ຮ້ານ​ອາ​ຫານ​ປ່າ​ຈີນ​ຫວຽດ​ນາມ​ຢູ່​ຕາມ​ແຄມ​ຝັ່ງ​ສາຍ​ນ້ຳ​ກຸ່ຍ​ຊຸ່ນ

(GMT+08:00) 2009-02-11 17:47:55 cri
-----------------------------------------------------------------------------------------------------------------


ນີ້​ແມ່ນຂ້ອຍ​ເອງ​ເປັນ​ຜູ້​ອອກ​ແບບ,ປຸກ​ແບບ​ງ່າຍໆ,​ລົມ​ກໍ່ລ່ວງ​ດີ,​ເຮັດ​ໃຫ້​ສາມາດ​ຫຼຽວ​ເບິ່ງ​ທາງ​ນອກ​ທັງ​ດ້ານ​ໜ້າ​ແລະ​ດ້ານ​ຫຼັງ​ໄດ້​ສະບາຍ.​ຢູ່ດ້ານ​ຫຼັງ​ແມ່ນ​ປ່າ​ໄມ້,​ເບື້ອງ​ກົງກັນ​ຂ້າມ​ແມ່ນ​ສາຍນ້ຳ​ກຸ່ຍຊຸ່ນ,​ສາມາດ​​ຫຼຽວເບິ່ງ​ຝັ່ງ​ຫວຽດນາມ​ໄດ້​ຢ່າງ​ສະດວກ."


ນາງ​ຫຼຽງລີ້​ຊຸນ​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ,ບ້ານ​ຢີ້ຈ່ຽງຫ່າງ​ຈາກ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງຂອງ​ເຂດ​ກວາງຊີ​ຄື​ຕາດ​ເຕີ​ທຽນ​ທັງ​ເປັນຕາ​ດຕໍ່​ແດນ​ຈີນ​ຫວຽດນາມ​ ​ພຽງ​ແຕ່3ກິ​ໂລ​ແມັດ,ທັງ​ໝົດ​ມີ300ກວ່າ​ຄອບຄົວ.ຮ້ານ​ອາຫານ​ປ່າ​ຈີນ​ຫວຽດນາມ​ເປີດ​ບໍລິການ​ໄດ້6ປີ​ແລ້ວ,​ເນື່ອງ​ຈາກ​ຢູ່​ໃກ້​ກັບ​ແຫຼ່ງທ່ອງ​ທ່ຽວ​ຕາດ​ເຕີ​ທຽນ,ຈຶ່ງຂາຍ​ດີ​ຕະຫຼອດ​ມາ.​ໃນ​ລະດູທີ່​ມີນັກ​ທ່ອງ​ທ່ຽວຫຼາຍ​,ແຕ່​ລະ​ມື້​ມີ200​ຫາ300​ກວ່າ​ຄົນ​ມາ​ກິນ​ເຂົ້າຢູ່​ນີ້,ຍ້ອນ​ວຽກ​ຫຼາຍ,ກໍ່​ຕ້ອງ​ຈ້າງຜູ້​ຮັບ​ໃຊ້5-6ຄົນ​ມາ​ຊ່ວຍວຽກ.​ໃນລະດູ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ໜ້ອຍ,ມື້ໜຶ່ງ​ກໍ່​ຈະມີ​20ຫາ​30ກວ່າ​ຄົນ.

