ເຮືອນ​ພັກຊົນນະບົດ​ແບບ​ໃໝ່​ຊ່ວຍ​ໃຫ້ຄົນ​ໃນ​ເມືອງ​ບັນລຸ​ຄວາມ​ຝັນ​ໃຊ້​ຊີວິດ​ແບບທຳ​ມະ​ຊາດ

(GMT+08:00) 2010-12-07 19:21:06     cri
​ຢູ່​ນະຄອນ​ເສິງ​ຕູ່​ເທດສະບານ​ແຂວງ​ເສ​ສວນ​ທີ່​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ,ມີ​ຄົນ​ໃນ​ເມືອງ​ກຸ່ມ​ໜຶ່ງ​ເພີດ​ເພີນ​ນຳ​ທິວ​ທັດ​ທຳ​ມະ​ຊາດ,​ເຂົາ​ເຈົ້າ​ພົ້ນ​ຈາກ​ຄວາມ​ອຶກ​ກະ​ທຶກ​ຄຶກ​ໂຄມ​ຂອງຕົວ​ເມືອງ,​ໄປຊານ​ເມືອງ​ເສິງ​ຕູ່​ເຊົ່າ​ເຮືອນປູກ​ພືດ,​ໃຊ້ຊີວິດ​ຢ່າງມວນ​ຊື່ນ​.

ຕົ້ນ​ລະດູ​​ໃບ​ໄມ້ຫຼົ່ນ​ຂອງ​ນະຄອນ​ເສິງ​ຕູ່,ລົມ​ພັດ​ໃບ​ໜ້າ​ຄ່ອຍໆຍັງ​ເຮັດ​ໃຫ້​ຮູ້ສຶກ​ເຖິງ​ຄວາມ​ຮ້ອນຂອງ​ລະດູ​ຮ້ອນ​ທີ່ຫາ​ກໍ່​ຜ່ານ​ໄປ.ຢູ່​ເຮືອນ​ພັກ​ຊົນ​ນະ​ບົດ​ແຫ່ງ​ໜຶ່ງ​ຂອງ​ບ້ານ​ຫົງ​ຊ່າ​ຕາ​ແສງ​ຊ່ານ​ເຊິ້ງນະຄອນ​ເສິງ​ຕູ່,ຊາວ​ໜຸ່ມຫຼາຍ​ຄົນ​ນັ່ງ​ອ້ອມ​ໂຕະ,​ທັງ​ລົມ​ກັນ​ທັງ​ດື່ມ​ກາ​ເຟ​ເຢັນ,ກິນ​ຂະ​ໜົມ​ເຄັກຕີຣາ​ມີ​ຊູ​ຂອງ​ອີ​ຕາ​ລີ,ຟັງ​ດົນຕີ​ແຈ​ສອາ​ເມ​ລິ​ກາ.​ພາບ​ນີ້​ເຮັດ​ໃຫ້​ຄົນ​ຫຼົງ​ ​ວ່າ​ນີ້​ແມ່ນ​ຮ້ານ​ກາ​ເຟທີ່​ມີ​ບັນ​ຍາ​ກາດ​ດີ​ແຫ່ງ​ໜຶ່ງ​ໃນ​ເມືອງ.

ຄວາມ​ຈິງ​ແລ້ວ,​ເຮືອນ​ພັກ​ຊົນນະບົດ​ຄື​ແນວ​ນີ້​ຢູ່​ຕາ​ແສງ​ຊ່ານ​ເຊິ້ງ​ມີ​ເກືອບ​10​ແຫ່ງ.​ເຖິງ​ວ່າ​ກວມ​ບໍ່​ຮອດ5%​ໃນ​ເຮືອນ​ພັກ​ຊົນ​ນະບົດ​ຈຳນວນ​ເກືອບ300​ແຫ່ງ​ໃນ​ບ້ານ​ນີ້​ກໍ່​ຕາມ,​ແຕ່​​ເຮືອນ​ພັກ​ປະ​ເພ​ດນີ້​ພວມ​ຄ່ອຍໆ​ເຮັດ​ໃຫ້​ໂສມ​ໜ້າ​ຂອງ​ບ້ານ​ມີ​ການ​ປ່ຽນ​ແປງ.

