ອຸດສາຫະກຳ​ລົດຍົນ​ທີ່​ໃຊ້​ພະລັງງານ​ໃໝ່​ຂອງ​ຈີນ

(GMT+08:00) 2010-07-12 10:10:47     cri
ຢູ່​ນະຄອນ​ເຮີ​​ເຝີຍ,ນອກຈາກ​ໃຫ້​ເງິນ​ອຸດ​ໜູນ​ໂດຍ​ກົງ​ແລ້ວ,ຍັງ​ໄດ້​​ໃຊ້ຫຼາຍ​ວິທີ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ສົ່ງ​ເສີມ​ກາ​ນບໍລິ​ໂພ​ກລົດ​ໃຊ້​ພະ​ລັງ​ງານ​ໃໝ່,​ເງິນ​ອຸດ​ໜູນ​ຂອງ​ລັດ​ບວກ​ກັບ​​ເງິນອຸດ​ໜູນ​ຂອງ​ທ້ອງ​ຖິ່ນ,​ເຮັດ​ໃຫ້​ລາຄາ​ຂອງ​ລົດ​ໃຊ້​ພະລັງງານ​ໃໝ່​ຫຼຸດ​ລົງ​ຮອດ​ລະດັບ​ທີ່​ຜູ່​ບໍລິ​ໂພ​ກທົ່ວ​ໄປຮັບ​ເອົາ​ໄດ້. ຄ່າ​ໃຊ້​ຈ່າຍ​​ໃນ​ການ​ໃຊ້​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ໄດ້​ຫຼຸດ​ລົງ​ປະມານ80%​ເມື່ອ​ທຽບ​ກັບ​ລົດ​ໃຊ້​ນ້ຳມັນ.ທັງ​ໝົດ​ເຫຼົ່ານີ້​ເຮັດ​ໃຫ້​ຜູ່​ບໍລິ​ໂພ​ກສົນ​ໃຈ​ຢາກ​ຊື້​ຫຼາຍຂຶ້ນ.ຢູ່​ນະຄອນ​ຫາງ​ໂຈ່​ວທີ່​ເປັນ​ຕົວ​ເມືອງ​ທົດ​ລອງ​ປະຕິບັດນະ​ໂຍບາຍ​ໃຫ້​ເງິນ​ອຸດ​ໜູນ​ຕໍ່​ລົດ​ໃຊ້​ພະລັງງານ​ໃໝ່,ຜູ່​ຂັບ​ລົດ​ຕັກ​ຊີ​ທີ່​ມີນາ​ມສະກຸນຫຼົວ​ກ່າວ​ວ່າ​ສົນໃຈ​ຢາກ​ລອງ​ຂັບລົດ​ໃຊ້​ພະລັງງານ​ໃໝ່"ລົດ​ຂ້ອຍ​ໃຊ້​ອີກ​ປີ​ເຄິ່ງກໍ່​ຕ້ອງ​ປ່ຽນລົດ​ໃໝ່​ແລ້ວ,ຖ້າວ່າ​ຮອດ​ເວລາ​ນັ້ນ​ມີ​ເງິນ​ພຽງ​ພໍ​ຂ້ອຍ​ຈະ​ພິ​ຈາ​ລະ​ນາ​ຊື້​ລົດ​ໃຊ້​ພະລັງງານ​ໃໝ່,​ເວົ້າ​ສຳ​ລັບ​ຜູ່​ຂັບ​ລົດ​ຕັກ​ຊີ​ແລ້ວ,​ລົດ​ໃຊ້​ພະລັງງານ​ໃໝ່​ແມ່ນ​ມີ​ຄວາມ​ດຶງ​ດູດ​ຫຼາຍ.​"

