蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປະ​ທານ​ປະ​ເທດ​ຫວັງ​ໃຫ້​ສ້າງ​ເຂດ​ເສດ​ຖະ​ກິດກວມ​ລວມ​ໄຊ​ເຊດ​ຖາ​ເປັນ​ເຂດ​ພັດ​ທະ​ນາ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ

2019-03-08 14:37:03 CRI

ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ​ ລາວ ກ່າວ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນວັນ​ທີ 7 ມີ​ນາ​ນີ້​ວ່າ, ​ທ່ານຫວັງ​ໃຫ້​ສ້າງ​ເຂດເສດ​ຖະ​ກິດກວມ​ລວມ​ໄຊ​ເຊດ​ຖາ​ໃຫ້​ກາຍ​ເປັນ​ເຂດ​ພັດ​ທະ​ນາ​ສີ​ຂຽວ, ຍືນ​ຍົງ ແລະ ເປັນ​ຕາ​ໜ້າຢູ່​ຂອງ​ປະ​ຊາ​ຊົນ​​ລາວ.

ທ່ານ​ບຸນ​ຍັງ​ໄດ້​ກ່າວ​ຄວາມເຫັນ​ໃນ​ເວ​ລາ​ໄປ​ຢ້ຽມ​ຢາມ​ເຂດ​ພັດ​ທະ​ນາ​ດັ່ງ​ກ່າວ​ວ່າ, ວຽກ​ງານ​ດ້ານ​ການ​ລົງ​ທຶນ, ສ້າງ​ສາ ແລະ ດຶງ​ດູດ​ການ​ລົງ​ທຶນ​ໃນເຂດ​ດັ່ງ​ກ່າວ​ລ້ວນ​ແຕ່​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ມີຫຼາຍ​ວິ​ສາ​ຫະ​ກິດ​ທີ່​ມາ​ລົງ​ທຶນ​ຢູ່ ສ​ປ​ປ ລາວ ລ້ວນ​ແຕ່​ສົນ​ໃຈ​ຢາກ​ເຂົ້າ​​ມາ​ລົງ​ທຶນ​ຢູ່​ເຂ​ດ​ດັ່ງ​ກ່າວ. ​ກຸ່ມບໍ​ລິ​ສັດ​ກໍ່​ສ້າງ​ແລະລົງ​ທຶນ​ແຂວງ​ຢຸນ​ນານ​ຫຸ້ນ​ສ່ວນ​ຈຳ​ກັດ​ຈີນ​ໄດ້​ດຳ​ເນີນ​ໂຄງ​ການ ແລະ ລົງ​ທຶນ​ຢູ່​ ສ​ປ​ປ ລາວ ເຊິ່ງ​ເປັນ​​ການ​ປະ​ກອບ​ສ່ວນ​ສຳ​ຄັນຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ລາວ.

ເຂດ​ເສດ​ຖະ​ກິດກວມ​ລວມ​ໄຊ​ເຊດ​ຖາ​ນະ​ຄອນ​ຫຼວງວຽງ​ຈັນ​ເປັນ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ​ຈີນ-ລາວ ແລະ ເປັນ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຢູ່​ຕ່າງ​ປະ​ເທດ​ລະ​ດັບ​ຊາດ​​ພຽງ​ໜຶ່ງ​ດຽວຂອງ​ຈີນ​ໃນ​ປະ​ເທດ​ລາວ. ໂດຍ​ຜ່ານ​ການ​ສ້າງ​ສາ​ພັດ​ທະ​ນາ​ມາ​ເປັນ​ເວ​ລາເກືອບ 10 ປີ, ມີວິ​ສາ​ຫະ​ກິດ 57 ແຫ່ງ​ຂອງ 6 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​​ລົງ​ທຶນເຂດ​ເສດ​ຖະ​ກິດ​ດັ່ງ​ກ່າວ​, ການ​ລົງ​ທຶນ​ຂອງ​ວິ​ສາ​ຫະ​ກິດມີ​ມູນ​ຄ່າຫຼາຍກວ່າ 1 ຕື້​ໂດ​ລາ, ຄາດ​ວ່າ​ຈະ​ມີ​ມູນ​ຄ່າ​ການ​ຜະ​ລິດຫຼາຍກວ່າ 1,5 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ທ້າຍ​ປີ​ໜ້າ ​ແລະ ຈະ​ສາ​ມາດ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ໄດ້ 10. 000 ກວ່າ​ຕຳ​ແໜ່ງ.

ຄຳ​ເຫັນ

0