ຈີນ​ວາງ​ນະ​ໂນ​ບາຍ​ຫຼາຍ​ຢ່າງອອກ​ມາ​ຢ່າງ​ລຽນຕິດເພື່ອ​ດັດສົມ​ຄວບ​ຄຸມ​ຂະ​ແໜງ​ການ​ອະສັງຫາລິມະ​ຊັບ

(GMT+08:00) 2010-02-21 18:10:07     cri


ນອກຈາກນະ​ໂຍບາຍ​ຄວບ​ຄຸມ​ການ​ບໍລິ​ໂພ​ກດ້ານ​ເຮືອນ​ຢູ່​ແລ້ວ, ນະ​ໂຍບາຍ​ປັບປຸງ​ແລະ​ຄວບ​ຄຸມ​ໃນ​ຂົງ​ເຂດພັດທະນາ​ອະ​ສັງ​ຫາ​ລິ​ມະ​ຊັບ​ກໍ່​ໄດ້​ວາງ​ອອກມາ​ຄືກັນ.ວັນ​ທີ 17 ທັນວາປີ 2009,ຈຳນວນ​ເງິນ​ທີ່​ຕ້ອງ​ຈ່າຍ​ເທື່ອ​ທຳ​ອິດ​ໃນ​ການ​ຊື້​ທີ່​ດິນ​ສ້າງ​ເຮືອນ​ຢູ່​ນັ້ນສູງ​ຂຶ້ນເຖິງ 50%;​ເມື່ອ​ເຂົ້າສູ່​ປີ 2010, ຈີນ​ເລີ່​ມ​ຕໍ່ຕ້ານການ​ກະທຳ​ທີ່​ສະ​ສົມ​ທີ່​ດິນ.ວັນ​ທີ 1 ກຸມພາ​ນີ້, ພະ​ແນກ​ຊັບ​ພະ​ຍາກອນ​ທີ່​ດິນ​ແຫ່ງ​ຊາດ​ຂອງ​ນະຄອນຫລວງ​ປັກ​ກິ່ງ​ໄດ້​​ເອົາທີ່​ດິນ​ສ້າງ​ເຮືອນ​ຢູ່​ທີ່​ຢູ່​ເຂດ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ຂອງ​ປັກ​ກິ່ງ​ຄືນ,​ສາ​ເຫດ​ແມ່ນ​ຍ້ອນ​ວ່າ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ບໍ່​ໄດ້​ຈ່າຍ​​ເງິນ​ຊື້​ທີ່​ດິນ​ແຫ່ງ​ນີ້​ພາຍ​ໃນ​ເວລາ​ທີ່​ກຳນົດ​ໄວ້,​ແລະກໍ່ບໍ່​ໄດ້ຈ່າຍ​ເງິນ​ຮັບປະກັນ 200 ລ້ານ​ຢວນອີກ.ຫລັງ​ຈາກ​ນັ້ນ, ພະ​ແນ​ກຊັບພະຍາກອນ​ທີ່​ດິນ​ແຫ່ງ​ຊາດ​ຂອງ​ນະຄອນ​ນານ​ກິ່ງ​ກໍ່​ໄດ້​ເອົາ​ທີ່​ດິນ​ທີ່​ປ່ອຍ​ຫວ່າງ​ໄວ້ 2 ປີນັ້ນຄືນ,​ແລະ​ໄດ້​ຮິບ​ເອົາ​ເງິນ​ຮັບປະກັນ​ທີ່​ມີ​ມູນ​ຄ່າ 230 ລ້ານ​ຢວນ.

