ຊີມ​ອາ​ເຟຂອງ​ອາຊ​ຽນຢູ່​ເມືອງ​ນານ​ນິງ

(GMT+08:00) 2009-12-23 16:47:10     cri

ປີ2005,ທ່ານ​ຢຽນຢົງ​ທີ່​ຫຼົງ​ໄຫຼ​ນຳ​ກິ່ນ​ຫອມ​ຂອງ​ກາ​ເຟຫວຽດນາມ​ຕົກລົງ​ນຳ​ເຂົ້າກາ​ເຟ​ຫວຽດ​ນາມ​ມາ​ຂາຍ​ຢູ່​ນານ​ນິງ.ຕາມ​ທ່ານ​ຢຽນຢົງ​ເວົ້າ​ວ່າ,ກໍ່​ແມ່ນ​ຍ້ອນ​ເຂດ​ກວາງຊີ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊ​ຽນ,ຈິ່ງ​ສ້າງ​ໂອກາດ​ໃຫ້​ບໍລິສັດ​ຂອງທ່ານ​ໄດ້​ສ້າງສາ​ຍພົວ​ພັນ​ກັບ​ກາ​ເຟ​ຫວຽດ​ນາມ.ທ່ານ​ບອກ​ວ່າ"ປີ2005,ບໍລິສັດກາ​ເຟຈົ່ງ​ຢວນ​ໄດ້​ເຂົ້າ​ຮ່ວມງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊ​ຽນ.ຕົ້ນ​ປີ2006,ບໍລິສັດ​ພວກ​ເຮົາ​ກໍ່​ໄດ້ຕິດ​ຕໍ່ກັບ​ບໍລິສັດ​ນີ້​ແລະ​ເຊັນ​ສັນຍາກັນ,​ບໍ​ລິ​ສັດ​ພວກ​ເຮົາ​ກໍ່ກາຍ​ເປັນ​ຮ້ານ​ຕົວ​ແທນ​ຈຳໜ່າຍ​ທີ່​ໄດ້​ຮັບ​ອະນຸຍາດ​ພິ​ເສດ​ຈາກ​ບໍລິສັດ​ເຂົາ​ເຈົ້າ​ຢູ່​ຈີນ.​ໃນ​ເວລາ​ເປີດ​ຮ້ານ​ກາ​ເຟຈົ່ງ​ຢວນ​ແຫ່ງ​ທຳ​ອິດ​ແມ່ນ​ຄຶກ​ຄື້ນຫຼາຍ, ​ກົງ​ສູນ​ຫວຽດນາມ,​ເຈົ້າ​ໜ້າ​ທີ່​ຫ້ອງການ​ເປີດ​ປະຕູ​ສູ່​ພາຍ​ນອກຂອງ​ອົງການ​ປົກຄອງ​ເມືອງ​ນານ​ນິງກໍ່​ໄປ​ຮ່ວມ​ພິທີ​ເປີດ​ຮ້ານ,ມີ​ລູ​ກຄ້າ​ມາ​ອຸດ​ໜູນ​ເຕັມ​ຮ້ານ​ເປັນຫຼາຍ​ເດືອນ​ລຽນຕິດ,​ມື້ໜຶ່ງ​ກໍ່​ມີຫຼາຍ​ຮ້ອຍ​ຄົນ​ມາ​ອຸດ​ໜູນ."

ເມື່ອ​ຫວນ​ຄືນ​ສະພາບ​ໃນ​ຕອນ​ຫາ​ກໍ່​ເປີດ​ຮ້ານ​ໃໝ່ໆ,ທ່ານ​ຢຽນຢົງ​ຍັງ​ອົດ​ຄວາມ​ຕື່ນ​ເ​ຕັ້ນບໍ່​ໄດ້.​ໃນ​ຄວາມ​ຊົງ​ຈຳ​ຂອງ​ທ່ານ,ກໍ່​ແມ່ນ​ເລີ່​ມຕັ້ງ​ແຕ່​ເປີດ​ຮ້ານ​ກາ​ເຟຈົ່ງ​ຢວນ​ແຫ່ງ​ທຳ​ອິດ​ນີ້​ລະ,ກິ່ນ​ຫອມ​ຂອງ​ກາ​ເຟຫວຽດນາມ​ແທ້ໆ​ຈິ່ງ​ຄ່ອຍໆ​ເປັນ​ທີ່​ຍອມຮັບ​ຂອງ​ຄົນ​ນານ​ນິງ.ປັດຈຸບັນ,​ໃນ​ຮ້ານ​ຂອງ​ທ່ານ,ສະ​ເພາະ​ແຕ່​ການຈຳໜ່າຍ​ກາ​ເຟຫວຽດນາມ​ກໍ່​ຫຼາຍ​ກວ່າ​100​ກິ​ໂລ​ຕໍ່​ເດືອນ.

