
ເມືອງຊ້າວຊີງຢູ່ທາງທິດໃຕ້ແມ່ນ້ຳຢາງຊີກຽງມີປະຫວັດ 2500 ກວ່າປີແລ້ວ, ມີທີວທັດທຳມະຊາດທີ່ສວຍງາມແລະມີບຸກຄົນທີ່ມີຊື່ສຽງໂດ່ງດັງຫຼາຍທ່ານໃນປະຫວັດສາດ, ຈຶ່ງເຮັດໃຫ້ເມືອງຊ້າວຊິງມີຊື່ສຽງກວງໄກ. ເຮືອນເກົ່າຂອງຜູ້ມີຊື່ສຽງແລະມໍລະດົກວັດທະນະທຳທີ່ຢັ່ງຢາຍໃນຕົວເມືອງແມ່ນສິ່ງທີ່ເອກອ້າງທະນົງໃຈຂອງຄົນຊ້າວຊີງ, ທັງແມ່ນສິ່ງທີ່ດຶງດູດນັກທ່ອງທ່ຽວແລະບໍ່ຄວນພາດທີ່ຈະໄປທ່ຽວຊົມ.

ນັກທ່ອງທ່ຽວໄປຮອດເມືອງຊ້າວຊີງ, ສະຖານທີ່ທ່ອງທ່ຽວແຫ່ງທຳອິດທີ່ແນະນຳໃຫ້ໄປທ່ຽວຊົມນັ້ນກໍ່ແມ່ນບ້ານເກົ່າຂອງທ່ານລູຊູ້ນ. ໃນຖະໜົນລູຊຸ້ນຈົ່ງລູ້ທີ່ຕັ້ງຢູ່ໃຈກາງເມືອງ, ຍ່າງຕາມທາງຫີນສີຂຽວທີ່ແຄບໆ, ສອງຟາກແມ່ນເຮືອນຝາສີຂາວຫຼັງຄາສີຂີ້ເຖົ່າ, ເປັນເຮືອນທີ່ສ້າງຂຶ້ນໃນຍຸກນັ້ນ. ເມື່ອຍ່າງເຂົ້າທາງທີ່ໃສ່ຊື່ຂອງທ່ານລູຊຸ້ນ, ສິ່ງທີ່ໄດ້ຮູ້ໄດ້ເຫັນແລະໄດ້ສຳພັດນັ້ນລ້ວນແຕ່ພົວພັນກັບທ່ານລູຊຸ້ນ. ທ່ານລູຊຸ້ນແມ່ນນັກວັນນະຄະດີ, ນັກຄິດ, ແລະນັກປະຕິວັດທີ່ມີຊື່ສຽງໂດ່ງດັງຂອງຈີນໃນສະຕະວັດແລ້ວນີ້, ທ່ານເຄີຍໄປຮຽນຢູ່ຍີ່ປຸ່ນ, ໄດ້ປ່ຽນວີຊາແພດເປັນວິຊາວັນນະຄະດີ, ໃຊ້ປາກກາທີ່ແຫຼມຄົມມາຕຳນິວິຈານສັງຄົມສັກດິນາ, ເພື່ອປຸກລະດົມປະຊາຊົນໃຫ້ມີຄວາມຕື່ນຕົວ.
ສຽງງີ້ວຢູຈູທີ່ນີ້ມນວນອອນຊອນໄດ້ນຳປະຊາຊົນເຂົ້າຢູ່ໃນບ້ານນ້ຳ. ຢູ່ທາງປູຫີນທີ່ບໍ່ຍາວ, ຈາກທິດຕາເວັນຕົກໄປຫາທິດຕາເວັນອອກ, ສິ່ງທຳອິດທີ່ພົວພັນເຖິງທ່ານລູຊຸ້ນແມ່ນຮ້ານອາຫານສຽນເຮີ່ງ, ຮ້ານນີ້ຍັງຮັກສາວິທີການກິນດຶ່ມແບບເກົ່າ, ໃນຫ້ອງໃຫຍ່ທີ່ໂອ້ໂຖງໄດ້ຕັ້ງໂຕະໃຫຍ່ຫຼາຍໜ່ວຍ, ຜູ້ຄົນທັງຫຼາຍນັ່ງອ້ອມເຕັມພົບປະສັງສັນສົ່ງສຽງຝົດສະໜັ່ນ, ທັງກິນເຫຼົ້າເຫຼືອງຢ່າງສະບາຍໆ, ແກ້ມໝາກຖົ່ວໃຫຍ່ແລະອາຫານຈານເດັດເປັດເມົາ, ເຮັດໃຫ້ຄົນທັງຫຼາຍຮູ້ສຶກວ່າຕົນເອງພວມຢູ່ໃນນິຍາຍຂອງທ່ານລູຊຸ້ນ.

