ວັດທະນະທຳ​ກ່ຽວ​ກັບ​ເສືອ​ຝາກ​ຄວາມ​ຫວັງ​​ໄວ້​ນຳ​ປີ​ໃຫມ່

(GMT+08:00) 2010-02-12 17:11:07     cri

ວັນ​ທີ 14 ກຸມພາ​ນີ້​ແມ່ນ​ບຸນ​ກຸດ​ຈີນ​ທີ່​ເປັນ​ບຸນ​ປະ​ເພນີ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຈີນ.​ເລີ່​ມ​ແຕ່​ມື້ນັ້ນ​ໄປ,ປະຊາຊົນ​ຈີນ​ກໍ່​ໄດ້​ເຂົ້າສູ່​ປີ​ຂານ​ໃນ 12 ລາສີ​ຕາມ​ປະ​ເພນີ​ຈີນ. ວັດທະນະທຳ​ກ່ຽວ​ກັບເສືອ​ແມ່ນ​ເນື້ອ​ໃນ​ສຳຄັນ​ອັນ​ຫນຶ່ງ​ໃນ​ວັດທະນະທຳ​ພື້ນ​ເມືອງຂອງ​ຈີນ,​ໃນ​ສະ​ໄຫມ​ບູ​ຮານ, ​ເສືອ​ກໍ່​ໄດ້​ຮັບ​ຄວາມ​ເຄົາລົບ​ນັບ​ຖື​ຈາກ​ຄົນ​ທັງ​ຫລາຍ,​ສ່ວນ​ໃນ​ວັດ​ທະ​ນະ​ທຳ 12 ລາສີ​ຂອງ​ຈີນ, ​ເສືອ​ກໍ່​ເປັນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ອົງ​ອາດ​ກ້າ​ຫານ​ແລະ​ມີ​ພະລັງ,ສາມາດ​ຂັບ​ໄລ່​ຜີ​ສາງ​ນາງ​ຮ້າຍ,ພ້ອມ​ກັນນັ້ນ ​ເສືອ​ກໍ່​ເປັນ​ຕົວ​ແທນ​ໃຫ້​ແກ່​ນິດ​ໃສ​ທີ່​ເຫັນ​ໄປ​​ໃນແງ່​ດີ, ມີ​ຄວາມ​ໂອບອ້ອມ​ອາລີ​ແລະ​ເອື້ອ​ເຟື້ອ​ເພື່ອ​ແຜ່.​


ຮູບ​​ເງົາ​ກາ​ຕູນ​ທີ່​ພວມ​ສາຍ​ຢູ່​ແຫ່ງ​ຕ່າງໆ​ໃນທົ່ວ​ປະ​ເທດ​ຈີນ​ທີ່​ມີ​ຊື່ວ່າ:ຊີ​ຢາງ​ຢາງ​ກັບ​ຮຸ່ຍ​ທ້າຍ​ລັງ--​ກ້າຫານ​ຄື​ເສືອ.ພະ​ເອກ​ໃນ​ຮູບ​ເງົາ​ເລື່ອງນີ້ແມ່ນ​ຊີ​ຢາງ​ຢາ​ງຫລື​ແກະ​ກັບຮຸ່ຍ​ທ້າຍ​ລັງ​ຫລື​ຫມາໄນ​ທີ່​ເປັນ​ຮູບ​​ເງົາ​ກາຕູນ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫລາຍ​ຈາກ​ເດັກນ້ອຍ​ຈີນ.​ເລື່ອງ​ນີ້​ໄດ້​ເວົ້າ​ເຖິງ​ເລື່ອງ​​ແກະກັບ​ຫມາ​ໄນ​ທີ່​ເປັນ​ສັດຕູ​ກັນ​ໄດ້​ຮ່ວມ​ມື​ກັນ​ໃນ​ປີ​ຂານ​ເພື່ອ​ສູ້​ລົບ​ກັບ​ຫູ​ເວີຍ​ທ້າຍ​ຊຸ້ຍ,​ແປ​ວ່າ​ພະຍາ​ດາວ​ພະຫັດ​ທີ່​ຂຶງ​ຂັງ.​​ເຖິງ​ວ່າຕົວ​ສະ​ແດງ​ງ່າຍໆ​ແລະ​ເນື້ອ​ໃນ​ກໍ່​ບໍ່​ສັບສົນ,​ແຕ່​ເມື່ອ​ສາຍຮູບ​ເງົາ​ເລື່ອງ​ນີ້​ເທື່ອ​ໃດ​ກໍ່​ມີ​ຄົນ​ເບິ່ງ​​ເຕັມທຸກ​ຮອບ,ບໍ່​ພຽງ​ແຕ່​ແມ່ນ​ເດັກນ້ອຍ​ທໍ່​ນັ້ນ,ຍັງມີ​ໄວ​ໜຸ່ມ​ແລະ​ຜູ່​ເຖົ້າ​ຜູ່​ແກ່.ລຽນ​ແຖວ​ກັນ​ຊື້​ປີ້​ຢ່າງ​ຍາວ​ຍືດ.

