Next

“ປີ່ງຕຸ່ນຕຸ່ນ”ແມ່ນໂຕນຳໂຊກຂອງງານມະຫະກຳກິລາໂອລິມປິກລະດູໜາວປີ 2022 ປັກກິ່ງ ໂດຍໄດ້ອອກແບບຕາມຮູບໂສມໝີແພນດາ ເຊິ່ງສະແດງເຖິງຮ່າງກາຍທີ່ແຂງແຮງຂອງນັກກິລາ,ຄວາມອົດທົນແລະມີນ້ຳໃຈນັກກິລາຂອງນັກກິລາໃນງານໂອລິມປິກ. “ສຸຍໂຢງໂຢງ” ແມ່ນໂຕນຳໂຊກຂອງງານມະຫະກຳກິລາໂອລິມປິກຄົນພິການລະດູໜາວປີ 2022 ປັກກິ່ງ ໂດຍໄດ້ອອກແບບຕາມຮູບໂຄມໄຟຈີນ ສະແດງເຖິງຄວາມມຸ່ງຫວັງທີ່ສວຍງາມໃນການສ້າງໂລກທີ່ມີຄວາມຫຼາກຫຼາຍແລະສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດໂດຍຜ່ານງານກິລາໂອລິມປິກຄົນພິການ.
PreviousNext
ຄຳເຫັນ
0