"​ເຈົ້າ​ຊາຍ​ອາ​ຟິຼກກາ​ທີ່​ນຳ​ເອົາ​ແຟຊັນ​ມາ​ສະ​ເໜີ​ຢູ່​ຈີນ"

(GMT+08:00) 2009-09-08 18:10:51 cri
-----------------------------------------------------------------------------------------------------------------


ນອກ​ນັ້ນ,​ ເຈົ້າ​ຊາຍ​ຍັງ​ແສ່ວ​ຕົວ​ໜັງສື"​ເຈົ້າ​ຊາຍ"ທີ່​ເປັນ​​ເຄື່ອງໝາຍ​ຫຼື​logoຂອງ​ລາວ​ໃສ່ເທິງ​ກະ​​ເປົາ​ທີ່​ຕົນ​ເອງ​ອອກ​ແບບຕາມ​ຄຳ​ສ​ະ​ເໜີ​ຂອງ​ນາງ​ລີ​ເວີຍ​ທົງ.

ນອກຈາກ​​ອອກ​ແບບ​ກະ​ເປົາ​ແລ້ວ​,​ເຈົ້າ​ຊາຍ​ຍັງ​ເຂົ້າ​ຮ່ວມ​ການ​ອອກ​ແບບ​ເຄື່ອງນຸ່ງ​ຂອງ​ຮ້ານ"ອ້າຍ​​​ເຟີ​ຍ​ປູ້​ອີ່".ລາວ​ເປັນ​ຄົນ​ສະ​ໝອງ​ໄວ,ມັກ​ຈະ​ມີ​ຂໍ້​ສະ​ເໜີ​ທີ່​ດີ​ໆໃຫ້​ນາງ​ລີ​ເວີຍ​ທົງ.ນາງ​ບອກ​ວ່າ:"​ໃນ​ດ້ານ​ການ​ໃຊ້​ສີ​ແລະ​ອື່ນໆ​ລາວ​ມັກມີ​ຄວາມ​ຄຶດ​ທີ່​ດີກ​ວ່າ​ຂ້ອຍ​,ລາວ​​ເວົ້າ​ກັບຂ້ອຍ​ວ່າ"​ເຈົ້າ​ໃຊ້​ສີ​ບໍ່​ຖືກ",​ແລ້ວບອກ​ຂ້ອຍວ່າ​ຕ້ອງ​ເຮັດ​ຈັ່ງ​ຊັ້ນ​ຈັ່ງ​ຊັ້ນ,​ເມື່ອຂ້ອຍ​ຄຶດ​ເບິ່ງ​ຄັກໆ​ແລ້ວ​ກໍ່​ຮູ້ສຶກ​ວ່າ​​ແມ່ນ​ຄວາມ​ລາວ​ແທ້."

ແຜ່ນ​ແພ​ຂອງ​ຮ້ານ"ອ້າຍ​​ໄຟ່​ປູ້​ອີ່"​ສ່ວນຫຼາຍ​ແມ່ນ​ແຜ່ນ​ແພ​ພື້ນ​ເມືອງ​ທີ່​ຜະລິດ​ຢູ່​ນີ​ເຊຣີ,​ແລະ​ສ່ວນ​ຫຼາຍ​ແມ່ນ​ຕ່ຳ​ດ້ວຍ​ມື.​ເອກະລັກ​ອາ​ຟິຼກກາ​ທີ່​​ເຂັ້ມ​ຂຸ້ນ​ຂອງ​ຮ້ານ​ນີ້​ໄດ້​ດຶງ​ດູດ​ຄົນ​ສັນຈອນ​​ໄປມາ​ຈຳນວນ​ຫຼວງຫຼາຍທີ່​ຍ່າງ​ຜ່ານ​ຜ່ານ​ໄປ.​ໃນ​​ເວລາ​​ເອົາ​ຂ່າວ,ນັກ​ຂ່າວ​ໄດ້​ເຫັນ​ລູກ​ຄ້າ​ເຂົ້າຮ້ານ​ຢ່າງ​ບໍ່​ຂາດ​ສາຍ,​ຈົນ​ຮູ້ສຶກ​ວ່າ​ຮ້ານ​ນ້ອຍໆນີ້​ຄັບ​ແຄບ​ຫຼາຍ.ນາງ​ເຊິ່ນທີ່​ບັງ​ເອີນ​ຍ່າງ​ເຂົ້າ​ຮ້ານ​ກໍ່​ເຂົ້າ​ມາ​ເບິ່ງ​ຄື​ກັນ,ນາງ​ບອກ​ວ່າ:"ພິ​ເສດ​ຫຼາຍ,​ເຄື່ອງ​ປະດັບ,​ແບບ​ເຄື່ອງ​ນຸ່ງ​ກໍ່​ຕ່າງ​ກັບ​​ແບບ​ຈີນ,ໜ້າ​ສົນ​ໃຈ​ຫຼາຍ​,​ເບິ່ງ​ໜ້າ​ຕາ​ກໍ່​ຮູ້​ໂລດ​ວ່າ​ເຈົ້າ​ຂອງ​ຮ້ານ​ເປັນ​ຄົນ​ຕ່າງປະ​ເທດ."

