ຈີນ​ວາງ​ນະ​ໂນ​ບາຍ​ຫຼາຍ​ຢ່າງອອກ​ມາ​ຢ່າງ​ລຽນຕິດເພື່ອ​ດັດສົມ​ຄວບ​ຄຸມ​ຂະ​ແໜງ​ການ​ອະສັງຫາລິມະ​ຊັບ

(GMT+08:00) 2010-02-21 18:10:07     cri

ປີ2009,​ເມື່ອ​ໄດ້​ປະສົບການ​ຊຸດ​ໂຊມ​ເປັນ​​ໄລຍະ​ສັ້ນໆ​ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິກິດ​ການ​ການ​ເງິນ​ແລ້ວ,ຕະ​ຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ຈີນ​ໄດ້​ຟື້ນ​ຕົວ​ຢ່າງ​ແຂງ​ແຮງ,​ບໍ່​ວ່າ​ໃນ​ດ້ານປະລິມານ​ຫຼືລາຄາ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​.ມີ​ສື່​ມວນ​ຊົນ​ໃຊ້​ຄຳ​ວ່າ"ບ້າ"(​crazy)ມາ​ພັນ​ລະ​ນາຕະ​ຫຼາດ​​ເຮືອນ​ຂອງ​ຈີນ​ໃນ​ປີ​ກາຍ​ນີ້.​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ລາຄາ​ເຮືອນ​ຢູ່​ຂອງບາງ​ຕົ​ວ​ເມືອງ​ແພງ​ຂຶ້ນ​ໄວ​ເກີນ​ໄປ,​ແລະ​ດັດສົມ​ຄວບ​ຄຸມ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຕື່ມ​ອີກ,​ເລີ່​ມ​ແຕ່​ທ້າຍ​ປີ​ກາຍ​ນີ້​ເປັນ​ຕົ້ນມາ,ລັດຖະບານ​ຈີນ​ໄດ້​ວາງ​ມາດ​ຕະການ​ຫຼາຍ​ຢ່າງອອກ​ມາ​ຢ່າງ​ລຽນຕິດ,ມາດ​ຕະການ​ເຫຼົ່າ​ນີ້​ມີ​ຈຸດປະສົງ​ສອງຢ່າງ​ທີ່​ຈະ​ແຈ້ງ​ຄື​ຕ້ານ​ການ​ສວຍ​ໂອກາດ​ແລະ​ຮັບປະກັນ​ຄວາມ​ຕ້ອງການທີ່​ສົມ​ເຫດ​ສົມ​ຜົນ​ຕໍ່​ເຮືອນ​ຢູ່.​

ຕົວ​ເລກ​ຂອງ​ກົມ​ສະຖິຕິ​ແຫ່ງ​ລັດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,ປີ2009,​ການຈຳໜ່າຍ​ເຮືອນ​ຢູ່​ທີ່​ຊື້​ຂາຍ​ກັນ​ຢູ່ຈີນ​ມີ​ເນື້ອ​ທີ່937​ລ້ານ​ຕາ​ແມັດ,​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີກ່ອນ​ແລ້ວ​ໄດ້​ເພີ່ມ​ຂຶ້ນ42%,ມູນ​ຄ່າ​ການຈຳໜ່າຍ​ມີ4400​ຕື້​ຢວນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ75​%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວກັນ​ຂອງ​ປີ​ກ່ອນ.ພ້ອມ​ດຽວ​ກັນ​ນັ້ນ,ລາຄາ​ສະ​ເລ່ຍຂອງ​ເຮືອນ​ຢູ່​ທີ່​ຊື້​ຂາຍ​ກັນໃນ​ປີ2009​ແມ່ນ4695​ຢວນຕໍ່​ຕາ​ແມັດ,​ເພີ່ມ​ຂຶ້ນ​ເກືອບ25%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ,ຈັງ​ຫວະ​ເຕີບ​ໂຕ​​ໄດ້​ສ້າ​ງສະ​ຖະຕິ​ສູງ​ສຸດ​ໃນ​ຮອບ15​ປີ.ຕາມ​ປະຊາຊົນ​ທົ່ວ​ໄປ​ຂອງ​ຈີນ​ເຫັນ​ວ່າ,ການ​ເຕີບ​ໂຕ​ຂອງ​ລາຄາ​ເຮືອນ​ໄດ້​ ​ກາຍ​ຄວາມ​ສາມາດ​ຮັບ​ເອົາ​​ໄດ້ຂອງ​ເຂົາ​ເຈົ້າ​ແລ້ວ.

