ບ້ານ​ເຖິງ​ໂຖ​ແຂວງ​ເຈີ້​ຈ່ຽງ​ເປັນ​ບ້ານ​ທີ່​ຄົນ​ໃນ​ເມືອງ​ໄຝ່​ຝັນ

(GMT+08:00) 2010-09-15 18:01:28     cri
ບ້າ​ນ​ເຖິງ​​ໂຖ​ຂອງ​ນະຄອນ​​ເຟີ້​ງຮວາ​ແຂວງ​ເຈີ້​ຈ່ຽງ ພາກ​ຕາ​ເວັນອອກ​ຂອງ​ຈີນ,​ແຕ່ກ່ອນ​ເປັນ​ບ້ານ​ນ້ອຍໆ​ທີ່​ບໍ່​ມີ​ຊື່ສຽງ​ຫຍັງ​ເລີຍ.​ເລີ່​ມ​ແຕ່​ຊຸມ​ປີ1990​ເປັນຕົ້ນ​ມາ,ບ້ານ​ນ້ອຍ​ແຫ່ງ​ນີ້​ເລີ່​ມມີ​ຊື່ສ​ຽງ​ໂດ່​ງ​ດັງ​ໄປທົ່ວ​ປະ​ເທດ​ຈີນ​ກໍ່​ຄື​ທົ່ວ​ໂລກ,​ແລະ​​ເປັນ​ບ້ານ​ພຽງ​ແຫ່ງ​ດຽວ​ໃນ​ໂລກ​ທີ່ຖືກ​ຄັດ​ເລືອກ​ເປັນບ້ານ​"ແບບ​ຢ່າງ​ຂອງ​ຕົວ​ເມືອງ"​ຂອງ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້2010.ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ຄະນະ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ຂອງCRI​ໄດ້​ໄປ​ເອົາ​ຂ່າວ​ຢູ່​ບ້ານ​ເຖິງ​​ໂຖ​,​ໄດ້​ສຳຜັດ​ກັບ​ອຸດົມ​ການ​ທີ່​ພາກພູມ​ໃຈ​ຂອງຊາວບ້ານ​ເຖິງ​ໂຖ​ທີ່​ຄົນ​ໃນ​ເມືອງ​ໄຝ່ຝັນ​ຫາ.

 ​ເມື່ອລົດ​ເມ​ໃຫຍ່​ຂອງ​ຄະນະ​ນັກ​ຂ່າວCRI​ໄປ​ຮອດຫົວ​ບ້ານ​ເຖິງ​ໂຖ,ນັກ​ຂ່າວ​ແປກ​ໃຈ​ຫຼາຍ,ຖາມ​ຕົວ​ເອງ​ວ່າ"ນີ້​ແມ່ນ​ຊົນ​ນະ​ບົດ​ບໍ່?​"ຢູ່​ແຫ່ງ​ນີ້​ມີ​ຕົ້ນ​ໄມ້​ຂຽວ​ງາມ,​ດອກ​ໄມ້​ທີ່​ສວຍ​ງາມ,ມີ​ນ້ຳ​ໄຫຼ​ອ້ອມ​ບ້ານ,​ໄດ້​ຍິນ​ສຽງ​ນົກ​ຮ້ອງ​ທີ່​ມວນ​ຫູ,ປານ​ກັບ​ສວນສາ​ທາ​ລະນະ​ທີ່​ສະ​ແດງ​ໃຫ້​ເຫັນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ພາກ​ໃຕ້​ແມ່​ນ້ຳ​ຢາງ​ຊີ​ກ້ຽງ.​ເຮືອນ​ເກົ່າ​ປະຫວັດ​ຮ້ອຍ​ປີ,​ເຂດຊົມ​ຕົ້ນ​ໝາກ​ກ້ຽງ,ສູນ​​ເພາະ​ພັນ​ພືດ​ດ້ວຍ​ຈຸລິນ​ຊີ,ສະໜາມທີ່​ມີນ້ຳພຸ​ປະກອບ​ດົນຕີ,ຫໍ​ວາ​ງສະ​ແດງ​ສິລະ​ປະ​ແກະສະຫຼັກ​ລວດລາຍ​ດ້ວຍ​ຫີນ​ແ​ລະ​ອື່ນໆ,ໝົດ​ບ້ານ​ນີ້​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ພາບ​ ​ທີ່​ເກົ່າ​ແກ່​ບູຮານ​ແລະທຳ​ມະ​ຊາດ​ແຕ່​ມີ​ຊີວິດ​ຊີວາ​ຫຼາຍ.