ນອກຈາກ​ລູກ​ຄ້າ​ທີ່​ບັງ​ເອີນ​ຍ່າງ​ຜ່ານ​ຮ້ານຈິ່ງ​ສົນ​ໃຈ,​ເຈົ້າ​ຊາຍ​ຍັງ​ຄ່ອຍໆ​ມີ​ລູກ​ຄ້າ​ປະຈຳ​ຂອງ​ຕົນ​ເອງຫຼາຍ​ຂຶ້ນ.ນາງ​ຟ້າ​ນກໍ່​ແມ່ນ​ຜູ່ໜຶ່ງ​.ບໍ່​ເທົ່າ​ໃດ​ປີ​ກ່ອນ,ໝູ່​ແນະນຳ​​ໃຫ້ນາງ​ມາຮ້ານ"ອ້າຍ​​​ເຟີ​ຍ​ປູ້​ອີ່"​ກໍ່​ຖືກ​ດຶງ​ດູດ​ໃຈ​ຍ້ອນ​ເອກະລັກ​ພິ​ເສດ​ຂອງ​ຮ້ານ​ນີ້​ໃນ​ທັນທີ​,​ໃນ​ທີ່​ສຸດກໍ່​ກາຍ​ເປັນ​ລູກ​ຄ້າ​ປະຈຳ​ຂອງ​ຮ້ານ​ນີ້.ນາງ​ບອກ​ວ່າ:"ຮູ້ສຶກ​ດີ​ຫຼາຍ,​ເພາະວ່າ​ຂ້ອຍ​ມັກ​ສີສັນ​ຂອງ​ເຄື່ອງ​ນຸ່ງ​ຮ້ານ​ນີ້​ເປັນ​ພິ​ເສດ,​​ເສື້ອ​ແຕ່ລະ​ໂຕ​ຂ້ອຍ​ກໍ່​ຢາກ​ລອງ​ໃສ່.ສິ່ງ​ທີ່​ໜ້າ​ສົນ​ໃຈ​ກວ່າ​ໝູ່​ກໍ່ແມ່ນສີສັນ​ລວດລາຍ​ຂອງ​ແຜ່ນ​ແພ​ຂ້ອຍ​ມັກ​ທີ່​ສຸດ,ອັນ​ທີ​ສອງ​ແມ່ນ​ເນື້ອ​ແພ​ຝ້າຍ,​ນຸ່ງ​ແລ້ວ​ຮູ້ສຶກ​ສະບາຍ​ທີ່​ສຸດ."

ເຈົ້າ​ຊາຍ​ເຮັດ​ວຽກ​ ​ລະອຽດ​ທີ່​ສຸດ,​ໃນ​ຮ້ານ​ນີ້​ມີ​ປຶ້ມ​ບັນທຶກ​ການຈຳໜ່າຍ6​ຫາ7​ຫົວ,​ເຊິ່ງ​ໄດ້​ບັນທຶກ​ສະພາບ​ການຈຳໜ່າຍ,ສິນຄ້າ​ເຫຼືອໃນ​ສາງ​ແລະ​ຍັງ​ມີ​ການ​ບັນທຶກ​ກ່ຽວ​ກັບ​ລູກ​ຄ້າ​ທີ່​ຈ່າຍ​ເງິນ​ດ້ວຍ​ບັດ​​ເຄຼ​ເດັດ​ເຫຼົ່ານີ້​ເປັນ​ຕົ້ນ.ປຶ້ມ​ບັນທຶກ​ແຕ່​ລະ​ຫົວ,​ເຈົ້າ​ຊາຍ​ໄດ້​ບັນ​ທຶກ​ໄວ້ຢ່າງ​ລະອຽດ​ແລະຈະ​ແຈ້ງ​ທີ່​ສຸດ.​ໃນ​​ໄລຍະ​ຢູ່​ຈີນ​​ເກືອບ4​ປີ,​ໂດຍ​ອີງ​ໃສ່​ຄວາມ​ສະດຸ້ງ​ໄວ​ຕໍ່​ແຟຊັນ​ແລະ​ມີ​ນ້ຳ​ໃຈ​ທີ່​ອົດ​ທຸກ​ທົນ​ຍາກ,​ເຈົ້າ​ຊາຍ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຈາກ​ນາງ​ລີ​ເວີຍ​ທົງ​ທີ່​ເປັນ​ເຈົ້າຂອງ​ຮ້ານ,​ເຈົ້າ​ຊາຍ​ເອງ​ກໍ່​ໄດ້​ສ້າງ​ຜົນສຳ​ເລັດ​ຂອງ​ຕົນ​ເອງ.

ກ່ອນ​ໄປ​ປະ​ເທດ​ຈີນ,​ເຈົ້າ​ຊາຍ​ເຄີຍ​ຢູ່​ອາ​ຟິຼກກາ​ໃຕ້,ອີ​ຕາ​ລີ,ຝະຣັ່ງ​ແລະ​ເຢຍລະ​ມັນ​ເປັນ​ເວລາຫຼາຍ​ປີ.​ແຕ່​ລາວ​ເວົ້າ​ວ່າ,​ໃນ​ໄລຍະດຳລົງ​ຊີວິດ​ຢູ່​ຈີນ​ລາວ​ຮູ້ສຶກ​ສະບາຍ​ໃຈ​ທີ່​ສຸດ.ຢູ່​ຈີນ​ເກືອບ4​ປີ,ລາວ​ຮັກ​ດິນ​ແດນ​​ແຫ່ງ​ນີ້ແລະ​ປະຊາຊົນ​ແຫ່ງ​ນີ້.ລາວ​ບອກ​ວ່າ:"ຈີນ​ໜ້າ​ຮັກ​ອີ່ຫຼີ,​ເປັນ​ດິນ​ແດນ​ທີ່​ເຈົ້າ​ຢູ່​​ໄດ້​ແລະ​ສາມາດ​ບັນລຸ​ຄວາ​ມ​​ໄຝ່ຝັນ​ຂອງ​ຕົນ​ໄດ້.ຈີນຮັກ​ຂ້ອຍ,ຂ້ອຍ​ກໍ່​ຮັກ​ຈີນ​ຄື​ກັນ."

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>