ຍ່າງໄປທາງໜ້າ, ກໍ່ຈະເຫັນເຮືອນເກົ່າຂອງທ່ານລູຊຸ້ນ. ເຮືອນພື້ນເມືອງໃນແຫ່ງນັ້ນເອີ້ນວ່າ"ຖາຍເມີນ" ເຊິ່ງເປັນນາມສະກຸນຂອງຕະກຸນໃຫຍ່, ທ່ານລູຊຸ້ນມີນາມສະກຸນ"ໂຈ່ວ", ສະນັ້ນ, ເຮືອນເກົ່າຂອງຄອບຄົວເພີ່ນກໍ່ເອີ້ນວ່າ"ໂຈ່ວເຈ່ຍລາວຖາຍເມີນ", ຮູບຊົງຂອງເຮືອນຄ້າຍກັບ"ຊື້ເຫີຢ້ວນ" ເຮືອນພື້ນເມືອງປັກກິ່ງທີ່ມີຫຼາຍຄອບຄົວຢູ່ນຳກັນ. ນາງກ່າວລີ້ຮວາ, ສາສະດາຈານສະຖາບັນວັນນະຄະດີແລະການຊ່າງຊ້າວຊີງ, ຜູ້ຊ່ຽວຊານຄົ້ນຄວ້າວັດທະນະທຳທ້ອງຖິ່ນກ່າວວ່າ, "ຖາຍເມີນ"ເປັນສິ່ງທີ່ສະແດງໃຫ້ເຫັນເຖິງນິດໃສໃຈຄໍຂອງຄົນຊ້າວຊີງທີ່ມີຄວາມອົດທົນ, ນອບນ້ອມຖ່ອມຕົວ, ບໍ່ມັກໂອ້ອວດ.
"ຈູຊື່ຖາຍເມີນ"ເປັນຂອງຄອບຄົວຮັ່ງມີ, ຢືນຢັນວ່າຄອບຄົວນີ້ຮັ່ງສົມຄວນ, ມີໄມ້ປ່ອງຕິດໃສ່ປະຕູ, ເຂົ້າໄປໃນມີຫຼາຍຊັ້ນ, ທາງຫຼັງສູງກວ່າທາງໜ້າ, ມີຂັ້ນໃດ, ດ້ານຕາເວັນອອກກັບຕາເວັນຕົກເກີ່ງກັນ, ຈາກທິດເໜືອເຂົ້າໄປຫາທິດໃຕ້ເລິກຫຼາຍ, ມີສິ່ງກຳບັງ, ບໍ່ສາມາດເບິ່ງເຂົ້າໄປເຫັນດ້ານໃນບາດດຽວ."
ໄປທ່ຽວຊົມ"ໂຈ່ວເຈ່ຍລາວຖາຍເມີນແລະຊິ່ນຖາຍເມີນ", ທ່ານຈະໄດ້ຮູ້ວ່າ, ປະຕູໄມ້ປ່ອງສີດຳທີ່ເບິ່ງຄືທຳມະດາ, ແຕ່ເຂົ້າໄປໃນເບິ່ງແລ້ວກໍ່ບໍ່ທຳມະດາ, ການອອກແບບສ້າງເຮືອນແລະການວາງເຟີນີເຈີໃນເຮືອນໄດ້ສະທ້ອນໃຫ້ເຫັນຄວາມມີສິລະປະຂອງຄົນຊ້າວຊີງ.
<< 1 2 >>