ຊົມ​ດອກໂບຕັນຢູ່​ນະຄອນໂລ້​ຢາງ​ໃນ​ລະດູ​ໃບ​ໄມ້​ປົ່ງ

(GMT+08:00) 2010-05-25 10:49:13     cri


ສວນ​ໂບຕັນ​ເສີນ​ໂຈ່​ວຂອງ​ນະຄອນ​ໂລ້​ຢາງຕັ້ງຢູ່​​ຕໍ່ໜ້າ​ກັບ​ວັດ​ມ້າ​ຂາວ, ສະຖານ​ທີ່​ບູຮານ​ປະຫວັດສາດ​ທີ່​ມີ​ຊື່ສຽງ, ຫ່າງ​ຈາກ​ຕົວ​ເມືອງ 5 ກິ​ໂລ​ແມັດ, ​ໃນ​ເມືອງ​ມີ​ລົດ​ເມ​ທ່ອງ​ທ່ຽວສາຍສະ​ເພາະໄປ​ຮອດ​ໂດຍ​ກົງ​. ສວນ​ໂບຕັນ​ເສີນ​ໂຈ່ວກວມ​ເນື້ອ​ທີ່ຫຼາຍກວ່າ 40 ກວ່າ​ເຮັກຕາ, ສິ່ງ​ກໍ່ສ້າງ​ໃນ​ສວນ​​ເປັນ​ແບບ​​ສະ​ໄໝ​ລາຊະວົງ​ຖາງ, ​ໃນ​ນັ້ນມີ​ທິວ​ທັດ​​ເປັນພູຜາ​ນາ​ສວນ, ສິ່ງ​ກໍ່ສ້າງ​ໃນ​ສວນ​ກໍ່​​ໃຫຍ່​ແລະ​ສະຫງ່າ​ງາມ. ​ໃນ​ສວນ​ໂບຕັນ​ເສີນ​ໂຈ່​ວມີ​ດອກ​ໂບຕັນຫຼາຍພັນ​ທັງ​ຈາກ​ພາຍ​ໃນ​​ແລະ​ຕ່າງປະ​ເທດພັນ​ກວ່າ​ຊະນິດ, ​ແມ່ນ​ສວນ​ໜຶ່ງ​ທີ່​ມີ​ດອກ​ໂບຕັນຫຼາຍພັນ​ທີ່​ສຸດໃນ​ຈີນ​ປະ​ຈຸ​ບັນ. ທ່ານ​ຈ້າວ​ຢວນ​ເສີງ, ພະນັກງານ​ສວນ​ໂບຕັນ​ເສີນ​​ໂຈ່​ວ​ບອກວ່າ:

"ສວນ​ໂບຕັນ​ເສີນ​ໂຈ​ວ​ເກັບ​ຮັກສາ​ແນວ​ພັນ​ດອກໂບຕັນ​ທີ່ດີ​ເດັ່ນ​ແລະ​ມີ​ຊື່​ສຽງຂອງພາຍ​ໃນ​ແລະ​ຕ່າງປະ​ເທດ 1021 ຊະນິດ, ​ແມ່ນ​ສວນ​ໂບຕັນ​ທີ່​​ເກັບ​ຮັກສາ​ແນວ​ພັນຄົບ​ຖ້ວນຫຼາຍ. ​​ໄລຍະ​ດອກ​​​ໂບຕັນ​ບານຕາມ​ທຳ​ມະ​ຊາດ​ຂອງ​ສວນ​ນີ້ຈະ​​ຢູ່​ໃນ​ລະຫວ່າງ​ຕົ້ນ​ເດືອນ​ເມສາ​ຫາ​ຕົ້ນ​ເດືອນ​ພຶດສະພາ, ​ແກ່ຍາວ​ປະມານ 40 ມື້. ​ແນວ​ພັນ​ດອກ​ໂບຕັນ​ໃຫຍ່​ກວ່າ​ໝູ່​ແມ່ນ​​ຊະນິດ​ຕາ​ເວັນ ຊຶ່ງ​ເປັນ​ຊະນິດ​ທີ່​ນຳ​ເຂົ້າ, ​ໃນ​ຍາມມັນບານ, ດອກໃຫຍ່​ສຸດຈະ​ກວ້າງ 30 ກວ່າ​ມິລິ​ແມັດ; ສ່ວນ​ດອກ​ໂບຕັນສື​ຈິນ, ຕົ້ນ​ໂບຕັນຕົ້ນໜຶ່ງ​ກໍ່​ສາມາດ​ໃຫ້ດອກ 7-8 ຊະນິດ, ​ເປັນ 7-8 ສີ, ນີ້​ແມ່ນ​​ສີສັນ​ທີ່ພິ​ເສດຫຼາຍ."

