ປັດຈຸບັນ,ການກູ້ໄພສຸກເສີກດ້ານການແພດຢູ່ເຂດປະສົບໄພແຜ່ນດິນໄຫວເມືອງອີ້ຊູ້ແຂວງຊິງໄຫຂອງຈີນໄດ້ສິ້ນສຸດລົງໂດຍພື້ນຖານແລ້ວ.ໃນການຊ່ວຍເຫຼືອປິ່ນປົວຂະໜາດໃຫຍ່ເທື່ອນີ້,ໜ່ວຍກູ້ໄພແຜ່ນດິນໄຫວສຸກເສີນແຫ່ງຊາດຈີນໄດ້ປິ່ນປົວຄົນເຈັບ1405ຄົນ,ໃນນັ້ນຄົນບາດເຈັບສາຫັດ58ຄົນ,ເຂົາເຈົ້າໄດ້ສຳເລັດໜ້າທີ່ຢ່າງຈົບງາມ.ກ່ອນທີ່ໃກ້ຈະອອກຈາກເຂດປະສົບໄພ,ທ່ານໂຮຊື້ເຄີ່ ຫົວໜ້າໜ່ວຍກູ້ໄພຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວCRIເລົ່າເຫດການກູ້ໄພສຸກເສີນຢູ່ເມືອງອີ້ຊູ້ທີ່ທ່ານພ້ອມກັບສະມາຊິກໜ່ວຍກູ້ໄພທັງຫຼາຍຈະບໍ່ມີວັນລືມຕະຫຼອດຊີວິດ.
ເວລາເມືອງອີ້ຊູ້ເກີດແຜ່ນດິນໄຫວໃນວັນທີ14ເມສາແລ້ວນີ້,ທ່ານໂຮຊື້ເຄີ່ທີ່ອາຍຸ46ປີພວມນອນປິ່ນປົວຢູ່ໂຮງໝໍປັກກິ່ງ.ເດືອນມັງກອນປີນີ້,ເວລາທີ່ແຜ່ນດິນໄຫວຮາຍຕິເກີດຂຶ້ນ,ທ່ານເຄີຍເດີນທາງໄປປະຕິບັດໜ້າທີ່ກູ້ໄພຢູ່ແຫ່ງນັ້ນ,ຍ້ອນໄດ້ຮັບບາດເຈັບໜັກຢູ່ບ່ອນກະດູກອ່ອນຂອງຂໍ້ກະດູກກະໂທ້ຍໃນເວລາພະຍາຍາມກອບກູ້ເອົາຜູ່ບາດເຈັບອອກຈາກຊາກອາຄານ,ທ່ານຈິ່ງນອນປິ່ນປົວຢູ່ໂຮງໝໍ.
ພາຍຫຼັງແຜ່ນດິນໄຫວອີ້ຊູ້ເກີດຂຶ້ນ,ເວລາ12ໂມງມື້ດຽວກັນ,ທ່ານໂຮຊື້ເຄີ່ໄດ້ຮັບຄຳສັ່ງໃຫ້ນຳພາໜ່ວຍກູ້ໄພໄປເຂດປະສົບໄພ,ທ່ານບໍ່ໄດ້ລັ່ງເລໃຈເລີຍ,ລຸກຂຶ້ນຈາກຕຽງຄົນເຈັບແລ້ວກໍ່ກຽມຕົວອອກເດີນທາງ.ຂັ້ນເທິງຮຽກຮ້ອງໃຫ້ໜ່ວຍກູ້ໄພຂຶ້ນຍົນອອກເດີນທາງໃນເວລາ15ໂມງ,ຈາກຕຶກໜ່ວຍກູ້ໄພຮອດສະໜາມບິນໃຊ້ເວລາ1ຊົ່ວໂມງ,ນີ້ໝາຍຄວາມວ່າ,ເວລາກະກຽມຂອງທ່ານໂຮວຊື້ເຄີ່ບໍ່ຮອດ2ຊົ່ວໂມງ.ພາຍໃນເວລາສັ້ນໆ,ທ່ານໂຮຊື້ເຄີ່ຍາດທຸກນາທີກຽມຕົວໃຫ້ສຳເລັດໂດຍໄວ,ເພິ່ນບອກວ່າ:"ເວລາກະກຽມບໍ່ຮອດ2ຊົ່ວໂມງ,ພາຍໃນເວລາບໍ່ຮອດ2ຊົ່ວໂມງ,ພວກເຮົາໄດ້ຮຽກໂຮມສະມາຊິກໜ່ວຍກູ້ໄພ30ຄົນ,ກະກຽມເຄື່ອງຊ່ວຍເຫຼືອ4ໂຕນ."
