ຮ້ານອາຫານປ່າຈີນຫວຽດນາມຢູ່ຕາມແຄມຝັ່ງສາຍນ້ຳກຸ່ຍຊຸ່ນ
-----------------------------------------------------------------------------------------------------------------
ທ່ານຜູ້ຟັງ,ນ້ຳກຸ່ຍຊຸ່ນແມ່ນສາຍນ້ຳຊາຍແດນທີ່ໄຫຼຜ່ານເມືອງຕ້າຊິ່ນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນແລະເມືອງຮາຫຼາງແຂວງລາງເຊິນຂອງຫວຽດນາມ,ຢູ່ຕາມສອງຝັ່ງນ້ຳທີ່ສວຍງາມສາຍນີ້,ປະຊາຊົນສອງຊາດຈີນຫວຽດໄປມາຫາສູ່ກັນຢ່າງເປັນມິດ,ຢູ່ຮ່ວມກັນຢ່າງປອງດອງ.ມື້ນີ້,ພວກເຮົາຈະນຳພາທ່ານໄປຮ້ານອາຫານປ່າຈີນຫວຽດນາມທີ່ມີສີສັນພິເສດຮ້ານໜຶ່ງເຊິ່ງຕັ້ງຢູ່ແຄມຝັ່ງນ້ຳກຸ່ຍຊຸ່ນ,ເພື່ອໄປເບິ່ງທິວທັດທີ່ສວຍງາມແລະຊີວິດການເປັນຢູ່ທີ່ ສະຫງົບງຽບຂອງຄອບຄົວເຈົ້າຂອງຮ້ານອາຫານຢູ່ຊາຍແດນ.
ຍ່າງລຽບຕາມແຄມນ້ຳກຸ່ຍຊຸ່ນທີ່ຄົດລ້ຽວກ້ຽວກອດຕາມພູຜາປ່າໄມ້ຂຽວອຸ່ມທຸ່ມ ສະຫຼັບຊັບຊ້ອນກວ້າງໄກສຸດສາຍຕາ,ບາງເທື່ອກໍ່ເປັນຄວາຍຈັກສອງສາມໂຕຍ່າງອືດອາດຜ່ານກາຍໄປ.ນ້ຳກຸ່ຍຊຸ່ນກວ້າງພຽງແຕ່30ແມັດ,ໃສສະອາດຈົນເຫັນຮອດພື້ນ,ຫຼຽວເຫັນປະຊາຊົນຫວຽດນາມທີ່ຢູ່ຝັ່ງນັ້ນໄດ້ຢ່າງສະບາຍ.
ຢູ່ບ່ອນທີ່ຫ່າງຈາກຫຼັກໝາຍຊາຍແດນບໍ່ໄກ,ແມ່ນບ້ານຢີ້ຈ່ຽງຕາແສງໂຊ້ລົງເມືອງຕ້າຊິ່ນ.ມີເຮືອນໄມ້ສີແດງຫຼັງໜຶ່ງຕັ້ງຢູ່ແຄມນ້ຳກຸ່ຍຊຸ່ນຢູ່ທາງເຂົ້າບ້ານ,ປ້າຍຮ້ານໄດ້ຂຽນຊື່ໃສ່ວ່າ "ຮ້ານອາຫານປ່າຈີນຫວຽດນາມຍິນດີຕ້ອນຮັບທ່ານ" ຢ່າງສະດຸດຕາທີ່ສຸດ.ນີ້ກໍ່ແມ່ນຮ້ານອາຫານຂອງຫຼິງຊົ່ງເຈຍ.
ບໍ່ທັນເຂົ້າຮ້ານເທື່ອ,ກໍ່ໄດ້ກິ່ນຫອມຂອງອາຫານແລະໄດ້ຍິນສຽງຊຸມແຊວກັນແລ້ວ.ຮ້ານອາຫານປ່າຮ້ານນີ້ມີລົມລວມທັງສາມດ້ານ ຄ້າຍກັບສາລາໃນສະໄໝບູຮານຂອງຈີນ.ຢູ່ໃນຮ້ານ,ມີຜູ້ຊາຍໄວກາງປະມານ6-7ຄົນນັ່ງອ້ອມໂຕະທີ່ມີອາຫານອັນແຊບຊ້ອຍ.ພວກເພິ່ນກຳລັງພາກັນກິນເຫຼົ້າແລະລົມກັນຢ່າງມ່ວນຊື່ນ,ບາງເທື່ອຍັງເວົ້າພາສາຫວຽດນຳກັນ.
