ເຮືອນ​ພັກຊົນນະບົດ​ແບບ​ໃໝ່​ຊ່ວຍ​ໃຫ້ຄົນ​ໃນ​ເມືອງ​ບັນລຸ​ຄວາມ​ຝັນ​ໃຊ້​ຊີວິດ​ແບບທຳ​ມະ​ຊາດ

(GMT+08:00) 2010-12-07 19:21:06     cri


ຫຼັງ​ຕອນ​ທ່ຽງ,ນັກ​ຂ່າວ​ພວກ​ເຮົາ​ໄດ້​ໄປ​ຮອດ​ເຮືອນ​ພັກ​ຊື່ວ່າ"ຫ້ອງສ່ວນ​ຕົວສຳລັບ​ທ່ານ"ທີ່​ຢູ່​ແຄມ​ໜອງ​ຊິ້ງຟູ​ເມີຍ​ລິນ.​ເຮືອນ​ພັກ​ແຫ່ງ​ນີ້​ມີ​ບັນຍາກາດ​ສົດ​ຊື່ນ,ຢູ່​ໜ້າ​ປະ​ຕູ​ເຮືອນ​ມີ​ຕົ້ນ​ໄຮ3​ຕົ້ນ,ຢູ່​ກ້ອງ​ຮົ່ມໄມ້​ມີ​ໂຕະ3​ຫາ4​ໜ່ວຍ,ທ່ານ​ລອງ​ວາດ​ພາບ​ເບິ່ງ​ວ່າ,​ເມື່ອນັ່ງ​ອ່ານ​ປຶ້ມ,ດື່ມ​ນ້ຳ​ຊາຢູ່​ບ່ອນ​ນີ້​ມັນ​ຈະ​ສະຫວາດ​ສະ​ເຫວີຍ​ປານໃດ.

ເຮືອນ​ພັກ​ແຫ່ງ​ນີ້​ເປັນ​ເຮືອນ​ທີ່​ມີ​ໂຄງ​ສ້າງ3​ຊັ້ນ​ທັງ​ມີ​ເດີ່ນ,​ແຕ່​ລະ​ຊັ້ນ​ມີ​ຈຸດ​ພິ​ເສດ​ຕ່າງ​ກັນ.ຊັ້ນ​ເທິງ​ແມ່ນ​ເຮືອນ​ຫຼາຍ​ຫ້ອງ,ຢູ່​ໃນ​ເຮືອນ​ມີ​ຜ້າ​ພົມ​ຫຍ້າ,ສະລົງ​ໃຫຍ່,​ເຄື່ອງ​ປະດັບ​ທີ່​ເຮັດ​ດ້ວຍ​ທອງມີ​ເອກະລັກ​ພິ​ເສດ,ຖ້ານ​ປຶ້ມ​ຢູ່​ຫ້ອງ​ຮັບ​ແຂກ​ມີປຶ້ມ​ຊະນິດ​ຕ່າງໆ​ເຕັມຖ້ານ….ຢູ່​ໃນ​ເຮືອ​ນ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ວັດທະນະທຳ.ຊັ້ນ​ທີ​ສອງ​ເປັນ​ແທ່ນ​ນ້ອຍ​ທີ່​ມີ​ດິນ​ດຳ​ທີ່​ອຸດົມສົມບູນ,​ບໍ່​ໄດ້​ປູກ​ຫຍ້າ​ຫຼື​ດອກ​ໄມ້​ໃສ່,​ແຕ່ແມ່ນ​ພືດ​ທຳ​ມະ​ຊາດ​ສີຂຽວ.ຊັ້ນ​ລຸ່​ມ​ແມ່ນ​ເດີ່ນ​ນ້ອຍ​ທີ່​ຍັງ​ບໍ່​ທັນຈັດ​ສັນ​ໃຫ້​ດີເທື່ອ.​ເຈົ້າ​ຂອງ​ເຮືອນ​ບອກ​ວ່າ,​ໃນ​ຕໍ່​ໜ້າ,​ເພິ່ນ​ຈະ​ປູກ​ຜັກ​ແລະ​ໝາກ​ໄມ້​ຢູ່​ໃນ​ເດິ່ນບ້ານ,ຫວັງ​ວ່າ​ຈະ​​ໃຊ້​ຊີ​ວິດ​ແບບ​ພໍ​ພ​ຽງ.