ໃນສະມາຊິກໜ່ວຍກູ້ໄພ30ຄົນທີ່ນຳພາໂດຍທ່ານໂຮຊື້ເຄີ່,ຫຼາຍກວ່າເຄິ່ງໜຶ່ງແມ່ນແພດໝໍລະດັບປະລິຍາໂທຫຼືປະລິຍາເອກ,ສ່ວນຫຼາຍມີປະສົບການໃນການກູ້ໄພຫຼາຍເທື່ອ,ໃນນັ້ນຍັງມີຜູ່ຍິງ6ຄົນ.ໃນເຄື່ອງຊ່ວຍເຫຼືອທີ່ກະກຽມນັ້ນມີຢາ1000ກວ່າຊະນິດມູນຄ່າ3ລ້ານກວ່າຢວນແລະອຸປະກອນປິ່ນປົວ100ກວ່າຊະນິດແລະອື່ນໆ.ການກະກຽມຢ່າງເຕັມທີ່ແລະລະອຽດໄດ້ສ້າງພື້ນຖານທີ່ດີໃຫ້ແກ່ໜ່ວຍກູ້ໄພໄດ້ຮັບໄຊຊະນະໃນບັ້ນທ້າຍໃນການກູ້ໄພ.
ເວລາ20ໂມງຂອງວັນທີ14ເດືອນເມສາແລ້ວນີ້,ພາຍຫຼັງໄປຮອດເຂດປະສົບໄພເມືອງອີ້ຊູ້ແລ້ວ, ໜ່ວຍກູ້ໄພກໍ່ເຮັດວຽກກູ້ໄພໃນທັນທີ.ໃນ3ມື້ທຳອິດ,ສະມາຊິກໜ່ວຍກູ້ໄພເກືອບບໍ່ມີເວລາພັກຜ່ອນ,ຊ່ວຍເຫຼືອຜູ່ບາດເຈັບຢູ່ບໍ່ເຊົາ.ເພາະວ່າເຂດປະສົບໄພທົ່ວທຸກແຫ່ງລ້ວນແຕ່ແມ່ນຜູ່ບາດເຈັບ,ເວລາກໍ່ຄືຊີວິດ. ເມືອງອີ້ຊູ້ສູງກວ່າໜ້ານ້ຳທະເລ3860ແມັດ,ສະນັ້ນ,ສະພາບການຂາດອົກຊີແຊນເທິງພູພຽງແມ່ນສິ່ງທ້າທາຍທີ່ຂ້ຽວຂາດທີ່ສຸດສຳລັບໜ່ວຍກູ້ໄພແລະກໍ່ເປັນຈຸດພິເສດຫຼາຍທີ່ສຸດຂອງການກູ້ໄພເທື່ອນີ້.
ເມື່ອປະເຊີນກັບສະພາບຂາດອົກຊີແຊນ,ໜ່ວຍກູ້ໄພບໍ່ມີທາງເລືອກອື່ນ,ມີແຕ່ບຸກໜ້າບືນຕົວ,ທົນທຸກທົນຍາກບໍ່ວ່າໃນດ້ານຈິດໃຈຫຼືຮ່າງກາຍ.ທ່ານໂຮຊື້ເຄີ່ບອກວ່າ:"ຕ້ອງທຳການຕັດສິນໃຈພາຍໃນເວລາສັ້ນທີ່ສຸດ,ອັນໜຶ່ງແມ່ນຊ່ວຍເຫຼືອຊີວິດຂອງຜູ່ອື່ນ,ອີກອັນໜຶ່ງແມ່ນຮ່າງກາຍຂອງຕົວເອງຖືກຊຸມໂຊມ.ພວກເຮົາຕ້ອງເລືອກເອົາການຊ່ວຍເຫຼືອຜູ່ອື່ນກ່ອນ, ຮ່າງກາຍຊຸມໂຊມກໍ່ທົນເອົາ.ສະນັ້ນ,ໃນເວລາອິດເມື່ອຍທັງມີອາການໜັກໜ່ວງທີ່ບໍ່ລື້ງກັບສະພາບອາກາດພູພຽງ,ສະມາຊິກໜ່ວຍເຮົາຍາດເວລາໃສ່ນ້ຳທະເລໃຫ້ໂຕເອງ,ເພື່ອເພີ່ມພະລັງແຮງ,ຫຼຸດອາການບໍ່ລື້ງກັບອາກາດພູພຽງ.ດູດອົກຊີແຊນເອົາແຮງແລ້ວສືບຕໍ່ຊ່ວຍເຫຼືອຜູ່ປະສົບໄພ."
<< 1 2 >>