ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຕໍ່​ຕ້ານ​ວິ​ກິດ​ການ​ແລະ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ

(GMT+08:00) 2009-07-16 16:52:46 cri
-----------------------------------------------------------------------------------------------------------------
ວິ​ກິດ​ການ​ການ​ເງິນ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ແຜ່​ລາມ​ໄປ​ທົ່ວ​ໂລກ,​ເສດຖະກິດ​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ.​ເລີ່​ມ​ແຕ່​ຕົ້ນ​ປີ​ນີ້​ມາ,ຈັງ​ຫວະ​ເຕີບ​ໂຕ​ຂອງ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາຊ​ຽນ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​.ວັນ​ທີ26​ມິຖຸນາ​ແລ້ວ​ນີ້,ງານ​ສຳ​ມະ​ນາ​ທີ່​ປຶ​ກສາ​ການ​ຄ້າ​ຂອງ​ບັນ​ດາ​ປະ​ເທດອາຊ​ຽນປະຈຳ​ຈີນ​ກ່ຽວ​ກັບ"​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນ"​ໂດຍ​ມີ​ສະພາ​ການ​ຄ້າ​ຈີນ-ອາຊ​ຽນ​ເປັນ​ເຈົ້າພາບ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.ທີ່​ປຶກສາ​ການ​ຄ້າ​ປະຈຳ​ຈີນ​ຂອງ4​ປະ​ເທດ​ຄື​ລາວ,ກຳປູ​ເຈຍ,ອິນ​ໂດ​ເນ​ເຊຍ​ແລະ​ມະ​ລະ​ເຊຍ​ໄດ້​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ.​ຢູ່​ທີ່​ປະ​ຊຸມ,​ທີ່​ປຶກສາ​ການ​ຄ້າ​ຂອງ4​ປະ​ເທດ​ດັ່ງກ່າວ​ພາກັນ​ສະ​ແດງ​ຄາວ​ມມຸ້ງ​ມາດ​ປາຖະໜາ​ທີ່​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ຕໍ່ຕ້ານ​ວິ​ກິດ​ການ​ແລະ​ຊຸກ​ຍູ້​ໃຫ້​ເສດ​ຖະກິດ​ເຕີບ​ໂຕ.

ຢູ່​ທີ່​ປະຊຸມ,ທ່ານ​ສູ​ນິງໆ ​ເລຂາທິການ​ປະຈຳ​ສະພາ​ການ​ຄ້າ​ຈີນ-ອາຊ​ຽນ​ໄດ້​ແນະນຳ​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​​ເສລີ​ຈີນ-ອາຊ​ຽນ9ປີ​ມາ​ນີ້​ໄດ້​ເຮັດ​ໃຫ້​ຈີນ​ມີ​ການ​ປ່ຽນ​ແປງ,ທ່ານ​ກ່າວ​ວ່າ:​"ການ​ປ່ຽນ​ແປງ​ອັນ​ໜຶ່ງ​ກໍ່​ແມ່ນ​ມີ​ເຂດ​ແຄວ້ນ​ຂອງ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ໃຫ້​ຄວາມ​ສຳ​ຄັນ​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ອາຊ​ຽນ.​ໃນ1​ປີ​ມາ​ນີ້,​ແຂວງ​ກວາງ​ຕຸ້ງ,​ແຂວງ​ຫູ​ເປ,​ແຂວງ​ສ້າ​ນຊີ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ອາຊ​ຽນຕາມ​ລຳດັບ.ນອກ​ນີ້,​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈວ້າງ​ກວາງ​ຊີ​ຂອງ​ຈີນ​ພວມ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາ​ກພື້ນ​ບໍລິ​ເວນ​ອ່າວ​ພາກ​ເໜືອ,​ແຂວງ​ຢຸນນານ​ພວມ​ຕັ້ງໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ,​ແຂວງ​ກວາງ​ຕຸ້ງກໍ່​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພັດທະນາ​ການ​ພົວພັນ​ກັບ​ອາຊ​ຽນ.ການ​ປ່ຽນ​ແປງ​ອີກ​ອັນ​ໜຶ່ງ​ກໍ່​ແມ່ນ,ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ຈີນ​ກັບ​ອາຊ​ຽນນັບ​ມື້​ນັບ​ຫຼາຍ​ຂຶ້ນ,ການ​ຮ່ວມ​ມື​ດ້ານ​ຕ່າງໆ​ເຊັ່ນ​ຄົມ​ມະ​ນາຄົມ,ພະລັງງານ,ການ​ສຶກສາ​ແລະ​ວັດທະນະທຳ​ໄດ້​ດຳ​ເນີນຢ່າງຮອບດ້ານ.ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຈຳນວນ​ໜຶ່ງ​ທີ່​ບໍ່​ແມ່ນ​ເສດຖະກິດ​ກໍ່​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຢ່າງຮອບດ້ານ​ແລະ​ກ້າວ​ສູ່​ລວງ​ເລິກ​."