ແຕ່​ວ່າ,ຍ້ອນ​ພິຈາລະນາ​ເຖິງ​ລົດ​ໃຊ້​ໄຟຟ້າ​ມີ​ເຕັກນິກ​ບໍ່​ໝັ້ນ​ທ່ຽງ​ແລະ​ຂາດ​ອຸປະກອນ​ຄົບ​ຊຸດ​ໃນ​ການບໍລິການຜູ່​ບໍລິ​ໂພ​ກ,ຜູ່​ບໍລິ​ໂພ​ກບາງ​ຄົນ​ກ່າວ​ວ່າ,​ເຖິງ​ວ່າ​ລັດ​ໄດ້​ວາງ​ນະ​ໂຍບາຍ​ສົ່ງ​ເສີມ​ແລະ​ໃຫ້​​ເງິນ​ອຸດ​ໜູນ​ກໍ່ຕາມ,​ເຂົາ​ເຈົ້າ​ກໍ່​ຈະ​ບໍ່​ຕັດສິນ​ໃຈຊື້​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ເທື່ອ. "ສາກ​ໄຟດົນ​ໂພດ,​​ຂັບລົດໄປ​ຮອດ​ບ່ອນ​ໜຶ່ງ​ຕ້ອງ​ສາກ​ໄຟ5ຫາ6​ຊົ່ວ​ເມືອງ,ຄັນ​​ໃສ່​ນ້ຳມັນ​ພຽງ10​ກວ່າ​ນາທີ​ເທົ່າ​ນັ້ນ​ກໍ່​ໄດ້​ແລ້ວ,ສາກໄຟ​ຕ້ອງ​ລໍຖ້າ​ເປັນ​ເວລາ​ດົນ​ເຕີບ,ນອກ​ນີ້,​ແມ່​ແຮງ​ຂອງ​ລົດ​ໃຊ້​ພະລັງງານ​ໃໝ່​ດີ​ຫຼື​ບໍ່​ກໍ່​ບໍ່​ຮູ້,ລາຄາ​​ກໍ່​ແພງ."

ຕໍ່​ຄວາມ​ບໍ່​ໝັ້ນ​ໃຈຂອງ​ຜູ່​ບໍລິ​ໂພ​ກ​ເຫຼົ່າ​ນີ້,ພາກສ່ວນ​ແລະ​ຕົວ​ເມືອງ​ທີ່​ກ່ຽວ​ຂ້ອງ​ກໍ່​ມີ​ແຜນການ​ແກ້​ໄຂ.​ໃນ​ນະ​ໂຍບາຍ​ໃຫ້​ເງິນ​ອຸດ​ໜູນ​ຂອງ​ລັດ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ໃຫ້​ອົງການ​ປົກຄອງ​ຂອງ​ຕົວ​ເມືອງ​ທີ່​ທົດ​ລອງ​ປະຕິບັດ​ນະ​ໂຍບາຍ​ຕ້ອງ​ຈັດ​ງົບປະມານ​ຈຳນວໜຶ່ງ​ແລະ​ວາງ​ນະ​ໂຍບາຍ​ທີ່​​ເໝາະ​ສົມກັນ,​ໃຫ້ການ​ສະໜັບ​ສະ​ໜູນ​ຕໍ່​ການ​ສ້າງ​ສະຖານີສາກ​ໄຟ,ການ​ຊື້​ແລະ​ນຳ​ໃຊ້​ລົດທີ່​ໃຊ້​ພະລັງງານ​ໃໝ່,ຕ້ອງ​ສ້າງ​ລະບົບ​ຊຳລະ​ໝໍ້​ໄຟ​ທີ່​ໃຊ້​ບໍ່​ໄດ້​ແລະ​ເກັບ​ຄືນ​ໝໍ້​ໄຟແລະ​ອື່ນໆ.