ນັກ​ຂ່າວ​ພວ​ກ​ເຮົາ​ໄດ້​ຂັບ​ລົດ​​ໄປ​ສຸດທາງ​ນ້ອຍ​ຂອງ​ບ້ານ​ຫົງຊ່າກໍ່​ຮອດ​​ເຮືອນ​ພັກ​ຊົນນະບົດ​ທີ່​ມີ​ຊື່ວ່າ​"ຟ້າ​ນຊວນ"ທີ່​ມີ​ຊື່ສ​ຽງຫຼາຍ​ໃນ​ບ້ານ.

ເຈົ້າ​ຂອງເຮືອນ​ພັກ​ທີ່​ມີ​ເດິ່ນບ້ານກວ້າງ​ຊື່ວ່າ​"ຟ້າ​ນຊວນ"​ເປັນ​ຊາວ​ໜຸ່ມ​ທີ່​ເກີດ​ຊຸມ​ປີ1980,​ນາງ​ມີ​ຊື່​ຫຼີ້ນວ່າ​"ສ້ຽວ​ກວ້າຍ".​ສ້ຽວ​ກວ້າຍ​ບອກ​ວ່າ​ຈຸດ​ເດັ່ນ​ທີ່​ສຸດ​ຂອງ​ເຮືອນ​ພັກ​"ຟ້ານ​ຊວນ"​ກໍ່​ແມ່ນ​ອາ​ຫານ​ຈີນ​ແລະ​ອາຫານ​ຕາ​ເວັນ​ຕົກ​ປະສົມ​ປະສານ​ກັນ.ນາງ​ບອກ​ວ່າ:"​ແຕ່​ກ່ອນ​ຂ້ອຍ​ເຮັດ​ວຽກ​ການ​ອອກ​ແບບ​ສິ່ງ​ພິມຈົນ​ມາ​ຮອດ​ປີ​ກ່ອນ​ຈິ່ງ​ເລີ່​ມ​ພັດທະນາ​ວຽກ​ໃນ​ຂະ​ແໜງ​ການ​ຮ້ານ​ອາຫານ.ທຳ​ອິດ​ຂ້ອຍ​ໄດ້​ເປີດ​ຮ້ານ​ອາຫານ​ເຄັດ​ລັບ​ສ່ວນ​ຕົວ,​ແຕ່​ຮ້ານ​ນັ້ນນ້ອຍ​ໂພດ,ບັນຈຸ​ຄົນ​ໄດ້​ໜ້ອຍ​ດຽວ,ສະ​ນັ້ນ​ຈິ່ງ​ມາ​ເປີດ​ເຮືອນ​ພັກ​ຢູ່​ຕາ​ແສງ​ຊ່ານ​ເຊີ້ງ​ແຫ່ງ​ນີ້.ຍ້ອນ​ວ່າ​ຕອນ​ເປີດ​ຮ້ານ​ອາຫານ​ເຄັດ​ລັບ​ສ່ວນ​ຕົວ​ລ້ວນ​ແຕ່​ແມ່ນ​ຂາຍ​ອາຫານ​ຕາ​ເວັນ​ຕົກ,ອາຫານ​ຈີນ​ໜ້ອຍ​ທີ່​ສຸດ,​ເມື່ອ​ເປີດ​ເຮືອນ​ພັກ​ຢູ່​ແຫ່ງ​ນີ້​ແລ້ວ​​ໄດ້​ຂາຍ​ອາຫານ​ຕາ​ເວັນ​ຕົກ,​ແລະ​ຍັງ​ໄດ້​ຈ້າງ​ພໍ່ຄົວ​ແຕ່ງ​ອາຫານ​ເສ​ສວນ,ສະ​ນັ້ນ,​ຮ້ານ​ນີ້​ແມ່ນ​ມີ​ທັງ​ອາຫານ​ຈີນ​ແລະ​ຕາ​ເວັນ​ຕົກ."