ພາຍ​ໃຕ້ແຮງ​ກົດ​ດັນ​ຂອງ​ຮູບ​ເງົາ​ ​ນຳ​ເຂົ້າຈາກ​ຕ່າງປະ​ເທດ​ແລະຮູບ​ເງົາຈີນ​ທີ່​​ສຳຄັນ​ຫລາຍ​ເລື່ອງ, ການ​ສາຍຮູບ​ເງົາ​ກາຕູນ​ເລື່ອງ ຄວາມກ້າຫານ​ຂອງ​ແກະ​ແລະ​ໝາກ​ໄນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າຫານ​ແລະ​ຄວາມ​ມີ​ຊີວິດ​ຊີວາ​ຂອງ​ເຂົາ​ເຈົ້າ​ທີ່ຄື​ກັບ​ເສືອ,​ໃນ​ສັບປະດາ​ທຳ​ອິດ​ທີ່​ເລີ່​ມສາຍ​ກໍ່ຂາຍ​ປີ້​ໄດ້ເກືອບ 44 ລ້ານ​ຢວນ, ​ເປັນ​ທີ​ສອງ​ໃນ​ການຈັດ​ອັນ​ດັບ​ຮູບ​ເງົາ​ທີ່​ຂາຍ​ດີ.ບຸກຄົນ​ທີ່​ມີ​ຊື່​ສຽງ​ໃນ​ວົງ​ການ​ນີ້​ຄາດ​ຄະ​ເນວ່າ​ຮູບ​ເງົາ​ ​ສະຫລອງ​ປີ​ຂານ​ທີ່​ຕົ້ນ​ທຶນ​ຕ່ຳເລື່ອງ​ນີ້​ອາດ​ຈະ​ໄດ້​ກຳ​ໄລ​ເຖິງ200 ລ້ານ​ຢວນ.


ເສືອ​ມີ​ຖານະ​ບົດບາດສຳຄັນຫຼາຍ​ໃນ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ,ຄົນ​ຈີນ​ມັກ​ເສືອ,ຖື​ວ່າ​ເສືອ​ເປັນ​ເ​ຈົ້າປ່າ,​ແມ່ນ​ສັນຍາ​ລັກ​ແຫ່ງ​ສິດ​ແລະ​ອຳນາດ.​ເຄື່ອງໝາຍ​ຄຳ​ສັ່ງ​ຂອງ​ເຈົ້າ​ຊີວິດ​ທີ່​ໃຊ້​ມາ​ຍົກຍ້າຍ​ທະຫານ​ໄປ​ສູ້​ຮົບ​ນັ້ນ​ກໍ່​ແມ່ນ​ເອົາ​ທອງ​ສຳ​ເລັດ​ຫຼື​ຄຳ​ຕີ​ເປັນ​ຮູ​ບ​ເສືອ,​ເອີ້ນ​ວ່າ​ກາ​ປະ​ທັບ​ເສືອ.ຄົນ​ຈີນ​ແຕ້ມ​ເສືອ​ມັກ​ແຕ້ມ​ລວດ​ລາຍ​ຢູ່​ໜ້າ​ຜາກ​ຂອງ​ເສືອ​ເປັນ​ໂຕ​ໜັງສື​ຈີນ​ທີ່​ອ່ານ​ວ່າ"ວາງ" ​ແປ​ວ່າ"​ເຈົ້າ"​,ມີ​ຄວາມ​ໝາຍ​ວ່າ​ເສືອ​ເປັນ​ຜູ່​ປົກ​ຄອງ.​ໃນ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຂອງ​ຈີນ, ​ເສືອ​ຍັງ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ກ້າ​ຫານ​ແລະ​ສິ​ລິ​ມຸງ​ຄຸນ.​ທ່ານ​ຈ້າວ​ຊູ,​ຜູ່​ຊ່ຽວ​ຊານ​ດ້ານ​ປະ​ເພນີ​ພື້ນ​ເມືອງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ບອກ​ວ່າ:

ໃນ​ສະ​ໄຫມ​ບູຮານ, ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ປ່າ​ໄມ້​ດົກ​ຫນາ,​ສະ​ນັ້ນ, ມີ​ເສືອ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ,​ແລະ​ເສືອ​ພາກ​ໃຕ້,​ເສືອ​ແມ່ນ​ສັດ​ນຳ​ໂຊກຂອງ​ຊາວຈີນ,ຄົນ​ຈີນ​ແຕ້ມ​ເສືອ​ມີຫລາຍ​ຮູບ​ຫລາຍ​ແບບ,​ເພື່ອ​ໃຊ້​ເປັນ​ສິ່ງ​ສີ​ລິ​ມຸງ​ຄຸນ​ຄົນ​ຈີນ​ພວກ​ເຮົາ,ຖື​ເປັນ​ເທວະ​ດາ​ປົກຄອງ.ສະນັ້ນ,​ເສືອ​ມີ​ຊື່  ຫຼາຍ​ທີ່​ສຸດ,ມີປະມານ 30 ກວ່າ​ຊື່,​ເຊິ່ງ​ເວົ້າງ່າຍໆ​ກໍ່​ແມ່ນ ຊ່ານ​ຈຸ່ນ,​ແປ​ວ່າ​ເຈົ້າ​ແຫ່ງ​ພູຜາ,​ເຊິ່ງ​ໝາຍ​ຄວາມ​ວ່າ​ມັນ​ສາມາດ​ຂັບ​ໄລ່​ຜີ​ສາງ​ນາງ​ຮ້າຍ,​ສາ​ມາດ​ກິນ​ຜີ​ຮ້າຍຜີ​ຫ່າທີ່​ບໍ່​ດີ.ສະນັ້ນ, ​ໃນ​ຍາມ​ບຸນ​ກຸດ​ຈີນ,ພວກ​ເຮົາ​ມັກ​ຫ້ອຍ​ຮູບ​ເສືອ​ຢູ່​ໃນ​ຫ້ອງ​ໃຫຍ່​ຄື​ຫ້ອງຮັບ​ແຂກ,​ເພາະ​ຄົນ​ທັງຫຼາຍຖື​ເສືອ​ເປັນ​ເທວະ​ດາ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