ອ້າຍຫຼິງ​ເວົ້າວ່າ,ຊື່​ເກົ່າ​ຂອງບ້ານ​ຢີ້ຈ່ຽງ​ເອີ້ນ​ວ່າ​ສວນ​ປ່າ​ໄມ້​ຢີ້ຈ່ຽງ,​ໃນ​ເວລາ​ນັ້ນ ລາວ​ກັບ​ພໍ່​ແມ່ ​​ເມຍລ້ວນ​ແຕ່ແມ່ນ​ກຳມະ​ກອນຂອງ​ສວນ​ປ່າ​ໄມ້​ຢີ້ຈ່ຽງ.​ໃນ​ປີ1997,​ສວນ​ປ່າ​ໄມ້​ຢຸດ​ຕິການ​ຕັດໄມ້,​ປະຊາ​ຊົນ​ເລີ່​ມຮັບ​ເໝົາປ່າ​​ໄມ້,​ເພື່ອ​ປູກ​​ກຸ້ຍ​ຜີ ​ແລະ​ປ່າ​ຈ່ຽວທີ່​ເປັນ​ເຄື່ອງ​ຫອມ​ສຳ​ລັບ​ປຸງ​ແຕ່ງ​ລົດ​ຊາດ​ອາຫານ ​ເນື່ອງ​ຈາກ​ຕົ້ນ​ໄມ້​ຕ້ອງ​ໃຊ້​ເວລາ​ຫຼາຍ​ປີ​ສຳລັບ​ເຕີບ​ໃຫຍ່,ຈຶ່ງບໍ່​ໄດ້​​ໃຫ້ຜົນ​ໃນ​​ໄລຍະ​ສັ້ນ,ຊາວ​ບ້ານ​ລ້ວນ​ແຕ່ອອກ​ໄປ​ຫາ​ລ້ຽງ​ຊີບ​ດ້ວຍ​ວິ​ທີ​ອື່ນ.ບາງ​ຄົນ​ໄປ​ຄ້າຂາຍ​ເລັກໆ​ນ້ອຍໆ​ຢູ່​ຕະຫຼາດ​ຂອງ​ຕາ​ແສ​ງຊົ້ວ​ຫຼົງທີ່ຢູ່​​ບ່ອນໃກ້​ໆ,ບາງ​ຄົນ​ກໍ່ໄປ​ຕັ້ງຮ້ານ​ຂາຍ​ເຄື່ອງ​ລະ​ນຶກ​ທ່ອງ​ທ່ຽວ​ນ້ອຍ​ຢູ່​ເຂດ​ທ່ອງ​ທ່ຽວ​ນ້ຳ​ຕົກຕາດ,ບາງ​ຄົນ​ອອກ​ໄປ​​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ​ອື່ນ.ຍ້ອ​ນອ້າຍ​ຫຼິງສົນ​ໃຈ​ການ​ແຕ່ງ​ອາຫານ,​ເຄີຍ​ໄດ້​ໄປ​ຮຽນ​ຝີ​ມື​​ແຕ່ງ​ອາຫານ​ໂດຍ​ສະ​ເພາະຢູ່​ນະຄອນ​ນານ​ນິງເປັນ​1ປີ​,ລາວ​ຕັດສິນ​ໃຈ​ໃຊ້​ຝີ​ມື​ນີ້ຂອງ​ຕົນ,​ເພື່ອ​​ເປີດ​ຮ້ານ​ອາຫານ​ປ່າ​ຈີນ​ຫວຽດນາມ​ຮ້ານ​ໜຶ່ງ:


ໃນ​ເວລາ​ນັ້ນ ພວກ​ເຮົາ​ຄິດ​ວ່າ​ຖ້າ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ແລ້ວ,ມີ​ຄົນ​ຍ່າງ​ຜ່ານ​ກາຍ​ໄປມາ​ແລະ​ອາດ​ຈະມີ​ຄົນ​ມາ​ກິນ​ອາຫານ​ປ່າຈີນ​ຫວຽດນາມ​ຂອງ​ພວກ​ເຮົາ.

ມັນ​ກໍ່​ແມ່ນ​ຄວາມ​ອ້າຍ​ຫຼິງ​ແທ້,ສີສັນ​ພິ​ເສດ​ຫວຽດນາມ​ຂອງ​ຮ້ານ​ອາຫານ​ປ່າ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ຫົນ​ທຸກ​ແຫ່ງ​ມາ​ທ່ຽວ​ຕາດ​ເຕີ​ທຽນ.​ບໍ່ພໍ​ເທົ່າ​ໃດ​ມື້ ອ້າຍ​ຫຼິງ​ກໍ່​ຈະ​ຕ້ອງ​ໄປ​ຊື້​ຜັກ​ຊີ້ນ​ປາອາຫານ​ຢູ່ຫວຽດ​ນາມ,​ແຕ່​ກີ້ ລາວ​ໄດ້​ພາຍ​ເຮືອແພ​ຂ້າມ​ນ້ຳ​ກຸ່ຍຊຸ່ນ​ໄປ​ຊື້​,​ແຕ່​ປະຈຸ​ບັນສະ​ດວກ​ຫຼາຍ​ກວ່າ​ເກົ່າ​ແລ້ວ:

ປະຈຸ​ບັນ ຊື້​ເຄື່ອງ​ຢູ່​ຕະຫຼາດ​ນັດ​ຂອງ​ຕາ​ແສງ​ຊົ້ວ​ຫຼົງ,ຂີ່​ລົດຈັກ​ໄປ​ກໍ່​ໄດ້,​ຖ້າເຄື່ອງ​ຫຼາຍ​ກໍ່​​ໂທລະ​ສັບ​ໄປ​ຈອງ​ກ່ອນ ແລ້ວ​ກໍ່​ມີ​ຄົນມາ​ສົ່ງ​​ໃຫ້.