ນອກຈາກຈະ​​​ໄດ້​ຊົມ​ດອກ​ໂບຕັນ​ຊະນິດ​ຕ່າງໆ​ແລ້ວ, ສວນ​ໂບຕັນ​ເສີນ​​ໂຈວຍັງພັກຜ່ອນ​ຢ່ອນ​ອາລົມໄດ້, ​​​ແລະ​ສຳຜັດ​ກັບ​ວັດທະນະທຳ​ໂບຕັນ, ຊອກ​ຮູ້​ຂະ​ບວນການ​ປະ​ສົມ​ພັນ​ພັນ​ໃໝ່​ຂອງ​ດອກ​ໂບຕັນດ້ວຍ​ເຕັກນິກ​ວິທະຍາ​ສາດ​ທີ່​ທັນ​ສະ​ໄໝ. ຖ້າ​ນັກ​ທ່ອງ​ທ່ຽວສົນ​ໃຈ​, ກໍ່​ຊື້ຕົ້ນໜຶ່ງ​ກັບ​ບ້ານ, ​ເພື່ອ​ປະດັບ​ເຮືອນ​ໃຫ້​ງາມໆ.



ດອກ​ໂບຕັນ​ໃນ​ສວນ​ໂບຕັນ​ເສີນ​​ໂຈ່​ວບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ໃນ​ທ້ອງ​ຖິ່ນທໍ່​ນັ້ນ, ຍັງ​ຖືກ​ເລືອກ​ເປັນ​ດອກ​ໄມ້​ປະດັບ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ 2008. ​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ທີ່​ພວມ​ດຳ​ເນີນ​ນັ້ນ, ນັກ​ທ່ອງ​ທ່ຽວ​ກໍ່​ຈະ​ໄດ້​ຊົມ​ດອກ​ໂບຕັນ​ໂລ້​ຢາງ​ໃນ​ຫໍວາງສະ​ແດງຫຼາຍ​ແຫ່ງ.

ສວນສາທາລະນະ​ວາງ​ເສີງ​ແມ່ນ​ໜຶ່ງ​ໃນສວນສາທາລະນະທີ່​ໂຮມ​ສູນ​ວາງສະ​ແດງ​ດອກ​ໂບຕັນ​​​ໄວ​ກວ່າ​ໝູ່​ຂອງ​​ນະ​ຄອນໂລ້​ຢາງ, ດອກ​​ໂບຕັນ​ໃນ​ແຫ່ງ​ນີ້​ກໍ່​ມີ​ຊື່​ສຽງຫຼາຍ. ນາງ​ສື​ຊິວ​ເສຍ, ພະນັກງານ​ສວນ​ສາທາລະນະ​ວາງ​ເສີງ​ໂລ້ຢາງ​ກ່າວ​ວ່າ:

"ສວນ​ສາທາລະນະ​ວາງ​​ເສີງ​ແມ່ນ​ບ່ອນ​ຈັດ​ງານ​ຊົມດອກ​ໂບຕັນ​ຄັ້ງທຳ​ອິດ, ປີ 1983, ນະຄອນ​​ໂລ້​ຢາງ​ຈັດ​ງານ​ຊົມ​ດອກໂບຕັນ​ກໍ່​ແມ່ນ​ຈັດ​ຢູ່"ຕຶກ​ໂບຕັນ"ຂອງ​ສວນ​ວາງ​ເສີງ​ພວກ​ເຮົາ.

