ການ​ກູ້​ໄພ​​ເທື່ອ​ໜຶ່ງ​ທີ່ບໍ່​ມີ​ວັນ​ລືມ

(GMT+08:00) 2010-05-04 18:36:02     cri


ຍ້ອນ​ວ່າ​ໄປ​ຮອດ​ພູ​ພຽງ​ແລ້ວ​ບໍ່​ມີ​ເວລາ​ພັກຜ່ອນ,ວຽກ​ກໍ່ຫຼາຍ,ສະມາຊິກ​ທັງ​ໝົດ30ຄົນ​ຂອງ​ໜ່ວຍ​ກູ້​ໄພ​ລ້ວນ​ແຕ່​ມີ​ອາການ​ບໍ່​ລື້​ງກັບ​ອາກາດ​ພູ​ພຽງ.ທ່ານ​ໂຮ​ຊື້​ເຄີ່​ເອງ​ກໍ່​ມີ​ອາການ​ໜັກ​ຫຼາຍ.​ເພິ່ນ​ບອກ​ວ່າ:"​ເຈັບຫົວ,ຮາກ​ຫຼາຍ​ເທື່ອ,​ຫົວ​ໃຈ​ເຕັ້ນ​ໄວ​ແລະ​ອຶດ​ອັດ​ຫຼາຍ.ລົ້ມ​ຢູ່​ສະຖານ​ທີ່​ກູ້​ໄພສອງ​ເທື່ອ.ດູດ​ອົກ​ຊີ​ແຊນ,​ໃສ່​ນ້ຳ​ທະ​ເລ,ສັກ​ຢາ,​ອາ​ການ​ໄຄ​ແດ່​ແລ້ວ​ກໍ່​ບຸກເຮັດ​ວຽກ​ຕໍ່​."

ກໍ່​ຄື​ເວົ້າ​ມາ​ຫັ້ນ​​ແລ້ວ​ວ່າ,ທ່ານ​ໂຮ​ຊື້​ເຄີ່ພ້ອມ​ກັບ​ສະມາຊິກອື່ນໆ​ຂອງ​ໜ່ວຍ​ກູ້​ໄພ​ບາກ​ບັ່ນ​ສູ້​ຊົນ​ຢູ່​​ແນວ​ໜ້າ​ກູ້​ໄພ.​ເມື່ອ​ຜ່ານ3​ມື້​ທຳ​ອິດ​ທີ່​ຫຍຸ້ງຍາກ​ລຳບາກ​ທີ່​ສຸດ​ແລ້ວ,ທ່ານ​ໂຮ​ຊື້​ເຄິ່ຮູ້ສຶກ​ວ່າ​ການ​ກູ້​ໄພ​ເມືອງ​ອີ້​ຊູ້​ເທື່ອ​ນີ້​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ​ແລ້ວ.​ເພາະວ່າ,ໜ່ວຍ​ກູ້​ໄພ​ໄດ້​ຮັບ​ໄຊຊະນະ​ທີ່​ມີ​ລັກສະນະ​ຕັດສິນ​ພາຍ​ໃນ72​ຊົ່ວ​ໂມງ​ທີ່​ເປັນ​ເວລາ​ທີ່​ດີ​ທີ່​ສຸດ​ສຳລັບ​ກູ້​ເອົາ​ຊີວິດ​ຂອງ​ຄົນ.

ເວົ້າ​ສຳລັບ​ໜ່ວຍ​ກູ້​ໄພ​ແລ້ວ,ການ​ກູ້​ໄພ​ເທື່ອ​ນີ້​ມີ​ຈຸດ​ພິ​ເສດ​ອີກ​ອັນ​ໜຶ່ງ​ຄື​ການ​ປະຕິບັດ​ໜ້າ​ທີ່​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.ປະຊາຊົນ​ເມືອງ​ອີ້​ຊູ້​ສ່ວນ​ຫຼາຍ​ແມ່ນ​ຊາວ​ເຜົ່າ​ຕິ​ເບ​ດ.​ໃນ​ໄລ​ຍະ​ກູ້​ໄພ,​ພີ່​ນ້ອງ​ເຜົ່າ​ຕິ​ເບດ​ທີ່​ຊື່​ສັດ​ບໍ​ລິ​ສຸດ​ແລະ​ໃຈ​ບຸນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ເອື້ອ​ເຟື້ອເຜື່ອ​ແຜ່​ແກ່​ໜ່ວຍ​ກູ້​ໄພ,​ເຊິ່ງ​ເຮັດ​ໃຫ້​ທ່ານ​ໂຮ​ຊື້​ເຄິ່ພ້ອມ​ດ້ວຍ​ສະມາຊິກ​ໜ່ວຍ​ກູ້​ໄພ​ທັງ​ຫຼາຍຮູ້ສຶກ​ຕື້ນ​ຕັ້ນ​ໃຈຫຼາຍ.ທ່ານ​ໂຮ​ຊື້​ເຄີ່ກ່າ​ວ່າ,​ໃນ​ບໍ່​ເທົ່າ​ໃດ​ມື້​ທຳ​ອິດ,​ເຄື່ອງ​ຊ່ວຍ​ເຫຼື​ອຍັງ​ບໍ່​ທັນ​ສົ່ງ​ເຖິງ​ເຂດ​ປະສົບ​ໄພ,ບໍ່​ມີ​ນ້ຳ​ຮ້ອນ.ປະຊາຊົນ​ເຜົ່າ​ຕິ​ເບ​ດທີ່​ປະສົບ​ໄພ​ກໍ່​ເອົາ​ນ້ຳ​ຮ້ອນ​ໄປ​ໃຫ້​ພວກ​ເພິ່ນ.​ທ່ານ​ເວົ້າ​ວ່າ:

"ປະຊາຊົນ​ຜູ່​ປະສົບ​ໄພ​ເມື່ອ​ອອກຈາກ​ຊາກ​ອາຄານ​ແລ້ວ​ກໍ່​ຕັ້ງ​ຕູບ​ຜ້າ​ເຕັ້ນ​ຢູ່​ສະໜາມກິລາ​ທີ່​ເປັນ​ບ່ອນ​ປະຈຳການ​ຂອງ​ໜ່ວຍ​ແພດ.​ເຂົາ​ເຈົ້າຜ່າ​ຝືນ​ຕົ້ມ​ນ້ຳ,​ແລ້ວ​ຕັກໃສ່​ກະຕິກນ້ຳຮ້ອນ​ພຽງ​ໜ່ວຍ​ດຽວ​ທີ່​​ໄດ້​ມາ​ຈາກ​ກອງ​ຊາກ​ອາຄານ,​ແລ້ວຂົນ​ໄປ​ໃຫ້​ໜ່ວຍ​ກູ້​ໄພ​ພວກ​ເຮົາ.ນ້ຳ​ໃຈ​ ​ນີ້​ຂ້ອຍ​ຈະ​ບໍ່ມີ​ວັນ​ລືມ​ໃນ​ຕະຫຼອດ​ຊີວິດ."

ທ່ານ​ໂຮ​ຊື້​ເຄີ່​ເຫັນ​ວ່າ,ຄວາມ​ເອົາ​ໃຈ​ໃສ່​ແລະ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ປະຊາຊົນ​ເຜົ່າ​ຕິ​ເບ​ດທີ່​ມີ​ຕໍ່​ໜ່ວຍ​ກູ້​ໄພ​ທີ່​ຈິງ​ແລ້ວ​ກໍ່​ແມ່ນ​ການ​ແລກປ່ຽນ​ດ້ວຍ​ຄວາມ​ຈິງ​ໃຈ.​ເຂົາ​ເຈົ້າ​ສູ້​ຕາຍ​ເພື່ອ​ກູ້​ໄພ,ພີ່ນ້ອງ​ເຜົ່າ​ຕິ​ເບ​ດ​ໄດ້​ເຫັນ​ແລະ​ໄດ້​ຈື່​ຈຳ​ໃນ​ໃຈ.ທ່ານ​ໂຮ​ຊື້​ເຄີ່ກ່າວ​ວ່າ,​ຜ່ານ​ຈາກ​ການ​ກູ້​ໄພ​ສຸກ​ເສີນ​ຢູ່​ເມືອງ​ອີ້​ຊູ້​ເທິງ​ພູ​ພຽງ,​ທ່ານ​ກັບ​ໜ່ວຍ​ກູ້​ໄພ​ຈີນ​ໄດ້​ຜ່ານ​ການ​ທົດ​ສອບ​ອັນ​ຂ້ຽວຂາດ​ອີກ ເທື່ອ​ໜຶ່ງ.​ໃນ​ຕໍ່​ໜ້າ,​ໜ່ວຍ​ກູ້​ໄພ​ໜ່ວຍ​ນີ້​ບໍ່​ວ່າ​ຈະ​ໄປ​ກູ້​ໄພ​ຢູ່​ບ່ອນ​ໃດ​ກໍ່​ມີ​ບໍ່​ຫຍັງ​ທີ່​ຈະ​ຜ່ານ​ຜ່າ​ບໍ່​ໄດ້,ບໍ່​ມີໜ້າ​ທີ່​ໃດ​ທີ່​ຈະ​ບໍ່​ສຳ​ເລັດ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