ປະຈຸ​ບັນ ​ແຕ່ລະປີ​ ຮ້ານ​​ອາຫານ​ປ່າຮ້ານ​ນີ້​ມີ​ກຳ​ໄລເຖິງ5ຫາ6ໝື່ນ​ຢວນຂຶ້ນ​ໄປ,ບໍ່​ເຖິງ​ຂັ້ນຮັ່ງມີ,​ແຕ່ກໍ່ສາມາດ​ດຳລົງ​ຊີວິດ​ໄດ້​ຢ່າງ​ສະບາຍໆ.

ຂ້ອຍ​ຮູ້ສຶກ​ເພິ່ງ​ພໍ​ໃຈ​ຫຼາຍ,​ທຸກ​ສິ່ງ​ທຸກ​ຢ່າງ​ກໍ່​ດີ​ກວ່າ​ເກົ່າ​ແລ້ວ,ອາ​ຫານ​ກໍ່​ມີ​ຫຼາຍ​ເຍື່ອງ.​ ແຕ່​ກ່ອນ ຫຼາຍ​ເດືອນ​ຈຶ່ງ​ຈະໄດ້​ກິນ​ຊີ້ນ​ໄກ່​ເທື່ອ​ໜຶ່ງ, ປະ​ຈຸ​ບັນ ຢາກກິນ​ຍາມ​ໃດ​ກໍ່​​ໄດ້​ກິນ​ໂລດ.

ຫຼັງ​ຈາກພວກ​ເຮົາກິນ​ເຂົ້າທ່ຽງ​ແລ້ວ,ກໍ່​ຮອດ​ບ່າຍ2​ໂມງ​ປາຍ​ແລ້ວ,ມີ​ໝາ​ໂຕ​ໜຶ່ງນອນ​ເໝບ​ຢູ່ຕໍ່​ໜ້າ​ຮ້ານ​ອາຫານ​ຢ່າງສະ​ບາຍ,ຄວາ​ຍກໍ່​ຜັກ​ຜ່ອນ​ຢູ່​ກ້ອງຕົ້ນ​ໄມ້.ລົດ​ທີ່​ແລ່ນ​ຜ່ານ​ກາຍ​ໄປ​ມານັ້ນ​ກໍ່​ບໍ່​ຫຼາຍ,ບ້ານ​ຢີ້ຈ່ຽງ​ທີ່​ມີສາຍ​ນ້ຳ​ໃສ​ເຢັນ​ພູຜາ​ປ່າ​ໄມ້​ທີ່​ຂຽວງາມກໍ່​ເລີ່​ມມິດ​ງຽບ​ລົງ.ພວກ​ເຮົາ​ໄດ້ລາ​ຈາກ​ຄອບຄົວ​ທີ່​ດຸ​ໝັ່ນ​ແລະ​ຈິງ​ໃຈ​ນີ້​ໄປຢ່າງຄິດ​ຮອດ,ພວກ​ເຮົາ​ອົດ​ບໍ່​ໄດ້​ທີ່​ຈະຮ້ອງ​ເພງ​ເກົ່າ​ຫວຽດນາມ​-ຈີນ​ເພງ​ນີ້:ຫວຽດ​ນາມ ຈີນ,ພູ​ຜາ​ຕິດ​ຈອດ​ກັນ,​ສາຍ​ນ້ຳ​ຕິດ​ຈອດ​ກັນ,ດື່ມ​ນ້ຳຂອງ​ສາຍ​ດຽວ,ພົບ​ໜ້າ​ກັນ​ຕະຫຼອດ​ມື້!ຕອນ​ເຊົ້າພ້ອມ​ກັນຟັງ​​ໄກ່​ຂັນດັງໆ!

ທ່ານ​ຜູ້​ຟັງ,ທີ່​ຟັງ​ມານັ້ນ​ແມ່ນ​ບົດ​ແຈ້ງ​ຂ່າວ​ຈີນ-ອາ​ຊຽນ:ຮ້ານ​ອາຫານ​ປ່າ​ຈີນ​ຫວຽດນາມ​ຢູ່​ຕາມ​ແຄມຝັ່ງ​ສາຍນ້ຳ​ກຸ່ຍ​ຊຸ່ນ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>