ຢູ່​ໃນ​ເຮືອນ​ພັກ​ທີ່​ປະດັບ​​ເປັນ​ພິ​ເສດ​ແຫ່ງ​ນີ້,ມັກ​ມີ​ໝູ່​ເພື່ອນ​ຂອງ​ວົງ​ການ​ວັດທະນະທຳ​ແລະ​ສື່​ມວນ​ຊົນ​ຈຳນວນ​ບໍ່​ໜ້ອຍ​ມາ​ຢາມ,ຈົນ​ກາຍ​ເປັນ​ວັດທະ ນະທຳ​ສະ​ລົງກໍ່​ວ່າ​ໄດ້. ຕອນ​ບ່າຍ​ທີ່​ອາກາດ​ປ່ອດ​ໂປ່​ງສົດ​ໃສ,ຄົນ​ທັງຫຼາຍ​ມານັ່ງ​ອ່ານ​ປຶ້ມ,ຫຼື​ອ່ານ​ບົດ​ປະພັນ​ຢູ່​ກ້ອງ​ຮົ່ມ​ຕົ້ນ​ໄຮ.

ຊີວິດ​ແບບ​ບໍ່​ມີ​ການ​ແຂ່ງຂັນ​ຊິງ​ດີ​ຊິງ​ເດັ່ນ,ບໍ່​ມີ​ການ​ຜູກ​ມັດ​,​​ເປັນ​ຊີວິດ​ແບບ​ພໍພຽງ,​ເຖິງ​ຈະ​ເປັນ​ຊີວິດ​​ແບ​ບງ່າຍດາຍ​ແຕ່​ຮູ້ສຶກ​​ເພິ່ງ​ພໍ​ໃຈ​ແນວ​ນີ້​ເຮັດ​ໃຫ້ ທ່ານລີລ້​ຽງ​ເຈີ່ນ ເຈົ້າ​ຂອງ​ເຮືອນ​ພັກຕັດສິນ​ໃຈປັກຫຼັກ​ຖານ​ແລະ​ເຮັດ​ທຸລະ​ກິດ​ຢູ່​ແຫ່ງ​ນີ້.​ເມື່ອ​ເວົ້າ​ເຖິງ​ອຸດົມ​ການ​ດ້ານ​ຊີວິດ​ແລະ​ວິທີ​ເຮັດ​ທຸລະ​ກິດ,ທ່ານ​ລີ​ລ້ຽງ​ເຈີ່ນ​ບອກ​ໃຫ້​ຮູ້​ວ່າ:"ລູກ​ຄ້າ​ມາ​​ຢູ່ເຮືອນ​ພັກ​ແຫ່ງ​ນີ້,​ເພິ່ນ​ກໍ່​ຈະ​ມີ​ຄວາມ​ຮູ້ສຶກ​ດຽວ​ກັນ​ກັບ​ຂ້ອຍ​ແລ້ວ​ຈະ​ມັກ​ຊີວິດ​ແບບ​ນີ້.​ເຮັດ​ທຸລະ​ກິດ​ຢູ່​ແຫ່ງ​ນີ້,ພວກ​ເຮົາ​ບໍ່​ຄອຍ​ຖ້າ​​ແລະ​ກໍ່​ບໍ່​ເຊີນຊວນ​ລູກ​ຄ້າ,​ເຮັດ​ທຸລະ​ກິດ​ໄປ​ຕາມ​ທຳ​ມະ​ຊາດ,ຜູ່​ໃດ​ຢາກ​ມາ​ກໍ່​ມາ​ໂລດ."

