ວັດທະນະທຳ​ກ່ຽວ​ກັບ​ເສືອ​ຝາກ​ຄວາມ​ຫວັງ​​ໄວ້​ນຳ​ປີ​ໃຫມ່

(GMT+08:00) 2010-02-12 17:11:07     cri


ສັດ12 ລາສີ​ຂອງ​ຈີນ​ມີ ຫນູ,ງົວ, ​ເສືອ,ກະຕ່າຍ​ແລະ​ອື່ນໆ​12ຊະນິດ,ປີ​ຫນຶ່ງ​ປ່ຽນ​ສັດຊະນິດ​ຫນຶ່ງ, 12 ປີ​ແມ່ນ​ຮອບ​ຫນຶ່ງ,ສະນັ້ນ​ເອີ້ນ​ວ່າ 12 ລາສີ.​ໃນ​ເມື່ອ​ເວລາຕ້ອນຮັບ​ປີ​ໃຫມ່,ຈີນ​ກໍ່​ຈະ​ພິມ​ຈຳຫນ່າຍ​ສະ​ແຕັມ​ທີ່​ເປັນ​ສັດ​ປະຈຳປີນັ້ນ​.ທ່ານ​ມາ​ກ່າງ,​ຮອງ​ຫົວ​ຫນ້າ​ສະ​ຖາ​ບັນ​ອອກ​ແບບ​ວິຈິດ​ຕະກຳ​ສູນ​ກາງ​ຈີນ​ແມ່ນ​ຜູ່​ອອກ​ແບບ​ສະ​ແຕັມ​ປີ​ຂານ​ປີ​ນີ້,ທ່ານ​ໄດ້​ແຕ້ມ​ເສືອ​ທີ່​ຢືນ​ຂຶ້ນ​ຄື​ ​ຄົນ, ​ເອົາ​ມືສອງ​ເບື້ອງ​ຄ້ຳ​ແອວ,ສະ​ແດງຄວາມ​ຫມັ້ນ​ໃຈ​ແລະຫນ້າ​ຮັກ​ຫລາຍ.ທ່ານ​ມາ​ກ່າງ​ເວົ້າວ່າ, ​ເສືອໃນ​ສະ​ແຕັມ​ນັ້ນ​ຫ້າວ​ຫັນ​ຕາງ​ຫນ້າ​ໃຫ້​ແກ່ໂສມ​ຫນ້າ​ແລະ​ຈິດ​ໃຈ​ຂອງ​ປະຊາ​ຊົນ​ຈີນ​ພາຍຫລັງ​ສ້າງ​ຕັ້ງປະ​ເທດ​ຈີນ​ໃຫມ່​ 60 ປີ​ມານີ້.ທ່ານ​ເວົ້າວ່າ:

ຂ້ອຍ​ໄດ້​ແຕ້ມ​ເສືອ​ແບບ​ກາຕູນ​ດ້ວຍ​​ເຕັກນິກ 3D,ຄ້າຍ​ກັບ​ແຕ້ມຄົນ.​ເພາະວ່າ​ສັດ​ໃນ12​ລາສີ​​ແມ່ນ​​ເອົາ​ມາ​ສົມທຽບກັບ​ຄົນ.​ເມື່ອ​ຮອດ​ປີ​ໃໝ່​ແລ້ວ,ກໍ່​​ໃຊ້​ຮູບ​ເສືອ​ນຳ​ໂຊກ​ມາ​ໃຫ້​ຄົນ,ທັງ​ນຳ​ເອົາ​ໂຊກ​ມາ​ໃຫ້​​ປະຊາຊົນ​ແລະ​ປະ​ເທດ​ຊາດໃນປີ​ໃ​ໝ່ທີ່​ວຽນ​ມາ​​ເຖິງ.