ສວນສາທາລະນະ​ວາງ​ເສີງ​ເຊິ່ງ​ແປ​ວ່າ​ວັງ​ຂອງ​ພະ​ບໍລົມ​ວົງສາ​ນຸວົງ​​ສ້າງ​ໃນປີ 1955, ​ໄດ້​ຊື່ຍ້ອນ​ສ້າງ​ຢູ່​ເທິງຊາກ​ສ່ວນ​ໜຶ່ງ​ຂອງ​ພະ​ລາຊະ​ວັງ​​ໂຈ່​ວຕາ​ເວັນ​ອອກ, ​ແມ່ນ​ສວນ​ໃຫຍ່​ທີ່​ສຸດຂອງ​ນະຄອນ​ໂລ້​ຢາງ, ​ແລະ​ເປັນ​ສວນສາທາລະນະ​ທີ່​ໃຫຍ່​ທີ່​ສຸດຂອງ​ແຂວງ​ເຫີ​ນານ. ສວນ​ວາງ​ເສີງ​ນີ້​ແມ່ນ​ສວນ​ທີ່​ມີ​ແນວ​ພັນ​ໂບຕັນ​​ຄົບ​ຖ້ວນທີ່​ສຸດຂອງ​ໂລ້​ຢາງ, ພວກ​​ເຮົາ​ມີ​ປະຫວັດດົນ​ນານ​ກວ່າ​ໝູ່​ໃນ​ດ້ານ​ປູກ​ແລະ​ປະສົມ​ພັນ​ໂບຕັນ, ມີ​​ເຕັກນິກສູງກວ່າ​ໝູ່, ຜ່ານ​ການ​ເບິ່ງ​ແຍງ​ດູ​​​​ແລ​ຢ່າງ​ຈິງ​ຈັງ, ດອກ​ໂບຕັນ​ໃນ​ສວນ​ພວກ​ເຮົາ​ເຕີບ​ໃຫຍ່​ໄດ້​ດີ​ທີ່​ສຸດ."

ປີ​ນີ້, ໃນ​ສວນສາທາລະນະວາງ​ເສິງ, ນອກຈາກ​ຊົມ​ດອກໂບຕັນ​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ສາມາດ​ເຂົ້າຮ່ວມ​ກິດຈະກຳ​ຕ່າງໆ. "ກາງ​ເວັນຊົມ​​ດອກໂບຕັນ, ກາງຄືນ​ຊົມ​ໂຄມ​ໄຟ"​ແມ່ນ​ຮີດຄອງ​ປະ​ເພນີ​ຊົມ​ດອກໂບຕັນ​ຂອງ​ຄົນ​​ໂລ້​ຢາງ, ສວນສາທາລະນະ​ວາງ​ເສີງ​ໄດ້​ວາງສະ​ແດງ​ໂຄມ​ໄຟ​ປະດັບ​ປະ​ເພດ​ຕ່າງໆ​​ໂດຍ​ສະ​ເພາະ. ​ເມື່ອ​ຍ່າງ​ເຂົ້າປະຕູ​ສວນ, ກໍ່​ຈະ​ໄດ້​ເຫັນ"​ໂຄມ​ໄຟ​ໂບຕັນ", ​ເຊຶ່ງ​ຕິດ​ຢູ່​ເທິງ​​ຜ້າ​ກັ້ງທີ່​ສູງ 16 ​ແມັດ​, ກວ້າງ 5 ​ແມັດ, ​"​ໂບຕັນ"ຫຼາຍສີ​​ແຂ່ງ​ຂັນກັນ​ບານ, ​ໄດ້​ສະ​ແດງ​ຄວາມຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ; ຢູ່​ຂ້າງ​ຮູບທາຍ​ເກັກ​ທີ່​ເປັນ​ສັນ​ຍະ​ລັກ​ໃຫ້​ແກ່​ວັດທະນະທຳ​​ເກົ່າ​ແກ່ຂອງ​ຈີນ​ແລະ​ຢູ່​ຕີນ​"ນາງ​ຟ້າ​ໂບຕັນ", ດອກ​ໂບຕັນ​ທີ່​ເປັນດອກ​ໄມ້​ປະຈຳຊາດ​ຈີນ​ພວມ​​ແຂ່ງ​ຂັນກັນ​ບານ.

ນອກຈາກ​ສວນ​ໂບຕັນ​​ເສີນ​ໂຈ່​ວ​ແລະ​ສວນ​ສາທາລະນະ​ວາງ​ເສີງ​ແລ້ວ, ນະ​ຄອນ​ໂລ້​ຢາງ​ຍັງ​ມີ​ສວນ​ຊົມ​ດອກໂບຕັນ 20 ກວ່າ​ແຫ່ງ, ລ້ວນ​ແຕ່​ສາມາດ​ຊົມ​​ດອກໂບຕັນ​ບານ​ເຮື່ອ​ເຮືອງ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