 ຢູ່​ແຄມ​ຫ້ວຍ,​ພໍ່ເຖົ້າ​ຜູ່​ໜຶ່ງ​ເອີ້ນ​ໃສ່​ຝູງ​ນົກກາງ​ແກ​ວ່າ"ມາ​ແມ້,ມາ​ແມ້!"ນົກກາງ​ແກ​ຂາວ​ຫຼາຍ​ຮ້ອຍ​ໂຕ​ກໍ່​ບິນມາອ້ອມຂ້າງ​ເພິ່ນ,​ພາ​ໃຫ້​ນັກ​ທ່ອງ​ທ່ຽວ​ຮ້ອງ​ໂຮ​ຊົມ​ເຊີຍ.ພໍ່​ເຖົ້າ​ຜູ່​ນີ້​ເວົ້າ​ດ້ວຍ​ຄວາມ​ພາກພູມ​ໃຈ​ວ່າ,​ເພິ່ນ​ຊື່ວ່າ​ລູ​ເວິນ​ກວາງ​ທີ່​ມີ​ຊື່ສຽງ​ຂອງ​ບ້ານ​ເຖິງ​ໂຖ​ໂດຍ​ໄດ້​ສົມ​ຍາ​ນາມ​ວ່າ"ຈອມພົນ3​ເຫຼົ່າ​ທັບ",​ເພາະເພິ່ນ​ລ້ຽງ​ແລະ​ຝຶກນົກກາງ​ແກ,​ເປັດປ່າ​ແລະ​ກະຮອກ.​ແຕ່​ກ່ອນ,ພໍ່​ເຖົ້າ​ລູ​ເວີນ​ກວາງ​ເປັນ​ຄົນ​ບ້ານ​ອື່ນ,10ປີກ່ອນ,​ເພິ່ນ​ພ້ອມ​ກັບ​ເມຍ​ຍ້າຍ​ໄປ​ເຮັດ​ວຽກ​ຢູ່​ບ້ານ​ເຖິງ​ໂຖ,ທາງ​ບ້ານ​ໄດ້​ຈັດ​ເຮືອນ​ຢູ່​ດີໆ​ໃຫ້​ເພິ່ນ,​ຈ່າຍ​ຄ່າ​ແຮງ​ງານ​ປີ​ລະ4​ໝື່ນ​ຢວນ,​​ເມື່ອ​ທຽບ​ໃສ່​ລາຍ​ຮັບ​ຂອງ​ຊາວ​ໜຸ່ມ​ໃນ​ເມືອງ​ແລ້ວ,​ເພິ່ນ​ໄດ້​ເງິນ​ເດືອນຫຼາຍ​ກວ່າ,​ແລະ​ຍັງ​ມີ​ສະ​ຫວັດ​ດີ​ການ​ປະ​ເພດ​ຕ່າງໆ​ອີກ.ລູກ​​ເຕົ້າ​ຂອງ​ພໍ່​ເຖົ້າ​ຢູ່​ນະຄອນ​ນິງ​ໂປ​ຢາກ​ໃຫ້ເພິ່ນ​ໄປ​ຢູ່​ນຳ​ກັນ,​ແຕ່​ເພິ່ນ​ພັດ​ຢາ​ກຢູ່​ບ້ານ​ເຖິງ​ໂຖ.ພໍ່​ເຖົ້າ​ບອກ​ວ່າ:

 "ຢູ່​ເທິງ​ອິນ​ເຕີ​ເນັດ,​ເມື່ອ​ກ່າວ​ເຖິງຈອມພົນ​ເປັດ​ຂອງ​ບ້ານ​ເຖິງ​ໂຖ​ໃຜໆ​ກໍ່​ຮູ້.ມີຫຼາ​ຍບ່ອນ​ຢາກ​ ​ຈ້າງ​ຂ້ອຍ,​ແຕ່​ຂ້ອຍ​ກໍ່​ຕັດສິນ​ໃຈ​ຢູ່​ບ້ານ​ນີ້​ຕະຫຼອດ​ໄປ,​ເພາະວ່າ​ຂ້ອຍຮັກ​ແພງບ້ານ​ເຖິງ​ໂຖ,ສຳຄັນ​ທີ່​ສຸດ​​ແມ່ນ​ຍ້ອນ​ບ້ານ​ເຖິງ​ໂຖ​ແມ່ນ​​ປ່ອງ​ຢ້ຽມ​ແຫ່ງ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່,ຂ້ອຍ​ຢືນ​ຢູ່​ປ່ອງຢ້ຽມ​ແຫ່ງ​ນີ້​,​ເປັນ​ຜູ່​ໂຄສະນາ,ຂ້ອຍ​ມັກ​ບ້ານ​ແຫ່ງ​ນີ້ທີ່​ເປັນ​ບ່ອນ​ທີ່​ຄົນ​ກັບ​ທຳ​ມະ​ຊາດ​ພັດທະນາ​ຢ່າງ​ກົມກຽວ​ກັນ,ສິ່ງ​ແວດ​ລ້ອມທຳ​ມະ​ຊາດ​ສວຍ​ງາມ,​ເຮັດ​ວຽກ​ຢູ່​ແຫ່ງ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ມ່ວນ​ຊື່ນ​ຫຼາຍ,ນັກ​ທ່ອງທ່ຽວ​ທັງຫຼາຍ​ກໍ່​ຮູ້ສຶກ​ມ່ວນ​ຄື​ກັນ."