ໃນ​ຂະນະ​ທີ່​ລົງ​ໂທດ​ການ​ກະທຳ​ທີ່​ສວຍ​ໂອກາດ​ແລະ​ສະ​ສົມ​ທີ່​ດິນ​ເຮັດ​ໃຫ້​ລາຄາ​ອະ​ສັງຫາ​ລິ​ມະ​ຊັບສູງ​ຂຶ້ນ​​ໄວ​ໂພດ​ນັ້ນ,ການ​ເພີ່ມ​ຈຳ​ນວນ​ເຮືອນ​ຢູ່​ລັກສະນະ​ນະ​ໂຍບາຍ​ໃຫ້​ຫລາຍ​ຂຶ້ນ​ກໍ່​ແມ່ນ​ຈຸດ​ສຸມ​ອີກ​ອັນ​ຫນຶ່ງ​ໃນ​ການ​ປັບປຸງ​ແລະ​ຄວບ​ຄຸມ​ອະ​ສັງ​ຫາ​ລິ​ມະ​ຊັບ​ເທື່ອ​ນີ້.ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ທີ​ຂອງ​ລັດຖະບານ​ຈີນ​ໃນ​ການຈຳ​ແນ​ກການ​ສວຍ​ໂອກາດ​ໃນ​ອະສັງຫາລິມະ​ຊັບ​ແລະ​ຄວາມ​ຕ້ອງ​ການ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ປະ​ຊາ​ຊົນ. ​ເດືອນ​ທັນວາ​ປີ​ກາຍ​ນີ້, ກອງ​ປະ​ຊຸມ​ຄະນະ​ປະຈຳ​ລັດຖະບານ​ຈີນ​ໄດ້​ສະ​ເຫ​ນີອອກ​ມາ​ວ່າ, ຈະ​ເພີ່ມ​ການ​ສະຫນອງ​ເຮືອນ​ຢູ່​ແບບ​ຊື້​ຂາຍ​,ສະ​ຫນັບ​ສະ​ຫນູນ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ໃນ​ການ​ຊື້​ເຮືອນ​ຢູ່​ແບບ​ປັບ​ປຸງ​ຊີວິດ​ການ​ເປັນ​ຢູ່,​ເພີ່ມ​ການ​ກໍ່​ສ້າງ​ເຮືອນ​ຢູ່​ແບບ​ຮັບ​ປະ​ກັນ​ເຊັ່ນ​ເຮືອນ​ຢູ່​ທີ່​ໃຫ້​ເຊົ່າ​ດ້ວຍ​ລາຄາ​ຕ່ຳ​ແລະ​ອື່ນໆ,​ຈະ​ໃຫ້​ການ​ສະ​ໜັບ​ສະ​ຫນູນ​ຢ່າງ​ແຂງ​ແຮງ​ໃນ​ດ້ານ​ການ​ເງິນ, ການ​ທະ​ນາ​ຄານ​ແລະ​ນະ​ໂຍບາຍ​ທີ່​ດິນ,​ເຮັດ​ໃຫ້​ຜູ່​ມີ​ລາ​ຍ​ໄດ້​ປານ​ກາງ​ແລະ​ຕ່ຳ​ໃນ​ຕົວ​ເມືອງ​ມີ​ເຮືອນ​ຢູ່.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຫ້ອງການ​ຖະ​ແຫລ​ງຂ່າວ​ຂອງລັດຖະບານ​ຈີນຈັດ​ຂຶ້ນ, ທ່ານຊີ​ຈີ້, ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ເຮືອນ​ຢູ່​ແລະ​ການ​ກໍ່ສ້າງ​ຕົວ​ເມືອງ​ແລະ​ຊົນນະບົດ​ຈີນ​ກ່າວ​ວ່າ, ປີ​ນີ້, ຈີນ​ຈະ​ສ້າງ​ເຮືອນ​ຢູ່​ລັກສະນະ​ນະ​ໂຍບາຍ 6 ລ້ານ​ຊຸດ,​ເຊິ່ງລວມທັງ​ເຮືອນ​ຢູ່​ແບບ​ຊື້-ຂາຍ, ​ເຮືອນ​ຢູ່​ທີ່​ ​ລາຄາ​ຕ່ຳ, ​ເຮືອນ​ຢູ່​ຄໃຫ້​ເຊົ່າ​ສຳລັບ​ປະຊາຊົນ,​ແລະ​ເຮືອນ​ຢູ່​ທີ່​ຄ່າເຊົ່າ​ຕ່ຳ.