ພ້ອມ​ດຽວ​ກັນ​ນັ້ນ,ອາຊ​ຽນກໍ່​ໃຫ້​ຄວາມ​ສຳຄັນຫຼາຍ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ກັບ​ຈີນ.​ໃນ​ເດືອນ​ໜຶ່ງ​ມາ​ນີ້,ຜູ່​ນຳ​ປະ​ເທດ​ອາຊ​ຽນ​ເຊັ່ນ​ມະ​ເລ​ເຊຍ,ມານ,ສິງກະ​ໂປ​ແລະ​ໄທ​ພາກັນ​ມາ​ຢ້ຽມຢາມ​ຈີນ.​ໃນ​ໄລຍະ​ຢ້ຽມຢາມ,ປະ​ເທດ​ຕ່າງໆ​ກໍ່​ດຳ​ເນີນ​ກິດຈະກຳ​ພົບ​ປະການ​ຄ້າ​ເລື້ອຍໆ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງ​ທຶນ.ຕົວ​ຢ່າງ,​ໃນ​ການ​ຢ້ຽມຢາມ​ຈີນ​ເທື່ອ​ນີ້​ຂອງ​ທ່ານ​ອະພິ​ສິດ ​ເວດ​ຊາ​ຊີວະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ໄທ​ດມີ​ນັກທຸລະກິດ​ໄທ100​ກວ່າ​ຄົນ​ມາ​ນຳ​.ພ້ອມ​ກັນ​ນັ້ນ,ກະຊວງ​ການຄ້າ​ໄທ​ໄດ້​ຈັດ​ເວທີ​ປຶກສາ​ຫາລື​ການ​ຄ້າ​ຈີນ-​ໄທ​ຢູ່​ປັກ​ກິ່ງ.​ໃນ​ໄລ​ຍະ​ຢ້ຽມ​ຢາມ​ຈີນ,ທ່ານ​ນາ​ຈິບ ຕຸ​ນຣາຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມະ​ເລ​ເຊຍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໂຕະ​ມົນ​ການ​ຄ້າ​ຈີນ​-ມະ​ເລ​ເຊຍ,ສົນທະນາ​ກັບ​ວິ​ສາ​ຫະກິດ​ທີ່​ມີ​ຊື່ສ​ຽງຂອງ​ຈີນ,​ເພື່ອ​ດຶງ​ດູດ​ວິ​ສະຫະ​ກິດ​ຈີນ​ຫຼາຍກວ່າ​ເກົ່າ​ໄປ​ລົງ​ທຶນ​ຢູ່​ມະ​ເລ​ເຊຍ.ນອກ​ນີ້,​ໃນ​ໄລຍະ​ມໍ່ໆ​ມາ​ນີ້,ອິນ​ໂດ​ເນ​ເຊຍ​ກໍ່​ໄດ້​ຈັດ​ກິດ​ຈະ​ກຳ"ສັບ​ປະດາ​ອິນ​ໂດ​ເນ​ເຊຍ"ຄັ້ງ​ທຳ​ອິດ​ຢູ່​ປັກ​ກິ່ງ​,​ເນື້ອ​ໃນ​ສຳຄັນ​ອັນ​ໜຶ່ງ​ກໍ່​ແມ່ນ​ເວທີ​ປຶກສາ​ຫາລື​ການ​ລົງ​ທຶນ​ຢູ່​ອິນ​ໂດ​ເນ​ເຊຍ,​ເຊິ່ງ​ໄດ້​ແນະ​ນຳ​ໂຄງ​ການ​ແລະ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຂອງ​ອິນ​ໂດ​ເນ​ເຊຍ,​ກິດ​ຈະ​ກຳ​ເທື່ອ​ນີ້​ໄດ້​ມີ​ບົດ​ບາດ​ອັນ​ຕັ້ງໜ້າ​ໃນ​ການ​ເຮັດ​ໃຫ້​ຈີນ​ຮູ້ຈັກ​ອິນ​ໂດ​ເນ​ເຊຍ​ຫຼາຍ​ຂຶ້ນ,​ເປັນ​ວິທີ​ທີ່​ດີ​ທີ່​ດຶງ​ດູດ​ນັກ​ທຸ​ລະ​ກິດ​ໄປ​ລົງ​ທຶນ​ຢູ່​ອິນ​ໂດ​ເນ​ເຊຍ.

ກິດ​ຈະ​ກຳ​ການ​ຄ້າ​ເຫຼົ່ານີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນວ່າ​ປະ​ເທດ​ອາຊຽນ​ໄດ້​ຖື​ການ​ຕັ້ງໜ້າ​ພັດທະນາ​ການ​ພົວພັນ​ການ​ຮ່ວມ​ມື​ກັບ​ຈີນ​ເປັນ​ມາດ​ຕະການ​ສຳຄັນ​ອັນ​ໜຶ່ງ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ໃນ​ປັດຈຸບັນ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>