ພັນ​ລະ​ຍາ​ຂອງ​ທ່ານ​ຢຽນຢົງ​ເປັນ​ຄົນ​ຫວຽດນາມ​ຊື່ວ່າລາມ​ບິ​ກຮັງ.ນາງ​ບອກ​ນັກ​ຂ່າວ​ວ່າ,ວິທີ​ເຮັດ​ກາ​ເຟຢອດ​ອັນ​ພິ​ເສດ​ຂອງຫວ​ຽດນາມ​ແມ່ນ​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ໃນ​ຮ້ານ​ນີ້."​ເອົາ​ນ້ຳ​ຕົ້ມ​​ຖອກ​ໃສ່​ເຄື່ອງ​ຕອງ​ທີ່​​ເຮັດ​ພິ​ເສດ​ທີ່​ມີ​ຝຸ່ນ​ກາ​ເຟຢູ່​ໃນ​ຫັ້ນ,​ເອົາ​ມື​ບີບ​ຝາ​ເຄື່ອງ​ຕອງ,ກາ​ເຟກໍ່​ຍ້ອຍດ​ລົງ​ຈອກ​ເປັນ​ຢອດ​ໆ,​ໃຊ້​ເວລາ​ພຽງ5​ນາທີ,​ກາ​ເຟ​ຈອກ​ໜຶ່ງ​ກໍ່​ເຮັດ​ສຳ​ເລັດ​ແລ້ວ.ກາ​ເຟທີ່​ເຮັດ​ດ້ວຍ​ວິທີ​ນີ້​ແນ່​ນອນ​ແລ້ວ​ມີ​ກິ່ນ​ຫອມ​ພິ​ເສດ,​ແລະ​ວິທີ​ຊົງ​ກາ​ເຟ​ແບບ​ຊ້າໆ​ກໍ່​ຍິ່ງ​ຖືກ​ກັບ​ວັດທະນະທຳ​ກາ​ເຟທີ່​ແທ້​ຈິງ​ຄື​ສະບາຍ​ກາຍ​ສະບາຍ​ໃຈ​ບໍ່​ຟ້າວ​ບໍ່ຟັ່ງ."

ທ່ານ​ເສິນ​ເສິ່ງ​ແມ່ນ​ຜູ່ອຳນວຍ​ການ​ຂອງ​ວິ​ສາ​ຫະກິດ ​ຕ່າງປະ​ເທດ​ແຫ່ງ​ໜຶ່ງ​ຂອງ​ນານ​ນິງ.​ເພິ່ນ​ເປັນ​ຂາ​ປະຈຳ​ຂອງຮ້ານ​ກາ​ເຟຈົ່ງ​ຢວນ​ແລະ​ແຟນປະຈຳ​ຂອງ​ກາ​ເຟ​ຫວຽດ​ນາມ,​ທ່ານ​ໄດ້​ໄປ​ນັ່ງ​ກິນ​ກາ​ເຟຢູ່​ຮ້ານ​ກາ​ເຟຈົ່ງ​ຢວນ​ເກືອບ​ທຸກ​ມື້,ກິນ​ກາ​ເຟຈອກ​ໜຶ່ງ​ແລະ​ກິນ​ອາ​ຫານ​ເບົາຂອງຫວ​ຽດນາມ​ເຍື່ອງ​ໜຶ່ງ.ທ່ານ​ບອກ​ວ່າ,"ສາມາດ​ເວົ້າ​ໄດ້​ວ່າ,ກາ​ເຟຈົ່ງ​ຢວນມີ​ຊື່ສ​ຽງຫຼາຍ​ຢູ່​ເມືອງ​ນານ​ນິງ,ໝູ່​ນານ​ນິງຫຼາຍ​ຄົນ​ຄັນ​ຢາກ​ຊອກ​ຮູ້​ວັດທະນະທຳ​ກາ​ເຟຂອງ​ຫວຽດນາມ​ກໍ່​ລ້ວນ​ແຕ່​ຈະ​ໄປ​ຮ້ານ​ກາ​ເຟຈົ່ງ​ຢວນ.ໝູ່​ຫວຽດນາມ​ບອກ​ຂ້ອຍ​ວ່າ,ກິນ​ກາ​ເຟຈົ່ງ​ຢວນກໍ່​ຄ້າຍໆ​ກັບ​ຮອຍຈູບ​ເທື່ອ​ທຳ​ອິດ​ຂອງ​ສາວ​ນ້ອຍ,ມີ​ລົດ​ຂົມ​ໜ້ອຍ​ໜຶ່ງ,​ແຕ່​ປະ​ທັບ​ໃຈ​ທີ່​ສຸດ,​ເຮັດ​ໃຫ້​​ໃຈ​ເຕັ້ນ​ແຮງ.​ເວລາ​ກິນ​ກາ​ເຟຈົ່ງ​ຢວນ​ເທື່ອ​ໃດ​ຂ້ອຍ​ກໍ່​ຄິດ​ພໍ້​ຄວາມ​ເວົ້າ​ນີ້,ກິນ​ແລ້ວ​ຮູ້ສຶກ​ວ່າ​​ເປັນ​ແນວ​ນັ້ນ​ແທ້."