ນັກ​ສິລະ​ປິນ​ທັງຫຼາຍ​ໄດ້​ໃຊ້ຮູບ"​ເສືອ"ທີ່ຕ່າງ​ກັນ​ມາສະ​ແດງ​ຄວາມ​ອວຍພອນ​ທີ່​ຄື​ກັນ. ນາງ​ທາງ​ຫົງ ນັກ​ສິນ​ລະປິນ​ຂອດ​ເຊືອກ​ຂອງ​ນະຄອນ​ນານ​ກິ່ງ​ແຂວງ​ຈ່ຽງຊູ​ໄດ້​ໃຊ້​ເຊືອກ​ຫຼາຍ​ສິບ​ຢ່າງຂອດ​ເປັນ​ຮູບ​ຮ່າງ​ຕ່າງໆ,​ໃຊ້ເວລາ​ເຄິ່ງ​ເດືອນປາຍ,​ກໍ່​ໄດ້​ຂອດ​ເຊືອກ​ເປັນ​ຮູບ​ເສືອ​ທີ່​ມີ​ຄວາມສຸກ​ແລ້ວ​ວາງສະ​ແດງ​ໃນ​ງານ​ວາງສະ​ແດງ​ສິລະ​ປະ​ພື້ນ​ເມືອງ​ປີ​ຂານ​ນານ​ກິ່ງ.ທ່ານ​ຊ່ຽວຢຽນຊິງ​ເປັນ​ນັກ​ແຕ້ມ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ຢູ່​ຈີນ​ຍ້ອນ​ແຕ້ມ​ເສືອ,​ເສືອ2010​ໂຕ​ທີ່​ແຕ້ມ​ໃສ່​ແພ​ຍາວໆ200​ແມັດ​ຂອງ​ທ່ານ​ໄດ້​ວາງສະ​ແດງ​ຢູ່​ຊຽງ​ໄຮ້,​ແພ​ແຕ້ມ​ໄດ້​ກາງ​ລົງ​ມາ​ແຕ່​ກາງຫາວ​,ຝູງ​ເສືອ​ໃນ​ຮູບ​ແຕ້ມ​ມີ​ທ່າ​ທາງ​ທຸກ​ຮູບ​ທຸກ​ແບບ​ແລະ​ເບິ່ງ​ຄື​ມີ​ຊີວິດ,ສະຫງ່າ​ງາມ​ອີ່ຫຼີ.ຮູບ​ແຕ້ມ​ຜືນ​ນີ້​ຈະ​ມອບ​ເປັນ​ຂອງຂວັນ​ໃຫ້​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້2010.

ນອກ​ນີ້,ຫໍພິພິດທະພັນ​ແຫ່ງ​ຕ່າງໆ​ຂອງ​ຈີນ​ຍັງ​ໄດ້ທະຍອຍ​ກັນ​ຈັດ​ງານ​ວາງສະ​ແດງ​ວັດທະນະ​ທຳ​ເສືອ.ງານ​ວາງສະ​ແດງ​ວັດທະນະ​ເສືອ2010ຂອງ​ຫໍພິພິດທະພັນ​ນະຄອນຫຼວງ​ປັກ​ກິ່ງ​ກໍໄດ້​ເປີດ​ໃຫ້​ຄົນ​ເຂົ້າ​ຊົມແລ້ວ.ງານ​ວາ​ງ​ແດງ​ເທື່ອ​ນີ້​ໄດ້​ໂຮມ​ເອົາ​ຮູບ​ແຕ້ມ​ທີ່​ງາມ​ປານີດ​ຂອງ​ອົງ​ການ​ວັດ​ທະ​ນະ​ທຳ9​ແຫ່ງ,ອັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເນື້ອ​ໃນ​ທີ່ກວ້າງ​ຂວາງ​ຂອງ​ວັດ​ທະ​ນະ​ທຳ​ເສືອ​ຂອງ​ຈີນ,​ໄດ້​ບັນ​ລະ​ຍາຍ​ຫົວ​ຂໍ້​ວ່າ​ດ້ວຍ"​ເສືອ"ຈາກ​ຫຼາຍ​ດ້ານ​ເຊັ່ນ​ວັດ​ຖຸ​ບູ​ຮານ,​ຮີດຄອງ​ປະ​ເພນີ,ການ​ອະນຸລັກ​ທຳ​ມະ​ຊາດ​ແລະ​ອື່ນໆ.ທ່ານ​ນາງ​ຢາ​ວ​ອ່ານ ຮອງ​ຫົວ​ໜ້າ​ຫໍພິພິດທະພັນ​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ອະທິບາຍ​ວ່າງານ​ວາງສະ​ແດງ​ເທື່ອ​ນີ້​ຕັ້ງ​ຊື່ວ່າ"​ເສືອ​ເຕັ້ນ​ຂ້າມ​ພັນ​ປີ" ​ແມ່ນ​ມີ​ຄວາມ​ໝາຍ​ພິ​ເສດ.​ນາງ​ບອກ​ວ່າ:

"ສິ່ງ​ທີ່​ນຳ​ມາ​ວາງສະ​ແດງ​ເທື່ອ​ນີ້​ໄດ້ກວມ​ປະຫວັດ2000​ກວ່າ​ປີ,ສ່ວນ​ວັດທະນະທຳ​ເສືອ​ມີ​ປະຫວັດຍິ່ງ​ຍາວ​ນານ.ສະ​ນັ້ນ​ຈິ່ງ​ວ່າ​ຫວັງ​ໃຫ້​ທຸກໆ​ຄົນ​ມີ​ຄວາມ​ເຂັ້ມ​ແຂງ​ຫ້າວ​ຫັນ​ຄື​ເສືອ,ຫວັງ​ໃຫ້​ປະ​ເທດ​ຊາດ​ກໍ​ຄື​ກັບ​ເສືອ,ອາ​ລິ​ຍະ​ທຳ​ຂອງ​ພວກ​ເຮົາ​ຍືນ​ຍົງ​ພັນ​ປີ,​ແລະ​ຍັງ​ມີ​ຄວາມ​ໝາຍ​ເປັນ​ຄຳ​ອວຍພອນ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ. "

ປະ​ຊາ​ຊົນ​ຈີນ​ຍັງ​ໃຊ້​ວິທີ​ຕ່າງໆ​ມາສະຫຼອງປີ​ຂານ​ຄື​ສະ​ສົມຮູບ​ແຕ້ມ"​ເສືອ",ຊື້​ແທ່ງ​ຄຳປີ​ເສືອ,ຫຼຽນ​ຄຳ​ປີເສືອ,ສາຍ​ຄໍ​ຄຳ​ຫົວ​ເສືອ,ຕຸກກະຕາ​ເສືອ​ແລະ​ອື່ນໆ,​ສະ​ເພາະ​ຕຸກກະຕາ​ເສືອ​ເປັນຂອງ​ຂວັນ​ປີ​ໃໝ່ທີ່​ຄົນ​ມັກ​ທີ່​ສຸດ.​ໃນ​ຮ້ານ​ຄ້າ​ເສືອ​ນ້ອຍ​ທີ່​ເຮັດດ້ວຍ​ຜ້າ​ຫ້ອຍ​ເຕັມ​ຮ້ານ,​ໂຕ​ໃຫຍ່​ຄື​ກັບ​ເສືອ​ແທ້​ກໍ່​ມີ,ສ່ວນ​ໂຕ​ນ້ອຍໆ​ກໍ່​ເອົາ​ຫ້ອຍ​ໃສ່​ມື​ຖື​ເລີຍ.​ເປັນ​ສິລິ​ມຸງຄຸນ​ແລະ​ສ້າງ​ບັນຍາກາດ​ມ່ວນ​ຊື່ນ​ໃນ​ມື້ບຸນ.

 


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