ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາໃນວັນທີ 24 ເມສານີ້ຢູ່ນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງ ກ່າວວ່າ: ຈີນແລະມຽນມາສາມັກຄີຮັກແພງກັນຖານອ້າຍນ້ອງຢ່າງເລິກເຊິ່ງ, ສອງປະເທດແມ່ນປະຊາຄົມຮ່ວມຊາຕາກຳ. ໃນສະຖານະການໃໝ່, ຈີນຍິນດີຮ່ວມກັບມຽນມາສົ່ງເສີມມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ, ເສີມຂະຫຍາຍການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງແໜ້ນແຟ້ນ, ຊຸກຍູ້ສາຍພົວພັນລະຫວ່າງຈີນ-ມຽນມາໃຫ້ພັດທະນາກ້າວໄປໜ້າຢ່າງບໍ່ຢຸດຢັ້ງ. ສອງຝ່າຍຄວນຕັ້ງໜ້າຊຸກຍູ້ການໄປມາຫາສູ່ກັນໃນລະດັບຕ່າງໆແລະການແລກປ່ຽນດ້ານວັດທະນະທຳລະຫວ່າງສອງຝ່າຍ, ສ້າງພື້ນຖານທາງຈິດໃຈປະຊາຊົນໃຫ້ໜັກແໜ້ນຢ່າງບໍ່ຢຸດຢັ້ງ. ຈີນສະໜັບສະໜູນມຽນມາໃນການພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຈີນຊົມເຊີຍຕໍ່ລັດຖະບານມຽນມາທີ່ສຸມຄວາມພະຍາຍາມເພື່ອຊຸກຍູ້ສັນຕິພາບພາຍໃນປະເທດຕົນແລະສ້າງຄວາມປອງດອງແຫ່ງຊາດ. ຈີນຍິນດີຮ່ວມກັບມຽນມາເພື່ອຮ່ວມກັນປົກປັກຮັກສາຄວາມໝັ້ນຄົງແລະສະຖຽນລະພາບຕາມຊາຍແດນຂອງສອງປະເທດ, ຮັບປະກັນຄວາມປອດໄພຂອງປະຊາຊົນແລະຄວາມເປັນລະບຽບຮຽບຮ້ອຍຕາມເຂດຊາຍແດນຂອງສອງປະເທດ.
ທ່ານນາງອອງຊານຊູຈີ ກ່າວວ່າ: ມຽນມາຂອບໃຈຈີນທີ່ສະໜັບສະໜູນມຽນມາໃນຄວາມພະຍາຍາມເພື່ອບັນລຸສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ. ມຽນມາໄດ້ສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຕັ້ງແຕ່ຫົວທີ, ຕັ້ງໜ້າຂະຫຍາຍການຮ່ວມມືກັບຈີນ, ເຊື່ອໝັ້ນວ່າການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະສາມາດສ້າງຄວາມຜາສຸກໃຫ້ແກ່ໂລກກໍຄືພາກພື້ນນີ້ ແລະ ຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດຢ່າງແທ້ຈິງ. ມຽນມາຍິນດີຮ່ວມກັນກັບຈີນປົກປັກຮັກສາຄວາມໝັ້ນຄົງແລະສະຖຽນລະພາບຢູ່ເຂດຊາຍແດນ. ມຽນມາຍິນດີເພີ່ມທະວີການປະສານງານແລະຮ່ວມມືກັບຈີນໃນວຽກງານຫຼາຍຝ່າຍ.
ຄຳເຫັນ
0