ອຸດສາຫະກຳ​ລົດຍົນ​ທີ່​ໃຊ້​ພະລັງງານ​ໃໝ່​ຂອງ​ຈີນ

(GMT+08:00) 2010-07-12 10:10:47     cri
ເລີ່​ມ​ແຕ່​ວັນ​ທີ1​ມີ​ຖຸນາ​​ແລ້ວ​ນີ້​ເປັນ​ຕົ້ນ​ໄປ,ລັດຖະບານ​ຈີນ​ເລີ່​ມທົດ​ລອງ​ການ​ໃຫ້​ເງິນ​ອຸດ​ໜູນ​ຕໍ່​ບຸກຄົນ​ທີ່​ຊື້​ລົດ​ໃຊ້ພະລັງງານ​ໃໝ່ຢູ່5​ນະຄອນ​ຄື​ຊຽງ​ໄຮ້,ຊາງ​ຊຸນ,ຫາງ​ໂຈ່​ວ​,​​ເຮີ​ເຝີ​ຍແລະ​ເສິນ​ເຈີ້ນ.ຄື​ຈະ​ໃຫ້​ເງິນ​ອຸດ​ໜູນ​ແກ່​ຜູ່​ຊື້​ລົດ​ໃນ​ຈຳນວນ​ສູງ​ສຸດ6​ໝື່ນ​ຢວນ.ພາກ​ສ່ວນ​ທີ່​ກ່ຽວຂ້ອງ,ວິ​ສາ​ຫະກິດ​ແລະ​ຜູ່​ບໍລິ​ໂພ​ກຂອງ​5ນະຄອນ​ນີ້​ລ້ວນ​ແຕ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ນະ​ໂຍບາຍ​ດັ່ງກ່າວ.​ແຕ່​ວ່າ​ນັກ​ວິ​ຊາ​ການ​ພາຍ​ໃນ​ຂະ​ແໜງ​ການ​ລົດຍົນ​ກ່າວ​ວ່າ,​ເຖິງ​ວ່າ​ຈີນ​ໄດ້​ເລີ່​ມຕົ້ນ​ຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ​ລົດຍົນ​ໃຊ້​ພະລັງງານ​ໃໝ່​ແລ້ວ​ກໍ່ຕາມ,​ແຕ່​ລົດ​​ໃຊ້​ພະລັງງານ​ໃໝ່​ເຂົ້າ​ສູ່​ຄອບຄົວ​ຢ່າງ​ຂະໜາດ​ໃຫຍ່​ຍັງ​ຕ້ອງ​ໃຊ້​ເວລາ​ດົນ​ຢູ່.

ໃນ5​ນະຄອນ​ທີ່ທົດ​ລອງ​ປະຕິບັດ​ນະ​ໂຍບາຍ,ນະຄອນ​ເຮີ​ເຟີ​ຍ​ຢູ່​ໃນ​ແຖວ​ໜ້າ​ຕະ​ຫຼອດ​ໃນ​ດ້ານ​ຄົ້ນຄວ້າ​ພັດທະນາ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່.ປັດ​ຈຸ​ບັນ,ມີ​ລົດ​ໃຊ້​ພະລັງງານ​ໃໝ່200​ຄັນ​ທີ່​ຜະລິດ​ໂດຍ​ບໍລິສັດ​ລົດຍົນ​ຈ່ຽງຫວາຍ,ບໍລິສັດ​ລົດ​ໂດຍສານ​ອ່ານ​ຄາຍ​ແລະ​ອື່ນໆ​ຂອງ​ນະຄອນ​ເຮີ​ເຝີ​ຍພວມທົດ​ລອງ​​ນຳ​ໃຊ້ຢູ່​ນະຄອນຫຼວງ​ປັກ​ກິ່ງ​ແລະ​ນະຄອນ​ຕ້າ​ລຽນ​ເປັນ​ຕົ້ນ.ພ້ອມກັນ​ນັ້ນ​ຍັງ​ມີ​ລົດ​ເມ​ໄຟ​ຟ້າ​30​ຄັນ​ຮັບ​ໃຊ້​ການ​ຂົນ​ສົ່ງ​ຜູ່​ໂດຍ​ສານ​ລົດ​ເມ​ປະຈຳ​ທາງ​ສາຍ18​ຂອງ​ນະຄອນ​ເຮີ​ເຟີຍ,​ແລະ​ມີ​ປະສິດທິ​ຜົນ​ດີ​ຫຼາຍ.ທ່ານ​ວາງ​ຊຽນ​ເຟີ່ງ ຮອງ​ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ບໍລິສັດ​ລົດ​ຍົນ​ອ່ານ​ຄາຍ​ກ່າວ​ວ່າ,ລົດຍົນ​ໃຊ້​ພະ​ລົງ​ງານ​ໃໝ່​ເຫຼົ່າ​ນີ້​ມີ​ບົດ​ບາດ​ປະ​ຢັດ​ພະ​ລັງ​ງານ​ຢ່າງ​ພົ້ນ​ເດັ່ນ."ຄ່າ​ໃຊ້​ຈ່າຍ​ຂອງ​ລົດ​ຊະນິດ​ນີ້​ໜ້ອຍ​ທີ່​ສຸດ,ສະ​ເລ່ຍ​ແລ້ວ​ກິ​ໂລ​ແມັດ​ໜຶ່ງ​ໃຊ້​ໄຟຟ້າ1​ກິ​ໂລ​ວັດ​ໂມງ​.ຄັນ​ໄລ່​ຕາມ​ລາຄາ​ໄຟຟ້າ​ໃນ​ປັດຈຸບັນ​ແລ້ວ,​ແລ່ນ​ລົດ1​ກິ​ໂລ​ແມັດປະ​ຢັດ​ເງິນ​2ຢວນ."

ແຕ່​ກ່ອນ,​ເມື່ອ​ທຽບ​ກັບ​ລົດ​ໃຊ້​ນ້ຳມັນ​ທີ່​ມີ​ລະດັບ​ດຽວ​ກັນ,ຕົ້ນ​ທຶນ​ການ​ຜະລິດ​ລົດ​ໃຊ້​ພະລັງງານ​ໃໝ່​ແມ່ນ​ສູງ​ສົມຄວນ,ສະ​ນັ້ນ,ລາຄາ​ຈຳໜ່າຍ​ໃນ​ຕະຫຼາດ​ຈິ່ງອ່າວ​ສູງ,​ເຮັດ​ໃຫ້​ຜູ່​ບໍລິ​ໂພ​ກບໍ່​ກ້າ​ຊື້.​ໃນ​ນະ​ໂຍບາຍ​ສົ່ງ​ເສີມ​ເທື່ອ​ນີ້,ການ​ເງິນ​ສູນ​ກາງ​ໃຫ້​ເງິນ​ອຸດ​ໜູນ​ຕໍ່​ບຸກ​ຄົນ​ຊື້​ລົດ​ແມ່​ແຮງ​ປະສົມ​ແບບສາກໄຟ​ໃນ​ຈຳນວນ​ເງິນຫຼາຍ​ທີ່​ສຸດ​ຄັນ​ລະ5​ໝື່ນ​ຢວນ,​ສຳ​ລັບ​ລົດ​ໃຊ້​​ແຕ່ໄຟຟ້າຈະ​ໃຫ້​ເງິນ​ອຸດ​ໜູນ​ຫຼາຍ​ທີ່​ສຸດ​ຄັນ​ລະ6​ໝື່ນ​ຢວນ.

ຕໍ່​ນະ​ໂຍບາຍ​ໃຫ້​​ເງິນ​ອຸດ​ໜູນ​ເຫຼົ່າ​ນີ້,ທ່ານ​ຢາງ​ຈ່າວ ຜູ່​ອຳນວຍ​ການ​ພະ​ແນ​ກປະຊາ​ສຳ​ພັນ​ຂອງ​ບໍລິສັດ​ລົດຍົນ​BYD​ທີ່​ມີ​ສຳນັກງານ​ໃຫຍ່​ຢູ່​ນະຄອນ​ເສິນ​ເຈີ້ນ​ກ່າວ​ວ່າ,ບໍລິສັດ​BYD ​ມີ​ລົດ​ແມ່​ແຮງ​ປະສົມ​ແບບ​ສາກ​ໄຟ​ລຸ້ນໜຶ່ງ​ແລະ​ລົດ​ໃຊ້​ແຕ່​ໄຟ​ຟ້າ​ລຸ້ນໜຶ່ງ​ໄດ້​ຈຳ​ໜ່າຍ​ຢູ່​ຕະ​ຫຼາດ​ແລ້ວ,​ພາຍ​ຫຼັງ​ນະ​ໂຍບາຍ​ໃຫ້​ເງິນ​ອຸດ​ໜູນ ​ແລ້ວ,ຈະ​ຊຸກ​ຍູ້​ການຈຳໜ່າຍ​ລົດ​ສອງ​ລຸ້ນນີ້.ພ້ອມ​ກັນ​ນັ້ນ,ນະ​ໂຍບາຍ​ນີ້​ຈະ​ມີ​ບົດບາດນຳ​ທາງການຄົ້ນຄວ້າ​ແລະການ​ຜະລິດ​ຂອງ​ບໍລິສັດ​ລົດ​ຍົນ​ຈີນ​ໃນ​ຕໍ່​ໜ້າ.ທ່ານ​ຢາງ​ຈ່າວ​ກ່າວ​ວ່າ

"ກ່ອນ​ອື່ນ​ແມ່ນ​ໃຫ້​ກຳລັງ​ໃຈ,​ຕາມ​ເອ​ກະ​ສານ​ນະ​ໂຍບາຍ,ລົດ​ໃຊ້​ແຕ່​ໄຟຟ້າ​ແລະ​ລົດ​ແມ່​ແຮງ​ປະສົມ​ສາກ​ໄຟ​ແມ່ນ​ໄດ້​ຮັບ​ເງິນ​ອຸດ​ໜູນ​ຫຼາຍ​ທີ່​ສຸດ,ນີ້​ເຮັດ​ໃຫ້​ບໍລິສັດ​ລົດ​ຍົນ​ມີ​ຄວາມ​ໝັ້ນ​ໃຈ​ເດັດດ່ຽວ​ກວ່າ​ເກົ່າ​ໃນ​ການ​ພັດທະນາ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ທີ່​ຖື​ລົດ​ໄຟ​ຟ້າ​ເປັນ​ຫຼັກ.ພາຍຫຼັງ​ນະ​ໂຍບາຍ​ໃຫ້​ເງິນ​ອຸດ​ໜູນ​ວາງ​ອອກ​ມາ​ແລ້ວ,​ມີ​ບົດ​ບາດ​ສະ​ໜັບ​ສະ​ໜູນ​ການ​ຈຳ​ໜ່າຍ​ລົດ​ໄຟ​ຟ້າ​ຕໍ່​ຜູ່​ບໍລິ​ໂພກ​ທົ່ວ​ໄປ."

ຢູ່​ນະຄອນ​ເສິນ​ເຈີ້ນ​ທີ່​ຕັ້ງສຳນັກງານ​ໃຫຍ່​ຂອງ​ບໍລິສັດ​ລົດຍົນ​​BYD,ນອກຈາກ​ນະ​ໂຍບາຍ​ສົ່ງ​ເສີມ​ຂອງ​ລັດ​ແລ້ວ,ນະຄອນ​ເສິນ​ເຈີ້ນ​ຍັງ​ໄດ້​ປະກາດ​ໃຊ້​ນະ​ໂຍບາຍ​ທີ່​ເໝາະ​ສົມກັນ.ຕາມ​ຜູ່​ຮັບຜິດຊອບ​ຂອງ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ນະຄອນ​ເສິນ​​ເຈີ້ນ​ເຜີຍ​​ໃຫ້​ຮູ້​ວ່າ,ຢູ່​ນະຄອນ​ເສິນ​ເຈີ້ນ, ບຸກຄົນ,ອົງການ​ຈັດ​ຕັ້ງຕ່າງໆ​ຂອງ​ສັງຄົມ​ແລະ​ວິ​ສາ​ຫະກິດ​ທີ່ຊື້​ລົດ​ໃຊ້​ພະລັງງານ​ໃໝ່,​ນອກ​ຈາກ​ຈະ​ໄດ້​ເງິນ​ອຸດ​ໜູນ​ຈາກ​ລັດ​ແລ້ວ,ຍັງ​ຈະ​ໄດ້​ເງິນ​ອຸດ​ໜູນ​ອີກ2​ໝື່ນ​ຢວນ,ຄື​ລວມທັງ​ໝົດ​ແມ່ນ8​ໝື່ນ​ຢວນ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