ໃຫຍ່​ໆຫຍິບ​ເຄື່ອງ,​ເຮັດ​ໃຫ້​ຄົນ​ອົດ​ຫົວ​ບໍ່​ໄດ້.​ແຕ່​ສິ່ງ​ທີ່​ເຫຼືອ​​ເຊື່ອ​ນັ້ນ​ແມ່ນ,ສອງ​ມື​ໃຫຍ່​ໆຂອງ​ເຈົ້າ​ຊາຍຫຍິບ​​ເກັ່ງ​ຫຼາຍ.ນາງ​ລີ​ເວີຍ​ທົງ​ຫວນ​ຄືນ​ວ່າ:

"ຂ້ອຍ​ບໍ່​ຄຶດ​ເລີຍ​ວ່າ​ລາວ​ເປັນ​ຜູ່​ຊາຍ​ທີ່​ຫຍິບ​ເຄື່ອງ​ງາມ​ປານ​ນີ້.ກໍ່​ເລີຍ​ຊື້​ຜ້າປ່າ​ນ​ແບບ​ຫຍາບໆ​ມາໃຫ້​ລາວ​ຕັດຫຍິບ​​ເອງ.ມີ​ເທື່ອ​ໜຶ່ງ,ຢູ່​ສວນ​ສາ​ທາ​ລະ​ນະ​ຊາວ​ຢາງ​ປັກ​ກິ່ງ​ຈັດ​ງານ​ວາງສະ​ແດງ​ເຄື່ອງອາ​ຟິຼກກາ,ລາວ​ໄດ້​ເຮັດ​ກະ​ເປົ໋າ100​ກວ່າ​ໜ່ວຍ,ຂາຍ​ດີຫຼາຍ."
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>