ຕໍ່​ເລື່ອງ​ນີ້,ທ່ານ​ນາງ​ລາງ​ເສ​ຫົງ ຜູ່​ຊ່ຽວຊານ​ວິ​ເຄາະ​ຂະ​ແໜງ​ການ​ລົດຍົນ​ກ່າວ​ວ່າ,​ເນື່ອງ​ຈາກ​ວ່າການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະປັບປຸງ​ເຕັກນິກ​ຂອງ​ລົດ​ໃຊ້​ພະລັງງານ​​ໃໝ່​​ໃຫ້​ສົມບູນ​ຂຶ້ນຕ້ອງ​ການ​ເວລາ​,ສະ​ນັ້ນ,ລົດ​ໃຊ້​ພະລັງງານ​ໃໝ່​ເຂົ້າ​ສູ່​ຜູ່​ຊົມ​ໃຊ້​ຢ່າງ​ຫຼວງ​ຫຼາຍ​ນັ້ນ​ຍັງ​ຕ້ອງການ​ເວລາ​ດົນ​ສົມຄວນ.ນາງ​ບອກ​ວ່າ"ຂ້ອຍ​ເຫັນ​ວ່າ​ຍັງ​ຕ້ອງ​ໃຊ້​ເວລາ​ດົນ​ຫຼາຍ,​ເພາະວ່າ​ຕ້ອງ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ຕໍ່​ລົດ​ໃຊ້​ພະລັງງານ​ໃໝ່​ຊຸດ​ທຳ​ອິດ​ທີ່​ປ້ອນ​ເຂົ້າ​ຕະຫຼາດ​ໃນ​ດ້ານ​ເຕັກນິກ,ການ​ບໍລິການ​ຫຼັງການ​ຂາຍ​,ພື້ນຖານ​ໂຄງ​ລ່າງ​ແລະ​ອື່ນໆ,ພວກ​ເຮົາ​ຕ້ອງ​ຖອດ​ຖອນບົດຮຽນ​ໃນ​ດ້ານ​ນີ້,ຕ້ອງ​ຊອກ​ຫາ​ບັນຫາ​​ທີ່​ເກີດ​ຂຶ້ນ​ໃນ​ການ​ນຳ​ໃຊ້​ລົດ​ຂອງ​ລູກ​ຄ້າ​ແລ້ວ​ປັບປຸງ​ຜະລິດ​ຕະພັນ​ພວກ​ເຮົາ​ໃຫ້​ດີ​ຂຶ້ນ,​ແລະ​ໃນ​ເວລາ​ທົດ​ລອງ​ປະຕິ ບັດ​ນະ​ໂຍບາຍ​ໃຫ້​ເງິນ​ອຸດ​ໜູນ,ຍັງ​ຕ້ອງ​ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ສົມບູນ​ຂຶ້ນ.​"

ແຕ່​ວ່າ,ທ່ານຫວາງ​ສວນ​ຟູ ຜູ່​ອຳນວຍ​ການ​ໃຫຍ່​ບໍລິ​ສັດ​ລົດຍົນ​​BYD ກ່າວ​ວ່າ,​ເຖິງ​ວ່າການ​ພັດທະນາ​ຂອງ​ລົດ​​ໃຊ້​ພະລັງງານ​ໃໝ່​ຍັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ຈຳນວນ​ໜຶ່ງ​ກໍ່ຕາມ,​ແຕ່​ວ່າ,​ເມື່ອ​ລັດຖະບານ​ໄດ້​ວາງ​ນະ​ໂຍບາຍ​ໃຫ້​​ເງິນ​ອຸດ​ໜູນ​ຕໍ່​ຜູ່​ຊື້​ລົດ​ແລ້ວ,ການ​ພັດທະນາ​ຂອງ​ລົດ​ໃຊ້​ພະລັງງານ​ໃໝ່​ຂອງ​ຈີນຈະ​ຄ່ອຍໆ​ກ້າວ​ເຂົ້າ​ສູ່​ການ​ດຳ​ເນີນ​ງານ​ທີ່​ດີ.

ຕາມ​ເປົ້າ​ໝາຍ​ຍຸດ​ທະ​ສາດ​​ແຫ່ງ​ການ​ພັດທະນາ​ລົດ​ໃຊ້​ພະລັງງານ​ໃໝ່​ຂອງ​ຈີນ,ຮອດ​ປີ2015,ຈະ​ມີ​ລົດ​ໄຟຟ້າ​ເຖິງ5​ແສນ​ຄັນ,ປະ​ລິ​ມານ​ການ​ຜະລິດລົດ​ແມ່​​ແຮງ​ປະສົມ​ທີ່​ມີ​ລະດັບ​ຕ່າງ​ກັນຈະກວມ​ຍອດ​ປະລິມານ​ການ​ຜະລິດຫຼາຍ​ກວ່າ30%ຕໍ່​ປີ.ອຸດສາຫະກຳ​ການ​ຜະລິດ​ລົດ​ໃຊ້​ພະລັງງານ​ໃໝ່​ພ້ອມ​ດ້ວຍຊີ້ນ​ສ່ວນ​ອາ​​​ໄຫຼ່ຈະ​ບັນລຸ​ເຖິງ​ລະດັບ​​ແຖວໜ້າ​ຂອງ​ໂລກ.
 
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