ຢູ່ຫຼັງໂຕະຮັບເງິນ,ມີແມ່ຍິງຜູ້ໜຶ່ງທີ່ນຸ່ງເສື້ອແລນສີແດງບາງໆພວມສອນເດັກຍິງຜູ້ໜຶ່ງຮຽນໜັງສື,ເພິ່ນຜູ້ນີ້ກໍ່ແມ່ນເຈົ້າຂອງຮ້ານອາຫານຮ້ານນີ້ ຊື່ວ່າຫຼຽງລີ້ຊຸນ.ເມື່ອເຫັນພວກເຮົາເຂົ້າຮ້ານ,ນາງກໍ່ທັກທາຍປາໄສເຊີນພວກເຮົານັ່ງລົງ ແລະເອົາລາຍຊື່ອາຫານທີ່ພິມຢ່າງງົດງາມຍື່ນໃຫ້ພວກເຮົາ,ແລ້ວເວົ້າວ່າ:
ຮ້ານຂອງຂ້ອຍຕັ້ງຢູ່ຊາຍແດນ,ອາຫານປ່າທີ່ຂາຍຢູ່ໃນຮ້ານນີ້ລ້ວນແຕ່ແມ່ນເຄື່ອງປ່າຂອງດົງທີ່ເອົາມາແຕ່ຫວຽດນາມ.
ພວກເຮົາຫຼຽວເບິ່ງອາຫານຂອງໂຕະອື່ນ,ແລ້ວສັ່ງເອົາໄກ່ລາດຫວຽດນາມຈານໜຶ່ງ ຂົ້ວຜັກຈານໜຶ່ງແລະອ່ອມໝາກເຂືອໝໍ້ໜຶ່ງ.ນັ່ງຢູ່ໃນຮ້ານອາຫານທີ່ອາກາດສົດຊື່ນ ຫຼຽວເບິ່ງທິວທັດຂອງນ້ຳກຸ່ຍຊຸ່ນແລະໝູ່ບ້ານຫວຽດນາມຢູ່ຝັ່ງເບື້ອງນັ້ນ,ຮູ້ສຶກສຸກກາຍສະບາຍໃຈ.ໃນເວລາທີ່ບໍ່ທັນເສີບອາຫານ,ພວກເຮົາກໍ່ລົມກັນກັບຊາວບ້ານ.ຊາວບ້ານທີ່ມີນາມສະກຸນຫູຜູ້ໜຶ່ງເວົ້າວ່າ:
ຢູ່ເບື້ອງນັ້ນແມ່ນບ້ານບານອົກເມືອງຮາຫຼາງ,ພວກເຮົາກັບປະຊາຊົນຢູ່ຝັ່ງກົງກັນຂ້າມໄປມາຫາສູ່ກັນຕະຫຼອດ,ເຂົາເຈົ້າກໍ່ເວົ້າພາສາຈ້ວງ,ພວກເຮົາບໍ່ຕ້ອງເຮັດໜັງສືຜ່ານແດນ,ກໍ່ສາມາດຂີ່ແພຂ້າມໄປໂລດ.ເຂົາເຈົ້າກັບພວກເຮົາກໍ່ຄືພີ່ນ້ອງດຽວກັນ,ຕ່າງກັນແຕ່ພຽງສັນຊາດເທົ່ານັ້ນ.
ໃນເວລາທີ່ລົມກັນກັບເຂົາເຈົ້າ,ມີຜູ້ຊາຍໄວກາງຄົນ ບໍ່ຕຸ້ຍບໍ່ຈ່ອຍແລະຕ່ຳເກິ່ງຜິວອ່າວດຳຜູ້ໜຶ່ງໄດ້ຍົກອາຫານທີ່ຮ້ອນໆຈານໜຶ່ງອອກມາຈາກເຮືອນຄົວ,ແລະວາງໃສ່ຢູ່ເທິງໂຕະ,ພ້ອມທັງຍິ້ມຕໍ່ພວກເຮົາດ້ວຍຄວາມຈິງໃຈ.ເອື້ອຍຫຼຽງແນະນຳວ່າ,ຊາຍຜູ້ນີ້ແມ່ນລິງຊົ່ງແຈ້ ຜົວຂອງລາວແລະກໍ່ແມ່ນເຈົ້າຂອງຮ້ານນີ້.ພວກເຮົາຍ້ອງວ່າຮ້ານນີ້ງາມຫຼາຍ,ອ້າຍຫຼິງເວົ້າດ້ວຍຄວາມຖະໜອມທ່ອມຕົວວ່າ: