ວັນທີ 24 ກໍລະກົດນີ້, ທ້າວໜົງຈູ້ນນິງ ຄົນໜານນິງເຂດກວາງຊີສະແດງສີມືຊັດລູກດອກ. ທ້າວໜົງຈູ້ນນິງ ປີນີ້ອາຍຸ 47 ປີ ເປັນຜູ້ສືບທອດສີມຶ“ຈ້ວງວາງໂສວປ່ຽວ” ເຊິ່ງເປັນຄວາມສາມາດພິເສດຂອງທະຫານເຜົ່າຈ້ວງໃນສະໄໝບູຮານ. ໃນມືລາວ, ເຄື່ອງຫຼີ້ນເຄື່ອງໃຊ້ປະຈຳວັນເຊັ່ນ: ຍົນເຈ້ຍແລະໄມ້ຖູ່ ເປັນຕົ້ນກໍ່ກາຍເປັນອາວຸດທີ່ມີກຳລັງທຳລາຍລ້າງໄດ້. ປີ 2018, ລາວເຄີຍຊັດຍົນເຈ້ຍ 13 ອັນຖືກໝາກໂມທີ່ຫ່າງກັນກັບລາວ 2 ແມັດພາຍໃນໜຶ່ງນາທີເທົ່ານັ້ນ, ອັນໄດ້ສ້າງສະຖິຕິ ໃໝ່ໃນກິນເນສ. ປັດຈຸບັນ, ທ້າວໜົງຈູ້ນນິງມີແຜນຈະສ້າງຕັ້ງສູນເຝິກອົບຮົມເພື່ອໃຫ້ມີຜູ້ສືບທອດສີມືດັ່ງກ່າວ.
ຄຳເຫັນ
0