ກິ່ນ​ຫອມ​ຊາ​ຂຽວ​ພັດ​ໂຊຍ​ມາ​ຈາກ​ເມືອງ​ຊິນ​ຢາງ

(GMT+08:00) 2010-05-31 16:22:18     cri

ປະຊາຊົນ​ພັນ​ລະນາອາກາດ​ຂອງພູ​ຈີ່​ກົ່ງ​ຂອງ​ເມືອງ​ຊິນ​ຢາງວ່າ"ກ່ອນຕອນ​ທ່ຽງ​ຄື​ລະດູ​​ໃບ​ໄມ້​ປົ່ງ,ຫຼັງ​ຕອນ​ທ່ຽງ​ຄື​ລະດູ​ໃບ​​ໄມ້ຫຼົ່ນ,ຍາມ​ກາງຄືນ​ຄື​ຕົ້ນ​ລະດູ​ໜາວ".​ແຫ່ງ​ນີ້​ເປັນ​ບ່ອນ​ພັກ​ຮ້ອນ​ທີ່​ມີ​ຊື່ສ​ຽງຂອງ​ຈີນ,ຢູ່​ເທິງ​ຈອມ​ພູມີ​ຫີນ​ດຳ​ໃຫຍ່,ຄ້າຍຄື​ກັບ​ໄກ່​ຜູ່​ທີ່​ພວມ​ໂກ່ງ​ຄໍ​ຂັນ​ຕອນ​ກາງ​ເວັນ,ສະ​ນັ້ນ​ຈິ່ງ​ໄດ້​ຊື່ວ່າ​ຈີ່​ກົ່ງ​ຊ່ານ​ແປ​ເປັນ​ພາສາ​ລາວກໍ່​ແມ່ນ​ພູ​ໄກ່​ຜູ່.ຢູ່​ເທິງ​ພູມີ​ທິວ​ທັດ​ທຳ​ມະ​ຊາດ​ຫຼາຍ​ປະ​ເພດເຊັ່ນ​ເມກ​ໜາ,​ພູ​ໜ່ວຍ​ດຽວ​ມີ​ພຶກ​ສາ​ຊາດ​ພາກ​ເໜືອ​ແລະ​ພາກ​ໃຕ້​ຢູ່​ຮ່ວມ​ກັນ​ແລະ​ອື່ນໆ. ນັກ​ທ່ອງ​ທ່ຽວຜູ່​ໜຶ່ງ​ທີ່​ມີນາ​ມສະ​ກຸນ​ຈ່າງ​ທີ່​ມາ​ຈາກ​ປັກ​ກິ່ງຫາ​ກໍ່​​ໄດ້​ທ່ຽວ​ຊົມ​ພູ​ຈີ່​ກົ່ງ​ເວົ້າ​ວ່າ:ລົມ​ພັດ​ເຢັນ​ສະບາຍ,ດື່ມ​ນ້ຳ​ບໍ່​ທີ່​ຫວານ​ຊື່ນ​ເປັນ​ຄວາມ​ຮູ້ສຶກດີ​ທີ່​ບໍ່​ມີ​ໂອ​ກາດ​ສຳ​ຜັດ​ໃນ​ຍາມ​ທຳ​ມະ​ດາ.ນາງ​ເວົ້າວ່າ:

"​ມີ​ຄຳ​​ເລົ່າ​ລື​ມາ​ດົນ​ແລ້ວ​ວ່າພູ​ຈີ່​ກົ່ງ​ຂອງ​ເມືອງ​ຊິນ​ຢາງ​ແມ່ນ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຫຼາຍ​ໃນ​ປະ​ເທດ​ເຮົາ, ​ເທື່ອ​ນີ້​ມາ​ທ່ຽວ​ພູ​ຈີ່​ກົ່ງ​ຮູ້ສຶກ​ວ່າ​ທິວ​ທັດ​ຢູ່​ແຫ່ງ​ນີ້​ງາມ​ຫຼາຍ. ພາຍຫຼັງ​ຍ່າງ​ເຂົ້າ​​ເຂດພູ​ແລ້ວ​ຮູ້ສຶກ​ອຸ​ນຫະພູມ​ຕ່ຳກວ່າ​ໃນ​ເມືອງ​ຫຼາຍ. ຂ້ອຍ​​ເຫັນ​ວ່າ​ບ່ອນ​ທີ່​ງາມ​ທີ່​ສຸດ​ແມ່ນ​ຈອມພູຂອງ​ພູ​ຈີ່​ກົ່ງ​ທີ່ຄື​ຫົວໄກ່, ​ແລະ​ມີ​ນ້ຳຕົກຕາດ​ທີ່​ສວຍ​ງາມ​. ​ໄດ້​ຍິນວ່າ​ນ້ຳ​ທີ່​ຕົກ​ມາ​ນັ້ນ​ແມ່ນ​ນ້ຳບໍ່, ພວກ​ເຮົາ​ກໍ່​​ກອບເອົາ​​ໜ້ອຍ​ໜຶ່ງ​ມາດື່ມ, ຈັ່ງ​ແມ່ນຫວານ​ແລະ​ຊື່ນ​ໃຈ​ຫຼາຍ, ດື່ມ​ແລ້ວ​ຮູບ​ສຶກ​ເຢັນ​ສະບາ​ຍຫຼາຍ."​

