
ເມືອງຊິນຢາງແຂວງເຮີນານມີເຂດແດນຕິດກັນ3ແຂວງຄືແຂວງຫູເປີຍ,ແຂວງເຮີນານແລະແຂວງອ່ານຮຸຍ ພາກກາງຂອງຈີນແມ່ນແຫຼ່ງຜະລິດຊາຂຽວທີ່ມີຊື່ສຽງຂອງຈີນ.ເມືອງຊິນຢາງຕັ້ງຢູ່ເຂດລ້ອງແມ່ນ້ຳຮ້ານຈ່ຽງ,ພາກໃຕ້ມີພູຕ້າເປ,ພາກເໜືອມີແມ່ນ້ຳຮວາຍເຮີ,ມີທິວທັດພູຜາແມ່ນ້ຳທີ່ສວຍງາມ,ດິນຟ້າອາກາດດີຫຼາຍ.ມີນາມມະຍົດວ່າ"ຈ່ຽງນານຂອງພາກເໜືອ"ສ່ວນຄຳວ່າຈ່ຽງນານເປັນແດນພາກໃຕ້ແມ່ນ້ຳຢ່າງຊີກຽງ,ມີທິວທັດທຳມະຊາດທີ່ສວຍງາມ.

ເດືອນເມສາແມ່ນລະດູການ ເກັບຊາລະດູໃບໄມ້ປົ່ງ,ຍາມນີ້,ຕົ້ນຊາແຕກຈໍ່ໃບຈູມສີຂຽວ,ສວນປູກຊາເທິງພູຂຽວງາມດີ.ບ້ານຊາທີ່ມີຊື່ສຽງຂອງເມືອງຊິນຢາງຄືບ້ານເຮີຍລົງຖານຕາແສງຊື່ເຮີກາງກໍ່ແມ່ນບ່ອນສຳຄັນທີ່ຜະລິດຊາ"ມາວຈ່ຽນ"ດີເລີດຂອງຊິນຢາງ.ພູຢູ່ແຫ່ງນີ້ສູງປະມານ800ແມັດ,ຫຼຽວໄປທາງໄກ,ພູຊາແຜ່ຍາວຢູ່ທ່າມກາງເມກບາງ,ແລະອາກາດປົນກັບກິ່ນຫອມຂອງຊາ.ຢູ່ແຫ່ງນີ້,ພູຊາບໍ່ພຽງແຕ່ແມ່ນທິວທັດທຳມະຊາດທີ່ງົດງາມເທົ່ານັ້ນ,ຍັງແມ່ນຄວາມຫວັງຂອງປະຊາຊົນທ້ອງຖິ່ນນັ້ນອີກ.ທ່ານໂຈ່ວຊິນ ຄົນເກັ່ງດ້ານການປູກຊາບອກນັກຂ່າວວ່າ:
"ທຸກໆຄອບຄົວໃນບ້ານເຮົາລ້ວນແຕ່ທຳມາຫາກິນດ້ວຍການປູກຊາ,ແຕ່ກ່ອນປູກໜ້ອຍພໍກຸ້ມກິນຊື່ໆ,ລາຄາກໍ່ຕ່ຳ,ເຕັກນິກການປູກຊາກໍ່ຫຼ້າຫຼັງ,ຜົນຜະລິດກໍ່ໜ້ອຍ.ແຕ່ກ່ອນ,ເສັ້ນທາງກໍ່ບໍ່ດີ,ຜູ່ຊື້ຊາຂຶ້ນພູຍາກ,ສ່ວນຊາວບ້ານພວກເຮົາກໍ່ລົງໄປຍາກ.ດຽວນີ້,ທາງກໍ່ດີແລ້ວ,ຜູ່ມາຊື້ຊາກໍ່ຫຼາຍຂຶ້ນ,ຊາວບ້ານບໍ່ຕ້ອງເອົາຊາໄປເລາະຂາຍ,ສ່ວນຫຼາຍຍັງໄດ້ຮັບໃບສັ່ງຈອງຊື້ຊາອີກ."

ເມືອງຊິນຢາງມີຊາທົ່ວທຸກແຫ່ງ,ຍັງມີນິທານທີ່ສວຍງາມຫຼາຍເລື່ອງອີກ.ນັກທ່ອງທ່ຽວທີ່ໄປທ່ຽວເມືອງຊິນຢາງມັກກິນຊາຊົມທິວທັດທັງຟັງນິທານເກົ່າແກ່ທີ່ຈັບໃຈ.ເມືອງຊິນຢາງຕັ້ງຢູ່ຍ່ານເໜືອຂອງແມ່ນ້ຳຮວາຍເຮີ,ເບື້ອງເໜືອຂອງພູຕ້າເປ,ມີປະລິມານນ້ຳຝົນຫຼາຍ,ພຶກສາຊາດງອກງາມດີ,ສະນັ້ນ, ປະລິມານຊັບພະຍາກອນນ້ຳຂອງເມືອງຊິນຢາງກວມ22%ຂອງແຂວງເຮີນານ,ປ່າໄມ້ປົກຄຸມເກືອບ30%.ເງື່ອນໄຂທຳມະຊາດທີ່ດີພ້ອມດ້ວຍການອະນຸລັກໄດ້ດີ,ເຮັດໃຫ້ເມືອງຊິນຢາງໄດ້ຮັບການຍ້ອງຍໍ ຫຼາຍ.ເມືອງຊິນຢາງບໍ່ພຽງແຕ່ແມ່ນເມືອງທຳມະຊາດແບບຢ່າງຂອງຊາດແລະເມືອງທ່ອງທ່ຽວດີເດັ່ນຂອງຈີນທໍ່ນັ້ນ,ປີ2009,ຍັງຖືກຄັດເລືອກເປັນ1ໃນ10ຕົວເມືອງທີ່ໜ້າຢູ່ຂອງຈີນອີກ.
<< 1 2 >>