ໂດຍ​ມີ​ບົດບາດ​ຂອງ​ນະ​ໂຍບາຍ​ທີ່​ຕໍ່ຕ້ານການ​ຊື້​ເຮືອນ​ຢູ່​ແບບ​ສວຍ​ໂອກາດ,​ເພີ່ມ​ການ​ສະຫນອງ​ເຮືອນ​ຢູ່​ລັກສະນະ​ນະ​ໂຍບາຍ​ແລະ​ອື່ນໆ, ຕະຫລາດ​ອະສັງຫາລິມະ​ຊັບ​ຂອງ​ຕົວ​ເມືອງ​ຈຳນວນ​ຫນຶ່ງ​ຂອງ​ຈີນ​ເລີ່​ມຫລຸດລາຄາ​ລົງ. ​ເດືອນ​ມັງກອນ​ປີ​ນີ້, ຈຳນວນ​ເຮືອນ​ຢູ່​ສຳລັບ​ຊື້​ຂາຍ​ຂອງ​ປັກ​ກິ່ງ​ທີ່​ໄດ້​ຄ້າຂາຍ​ກັນນັ້ນ​ໄດ້​ຫລຸດ​ລົງ​42%​ເມື່ອ​ທຽບ​ກັບເດືອນ​ກ່ອນ,​ເນື້ອ​ທີ່​ເຮືອນ​ຢູ່ການ​ຄ້າ​ຂອງ​ຊຽງ​ໄຮ້​ທີ່​ຊື້ຂາຍ​ກັນນັ້ນຫລຸດ​ລົງ​ຫລາຍ​ກວ່າ 50% ​ເມື່ອ​ທຽບ​ກັບ​ເດືອນ​ກ່ອນ;ຢູ່​ເມືອງ​ເສີນ​ເຈິ້ນກໍ່​ມີ​ສະພາບ​ທີ່​ຄ້າຍກັນ.​ແຕ່​ວ່າ,​ຜູ່​ຊ່ຽວ​ຊານ​ກໍ່​ບໍ່​ເຫັນ​ວ່າ​ການ​ພັດ​ທະ​ນາ​ຂອງ​ຕະຫລາດ​ອະສັງຫາລິມະ​ຊັບ​ຂອງ​ຈີນ​ເກີດ​ມີ​ບາດ​ລ້ຽວອີກ​.ທ່ານກູ້​ຢຸນ​ຊາງ,​ຮອງ​ປະ​ທານ​ສະມາ​ຄົມຄົ້ນຄວ້າ​ອະສັງຫາລິມະ​ຊັບ​ຈີນ​ກ່າວ​ວ່າ:

ການ​ຄວບ​ຄຸມ​ດ້ານ​ມະຫາ​ພາກ​ໃນ​ປີ​ນີ້​ມີ​ເປົ້າ​ຫມາຍ​ສອງ​ດ້ານ,ອັນ​ທີ​ຫນຶ່ງ​ແມ່ນ​ຄວບ​ຄຸມ​ບໍ່​ໃຫ້​ລາຄາ​ເຮືອນ​ຢູ່​ສູງ​ຂຶ້ນ​ໄວ​ໂພດ,ອີກ​ດ້ານ​ຫນຶ່ງ​ຕ້ອງ​ຮັກສາ​ໃຫ້​ຂະ​ແຫນງ​ການ​ອະສັງຫາລິມະ​ຊັບ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ,​ລາຄາ​ເຮືອນ​ຢູ່​ໃນ​ປີ​ນີ້​ຈະ​ຮັກ​ສາ​ທ່າ​ອຽງ​ທີ່​ໝັ້ນ​ທ່ຽງ​ທັງ​ສູງ​ຂຶ້ນ,​ແຕ່​ຂະຫນາດ​ສູງ​ຂຶ້ນ​ນັ້ນ​ຈະບໍ່ຫຼາຍ.

ປັດຈຸບັນ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນ​ໄດ້​ເລີ່​ມຕິດຕາມ​ກວດກາ​ຕໍ່​ສະ​ພາບ​ປັບ​ປຸງ​ແລະ​ຄວບ​ຄຸມ​ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ແຂວງ,ກຳ​ແພງ​ນະຄອນ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ທີ່​ສຳຄັນ.​ສະພາບ​ຕິດຕາມ​ກວດກາ​ຈະ​ກາຍ​ເປັນບ່ອນ​ອີງ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ການ​ປັບປຸງ​ນະ​ໂຍບາຍ​ຄວບ​ຄຸມ​ຕະຫລາດ​ອະສັງຫາລິມະ​ຊັບ​ໃນ​ອະນາຄົດ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