ທ່ານ​ລີລ້​ຽງ​ເຈີ່ນ​ເຄີຍ​ເປັນ​ຜູ່​ບໍລິຫານ​ຂັ້ນ​ສູງ​ໃນ​ບໍລິສັດ​ໃຫຍ່,​ແຕ່​ປະຈຸ​ບັນ,​ເພິ່ນ​ເປັນ​ພໍ່ຄົວ​ຂອງ​ເຮືອນ​ພັກ​ແຫ່ງ​ນີ້,​ໃຜ​ກໍ່​ບໍ່​ເຄີຍ​ຄິດ​ວ່າ​ຜູ່​ຊາຍທີ່​ບໍ່​ເຄີຍ​​ເຂົ້າ​​ເຮືອນຄົວ​ໃນ​ເມື່ອ​ກ່ອນ,​ແຕ່​ວ່າ​ປ​ະຈຸ​ບັນ​ພັດ​ມີ​ສີມືດີ​ໃນ​ ​ການ​ແຕ່ງກິນ,ບໍ່ພ​ຽງ​ແຕ່​ແຕ່ງ​ໃຫ້​ຄົນ​ໃນ​ຄອບຄົວ​ເທົ່າ​ນັ້ນ,ຍັງ​ສາມາດ​ເຮັດ​ທຸລະ​ກິດ​ໄດ້​ອີກ,ນີ້​ເຮັດ​ໃຫ້​ທ່ານ​ລີລ້​ຽງ​ເຈີ່ນຮູ້ສຶກ​ພາກພູມ​ໃຈ​ຫຼາຍ.

ຫຼັງ​ຕອນ​ທ່ຽງ,ຕາກ​ແດດ​ທີ່​ອົບ​ອຸ່ນ,ກິນ​ອາຫານ​ເສ​ສວນ​ລົດ​ຊາດ​ແທ້ຢູ່​ເຮືອນ​ພັກ​ຊົນນະບົດ​ເປັນ​ເລື່ອງ​ທີ່​ສະຫວາດສະ​ເຫວີຍ​ທີ່​ສຸດ.​ແຕ່​ເວົ້າ​ສຳລັບ​ທ່ານ​ລີລ້​ຽງ​ເຈີ່ນ​ແລ້ວ,ຊີວິດ​ທີ່​ແທ້​ຈິງ​ບໍ່​ຈຳ​ເປັນຕ້ອງ​ມີ​ເງິນ​ຫຼາຍ,ສອງຜົວ​ເມຍ​ເຂົາ​ເຈົ້າ​​ເປີດ​ເຮືອນ​ພັກ​ຢູ່ຕາ​ແສງ​ຊ່ານ​ເຊີ້ງ​ພຽງ​ແຕ່​​​ແມ່ນ​ເຮັດ​ໃຫ້​ຊີວິດ​ໃນ​ຄວາມ​ຝັນ​ຂອງ​ຕົນ​ບັນລຸ​ເປັນ​ຈິງ​ເທົ່າ​ນັ້ນ.ທ່ານ​ບອກ​ວ່າ:"ຫຼາຍ​ຄົນ​ອາດ​ຈະ​ຄິດ​ວ່າ,ຕ້ອງ​ມີ​ເງິນ​ຫຼາຍ​ຈິ່ງ​ໃຊ້​ຊີວິດ​ແບບ​ນີ້​ໄດ້.ທີ່​ຈິງ​ບໍ່​ແມ່ນ​ດອກ,​ໃຊ້​ຕົ້ນ​ທຶນ​ນ້ອຍໆ​ກໍ່​ສາມາດ​​ໃຊ້​ຊີວິດ​ແນວ​ນີ້​ໄດ້,​ເພາະວ່າມີ​ຄວາມ​ຕ້ອງການ​ຄວາມ​ຫຼູຫຼາ​ແບບ​ຕົວ​ເມືອງ​ໜ້ອຍ​ທີ່​ສຸດ,​ເກືອ​ບໍ່​ຕ້ອງການ​ການບັນ​ເທິງ​ເລີຍ.​ແຕ່​ ​ໃຈ​ຊ້ຳພັດ​ຮູ້ສຶກ​ພຽງພໍ​ແລະ​ມີຄວາມສຸກ."

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