ເມືອງ​ຊິນ​ຢາງຕິດ​ກັບ​ພູ​ຜາ, ​ແມ່​ນ້ຳ. ໜອງ​ນານ​ຫວັນ ​ແຫຼ່ງທ່ອງ​ທ່ຽວ​ຊົນລະ​ປະ​ທານ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ແລະ​ມີນາ​ມມະ​ຍົດວ່າ​ໜອງ​ອັນ​ດັບໜຶ່ງ​ຂອງ​ພາກ​ກາງ​ຈີນກໍ່​ຕັ້ງ​ຢູ່​ແຫ່ງ​ນີ້. ​ແຫຼ່ງທ່ອງ​ທ່ຽວ​ນານ​ຫວັນ​ມີ​ເນື້ອ​ທີ443ກິ​ໂລ​ຕາ​ແມັດ, ​ໃຫຍ່​ກວ່າ​ໜອງ​ຊີ່​ຫູ​ເມືອງ​ຫາງ​ໂຈ່​ວ12​ເທົ່າ​, ມີ​ດອນນ້ອຍ61​ແຫ່ງຢູ່​ໃນ​ໜອງ, ​ເໝືອນ​ໄຂ່​ມຸກດັ່ງ​ຫວ່ານ​ລົງ​ມາ​ໂລກ​ມະນຸດ, ​ເຮັດ​ໃຫ້​ໜອງ​ນານ​ຫວັນ​ສວຍ​ງາມ​ຫຼາຍ. ນັກ​ທ່ອງ​ທ່ຽວ​ນາມ​ສະກຸນ​ຫ້າວທີ່​ມາ​ຈາກ​ເມືອງ​ເຈີ້​ງ​ໂຈ່​ວ​ເວົ້າ​ວ່າ, ລາວ​ເຄີຍ​ມາ​ໜອງນານ​ຫວັນ​ຫຼາຍ​ເທື່ອ​ແລ້ວ, ທ່ານ​ເວົ້າ​ວ່າ: "ຂ້ອຍ​ມາ​ມື້​ວານ​ນີ້, ມາຫຼິ້ນ​ຫຼາຍ​ເທື່ອ​ແລ້ວ, ຮູ​ກສຶກດີ​ຫຼາຍ. ຂ້ອຍ​ມັກ​ພູ​ຜາ, ​ແມ່​ນ້ຳ, ມັກ​ທຳ​ມະ​ຊາດ​ແລະ​​ໃກ້​ຊິດກັບ​ທຳ​ມະ​ຊາດ."

ຢູ່​ເທິງ​ເກາະ​ມີ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸ່ມ, ນ້ຳ​ໃນ​ໜອງ​​ໃສ​ສະ​ອາດ, ​ເຮັດ​ໃຫ້​ຄົນ​ເບິ່ງ​ແລ້ວ​ສະບາຍ​ໃຈ.​ທິວ​ທັດ​ແຫ່ງ​ນີ້​ດຶງ​ດູດ​ໃຈນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ, ທ່ານ​ອີຣີ ສຈິບ​ຣິນ​ທີ່​ມາ​ຈາກ​ສາທາລະນະ​ລັດ​ເຊັກ​ຮູ້ສຶກ​ວ່າ​ບ່ອນ​ນີ້​ຄື​ກັບບ້ານ​ເກີດ​ຂອງຕົນ​ເອງ​.

ທ່ານ​ເວົ້າ​ວ່າ: "ຂ້ອຍ​ຢູ່ຈີນ​ເກືອ​ບ4​ປີ​ແລ້ວ, ມາ​ທ່ຽວ​ແຂວງ​ເຫີ​ນານ​ເປັນ​ເທື່ອ​ທຳ​ອິດ, ມາ​ທ່ຽວ​ເມືອງ​ຊິນ​ຢາງ​ກໍ່​ເປັນ​ເທື່ອ​ທຳ​ອິດ. ໜອງ​ນານ​ຫວັນ​ແມ່ນ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ທ້ອງ​ຖິ່ນ. ຂ້ອຍ​ດີ​ໃຈ​ຫຼາຍ, ​ເພາະວ່າ​ບ້ານ​ເກີດ​ຂອງ​ຂ້ອຍ​ກໍ່​ເປັນເມືອງ​ນ້ອຍ,​ແລະ​ຕັ້ງ​ຢູ່​ໃນ​ທຳ​ມະ​ຊາດຄື​ກັນ, ສະ​ນັ້ນ​ມາ​ທ່ຽວ​ບ່ອນ​ນີ້ ຂ້ອຍ​ຮູ້ສຶກ​ຄື​ກັບ​ຢູ່​ບ້ານຂອງ​ຂ້ອຍ, ມີ​ສະພາບ​ແວດ​ລ້ອມ​ສວຍ​ງາມ,​ອາ​ກາດ​ສົດ​ໃສ, ຄື​ກັບ​ບ້ານ​ຂ້ອຍ​ເລີຍ. ຖ້າວ່າ​ມີ​ໂອກາດ​ຈະ​ມາ​ທ່ຽວ​ອີກ, ​ຖ້າວ່າ​ຂ້ອຍ​ໄປ​ທ່ຽວ​ຂ້ອຍ​ກໍ່​ຈະ​ໄປ​ຫາ​ສະຖານ​ທີ່​ແບບ​ນີ້."


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