"ຄັນ​ໄລ່​ຕາມ​ເງິນ​ເດືອນ​​ແລ້ວ,ບໍ່​ສາມາດ​ຊື້​ເຮືອນ​ໄດ້​ເລີຍ,​ເຖິງ​ຈະ​ຈ່າຍ​ຄ່າ​ເຮືອນ​ເທື່ອ​ທຳ​ອິດ​ກໍ່​ບໍ່ພໍ,ຍັງ​ຕ້ອງ​ໄປ​ຢືມ​ຜູ່ອື່ນອີກ."

"​ເວົ້າ​ສຳລັບ​ປະຊາຊົນ​ທຳ​ມະ​ດາ​ຄື​ພວກ​ເຮົາ​ແລ້ວ,ຢາກ​ຊື້​ເຮືອນ​​ແທ້ໆ,​ແຕ່​ລາຄາ​ເຮືອນ​ຖີບ​ສູງ​ຂຶ້ນ​ຕະຫຼອດ,​ແລ້ວ​ຂ້ອຍ​ມີ​ແຕ່​ລໍຖ້າເບິ່ງ​ກ່ອນ​ແລ້ວ​ຈິ່ງ​ຕັດສິນ​ໃຈວ່າ​ຈະ​ຊື້​ຫຼື​ບໍ່?"

ປື້ມ​ປົກ​ສີຟ້າ​ເສດຖະກິດ​ປະຈຳ​ປີ​ຂອງ​ສະພາ​ບັນດິດ​ວິທະຍາ​ສາດ​ສັງຄົມ​ຈີນ​ໄດ້​​ສະໜັບສະໜູນ​ທັດສະນະ​ດັ່ງກ່າວ,ບົດ​ລາຍ​ງານ​ສະບັບ​ນີ້​ຂຽນ​ວ່າ,​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ,​ໃນ​6​ເດືອນ​ທ້າຍ​ປີ2008,ຈີນ​ໄດ້​ວາງ​ນະ​ໂຍບາຍ​ທີ່​ໃຫ້​ສິດທິ​ພິ​ເສດ​​ເພື່ອ​ສົ່ງ​ເສີມ​ການ​ຊື້​ຂາຍ​ໃນ​ຕະຫຼາດ​ອະສັງຫາລິມະ​ຊັບ,​ໃນ​ໄລ​ຍະ​ດຽວ​ກັນ,ພາຍ​ໃຕ້​ສະພາບ​ການ​ທີ່​ປະລິມານ​ການຈຳໜ່າຍ​​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ,ລາຄາ​ເຮືອນ​ຢູ່​ໄດ້​ຫຼຸດ​ລົງ,​ເວົ້າ​ໃນ​ດ້ານ​ພາວະ​ວິ​ໃສ​ແລ້ວ,ນີ້​ໄດ້​ກະ​ຕຸ້ນ​ໃຫ້​ຂະ​ແໜງ​ການ​ອະສັງຫາລິມະ​ຊັບ​ຟື້ນ​ຕົວ.ພາຍ​ໃຕ້​ການ​ກະ​ຕຸ້ນ​ຈາກ​ຄວາມ​ຕ້ອງການ​ເພີ່ມ​ຂຶ້ນ​ຢ່າງຫຼວງ​ຫຼາຍ,ລາຄາ​​ເຮືອນ​ໄດ້​​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.ຕາມ​ຕົວ​ເລກ​ໃນ​ບົດ​ລາຍ​ງານ,ອີງ​ຕາມ​ບົດຮຽນ​ໃນ​ສາກົນ,ອັດຕາ​ສ່ວນລະຫວ່າງລາຄາ​ເຮືອນ​ກັບ​ລາຍ​ໄດ້​ຕໍ່​ປີ​ຂອງ​ຄອບຄົວ​ຄົນ​ໃນ​ເມືອງ​ຄວນ​ຢູ່​ລະຫວ່າງ3-7​ເທົ່າ.​ແຕ່​ວ່າ​ໃນ​ປີ2009,ອັດຕາ​ນີ້​ພັດ​ຫຼາຍ​ກວ່າ8​ເທົ່າ,ອັນ​ໄດ້​ ​ກາຍ​ຂອບ​ເຂດ​ຮັບ​ເອົາ​ໄດ້ທີ່​ສົມ​ເຫດ​ສົມ​ຜົນ​ແລ້ວ.

