
ຍ່າງອອກຈາກເຮືອນເກົ່າຂອງທ່ານລູຊຸ້ນ, ໄປທາງທິດຕາເວັນອອກ, ບໍ່ເທົ່າໃດນາທີກໍ່ຮອດທ່າເຮືອນ້ອຍທີ່ມີສາຍນ້ຳຈ່າງມາທີ່ຄົດລ້ຽວໄຫຼຜ່ານ, ສາຍນ້ຳນ້ອຍໆ, ແຕ່ຮູ້ສຶກສະບາຍໃຈ. ຂີ່ເຮືອທ່ຽວຫຼີ້ນຈະຮູ້ສຶກສະບາຍອາລົມ. ທ່ານລູ, ພະນັກງານຄຸ້ມຄອງເຮືອທີ່ຢູ່ແຄມຝັ່ງຂອງບໍລິສັດທ່ອງທ່ຽວເວົ້າວ່າ:
"ດຽວນີ້ມີເຮືອ 10 ກວ່າລຳ, ເມື່ອຮອດຍາມພັກຍາວຂອງວັນພັກທາງລັດຖະການ, ກໍ່ຕ້ອງລຽນແຖວແຕ່ເຊົ້າເທົ້າຄ່ຳ, ຢູ່ແມ່ນ້ຳມີເຮືອ 30-40 ລຳ, ລຳນີ້ໄປແລ້ວລຳນັ້ນມາ. ແຕ່ກ່ອນ, ເຮືອພາຫະນະຂົນສົ່ງທາງນ້ຳ, ຄົນຊ້າວຊີງອາໃສຢູ່ແຄມນ້ຳ, ຕ້ອງໄປຊື້ຜັກຢູ່ບ່ອນຈອດເຮືອ, ຊື້ຜັກ, ຊື້ປາຢູ່ບ່ອນນີ້."

ໃນລາຍການທ່ຽວວັນດຽວ, ນັກທ່ອງທ່ຽວຍັງສາມາດໄປທ່ຽວຊົມສາລາລານຖີງທີ່ຢູ່ນອກເມືອງ, ໄປຊົມການຂຽນໜັງສືງາມ, ຍ້ອນມີທ່ານວາງຊີ່ຈີ່ ນັກຂຽນງາມທີ່ມີຊື່ສຽງຂອງຈີນໃນສະຕະວັນທີ 4, ຊ້າວຊີງຈຶ່ງຖືກເອີ້ນເປັນ"ດິນແດນແຫ່ງການຂຽນງາມ". ນາງເຟີງເຢ້, ຜູ້ນຳທ່ຽວເວົ້າວ່າ:

"ໃນສະໄໝບູຮານຂອງຈີນ, ວັນທີ 3 ເດືອນ 3 ແມ່ນວັນບຸນ, ໃນຍາມນັ້ນ, ທ່ານວາງຊີ່ຈື່ໄດ້ເຊີນໝູ່ເພື່ອນ 41 ທ່ານມາທ່ຽວຫຼີ້ນຢູ່ແຫ່ງນີ້, ຮ້ອງເພງ, ເຕັ້ນລຳ, ດື່ມເຫຼົ້າ, ແຕ່ງກາບກອນ. ເມື່ອຮອດຍາມພັກ, ທ່ານວາງຊີ່ຈື່ທີ່ຊືມໆເຫຼົ້າໄດ້ຂຽນບົດໜຶ່ງວ່າ"ລານຖີງຈີຊູ້", ຍ້ອນບົດຄວາມດັ່ງກ່າວນັ້ນເພີ່ນຈຶ່ງຖືກຂະໜານນາມວ່າ"ລາຊາການຂຽນງາມ", ສະນັ້ນ, ສາລາລານຖີງນີ້ ຈຶ່ງມີຊື່ສຽງເປັນສະຖານທີ່ສັກສິດດ້ານການຂຽນງາມ."
ທ່ຽວໝົດເຂດນີ້ຕ້ອງໃຊ້ເວລາ 40-50 ນາທີ, ຢູ່ຕາມທາງມີຫ້ວຍນ້ຳໃສສະອາດ, ມີປ່າໄມ້ປ່ອງ, ມີທາງນ້ອຍຄົດໆລ້ຽວໆ, ຫີນຄວັດສາມກ້ອນມີຕົວໜັງສືຂຽນວ່າ: ຫີນພໍ່ກັບລູກ, ຫີນກະສັດກັບສາມັນຊົນ, ແລະຫີນພໍ່ເຖົ້າກັບຫຼານ, ລ້ວນແຕ່ມີການພົວພັນກັບການຂຽນງາມ, ຍັງມີທ່ານວາງຊີ່ຈື່ກັບລູກຊາຍຮ່ວມກັນຂຽນຕົວໜັງສືວ່າ"ເອີສື"ແປເປັນພາສາລາວວ່າ"ໜອງຫ່ານ", ຍັງມີຕົວໜັງສືແລະບົດກາບກອນທີ່ເຈົ້າຊີວິດຂຽນເພື່ອລະລຶກເຖິງທ່ານ.

ນັກທ່ອງທ່ຽວຈີນແລະຕ່າງປະເທດທີ່ໄປທ່ຽວເມືອງຊ້າວຊີງລ້ວນແຕ່ມັກຕົວເມືອງນີ້ບໍ່ວ່າໃນສະໄໝບູຮານຫຼືສະໄໝນີ້, ພູຜາປ່າໄມ້ແມ່ນ້ຳລຳເຊ, ທີວທັດທຳມະຊາດ, ອາຫານການກິນ, ແລະຮອງຮອຍປະຫວັດສາດຕ່າງໆລ້ວນແຕ່ມີເອກະລັກ. ທ່ານມາເດັນ ມາໂທວິສທີ່ມາຈາກໂກຼອາຊີກ່າວວ່າ, ຮອຍຍິ້ມຂອງຄົນຊ້າວຊີງໄດ້ສ້າງພາບທີ່ປະທັບໃຈຢ່າງເລິກເຊິ່ງແກ່ທ່ານ.
"ຕົວເມືອງນີ້ງາມຫຼາຍ, ຄວາມຮັກແພງທີ່ມີຕໍ່ແຂກຕໍ່ຄົນຂອງຄົນຊ້າວຊີງໄດ້ສ້າງພາບປະທັບໃຈຢ່າງເລິກເຊິ່ງແກ່ຂ້າພະເຈົ້າ. ໝົດທຸກຄົນຕ້ອນຮັບດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ, ຮູ້ສຶກສະບາຍໃຈຫຼາຍ. ມາທ່ຽວຫຼາຍມື້ແລ້ວ, ຂ້າພະເຈົ້າບໍ່ທັນເຫັນຄົນຈີນຜູ້ໃດເລີຍທີ່ບໍ່ຍິ້ມ. ບໍ່ວ່າຢູ່ໃສ, ບໍ່ວ່າຜູ້ເຖົ້າຫຼືເດັກນ້ອຍ, ໝົດທຸກຄົນລ້ວນແຕ່ຍິ້ມໃສ່ພວກເຮົາ, ເຮັດໃຫ້ພວກເຮົາດີໃຈຫຼາຍ."
(ຈົບ)
<< 1 2 >>