ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຕໍ່​ຕ້ານ​ວິ​ກິດ​ການ​ແລະ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ

(GMT+08:00) 2009-07-16 16:52:46 cri
-----------------------------------------------------------------------------------------------------------------


ທ່ານ​ອິມບາງ ລິ​ສຕິ​ຢາ​ດີ ທີ່​ປຶກສາ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ເອົາ​ປຶ້ມ​ແນະນຳ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ມາ​ຊິ້​ແຈງ​ໂດຍ​ສະ​ເພາະ,ຫວັງ​ຢາກ​ຜ່ານ​ຈາກ​ສະພາການ​ຄ້າ​ຈີນ-ອາຊ​ຽນ​ເພື່ອ​ແນະນຳ​ອິນ​ໂດ​ເນ​ເຊຍ​ໃຫ້​ວິ​ສາ​ຫະກິດ​ຈີນ​ຫຼາຍ​ກວ່າ​ເກົ່າ,ດຶງ​ດູດ​ນັກທຸລະກິດ​ຈີນ​ຫຼາຍ​ກວ່າ​ເກົ່າ​ໄປ​ລົງທຶນ​ຢູ່​ອິນ​ໂດ​ເນ​ເຊຍ.ທ່ານ​ກ່າວ​ວ່າ:

"​ນັບ​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ພຶດສະພາ​ປີ​ນີ້,ຈີນ​ນຳ​ເຂົ້າ​ສິນຄ້າ​ຈາກ​ອິນ​ໂດ​ເນ​ເຊຍ​ຫຼຸດ​ລົງ26%,ນັບ​ຕັ້ງ​ແຕ່​ທ້າຍ​ປີ​ກາຍ​ນີ້​ມາ,ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ,​ການ​ສົ່ງ​ອອກ​ຂອງ​ຜະລິດ​ຕະພັນ​ອິນ​ໂດ​ເນ​ເຊຍ​ສ່ວນ​ຫຼາຍ​ໄດ້​ຫຼຸດ​ລົງ,ຈະ​ຮັບ​ມື​ກັບ​ສະພາບ​ນີ້​ແນວ​ໃດ​ແມ່ນ​ສິ່ງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ພິຈາລະນາ."

ທ່ານ​ອຸຍ ​ໂຮ ທີ່​ປຶກສາ​ການ​ຄ້າ​ກຳປູ​ເຈຍ​ປະຈຳ​ຈີນ​ກໍ່​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກຳປູ​​ເຈຍ​ກັບ​ຈີນ​ຫຼຸດ​ລົງ,ທ່ານ​ກ່າວ​ວ່າ,ກຳປູ​ເຈຍ​ຫວັງ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ກັບ​ຈີນ​ຕື່ມ​ອີກ.

ໃນ​ກອງ​ປະຊຸມ,ທ່ານ​ສູງ​ນິງໆ ​ເລຂາທິການ​ຝ່າຍ​ຈີນ​ປະຈຳ​ສະພາ​ການ​ຄ້າ​ຈີນ-ອາ​ຊຽນ​ເຜີຍ​​ໃຫ້​ຮູ້​ວ່າ,​ເພື່ອ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ປະ​ເທດ​ອາຊ​ຽນ,​ໃນ6​ເດືອນ​ທ້າຍ​ປີ​ນີ້,ສະພາ​ການ​ຄ້າ​ຈີນ-ອາຊ​ຽນຈະ​ຈັດ​ກິດຈະກຳ​ຄັດ​ເລືອກ10​ວິ​ສາ​ຫະກິດ​ຈີນ​ທີ່​ປະສົບ​ຜົນສຳ​ເລັດ​ສູງ​ແລະ10​ວິ​ສາ​ຫະກິດ​ຈີນ​ທີ່​ສ້າງ​ບໍ​ລິ​ສັດ​ໃນ​ການ​ລົງ​ທຶນ​ອາ​ຊຽນ.