 ບ້ານ​ເຖິງ​ໂຖ​ໄດ້​ສ້າງ​ຊື່ສ​ຽງ​ໃຫ້​ແກ່​ພໍ່​ເຖົ້າ​ລູ​ເວີນ​ກວາງ​ແລະ​ເຮັດ​ໃຫ້​ເພິ່ນ​ເກີດ​ມີຄວາມ​ຮັກ​ຄວາມ​ຜູກ​ພັນຕໍ່​ບ້ານ​ນີ້​ແລະເປັນບ້ານ​ພຽງ​ແຫ່ງ​ດຽວ​ໃນ​ໂລກ​ທີ່​ຖືກ​ຄັດ​ເລືອກ​ເປັນ​"ບ້ານ​ແບບຢ່າງ​ທີ່​ດີ​ເດັ່ນ​ຂອງ​ຕົວ​ເມືອງ"​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ2010.:ແລະ​ຍັງ​ໄດ້​ຮັບ​ນາມມະຍົດ​ລະດັບ​ຊາດ​70ກວ່າ​ປະການ​ເຊັ່ນ​ວ່າ1​ໃນ500​ບ່ອນ​ສິ່ງ​​ແວດ​ລ້ອມ​ທຳ​ມະ​ຊາດ​ດີ​ເດັ່ນ​ຂອງ​​ໂລກ,1​ໃນ10​ບ້ານ​ກົມກຽວ​ກັນ​ດີ​ເດັ່ນ​ຂອງ​ໂລກ,1​ໃນ​ບ້ານ​ວັດທະນະທຳ​ຊຸດ​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ແລະ​ອື່ນໆ.ທ່ານ​ລີ​ວຊົງ​ຈ່ຽງ ນາຍ​ບ້ານ​ເຖິງ​ໂຖບ​ອກນັກ​ຂ່າວ​ວ່າ,ອຸດົມ​ການ​ແຫ່ງ​ການ​ພັດທະນາ​ຂອງ​ບ້ານ​ເຖິງ​ໂຖ​ແມ່ນ​"​ເຮັດ​ໃຫ້​ຄົນ​ໃນ​ເມືອງ​ຍິ່ງ​ໄຝ່ຝັນ​ເຖິງ​ຊີວິດ​ຊົນນະບົດ."ທ່ານ​ກ່າວວ່າ:

 "ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ມີ​ຫົວ​ຂໍ້​ວ່າ"ຕົວ​ເມືອງ​ທີ່​ດີກ​ວ່າ,ຊີວິດ​ທີ່​ດີກ​ວ່າ​".ສ່ວນ​ຄຳ​ຂວັນ​ຂອງ​ບ້ານ​ພວກ​ເຮົາ​ກໍ່​ແມ່ນ​ຄວາມ​ຝັນ​ຂອງ​ບ້ານ​ເຖິງ​ໂຖ​ທີ່​ເຮັດ​ໃຫ້​ຄົນ​ໃນ​ເມືອງ​ຍິ່ງ​​ໄຝ່ຝັນ​ເຖິງຊີວິດ​ຊົນນະບົດ".​ເມື່ອ​ພັດທະນາ​ມາ​ໄດ້40​ກວ່າ​ປີ​ແລ້ວ,ບ້ານ​ເຖິງ​ໂຖ​ພວກ​ເຮົາ​ໄດ້​ມີ​ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນຫຼັງ​ມື,ຊົນນະບົດ​ພວກ​ເຮົາ​ກໍ່​ຄື​ກັບ​ຕົວ​ເມືອງ,​ເຮັດ​ໃຫ້​ຄົນ​ໃນ​ເມືອງ​​ໄຝ່ຝັນ​ເຖິງ​ຊົນນະບົດ."

ບ້ານ​ເຖິງ​ໂຖ​ມີ343​ຄອບຄົວມີ830​ກວ່າ​ຄົນ,​ກວມ​ເນື້ອ​ທີ່2​ກິ​ໂລ​ຕາ​ແມັດ,ມີ​ວິ​ສາ​ຫະກິດ​ນ້ອຍ​ໃຫຍ່60​ກວ່າ​ແຫ່ງ.ປີ2009,ມູນ​ຄ່າ​ການ​ຜະລິດ​ຂອງ ​ບ້ານມີຫຼາຍ​ກວ່າ4​ຕື້​ຢວນ.ບ້ານ​ເຖິງ​ໂຖ​ເປັນ​​ແຫຼ່ງທ່ອງ​ທ່ຽວ​ຊົນນະບົດ​ລະດັບຊາດ5A​ແຫ່ງ​ທຳ​ອິດຂອງ​ຈີນ,ລາຍ​ຮັບດ້ານ​ເສດ​ຖະ​ກິດ​ການ​ການ​ທ່ອງ​ທ່ຽວ​ມີ​110​ລ້ານ​ຢວນ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