
ເດືອນເມສາແລະພຶດສະພາທຸກປີແມ່ນຍາມດອກໂບຕັນບານເຮື່ອເຮືອງ. ໃນສະໄໝລາຊະວົງຖາງ, ຊົ້ງ, ແລະລາຊະວົງຊິ່ງຂອງຈີນ ໄດ້ກຳນົດເອົາດອກໂບຕັນເປັນດອກໄມ້ປະຈຳຊາດ. ຍ້ອນດອກໂບຕັນເປັນດອກໃຫຍ່, ສີສົດໄສແລະງາມຫຼາຍ, ຈຶ່ງເອີ້ນວ່າ"ລາຊາດອກໄມ້", ແລະໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນຈີນຫຼາຍ. ເມື່ອຮອດຍາມດອກໂບຕັນບານ, ຄົນທີ່ໄປຊົມດອກໂບຕັນຫຼາຍບໍ່ຂາດສາຍ. ແຕ່ບູຮານນະການມາແລ້ວ, ບ່ອນຊົມດອກໂບຕັນດີທີ່ສຸດຂອງຈີນກໍ່ແມ່ນນະຄອນໂລ້ຢາງແຂວງເຫີນານ, ຊຶ່ງເປັນແຫຼ່ງກຳເນີດຂອງດອກໂບຕັນ.
ນະຄອນໂລ້ຢາງປູກດອກໂບຕັນມີປະຫວັດມາຍາວນານແລ້ວ, ແລະມີຊື່ສຽງໂດ່ງດັງຍ້ອນດອກໂບຕັນງາມຫຼາຍ, ເຮັດໃຫ້ນະຄອນໂລ້ຢາງກາຍເປັນບ່ອນທີ່ປະທັບໃຈໃນການຊົມດອກໂບຕັນ. ທ່ານວາງເມີ້ຍຖິງ, ຫົວໜ້າຫ້ອງການຕະຫຼາດຂອງພະແນກທ່ອງທ່ຽວນະຄອນໂລ້ຢາງບອກວ່າ,
"ດອກໂບຕັນຂອງນະຄອນໂລ້ຢາງມີປະຫວັດການປູກມາ 1500 ກວ່າປີແລ້ວ, ການປູກດອກໂບຕັນໄວກວ່າໝູ່ແມ່ນໃນລາຊະວົງສຸຍ, ຮອດລາຊະວົງຖາງກໍ່ປູກຫຼາຍທີ່ສຸດ, ໃນລາຊະວົງຊົ້ງຂະໜານນາມວ່າ"ລາຊາດອກໄມ້". ປີ 1982, ດອກໂບຕັນຖືກກຳນົດໃຫ້ເປັນດອກໄມ້ປະຈຳເມືອງຂອງນະຄອນໂລ້ຢາງ. ແຕ່ປີ 1983 ເປັນຕົ້ນມາ, ອົງການປົກຄອງນະຄອນໂລ້ຢາງໄດ້ຈັດງານຊົມດອກໂບຕັນໂລ້ຢາງທຸກປີ.
ນາງວາງເມີ້ຍຖີງກ່າວວ່າ, ລະຫວ່າງເດືອນເມສາແລະພຶດສະພາຂອງທຸກປີແມ່ນຍາມຊົມດອກໂບຕັນດີທີ່ສຸດຂອງໂລ້ຢາງ:
"ປະຈຸບັນ, ນະຄອນໂລ້ຢາງມີສວນໂບຕັນທີ່ມີຊື່ສຽງຫຼາຍແລະຂະໜາດໃຫຍ່ 20 ກວ່າແຫ່ງ, ທຸກໆປີກໍ່ເປີດໃຫ້ຄົນທົ່ວໄປເຂົ້າຊົມ. ປະຊາຊົນກໍ່ພາກັນໄປຊົມໃນໄລຍະນີ້, ຍ້ອນວ່າຍາມນີ້, ທົ່ວເມືອງກໍ່ເຕັມໄປດ້ວຍບັນຍາກາດມ່ວນຊື່ນຫຼາຍ, ມີທັງຄົນໄປຊົມ, ມີທັງຄົນຂາຍ. ປະຈຸບັນ, ງານຊົມດອກໂບຕັນໄດ້ກາຍເປັນກິດຈະກຳວັນບຸນຂະໜາດໃຫຍ່ທີ່ສຸດຂອງນະຄອນໂລ້ຢາງໄປແລ້ວ."
<< 1 2 >>