ປີ​ກາຍ​ນີ້,ຈັງຫວະ​ເຕີບ​ໂຕ​ດ້ານ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ລາວ​ເປັນ​ທີ1​ໃນ​ການ​ຄ້າ​ລະຫວ່າງ​ຈີນ​ກັບ10ປະ​ເທດ​ອາຊ​ຽນ,ຄື​ເພີ່ມ​ຂຶ້ນ59%.ມູນ​ຄ່າ​ການຄ້າລະ​ຫວ່າງ​ຊາຍ​ແດນ​ຈີນ​ລາວ​ບັນລຸ​ເຖິງ417​ລ້ານ​ໂດ​ລາ.ທ່ານ​ສີ​ບຸນ​ເຮືອງ​ວຽນ​ເຮືອງ​ໄຜ່ ທີ່​ປຶກສາ​ການ​ຄ້າ​ລາວ​ປະ​ຈຳ​ຈີນ​ກໍ່​ໄດ້​ຢືນຢັນ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນສ້າງ​ສຳ​ເລັດ​ຜົນ​ຈະ​ສົ່ງ​ຜົນ​ສະທ້ອນ​ອັນ​ຕັ້ງໜ້າ​ຕໍ່​ການ​ພັດທະນາ​ຂອງ​ລາວ.ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ສຸດ​ຕໍ່​ອະນາຄົດ,ສະ​ນັ້ນ,ຢາກ​ມີ​ຂໍ້​ສະ​ເໜີ​ຫຼາຍ​ຂໍ້,ອັນ​ໜຶ່ງ​ຄື​ອາຊ​ຽນກັບ​ຈີນ​ຄວນ​ຈັດ​ເວທີ​ປຶກສາ​ຫາລື,ງານ​ສຳ​ມະ​ນາ,ງານ​ວາງສະ​ແດງ​ໃຫ້ຫຼາຍ,​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.ອັນ​ທີ​ສອງ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ.ອັນ​ສຸດ​ທ້າຍ,ພວກ​ຂ້າພ​ະ​ເຈົ້າ​ຍັງ​ສາມາດ​ເຊື້ອ​ເຊີນ​ອົງການ​ວິຊາ​ການ​ແລະ​ຊ່ຽວຊານ​ຈຳນວນ​ໜຶ່ງ​ມາ​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ຂອງ​ພວກ​ເຮົາ,ຂ້າພະ​ເຈົ້າ​ເຊື່ອ​ວ່າ,ກາ​ນຄ້າ​ເສລີ​ຈະ​ຊຸກ​ຍູ້​ໃຫ້​ສອງ​ຝ່າຍ​ໄດ້​ຮັບຜົນ​ປະ​ໂຫຍ​ດນຳ​ກັນ."

ສະພາ​ການ​ຄ້າ​ຈີນ-ອາຊ​ຽນຈະ​ຈັດ​ເວທີ​ປຶກສາ​ຫາລື​ເຂດ​ກາ​ນຄ້າ​ເສລີ​ຈີນ-ອາຊ​ຽນຄັ້ງ​ທີ4​ຢູ່​ນະຄອ​ນຢຽນທາຍ ​ແຂວງ​ຊ່ານ​ຕຸ່ງຈີນ​ໃນ​ເດືອນ​ກໍລະກົດ​ນີ້.​ເວທີ​ປຶກສາ​ຫາລື​ມີ​ຫົວ​ຂໍ້​ວ່າ"​ເປັນ​ໝູ່​ເພື່ອນ​ທີ່​ເພິ່ງ​ພາ​ອາ​ໃສ​ກັນ,ຮ່ວມ​ມື​ກັນ​ແລະ​ກ້າວໜ້າ​ພ້ອມ​ກັນ".​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ແມ່ນ​ກະຊວງ​ການ​ຄ້າ​ຈີນ​ເປັນ​ເຈົ້າພາບ,ຜູ່​ນຳ​ວົງ​ການ​ການ​ຄ້າ,ຜູ່​ນຳ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ10​ປະ​ເທດ​ອາຊ​ຽນຈະ​ເຂົ້າ​ຮ່ວມ​ງານ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>