ພາຍ​ໃຕ້​ສະພາບ​ນີ້,​ໂດຍ​​ແນ​ໃສ່​ສະພາບ​ເສດ​ຖະກິດ​ມະຫາ​ພາກ​ທີ່​ກ້າວ​ອອກ​ຈາກ​ຜົນ​ກະທົບ​ຂອງ​ວິ​ກິດ​ການ​ການ​ເງິນ​ເປັນ​ກ້າວໆ,​ເລີ່​ມ​ແຕ່​ທ້າຍ​ປີ2009​ເປັນ​ຕົ້ນ​ມາ,ລັດຖະບານ​ຈີນ​ເລີ່​ມຫຼຸດ​ສິດທິ​ພິ​ເສດ​ໃນ​ດ້ານນະ​ໂຍບາຍ​ສົ່ງ​ເສີມ​ຂະ​ແໜງ​ການ​ອະສັງຫາລິມະ​ຊັບ.ທະນາຄານ​ຕ່າງໆຂອງ​ຈີນກໍ່​ເລີ່​ມ​ໃຫ້​ສິດທິ​ພິ​ເສດ​ໜ້ອຍ​ລົງ​ໃນ​ການ​ປ່ອຍ​ເງິນ​ກູ້​ສິນ​ເຊື່ອ.
ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ລີ​ຕ້າວ​ຂຸຍ ຫົວໜ້າ​ສູນ​ຄົ້ນຄວ້າ​ເສດ​ຖະ​ກິດ​ຈີນ​ແລະ​ເສດ​ຖະ​ກິດ​ໂລກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລຊິງ​ຮວາ​ເຫັນ​ວ່າ:

"ນະ​ໂຍບາຍ​ເຫຼົ່າ​ນີ້​ແມ່ນ​ປະຕິບັດ​ໂດຍ​ປະສາ​ນສົມທົບ​ກັບ​ນະ​ໂຍບາຍ​ຕ້ານ​ການ​ສວຍ​ໂອ​ກາດ​ໃນ​ຂະ​ແໜງ​ການ​ອະສັງຫາລິມະ​ຊັບ,ຫຼຸດ​ການ​ໃຫ້​ສິທິພິ​ເສດ​ໜ້ອຍ​ລົງ,​ຫຼຸດ​ການ​ປ່ອຍ​ເງິນ​ກູ້​ໃຫ້​ໜ້ອຍ​ລົງ,ຕໍ່ຕ້ານຄວາມ​ຕ້ອງການ​ແບບ​ສວຍ​ໂອກາດ.ຂ້າພະ​ເຈົ້າ​ເຊື່ອ​ວ່າ​ທະນາຄານ​ອື່ນ​ກໍ່​ຈະ​​ເຮັດແນວ​ນີ້​ຕາມໆ​ກັນ.ສຳລັບ​ຕະຫຼາດ​ອະສັງຫາລິມະ​ຊັບ​ແລ້ວ,ປະລິມານ​ການຈຳໜ່າຍ​ແລະ​ລາຄາ​​ອາດ​ຈະ​ຫຼຸດ​ລົງ​ໜ້ອຍ​ໜຶ່ງ."

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