ຢູ່ຖະໜົນຈິ່ນໂຈ່ວເຂດລາງຊີເມືອງນານນິງທີ່ເປັນເມືອງເອກຂອງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ,ມີຮ້ານກາເຟແຫ່ງໜຶ່ງ,ເບິ່ງຈາກພາຍນອກແລ້ວມັນບໍ່ຕ່າງຫຍັງກັບຮ້ານກາເຟທີ່ມີສາຂາຮ້ານຢູ່ທົ່ວປະເທດຈີນເຊັ່ນກາເຟສະຕາບາກ,ກາເຟUBCແລະອື່ນໆ.
ແຕ່ຖ້າທ່ານຍ່າງເຂົ້າຮ້ານປຸບກໍ່ຮູ້ສຶກໂລດວ່າມັນຕ່າງກັບບ່ອນອື່ນຫຼາຍ.ນີ້ກໍ່ຄືຮ້ານກາເຟຈົ່ງຢວນທີ່ຕັ້ງຊື່ຕາມກາເຟຫວຽດນາມ.
ເມື່ອຍ່າງເຂົ້າຮ້ານກາເຟຈົ່ງຢວນ,ທ່ານຈະໄດ້ຍິນສຽງດົນຕີຫວຽດນາມທີ່ອອນຊອນຄືແນວນີ້ລະ.ດອກໄຟປະດັບທີ່ເຮັດດ້ວຍໄມ້ໄຜ່ຢ່ອນລົງຈາກເພດານ,ຝາສີຂາວທີ່ປະດັບດ້ວຍໄມ້ແກະສະຫຼັກ,ພືດເຂດຮ້ອນທີ່ມີສີສົດຊື່ນ,ຕຸກກະຕາທີ່ນຸ່ງຊຸດພື້ນເມືອງຫວຽດນາມ,ຢູ່ຂ້າງໂຕະເກັບເງິນ ແຂວນຮູບທ່ານໂຮຈີ່ມິນ,ຍັງມີສະນ້ຳຍາວຢຽດທີ່ຈຳລອງຊາຍຝັ່ງທະເລຂອງຫວຽດນາມ,ໃນບັນຍາກາດທີ່ງຽບສະຫງົບແນວນີ້,ຊິມກາເຟຈົ່ງຢວນຫວຽດນາມຈອກໜຶ່ງ,ໂອ,ຮູ້ສຶກສະບາຍກາຍສະບາຍໃຈ.
ທ່ານຢຽນຢົງອາຍຸ30ກວ່າປີແມ່ນຄົນທີ່ເກີດແລະເຕີບໃຫຍ່ຢູ່ເມືອງນານນິງ.ເພິ່ນມີຊື່ສຽງຫຼາຍຍ້ອນຂາຍກາເຟຫວຽດນາມຢູ່ເມືອງນານນິງ.ປັດຈຸບັນ,ຮ້ານກາເຟຈົ່ງຢວນກາຍເປັນຮ້ານໃຫຍ່ທີ່ມີຫຼາຍສາຂາແລ້ວ,ຮ້ານກາເຟທີ່ຢູ່ເຂດລາງຊີນະຄອນນານນິງແມ່ນຮ້ານສາຂາແຫ່ງທີສາມຂອງເພິ່ນ.
ໃນສາຍຕາຂອງທ່ານຢຽນຢົງ,ກໍແມ່ນຍ້ອນເຂດກວາງຊີແລະນະຄອນນານນິງມີບົດບາດພິເສດໃນເຂດການຄ້າເສລີຈີນ-ອາຊຽນ,ຈິ່ງເຮັດໃຫ້ກາເຟຂອງປະເທດອາຊຽນມີທ່າແຮງດ້ານພູມສາດທີ່ພິເສດຢູ່ເມືອງນານນິງ.ໃນຫຼາຍປີກ່ອນ,ທ່ານກໍ່ໄດ້ເລີ່ມຂາຍກາເຟຂອງປະເທດອາຊຽນແລ້ວ,ແຕ່ເພິ່ນມັກທີ່ສຸດຍັງແມ່ນກາເຟຫວຽດນາມ.ເພິ່ນບອກວ່າ,"ແຕ່ກ່ອນໄປເຮັດວຽກຢູ່ຫວຽດນາມ,ກິນເຂົ້າເຊົ້າແລ້ວ,ໝູ່ຫວຽດນາມກໍ່ພາໄປຮ້ານກາເຟ.ຮູ້ສຶກວ່າກາເຟຈີນລົດຈືດຫຼາຍ,ກາເຟຫວຽດນາມປຸກດີ.ກັບຄືນບ້ານແລ້ວ,ຂ້ອຍກໍ່ຄຶດວ່າຄັນວ່າໂຕເອງມີຮ້ານກາເຟແນວນັ້ນກໍ່ຄືຊິດີ."
<< 1 2 >>