ບ້ານ​ເຖິງ​ໂຖ​ແຂວງ​ເຈີ້​ຈ່ຽງ​ເປັນ​ບ້ານ​ທີ່​ຄົນ​ໃນ​ເມືອງ​ໄຝ່​ຝັນ

(GMT+08:00) 2010-09-15 18:01:28     cri


ທ່ານ​ລິວ​ຊົງ​ຈ່ຽງກ່າວ​ວ່າ,​ໃນ​ຊຸມ​ປີ1960,ບ້ານ​ເຖິງ​ໂຖ​ຍັງ​ເປັນ​ບ້ານ​ນ້ອຍ​ທີ່​ທຸກ​ຍາກ​ຫຼ້າ​ຫຼັງ​.ຊາວບ້ານ​ເຖິງ​ໂຖ​ໄດ້​​ເຊີດ​ຊູ​ນ້ຳ​ໃຈ​​ເຮັດ​ວຽກ​ແບບ​ທົນ​ທຸກ​ທົນ​ຍາກ,​ໃຊ້​ເວລາ15​ປີດັດ​ແປງດິນ​ປູກ​ຝັງ,ພັດທະນາ​ກະສິກຳ.ຊຸມ​ປີ1980,ບ້ານ​ເຖິງ​ໂຖ​ເລີ່ມ ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ,​ຊຸມ​ປີ1990​ເລີ່​ມພັດທະນາ​ກະສິກຳ​ແບບ​ທ່ອງ​ທ່ຽວ​ແລະ​ການທ່ອງທ່ຽວ​ທຳ​ມະ​ຊາດ.​ໃນ​ການ​ພັດທະນາ,ບ້ານ​ເຖິງ​ໂຖ​ໄດ້​ເນັ້ນ​ໜັກ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ມາ​ໂດຍ​ຕະຫຼອດ.ທ່ານ​ລິວ​ຊົງ​ຈ່ຽງກ່າວ​ວ່າ,

 "​ ​ພວກ​ເຮົາ​ໃຫ້​ຄວາມ​ສຳຄັນທີ່​ສຸດ​ຕໍ່​ການ​ອະນຸລັກ​ສິ່ງ​ແວດ​ລ້ອມຕັ້ງ​ແຕ່​ຫົວທີ,ສະ​ນັ້ນ,​ໃນ​ຊຸມ​ປີ1990,ບ້ານພວກ​ເຮົາ​ຈິ່ງໄດ້​ສ້າງ​ຄະນະ​ກຳມະການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລ້ວ,ສາມາດ​ເວົ້າ​​ໄດ້​ວ່າ​ເປັນ​ຄະນະ​ກຳມະການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ຂັ້ນ​ບ້ານ​ແຫ່ງ​ທຳ​ອິດ​ຂອງ​ຈີນ.ຖ້າວ່າ​ຢາກ​ຕັ້ງ​ວິ​ສາ​ຫະກິດ​ຢູ່​ບ້ານ​ພວກເຮົາ​ກໍ່​ຕ້ອງ​ຜ່ານ​ການ​ຄົ້ນຄວ້າ​ພິຈາລະນາ​ຈາກ​ຄະນະ​ກຳມະການ​ກ່ອນ,ບໍ່​ວ່າ​ວິ​ສາ​ຫະກິດ​ນີ້​ຈະມີ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ດີ​ປານ​ໃດ​ກໍ່​ຕາມ,​ຖ້າ​ບໍ່​ໄດ້​ມາດຕະຖານ​ດ້ານ​ການ​ອະນຸລັກ​ສິ່​ງ​ແວດ​ລ້ອມ,ຂໍ​ແຕ່​ມີບັດ​ດຽວ​ຄັດຄ້ານກໍ່​ຖືກ​ຢັບ​ຢັ້ງ​ໂລດ."

 ບ້ານ​ນ້ອຍໆ​ທີ່​ທຸກ​ຍາກ​ເມື່ອ​ພັດທະນາ​ເປັນ​ເວລາ40​ປີ,​ໄດ້​ສ້າງ​ເປັນ​ບ້ານ​ໃໝ່​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ທີ່​ການ​ຜະລິດ​ໄດ້​ຮັບ​ການ​ພັດ​ທະ​ນາ,​ປະ​ຊາ​ຊົນ​ຮັ່ງມີ​ແລະ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ດີ.ຊາວບ້ານ​ເຖິງ​ໂຖ​ເມື່ອ​ເກີດແລ້ວ​ກໍ່​ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ​650​ຢວນ​ຕໍ່​ເດືອນ​ຈາກ​ທາງ​ບ້ານ.​ຜູ່​ເຖົ້າ​ທີ່​ອາ​ຍຸ​60ປີ​ຂຶ້ນ​ໄປ​ຈະ​ໄດ້​ຮັບ​ເງິນ​ບຳ​ນານ​ຕ່ຳ​ສຸດ​ເດືອນ​ລະ​1100​ຢວນ.ທາງ​ບ້ານ​ວາງ​ແຜນ​ເປັນ​ເອ​ກະ​ສັນ​ກັນ​ສ້າງ​ເຮືອນ​ຢູ່,​ແລ້ວ​ຂາຍ​ໃຫ້​ຊາວ​ບ້ານ​ດ້ວຍ​ລາ​ຄາ​ຕົ້ນ​ທຶນ​ແລະ​ຍັງມີ​ເງິນ​ອຸດ​ໜູນ​ອີກ.ຊາວບ້ານ​ທີ່​ຊື່​ວ່າ​ຟູ​ຊິງ​ຄຸນ​ໃຊ້​ເງິນ​1​ແສນ​7​ໝື່ນ​ຢວນຊື້​ຕຶກ​ນ້ອຍ​ທີ່​ມີ​ເນື້ອ​ທີ່360​ຕາ​ແມັດ​ນຳ​ບ້ານ.ທ່ານ​ບອກ​ນັກ​ຂ່າວ​ວ່າ:

 "​ແຕ່​ກ່ອນ​​ເຮືອນ​ຂອງ​ບ້ານພວກ​ເຮົາເກົ່າ​ແກ່​ເປ່​ເພ,​ແຕ່ເຮືອນ​ໃນ​ປະຈຸ​ບັນ​ແມ່ນ​ເຮືອນ​ຢູ່​ລຸ້ນທີ3​ຂອງ​ພວກ​ເຮົາ​ແລ້ວ.ສິ່ງ​ແວດ​ລ້ອມ​ດີ,ບັນຊາ​ກາດ​ດີ.ຂ້ອຍ​ຍັງ​ມີ​ສວນ ​ຂອງ​ຕົນ​ເອງ​ອີກ,​ເຮືອນຢູ່​ຂອງຄົນ​ໃນເມືອງ​ກໍ່​ຍັງ​ບໍ່ທັນດີ​ທໍ່ພວກ​ເຮົາຊ້ຳ".

ທ້າວ​ຈູ​ເຊິ​ງຢົງ​ແມ່ນ​ນັກ​ຂ່າວ​ຂອງ​ໜັງສືພິມ​ບ້ານ​ເຖິງ​ໂຖ,​ເຮັດ​ວຽກ​ຢູ່​ບ້ານ​ເຖິງ​ໂຖ​ໄດ້5​ປີ​ແລ້ວ,​ເມື່ອ​ກ່າວ​ເຖິງ​ອຸດົມ​ການ​ຂອງ​ບ້ານ​ເຖິງ​ໂຖ​ທີ່​ເຮັດ​ໃຫ້​ຄົນ​ໃນ​ເມືອງ​ໄຝ່​ຝັນ,ລາວ​ໄດ້​ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ"ສິ່ງ​ທີ່​ຕົວ​ເມືອງ​ມີ,ບ້ານ​ພວກເຮົາ​ກໍ່​ມີ​ຄື​ກັນ,​ແຕ່ສິ່ງ​ທີ່​ໃນ​ເມືອງ​ບໍ່​ມີ,ບ້ານພວກເຮົາ​ພັດມີ​ເຊັ່ນ​ກັນ."ລາວ​ບອກ​ວ່າ:

ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ບ້ານ​ພວກ​ເຮົາ​ເຊັ່ນ​ວ່າ​ທ້ອງຟ້າ​ສີ​ຄາມ,​ນ້ຳ​ທີ່​ໄສ​ສະ​ອາດ,​ໃນ​ຕົວ​ເມືອ​ງບໍ່​ໄດ້​ມີ​ອາກາດ​ດີ​ຄື​ບ້ານພວກ​ເຮົາ​ດອກ.ອັດຕາ​ປົກ​ຄຸ້ມ​ດ້ວຍ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​​ແຫ່ງ​ນີ້​ປົກກະຕິ​ແລ້ວ​ມີ​ເຖິງ67%,ຄຸນ​ນະພາ​ບອາກາດ​ເປັນ​ລະດັບ​ໜຶ່ງ​ຕະຫຼອດ​ປີ.ນ້ຳ​ໃສ​ສະ​ອາດ​ໄຫຼ​ອ້ອມ​ບ້ານ,ຕົ້ນ​ໄມ້​ຂຽວງາມ​ດີ,ດອກ​ໄມ້​ທີ່​ສວຍ​ງາມ,ທຳ​ມະ​ດາ​ແລ້ວ,ຄົນ​ໃນ​ເມືອງ​ຈະ​​ໄດ້ສຳຜັດ​ຍາກ.​ສະ​ຫວັດ​ດີ​ການ,​ການ​ປະ​ກັນ​ສັງ​ຄົມ​ຂອງ​ຕົວ​ເມືອງ,​ບ້ານ​ພວກ​ເຮົາ​ມີ​ໝົດ,​ລວມທັງ​ການຄົມມະນາຄົມ​,ລົດ​ເມ​ກາກ​ບອນ​ຕ່ຳກໍ່​ມີ​ຄື​ກັນ.

ທ່ານ​ເສິນ​ຊື້​ສິວ ຮອງ​ປະທານ​ສະມາຄົມ​ສະຫະ​ປະຊາ​ຊາດ​ຂອງ​ຈີນ​ເຫັນ​ວ່າ,ບ້ານ​ເຖິງ​ໂຖ​ໄດ້​ສ້າງ​ລະບົບ​ຊີວະ​ພາບ​ກາກ​ບອນ​ຕ່ຳຂອງ​ຊົນນະບົດ​ຢ່າງ​ສຳ​ເລັດ​ຜົນ,ລະບົບ​ນີ້​ໄດ້​ຈໍ່​ຕົວ​ຂຶ້ນ​ແລ້ວ,ນີ້​ເປັນ​ແບບຢ່າງ​​ໃຫ້​ທົ່ວ​ໂລກ.
 
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