ເມື່ອນັ່ງ​ຢູ່​ສະ​ລົງ​ແບບ​ຕາ​ເວັນ​ຕົກຢູ່​ເດີ່ນ​ບ້ານ,ຟັງ​ດົນຕີ​ທີ່​ອອນຊອນ,ຈິ່ງ​ເຂົ້າ​ໃຈ​ໃນ​ທັນ​ທີ​ວ່າ​ເປັນ​ຫຍັງ​ເຮືອນ​ພັກ​ຊົນນະບົດ​"ຟ້ານ​ຊວນ"​ທີ່​ຜູ່​ໃຊ້​ອິນ​ເຕີ​ເນັດ​ເອີ້ນວ່າ​ເປັນ​ເຮືອນ​ພັກ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ແຫ່ງ​ນີ້​ຫາ​ກໍ່​ເປີດ​ມາ​ໄດ້4​ເດືອນ​ກວ່າ​ກໍ່​ເຮັດ​ທຸລະ​ກິດ​ໄດ້​ດີທີ່​ສຸດ.

ນາງ​ສ້ຽວ​ກວ້າຍມີ​ຈຸດ​ພິ​ເສດ​ຂອງ​ຄົນ​ເສິງ​ຕູ່​ຄືໝັ້ນ​ໃຈໂຕ​ເອງ,ມັກເສລີພາບ.ນີ້​ແມ່ນ​ຈຸດ​ປະສົງ​ເບື້ອງ​ຕົ້ນ​ທີ່​ນາງ​ເປີດ​ເຮືອນ​ພັກ​ຊົນ​ນະ​ບົດ.ຢູ່​ຕາ​ແສງ​ຊ່ານ​ເຊິ້ງ, ​"ຟ້າ​ນຊວນ"​ແມ່ນ​ເຮືອນ​ພັກ​ຊົນນະບົດ​ແຫ່ງ​ທຳ​ອິດ​ທີ່​ມີ​ບັນ​ຍາ​ກາດ​ຂອງ​ຊີ​ວິ​ດ​ຄົນ​ຊັ້ນ​ກາງ​ແບບຕາ​ເວັນ​ຕົກ.​ໃນ​ເວ​ລາ​ເຮືອນ​ພັກ​ຊົນນະບົດ​ທົ່ວ​ໄປ​ລ້ວນ​ແຕ່​ມີ​ການ​ດື່ມ​ນ້ຳ​ຊາ​ແລະ​ຫຼິ້ນ​ໃພ້​ນົກ​ກະຈອກ,​ເນື້ອ​ໃນ​ການ​ບໍລິການ​ຂອງ​ເຮືອ​ນພັກ​"ຟ້າ​ນຊວນ"​ໄດ້​ຕື່ມ​ຄວາມ​ທັນ​ສະ​ໄໝ​ເຂົ້າ​ໄປ,ຄື​ເປີດ​ດົນຕີ​ບຼູສທີ່​ອອນຊອນ​ຊື້ງ​ໆ​ເຢັນໆ, ​ມີ​ການຫຼິ້ນ​ເກ​ມ​ເທິ​ງ​ໂຕະ​ທີ່​ໄວ​ລຸ້ນ​ນິ​ຍົມ​ທີ່​ສຸດ,​ເຮັດ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ການ​ພັກ​ຜ່ອນ​ຢ່ອນ​ອາລົມ​ການບັນ​ເທີງລື້​ນ​ເລີງ​ແບບ​ດັ້ງ​ເດີມ​ປະສົມ​ປະ​ສານ​ກັບແບບ​ທັນ​ສະ​ໄໝ,​ເຮັດ​ໃຫ້​ມີ​ຈຸດ​ພິ​ເສດ​ການ​ພັກຜ່ອ​ນຢ່ອນອາລົມ​ໃນ​ເມືອງ​ຍຸກ​ປະຈຸ​ບັນທີ່​ມີ​ເນື້ອ​ໃນ​ເລິກ​ເຊິ່ງກວ່າ​ເກົ່າ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