ຢູ່ສັງຄົມອ໋ອນລາຍ, ຜູ້ໃຊ້ອິນເຕີເນັດກໍໄດ້ພາກັນສະແດງອອກເຖິງຈິດໃຈປົກປ້ອງທຸງຊາດດ້ວຍຄວາມກະຕືລືລົ້ນ.
ຂ່າວ CCTV ຈີນໄດ້ລິເລີ່ມຟັງຄວາມຄິດເຫັນໃນຫົວຂໍ້ “ ທຸງຊາດ 5 ດາວ ມີຜູ້ປົກປ້ອງ 1,4 ຕື້ຄົນ” ໄດ້ກາຍເປັນປະເດັນເດັ່ນໃນສື່ສັງຄົມອ໋ອນລາຍ weibo ທີ່ເປັນສື່ສັງຄົມອ໋ອນລາຍດັງຂອງຈີນ, “ຜູ້ປົກປ້ອງທຸງຊາດ” ພາກັນລົງຊື່ໃນ weibo, ມາເຖິງວັນທີ 5 ສິງຫາ, ໄດ້ມີຜູ້ອ່ານຫົວຂໍ້ດັ່ງກ່າວຫຼາຍກວ່າ 1,97 ຕື້ເທື່ອຄົນ, ຂ່າວ CCTV ເປີດເຜີຍພາບແລະບົດ “ ທຸງຊາດ 5 ດາວ ມີຜູ້ປົກປ້ອງ 1,4 ຕື້ຄົນ” ສົ່ງຕໍ່ກັນ! ຂ້ອຍເປັນຜູ້ປົກປ້ອງທຸງຊາດ ໄດ້ຖືກສົ່ງຕໍ່ເຖິງ 10 ລ້ານກວ່າເທື່ອ, ມີຜູ້ປະກອບຄຳເຫັນເຖິງ 4 ແສນກວ່າຂໍ້ຄວາມ.
ຄຳເຫັນ
0