ທ່ານ​ເສິນ​​ເສິ່ງ​ບອກ​ວ່າ,​ແຕ່​ກ່ອນ,ທຸກ​ປີ​ທ່ານ​ກໍ່​ຂໍ​ໃຫ້​ໝູ່​ທີ່​ຢູ່​ຊາຍ​ແດນ​ຝາກ​ກາ​ເຟ​ໄປ​​ໃຫ້​ຢູ່ນານ​ນິງ,​ເຖິງ​ຈະ​ຈ່າຍຄ່າ​ສົ່ງທາງ​ໄປສະນີ​ແພງແດ່,​ແຕ່​ກໍ່​ຍັງ​ຖືກ​ກວ່າ​ຊື້​ຢູ່​ຕະຫຼາດ​ນານ​ນິງ.​ແຕ່ວ່າ​ດຽວ​ນີ້​ບໍ່​ຈຳ​ເປັນຫຍຸ້ງຍາກ​ໃຫ້​ໝູ່​ຝາກ​ທາງ​ໄປສະນີ​ອີກແລ້ວ.ອີກ​ບໍ່​ດົນ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນກໍ່​ຈະ​ສ້າງ​ສຳ​ເລັດ​ແລ້ວ.ຮອດ​ເວລາ​ນັ້ນ,ຊື້​ກາ​ເຟຫວຽດນາມ​ຢູ່​ນານ​ນິງ,ລາຄາ​ກໍ່​ຈະຖືກ​ເຊັ່ນ​ດຽວ​ກັນ.

ເມື່ອ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນສ້າງ​ສຳ​ເລັດ​ໃນ​ວັນ​ທີ1​ມັງກອນ​2010​ແລ້ວ,ພາສີ​ຂອງ​ຜະລິດ​ຕະພັນ​ກະສິກຳ​ຄື​ກາ​ເຟກໍ່​ຈະ​ຫຼຸດ​ລົງ​ຮອດ​ສູນ​ໃນ​ທີ່​ສຸດ.ຕົ້ນ​ທຶນ​ການ​ນຳ​ເຂົ້າກາ​ເຟຈາກປະ​ເທດ​ອາຊ​ຽນມາ​ນານ​ນິງຈະ​ຫຼຸດ​ລົງ20%​ໂດຍ​ທົ່ວ​​ໄປ.ຮອດ​ເວລາ​ນັ້ນ,ກາ​ເຟຈາກປະ​ເທດ​ອາຊ​ຽນຈະ​ກວມ​ສ່ວນ​ແບ່ງຫຼາຍ​ກວ່າ​ເກົ່າ​​ໃນ​ຕະຫຼາດ​ນານ​ນິງ.ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ເສິນ​ເຊິ່ງບອກ​ວ່າ, "ຂ້ອຍ​ຫວັງ​ຢ່າງ​ຍິ່ງ​ວ່າ​ເມື່ອ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນສ້າງ​ສຳ​ເລັດ​ແລ້ວ​,ຈະ​ມີ​ຜະລິດ​ຕະພັນ​ຂອງ​ປະ​ເທດ​ອາຊ​ຽນຢ່າງ​ຫຼວງ​ຫຼາຍ​ເຂົ້າ​ສູ່​ຈີນ,​ໃຫ້​ປະຊາຊົນ​ພວກ​ເຮົາ​ໄດ້​ຊົມ​ໃຊ້​ໝາກຜົນ​ແຫ່ງການ​ສ້າງ​ສຳ​ເລັດ​ເຂດ​ການ​ຄ້າ​ເສລີ,ສຳຜັດ​ກັບ​ວັດທະນະທຳ​ອາຊ​ຽນຫຼາຍ​ກວ່າ​ເກົ່າ,​ເຮັດ​ໃຫ້​ຊີວິດ​ກາ​ນ​ເປັນ​ຢູ່​ຂອງ​ພວກ​ເຮົາ​ມີ​ສີສັນ​ອາຊ​ຽນຫຼາຍ​ກວ່າ​ເກົ່າ."


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